ພົບປະສັງສັນ ກັບ ນັກກທຸລະກິດຍີ່ປຸ່ນ

ງານລ້ຽງພົບປະສັງສັນ ກັບ ນັກກທຸລະກິດຍີ່ປຸ່ນ

ງານລ້ຽງພົບປະສັງສັນ ກັບ ນັກກທຸລະກິດຍີ່ປຸ່ນ
ທ່ານ ໂຄອິຊິມິ ຊິໂຕະມຸເອກອັກຄະຣາຊະທູດຍີ່ປຸ່ນ ໄດ້ເປັນເຈົ້າພາບຈັດງານລ້ຽງ ຮັບຮອງພົບປະສັງສັນ ແລະ ຕ້ອນຮັບຄະນະສໍາຫຼວດການລົງທຶນ

ດ້ານການຫຼຸດຜ່ອນອາຍພິດເຮືອນແກ້ວ ໃນວັນທີ 30 ຕຸລານີ້ທີ່ ເຮືອນພັກທູດຍີ່ປຸ່ນຊຶ່ງພາລະກິດສໍາຫຼວດດັ່ງກ່າວໄດ້ຮັບການສະໜັບສະໜູນຈາກອົງການສົ່ງເສີມການຄ້າຍີ່ປຸ່ນ ປະຈໍານະຄອນຫຼວງວຽງຈັນ (JETRO).ເປັນກຽດເຂົ້າຮ່ວມ, ໂດຍ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານນາງ ບຸນຄໍາ ວໍລະຈິດ ລັດຖະມົນຕີກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ແຂກຖືກເຊີນ ຈາກພາກລັດ-ເອກະຊົນ.

ລັດຖະບານລາວ ໄດ້ຮີບເລັ່ງຄວາມພະຍາຍາມໃນການຫຼຸດຜ່ອນອາຍພິດເຮືອນແກ້ວ ໃນໄລຍະຫຼາຍປີຜ່ານມາ ແລະ ກໍາລັງເນັ້ນໜັກໃສ່ການສົ່ງເສີມການລົງທຶນ ໃນຂົງເຂດການຫຼຸດຜ່ອນອາຍພິດເຮືອນແກ້ວ ລວມໄປເຖິງການພັດທະນາກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ ສໍາລັບການບໍລິຫານຈັດການເຄຣດິດກາກບອນ ໃນປີ 2024. ຈໍານວນບໍລິສັດຂອງຍີ່ປຸ່ນ ທີ່ກໍາລັງຊອກຫາໂອກາດທາງທຸລະກິດ ໂດຍນໍາໃຊ້ທ່າແຮງຈຸດແຂງຂອງ ສປປລາວ ໃນດ້ານພະລັງງານສີຂຽວ ເພື່ອການປະກອບສ່ວນບັນລຸເປົ້າໝາຍການພັດທະນາແບບຍືນຍົງ (SDGs)ກໍາລັງເພີ່ມຂຶ້ນເລື່ອຍໆ. ລັດຖະບານ ຍີ່ປຸ່ນ ໄດ້ໃຫ້ບຸລິມະສິດຄວາມສໍາຄັນຕໍ່ກັບຄວາມພະຍາຍາມໃນການຫຼຸດຜ່ອນອາຍພິດເຮືອນແກ້ວດັ່ງກ່າວ ຊຶ່ງເຫັນໄດ້ດັ່ງທີ່ ທ່ານ ອິຊິບະ ຊິເງະຣຸນາຍົກລັດຖະມົນຕີຍີ່ປຸ່ນ ໄດ້ກ່າວໃນກອງປະຊຸມສຸດຍອດນາຍົກລັດຖະມົນຕີ ຍີ່ປຸ່ນ-ລາວ ໃນວັນທີ 11 ຕຸລາທີ່ຜ່ານມາ ໃນໂອກາດເດີນທາງຢ້ຽມຢາມ ສປປ ລາວ ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ແລະ ກອງປະຊຸມປິ່ນອ້ອມ.

