ງານວາງສະແດງຮູບພາບ ສະຫຼອງວັນປົດປ່ອຍພາກໃຕ້ ທ້ອນໂຮມປະເທດຊາດຫວຽດນາມເປັນເອກະພາບ ຄົບຮອບ 50 ປີ

ງານວາງສະແດງຮູບພາບ ສະຫຼອງວັນປົດປ່ອຍພາກໃຕ້ ທ້ອນໂຮມປະເທດຊາດຫວຽດນາມເປັນເອກະພາບ ຄົບຮອບ 50 ປີ

ງານວາງສະແດງຮູບພາບ ສະຫຼອງວັນປົດປ່ອຍພາກໃຕ້  ທ້ອນໂຮມປະເທດຊາດຫວຽດນາມເປັນເອກະພາບ ຄົບຮອບ 50 ປີ
ສະຖານເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ ໄດ້ເປີດງານວາງສະແດງຮູບພາບສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດຫວຽດນາມເປັນເອກະພາບ ຄົບຮອບ 50 ປີ ຂຶ້ນໃນວັນທີ 22 ເມສານີ້

 

ທີ່ສະຖານເອກອັກຄະລັດຖະທູດດັ່ງກ່າວ ໂດຍໃຫ້ກຽດເຂົ້າຮ່ວມ ຂອງ ທ່ານ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີຜູ້ຕາງກະຊວງ, ອົງການ­, ຂະ­ແໜງ­ການຕ່າງໆ ຂອງ ສປປ ລາວ, ຊາວຫວຽດ­ນາມ ທີ່ອາໄສຢູ່ລາວ, ຄູ-ອາ­ຈານ ແລະ ນັກຮຽນ-ນັກສຶກສາ ເຂົ້າຮ່ວມ.

ທ່ານ ຫງວຽນ ມິງ ເຕິມ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ ໄດ້ກ່າວວ່າ: ສະ­ຖານເອກອັກຖະລັດທະທູດ ແຫ່ງ ສສ ຫວຽດ­ນາມ ປະ­ຈຳ ສປປ ລາວ ໄດ້ຈັດຕັ້ງງານວາງ­ສະ­ແດງຮູບພາບ ແລະ ພິ­ທີສະ­ເຫຼີມ­ສະ­ຫຼອງ ວັນປົດປ່ອຍພາກໃຕ້ ແລະ ທ້ອນ­ໂຮມປະ­ເທດຊາດເປັນເອ­ກະພາບ ຄົບ­ຮອບ 50 ປີ ຄັ້ງນີ້ ແມ່ນໂອ­ກາດທີ່ມີຄວາມໝາຍທີ່ສຸດ ເພື່ອໃຫ້ພວກເຮົາຮ່ວມກັນສະ­ເຫຼີມ­ສະ­ຫຼອງ ແລະ ທົບທວນ­ຄືນໜຶ່ງໃນບັນ­ດາເຫດ­ການທີ່ມີລັກ­ສະ­ນະປະ­ຫວັດ­ສາດອັນໃຫຍ່ຫຼວງທີ່ສຸດຂອງຊາວຫວຽດ­ນາມ ທີ່ໄດ້ເກີດຂຶ້ນເມື່ອ 50 ປີກ່ອນ; ໃນນັ້ນ, ກໍມີການປະ­ກອບ­ສ່ວນຂອງປະ­ຊາ­ຊົນລາວບັນດາ­ເຜົ່າອ້າຍນ້ອງ, ພວກເຮົາໄດ້ຕໍ່­ສູ້ຢ່າງກ້າ­ຫານ, ຍາດເອົາຊະ­ນະຕໍ່ສັດ­ຕູ, ເຮັດສຳ­ເລັດພາ­ລະ­ກິດການຕໍ່­ສູ້ປົດປ່ອຍປະເທດຊາດ, ທ້ອນ­ໂຮມປະ­ເທດຊາດ ເປັນເອ­ກະພາບ ແລະ ຮ່ວມກັນກ້າວເຂົ້າສູ່ສັງ­ກາດໃໝ່ ແຫ່ງການກໍ່­ສ້າງ ແລະ ພັດທະ­ນາປະ­ເທດຊາດ ໃຫ້ນັບມື້ນັບຮັ່ງ­ມີສະ­ຫງ່າຜ່າ­ເຜີຍ ແລະ ສວຍສົດງົດງາມ ຕາມທີ່ປະ­ທານ ໂຮ່ຈິມິນ ເຄີຍມຸ່ງຫວັງ.

