ຂ່າວລະບຸວ່າ: ງານວາງສະແດງດັ່ງກ່າວໄດ້ນຳໃຊ້ບົດນິພົນຕົວຈິງ, ປ້າຍວາງສະແດງບົດ ແລະ ພາບ, ເຕັກໂນໂລຊີດີຈີຕອນ ແລະ ອັດສະລິຍະເປັນຕົ້ນ, ໂດຍໂຮມສູນວາງສະແດງຜົນງານຫຼາຍພາສາ ແລະ ຫຼາກຫຼາຍປະເພດ 20,000 ກວ່າສະບັບ ຊຶ່ງໄດ້ສະແດງໃຫ້ເຫັນຢ່າງຮອບດ້ານກ່ຽວກັບບົດນິພົນສຳຄັນຂອງທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ, ຜົນງານການຄົ້ນຄວ້າຂອງວົງການທິດສະດີ ແລະ ວົງການວິຊາການ, ຜົນງານຄົ້ນຄວ້າປະຫວັດສາດພັກ ແລະ ບົດນິພົນພັກຂອງທ້ອງຖິ່ນ, ສັບພະສື່ທັງສຽງ ແລະ ພາບ ກໍຄືຖານຂໍ້ມູນ, ລວມທັງຜົນງານຮຽບຮຽງ, ຄົ້ນຄວ້າ, ການແປ ແລະ ໂຄສະນາຂອງສະຖາບັນຄົ້ນຄວ້າປະຫວັດສາດພັກ ແລະ ບົດນິພົນພັກຂອງສູນກາງພັກກອມມູນິດຈີນ ແລະ ຜົນງານອື່ນໆ.
ທ່ານ ສີຈິ້ນຜິງ ຕັ້ງຂໍ້ “ປາລະໄນ” ເມື່ອ 30 ກວ່າປີກ່ອນ
ເດືອນມິຖຸນາ ປີ 1988, ທ່ານ ສີຈິ້ນຜິງ ດຳລົງຕຳແໜ່ງເປັນເລຂາຄະນະພັກເຂດນິງເຕີ ແຂວງຟູຈ້ຽນ. ໃນການສຳຫຼວດເກັບກຳຂໍ້ມູນ, ມີປະຊາຊົນຈຳນວນຫຼາຍໄດ້ສ່ອງແສງບັນຫາພົ້ນເດັ່ນອັນໜຶ່ງຄື: ພະນັກງານຢຶດທີ່ດິນຫຼວງປຸກສ້າງເຮືອນສ່ວນຕົວຢ່າງຜິດລະບຽບການ.
ຄໍາເຫັນ