ອົງການ JETRO ໄດ້ຈັດພາລະກິດສໍາຫຼວດເພື່ອສົ່ງເສີມການລົງທຶນ ໃຫ້ແກ່ບໍລິສັດຍີ່ປຸ່ນ ທີ່ເຂົ້າຮ່ວມ ແລະ ກໍາລັງພິຈາລະນາການຂະຫຍາຍທຸລະກິດ ມາຍັງ ສປປ ລາວ ໃນຂົງເຂດການຫຼຸດຜ່ອນອາຍພິດເຮືອນແກ້ວ ແລະ ພ້ອມທັງມີເປົ້າໝາຍເນັ້ນໜັກໃສ່ການສ້າງສາຍພົວພັນ ລະຫວ່າງ ບໍລິສັດເອກະຊົນ ແລະ ໜ່ວຍງານພາກລັດ. ໃນໂອກາດນີ້, ສະຖານເອກອັກຄະຣາຊະທູດຍີ່ປຸ່ນ ໄດ້ຈັດງານລ້ຽງຮັບຮອງສັງສັນ ໂດຍເຊື້ອເຊີນບັນດາບໍລິສັດຍີ່ປຸ່ນ ທີ່ເຂົ້າຮ່ວມພາລະກິດດັ່ງກ່າວ, ພະນັກງານຈາກຂະແໜງງານກ່ຽວຂ້ອງຂອງລັດຖະບານລາວ ແລະ ບັນດາບໍລິສັດຕ່າງໆຂອງລາວ ເປັນຕົ້ນແມ່ນຈາກຂົງເຂດກະສິກຳ, ປ່າໄມ້, ຊັບພະຍາກອນ, ພະລັງງານແລະ ຂົງເຂດການຜະລິດ. ນີ້ແມ່ນພາລະກິດສົ່ງເສີມການລົງທຶນ ຄັ້ງທີ 5 ທີ່ອົງການ JETRO ຈັດໃນ ສປປ ລາວພາຍຫຼັງການແຜ່ລະບາດຂອງພະຍາດໂຄດິດ-19 ຜ່ອນຄາຍລົງ.

(ຂ່າວ: ສະຖານທູດຍີ່ປຸ່ນ, ພາບ: ແສງຈັນ)

ຄໍາເຫັນ

ຂ່າວການຮ່ວມມື

ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຮັບຟັງແຜນການຊ້ອມຮົບຮ່ວມລາວ-ຣັດເຊຍ

ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຮັບຟັງແຜນການຊ້ອມຮົບຮ່ວມລາວ-ຣັດເຊຍ