ຮູບພາບເກືອບ 300 ແຜ່ນ ທີ່ໄດ້ຈັດວາງໃນງານວາງ­ສະ­ແດງຄັ້ງ­ນີ້ ໄດ້ອອກແບບເປັນເລື່ອງເລົ່າດ້ວຍຮູບພາບຢ່າງມີຊີ­ວິດຊີ­ວາ ກ່ຽວກັບບັນ­ດາເຫດ­ການທີ່ພົ້ນເດັ່ນໃນພາ­ລະ­ກິດຕໍ່­ສູ້ ຕ້ານຈັກ­ກະ­ພັດອາ­ເມ­ຣິກາ ເພື່ອທ້ອນ­ໂຮມປະ­ເທດຊາດຂອງປະ­ຊາ­ຊົນຫວຽດ­ນາມ ຊຶ່ງຈຸດສູງສຸດແມ່ນໄຊ­ຊະ­ນະທີ່ຍິ່ງໃຫຍ່ ລະ­ດູ­ບານ­ໃໝ່ ປີ 1975, ບັນ­ດາຮູບພາບກ່ຽວກັບຄວາມສຳ­ພັນ ສາ­ມັກ­ຄີສູ້ຮົບພິ­ເສດ ຫວຽດ­ນາມ-ລາວ, ລາວ-ຫວຽດນາມ; ໃນນັ້ນ, ກໍມີບັນ­ດາຮູບພາບຕ່າງໆກ່ຽວກັບການຮ່ວມເດີນ­ທາງໃນສະ­ພາບສົງ­ຄາມ ຂອງຜູ້­ນຳສອງພັກ, ສອງລັດ ຫວຽດ­ນາມ - ລາວ, ບັນ­ດານັກຊ່ຽວ­ຊານ, ທະ­ຫານອາ­ສາສະ­ໝັກ ແລະ ປະ­ຊາ­ຊົນ 2 ປະ­ເທດ ໄດ້ຄຽງບ່າຄຽງໄຫຼ່ໃນຍາມເວ­ລາທີ່ຫຍຸ້ງ­ຍາກທີ່ສຸດ ໃນປະ­ຫວັດ­ສາດຂອງທັງສອງຊາດ. ພ້ອມກັນນັ້ນ, ງານວາງ­ສະ­ແດງນີ້ກໍຍັງແນະ­ນຳກ່ຽວກັບບັນ­ດາໝາກ­ຜົນຕ່າງໆ ແຫ່ງການພົວ­ພັນຮ່ວມມືຮອບ­ດ້ານ ຫວຽດ­ນາມ - ລາວ, ຢືນ­ຢັນບົດ­ບາດຂອງຄວາມສາ­ມັກ­ຄີພິ­ເສດ ຫວຽດ­ນາມ ແລະ ລາວ ໃນສະ­ພາບການເຊື່ອມໂຍງ ເຂົ້າກັບພາກພື້ນ ແລະ ສາ­ກົນ, ແມ່ນກາ­ລະເທ­ສະ ທີ່ມີຄວາມໝາຍເຊື່ອມຕໍ່ຈາກປະ­ຫວັດ­ສາດອັນສະ­ຫງ່າອົງ­ອາດ, ຈາກໄຊ­ຊະ­ນະອັນຍິ່ງໃຫຍ່ ໃນເມື່ອກ່ອນ ເຖິງຜົນ­ງານປັດຈຸບັນ ແລະ ຄວາມເຊື່ອໝັ້ນໃນອະ­ນາ­ຄົດອັນໃສແຈ້ງ.