ໃນວັນທີ 4 ມິຖຸນາຜ່ານມາ ທີ່ສະໜາມຫັດແອບ ວິທະຍາຄານນາຍທະຫານບົກກົມມະດໍາ, ສະຫາຍ ພົນໂທ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ເສນາທິການກອງທັບ ໄດ້ເຂົ້າຮັບຟັງການລາຍງານແຜນການກະກຽມບັນດາບາດກ້າວ, ຂັ້ນຕອນການຈໍາລອງ ການນໍາໃຊ້ກໍາລັງຝຶກອົບຮົມ-ຫັດແອບຂອງ ເຫຼົ່າຮົບຕີພິເສດ ແລະ ເຫຼົ່າຮົບທະຫານຮາບ ຂອງຝ່າຍລາວ ແລະ ຝ່າຍຣັດເຊຍ ຈາກການລາຍງານຂອງສະຫາຍ ພັນເອກ ອີວານ ຕາຣາເຢັບ ຜູ້ຊ່ວຍຜູ້ບັນຊາການທະຫານເຂດຕາເວັນອອກ ກອງທັບຣັດເຊຍ ຊຶ່ງໄດ້ລາຍງານວ່າ: ຜ່ານການກະກຽມແຜນການ ແລະ ຝຶກອົບຮົມ-ຫັດແອບໃຫ້ບັນດາກົມກອງທີ່ເຂົ້າຮ່ວມຊ້ອມຮົບ ໂດຍສະເພາະການຝຶກອົບຮົມ-ຫັດແອບຕີພິເສດ “ ໃຕ້ຝຸ່ນ 2026 “ ໄດ້ລາຍງານແຜນການຊ້ອມຮົບຮ່ວມ ລາວ-ຣັດເຊຍ ລາໂລຣສ 2026 “ ທີ່ຈະໄດ້ສືບຕໍ່ຫັດແອບ ໂດຍມີແຜນການລວມເອົາທຸກເຫຼົ່າຮົບຂອງຝ່າຍລາວ ແລະ ກອງທະຫານຕີພິເສດຣັດເຊຍ ເຂົ້າຮ່ວມຊ້ອມຮົບ ເພື່ອຕອບຕ້ານກຸ່ມກໍາລັງຜິດກົດໝາຍ ໃນພື້ນທີ່ພູຜາປ່າດົງ ແລະ ອື່ນໆ...
ຄຳ​ມ່ວນ-ກວາງ​ຈິ ເພີ່ມ​ທະ​ວີ​ການ​ຮ່ວມ​ມື ວຽກ​ງານ​ໂຄ​ສະ​ນາ​ອົບ​ຮົມ

ຄຳ​ມ່ວນ-ກວາງ​ຈິ ເພີ່ມ​ທະ​ວີ​ການ​ຮ່ວມ​ມື ວຽກ​ງານ​ໂຄ​ສະ​ນາ​ອົບ​ຮົມ

ກອງປະຊຸມພົບປະສອງຝ່າຍ ລະຫວ່າງ ຄະນະໂຄສະນາອົບຮົມ ແຂວງຄໍາມ່ວນ ກັບ ຄະນະໂຄສະນາສຶກສາ ແລະ ຂົນຂວາຍມະຫາຊົນພັກ ແຂວງກວາງຈິ ສສ ຫວຽດນາມ ໄດ້ຈັດຂຶ້ນໃນວັນທີ 4 ມິຖຸນາ 2026, ທີ່ ແຂວງຄໍາມ່ວນ ເພື່ອຕີລາຄາການຈັດຕັ້ງປະຕິບັດເນື້ອໃນບົດບັນທຶກການຮ່ວມມືໃນໄລຍະຜ່ານມາ ພ້ອມທັງປຶກສາຫາລືແລກປ່ຽນບັນດາເນື້ອໃນທີ່ຈະສືບຕໍ່ການພົວພັນຮ່ວມມືໃນຕໍ່ໜ້າ.
ຫຼວງພະບາງ-ແຂວງກວາງນິ່ງ ສືບ​ຕໍ່​ຮັດ​ແໜ້ນ​ການຮ່ວມມື

ຫຼວງພະບາງ-ແຂວງກວາງນິ່ງ ສືບ​ຕໍ່​ຮັດ​ແໜ້ນ​ການຮ່ວມມື

​ພິ​ທີ​ພົບ​ປະ ລະ​ຫວ່າງ​ການ​ນຳ​ແຂວງຫຼວງ​ພະ​ບາງ ແລະ ການ​ນຳ​ແຂວງກວາງ​ນິ່ງ ສ​ສ ຫວຽດ​ນາມ ໄດ້​ມີ​ຂຶ້ນ​ໃນ​ວັນ​ທີ 3 ມິ​ຖຸ​ນາ​ຜ່ານ​ມາ, ທີ່ ແຂວງຫຼວງ​ພະ​ບາງ, ຝ່າຍ​ແຂວງຫຼວງ​ພະ​ບາງ ນຳ​ໂດຍສະຫາຍ ບຸນເລື່ອມ ມະນີວົງ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງຫຼວງພະບາງ ພ້ອມດ້ວຍຄະນະ, ຝ່າຍ​ແຂວງກວາງນິ່ງ ສສ ຫວຽດນາມ ນຳໂດຍ ສະຫາຍ ກວານ ມິ່ງ ເກືອງ ກຳມະການສູນກາງພັກ ເລຂາພັກແຂວງ ຫົວໜ້າຄະນະສະມາຊິກສະພາປະຊາຊົນ ແຂວງກວາງນິ່ງ.
ຄະນະຜູ້ແທນອົງການກວດສອບແຫ່ງລັດ ຢ້ຽມຢາມ ແລະ ເຮັດວຽກທີ່ສະພາກວດສອບ ປະເທດຍີ່ປຸ່ນ