ງານວາງ­ສະ­ແດງຮູບພາບ ແລະ ພິ­ທີວັນສະ­ເຫຼີມ­ສະ­ຫຼອງໃນນີ້ ແມ່ນເຫດ­ການສຳ­ຄັນທາງດ້ານການ­ເມືອງ ແລະ ວັດທະນະທຳ; ຫວັງວ່າຜ່ານບັນ­ດາເຫດ­ການດັ່ງ­ກ່າວ, ບັນ­ດາພະ­ນັກ­ງານ, ສະ­ມາ­ຊິກພັກ, ນັກສຶກ­ສາ, ຊາວຫວຽດ­ນາມ ອາ­ໄສຢູ່ລາວ ແລະ ເພື່ອນມິດສະ­ຫາຍອ້າຍນ້ອງລາວ ຈະທົບທວນ­ຄືນ ແລະ ເຂົ້າ­ໃຈຢ່າງເລິກ­ເຊິ່ງຕື່ມອີກ ກ່ຽວກັບເສັ້ນທາງການຕໍ່­ສູ້ປະ­ຕິ­ວັດ ທີ່ເຕັມໄປດ້ວຍການເສຍ­ສະ­ຫຼະ, ຄວາມລຳ­ບາກ ແຕ່ມີກຽດສະ­ຫງ່າ ແລະ ພາກ­ພູມໃຈຂອງສອງຊາດພວກເຮົາ. ຈາກນັ້ນ, ພວກເຮົາຈະສູ້ຊົນພ້ອມກັນເຮັດວຽກ ແລະ ຮ່ຳ­ຮຽນໃຫ້ດີກວ່າເກົ່າ ເພື່ອປະ­ກອບ­ສ່ວນປົກປັກຮັກ­ສາບັນ­ດາຜົນ­ງານປະ­ຕິ­ວັດ ທີ່ບັນ­ພະ­ບູ­ລຸດໄດ້ວາງໄວ້, ກໍ່­ສ້າງບ້ານເກີດເມືອງນອນ ແລະ ປະ­ເທດຊາດໃຫ້ນັບມື້ນັບສວຍງາມ; ປົກປັກຮັກ­ສາ ແລະ ເພີ່ມພູນຄູນສ້າງສາຍພົວ­ພັນມິດ­ຕະ­ພາບທີ່ຍິ່ງໃຫຍ່, ຄວາມສາ­ມັກ­ຄີພິ­ເສດ ແລະ ການຮ່ວມມືຮອບ­ດ້ານ ຫວຽດ­ນາມ - ລາວ, ລາວ -ຫວຽດ­ນາມ ໃຫ້ນັບມື້ນັບພັດ­ທະນາເຂົ້າສູ່ລ່ວງເລິກ, ແທດຈິງ ແລະ ມີປະສິດ­ທິຜົນໃນທຸກຂົງ­ເຂດ, ຂຽວສົດງົດງາມ, ໝັ້ນ­ຄົງຂະໜົງແກ່ນຕະ­ຫຼອດໄປ, ປະ­ກອບ­ສ່ວນເຂົ້າໃນການຮັກ­ສາສັນ­ຕິ­ພາບ, ສະ­ຖຽນລະພາບ, ການຮ່ວມມື ແລະ ພັດ­ທະ­ນາໃນພາກພື້ນ ແລະ ໃນໂລກ.

ພາຍຫຼັງເປີດງານວາງສະແດງຮູບພາບສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດຫວຽດ ນາມເປັນເອກະພາບຄົບຮອບ 50 ປີ ຢ່າງເປັນທງການ, ບັນດາແຂກກໍໄດ້ເຂົ້າຮ່ວມພີທີສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດຫວຽດນາມ ເປັນເອກະພາບຄົບຮອບ 50 ປີ.