ຄະນະຜູ້ແທນອົງການກວດສອບແຫ່ງລັດ ຢ້ຽມຢາມ ແລະ ເຮັດວຽກທີ່ສະພາກວດສອບ ປະເທດຍີ່ປຸ່ນ

ໃນລະຫວ່າງວັນທີ 3-4 ມິຖຸນາ ນີ້, ຄະນະຜູ້ແທນຂອງອົງການກວດສອບແຫ່ງລັດ ສປປ ລາວ ນໍາໂດຍ ທ່ານ ວຽງທະວີສອນ ເທບພະຈັນ ກໍາມະການສູນກາງພັກ ປະທານອົງການກວດສອບແຫ່ງລັດ ພ້ອມຄະນະ; ໄດ້ເດີນທາງໄປເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ທີ່ສະພາກວດສອບປະເທດຍີ່ປຸ່ນທີ່ ນະຄອນຫຼວງໂຕກຽວ ປະເທດຢີປຸ່ນ ໂດຍໄດ້ຮັບການຕ້ອນຮັບຈາກທ່ານ ຮາຣາດະ ຢູເຮອິ ປະທານສະພາກວດສອບປະເທດຍີ່ປຸ່ນ ພ້ອມດ້ວຍຄະນະ.
ລາວ-ຣັດເຊຍ ຫາລືຄວາມປອດໄພທາງການບິນ

ລາວ-ຣັດເຊຍ ຫາລືຄວາມປອດໄພທາງການບິນ

ກອງບັນຊາການທະຫານອາກາດ ລາວ-ຣັດເຊຍ ຈັດກອງປະຊຸມພົບປະ ປຶກສາຫາລື ແລະ ຄົ້ນຄວ້າເອກະພາບເນື້ອໃນຮ່າງສັນຍາ ໃນຂົງເຂດວຽກງານຄວາມປອດໄພທາງດ້ານການບິນ ໃນວັນທີ 3 ມິຖຸນາຜ່ານມາ, ໂດຍມີສະຫາຍ ພັນເອກ ບົວວັນ ກັນຍາວົງ ຮອງຫົວໜ້າກອງບັນຊາການທະຫານອາກາດ ຫົວໜ້າຫ້ອງອົບຮົມການບິນ ກອງບັນຊາການທະຫານອາກາດ ກອງທັບປະຊາຊົນລາວ ແລະ ສະຫາຍ ພັນເອກ ອາເລັກຊັນເດີ ເຢບໂດກີມົບ ຮອງຫົວໜ້າກົມ (ໜ່ວຍງານ) ຄວາມປອດໄພດ້ານການບິນ ກຳລັງປະກອບອາວຸດ ແຫ່ງ ສ.ຣັດເຊຍ ພ້ອມດ້ວຍຄະນະຜູ້ແທນທັງສອງຝ່າຍເຂົ້າຮ່ວມ.
ກອງປະຊຸມພົບປະພາກທຸລະກິດ ລາວ - ອິນເດຍ 2026

ກອງປະຊຸມພົບປະພາກທຸລະກິດ ລາວ - ອິນເດຍ 2026

ໃນໂອກາດການຢ້ຽມຢາມ ສາທາລະນະລັດ ອິນເດຍ ຢ່າງເປັນທາງການ ຂອງທ່ານຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ໃນລະຫວ່າງວັນທີ 1-3 ມິຖຸນາ 2026, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ແລະ ສະພາການຄ້າອິນເດຍ ຮ່ວມກັບ ສອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ສ ອິນເດຍ ພ້ອມດ້ວຍຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຂອງສອງປະເທດ ໄດ້ຈັດກອງປະຊຸມພົບປະພາກທຸລະກິດ ລາວ - ອິນເດຍ ຄັ້ງທີ 2 ຂຶ້ນໃນຕອນບ່າຍຂອງວັນທີ 3 ມິຖຸນາ 2026 ທີ່ ນະຄອນຫຼວງນິວແດນລີ ເພື່ອຊຸກຍູ້ສົ່ງເສີມການຮ່ວມມືທາງດ້ານການຄ້າ ແລະ ການລົງທຶນລະຫວ່າງລາວ ແລະ ອິນເດຍ ໃຫ້ຂຶ້ນສູ່ລະດັບໃໝ່ ກໍຄືເປັນການປະກອບສ່ວນສະເຫຼີມສະຫຼອງ ຄົບຮອບ 70 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດລະຫວ່າງ ສປປ ລາວ ແລະ ສ ອິນເດຍ ໃນປີ 2026 ນີ້ ໂດຍການໃຫ້ກຽດເຂົ້າຮ່ວມເປັນແຂກກິດຕິມະສັກ ຂອງທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ Prashant Agrawal ຜູ້ຊ່ວຍລັດຖະມົນຕີກະຊວງການຕ່າງປະເທດອິນເດຍພ້ອມດ້ວຍ ທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ມີເອກອັກຄະລັດຖະທູດທັງສອງປະເທດ ແລະ ຜູ້ຕາງໜ້າຈາກພາກທຸລະກິດລາວ-ອິນເດຍເຂົ້າຮ່ວມ ຫຼາຍກວ່າ 50 ຄົນ.
ລາວ - ອິນເດຍ ສືບຕໍ່ຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

ລາວ - ອິນເດຍ ສືບຕໍ່ຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

ໂດຍຕອບສະໜອງຕາມຄຳເຊື້ອເຊີນຂອງ ທ່ານ ສຸບຣາມານຍຳ ໄຈຊັງກາ (H. E. Dr. Subrahmanyam Jaishankar) ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ອິນເດຍ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ​ແຫ່ງສາທາລະນະ​ລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມ ສ ອິນເດຍ ຢ່າງເປັນທາງການ​ ແລະ ເປັນປະທານກອງປະຊຸມຄະນະກຳມາທິການຮ່ວມ ວ່າດ້ວຍ ການຮ່ວມມືສອງຝ່າຍ ລາວ-ອິນເດຍ ຄັ້ງທີ 10 ໃນລະຫວ່າງ ​ວັນທີ 1-3 ມິຖຸນາ 2026 ທີ່ນະຄອນຫຼວງນິວແດນລີ ປະເທດອິນເດຍ.
ທ່ານ ທອງສະຫວັນ ພົມວິຫານ ເຂົ້າຢ້ຽມຂໍ່ານັບປະທານາທິບໍດີ ແຫ່ງ ສ ອິນເດຍ

ທ່ານ ທອງສະຫວັນ ພົມວິຫານ ເຂົ້າຢ້ຽມຂໍ່ານັບປະທານາທິບໍດີ ແຫ່ງ ສ ອິນເດຍ

ໃນວັນທີ 3 ມິຖຸນາ ນີ້ ທີ່ນະຄອນຫຼວງນິວແດນລີ ສາທາລະນະລັດ ອິນເດຍ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ເຂົ້າຢ້ຽມຂໍ່ານັບ ພະນະທ່ານ ນາງ ດຣໍປາດີ ເມີມູ (H.E. Droupadi Murmu) ປະທານາທິບໍດີ ແຫ່ງ ສ ອິນເດຍ ໃນໂອກາດເດີນທາງຢ້ຽມຢາມ ສ ອິນເດຍ ຢ່າງເປັນທາງການ ​ແລະ ເປັນປະທານຮ່ວມກອງປະຊຸມຄະນະກຳມາທິການຮ່ວມ ວ່າດ້ວຍການຮ່ວມມືສອງຝ່າຍ ລາວ-ອິນເດຍ ຄັ້ງທີ 10 ໃນລະຫວ່າງ ​ວັນທີ 1-3 ມິຖຸນາ 2026.
ບໍລິສັດ ລາວຄາຍຢວນບໍ່ແຮ່ ມອບປຸ໋ຍ 27 ໂຕນ ຊ່ວຍເຫຼືອປະຊາຊົນ 7 ບ້ານ

ບໍລິສັດ ລາວຄາຍຢວນບໍ່ແຮ່ ມອບປຸ໋ຍ 27 ໂຕນ ຊ່ວຍເຫຼືອປະຊາຊົນ 7 ບ້ານ

ບໍລິສັດ ລາວຄາຍຢວນບໍ່ແຮ່ ຈໍາກັດ ໄດ້ຈັດພິທີມອບ-ຮັບປຸ໋ຍສູດປະສົມຄຸນນະພາບດີ ຈຳນວນ 27 ໂຕນ ລວມມູນຄ່າ 900 ລ້ານກີບ ໃຫ້ແກ່ປະຊາຊົນ 7 ບ້ານໃນເຂດໂຄງການ ເພື່ອສະໜັບສະໜູນການຜະລິດກະສິກຳໃນລະດູຝົນ ແລະ ຊ່ວຍຍົກຄຸນນະພາບຜົນຜະລິດໃຫ້ສູງຂຶ້ນ.
ເປີດງານວາງສະແດງການສຶກສາສາກົນຮຽນຕໍ່ກວາງຊີ 2026

ເປີດງານວາງສະແດງການສຶກສາສາກົນຮຽນຕໍ່ກວາງຊີ 2026

ມະຫາວິທະຍາໄລແຫ່ງຊາດ (ມຊ) ຮ່ວມກັບພະແນກສຶກສາເຂດປົກຄອງຕົນເອງຊົນເຜົ່າຈວ້າງກວາງຊີ ສປ ຈີນ ໄດ້ເປີດງານວາງສະແດງການສຶກສາສາກົນ “ຮຽນຕໍ່ກວາງຊີ” 2026 ຂຶ້ນຢ່າງເປັນທາງການ ໃນວັນທີ 3 ມິຖຸນານີ້ ທີ່ສະໂມສອນໃຫຍ່ ມຊ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ໄກສອນ ເພັງໂສພາ ຫົວໜ້າກົມການສຶກສາຊັ້ນສູງ ກະຊວງສຶກສາທິການ ແລະ ກິລາ (ສສກ), ທ່ານ ເດຊານຸລາດ ແສນດວງເດດ ຜູ້ອໍານວຍການໃຫຍ່ ມຊ, ທ່ານ ຫວູຈິນຊາງ ຮອງຫົວໜ້າພະແນກສຶກສາເຂດປົກຄອງຕົນເອງຊົນເຜົ່າຈວ້າງກວາງຊີ, ທ່ານ ເຕີງລີ້ສຽງ ທີ່ປຶກສາທູດ ຜູ້ຊີ້ນໍາສຶກສາ-ວັດທະນະທໍາສະຖານເອກອັກຄະລັດຖະທູດຈີນ ປະຈໍາ ສປປ ລາວ, ມີຄູ-ອາຈານ, ນັກສຶກສາ, ແຂກຖືກເຊີນສອງຝ່າຍລາວ-ຈີນເຂົ້າຮ່ວມ.
ເພີ່ມເຕີມ