(ຂ່າວ-ພາບ: ສຳນານ)

ຄໍາເຫັນ

ຂ່າວການຮ່ວມມື

ເຈົ້າແຂວງສະຫວັນນະເຂດ ສົນທະນາໃນຫຼາຍບັນຫາສຳຄັນຮ່ວມກັບທ່ານເອກອັກຄະລັດຖະທູດອົດສະຕຣາລີປະຈຳ ສປປ ລາວ

ເຈົ້າແຂວງສະຫວັນນະເຂດ ສົນທະນາໃນຫຼາຍບັນຫາສຳຄັນຮ່ວມກັບທ່ານເອກອັກຄະລັດຖະທູດອົດສະຕຣາລີປະຈຳ ສປປ ລາວ

ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ ພ້ອມຄະນະ ໄດ້ຕ້ອນຮັບທ່ານ ນາງ ເມແກນ ຈອນສ໌(Megan Jones) ເອກອັກຄະລັດຖະທູດແຫ່ງປະເທດອົດສະຕຣາລີປະຈຳ ສປປ ລາວ ພ້ອມຄະນະ ໃນຕອນເຊົ້າວັນທີ 15 ທັນວານີ້ ທີ່ຫ້ອງຮັບແຂກຫ້ອງວ່າການແຂວງ, ໃນໂອກາດທີ່ມາເຄື່ອນໄຫວວຽກງານທີ່ແຂວງສະຫວັນນະເຂດ.
ສື່ມວນຊົນລາວ ຖອດບົດຮຽນຈາກ 3 ສື່ຫວຽດນາມ

ສື່ມວນຊົນລາວ ຖອດບົດຮຽນຈາກ 3 ສື່ຫວຽດນາມ

ນັກຂ່າວລາວ ໄດ້ພົບປະແລກປ່ຽນ ແລະ ຖອດຖອນບົດຮຽນຫຼາຍດ້ານຈາກ 3 ສື່ຫຼັກ ສສ ຫວຽດນາມ ຄື: ສຳນັກຂ່າວສານ, ວິທະຍຸກະຈາຍສຽງແຫ່ງຊາດ, ໂທລະພາບແຫ່ງຊາດ ແລະ ສື່້ໜັງສືພິມອອນລາຍ ຫວຽດນາມ ພຣັດ, ໄດ້ສະໜອງຂໍ້ມູນຂ່າວສານ ຢ່າງມີຄຸນນະພາບ, ນຳໃຊ້ເຕັກໂນໂລຊີທີ່ທັນສະໄໝ ເຂົ້າມາຊ່ວຍໃນການຜະລິດຂ່າວ, ບົດຄວາມຫຼາຍຂຶ້ນ ແລະ ມີປະສິດທິພາບ. ໂດຍສະເພາະການຜະລິດຂ່າວ ກ່ຽວກັບບັນຫາສິ່ງແວດລ້ອມ ຍິ່ງມີຄວາມທ້າທາຍ ແລະ ຄວນເອົາໃຈໃສ່ນຳສະເໝີດ້ວຍຫຼາຍຮູບແບບ, ຫຼາຍວິທີການ ເພື່ອເຜີຍແຜ່ຂໍ້ມູນຂ່າວສານ, ຄວາມຮູ້ໃຫ້ທົ່ວເຖີງທຸກກຸ່ມເປົ້າໝາຍໃນສັງຄົມ ແລະ ປະກອບສ່ວນໃນການປົກປັກຮັກສາສິ່ງແວດລ້ອມ.
ສື່ມວນຊົນລາວຖອດບົດຮຽນຢູ່ ສສ ຫວຽດນາມ

ສື່ມວນຊົນລາວຖອດບົດຮຽນຢູ່ ສສ ຫວຽດນາມ

ໃນລະຫວ່າງວັນທີ 10-11 ທັນວານີ້ ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ, ສື່ມວນຊົນລາວ ຊຶ່ງນຳພາໂດຍທ່ານ ນາງ ບົວຄຳ ດວງປັນຍາ ຫົວໜ້າໂຄງການແກມຊິວ ອົງການແຄຣນານາຊາດ ປະຈຳລາວ ພ້ອມດ້ວຍຜູ້ຕາງໜ້າຈາກສະມາຄົມນັກຂ່າວແຫ່ງ ສສ ຫວຽດນາມ ແລະ ພາກສ່ວນທີ່ກ່ຽວຂ້ອງໄດ້ພົບປະແລກ ປ່ຽນ ແລະ ຖອດຖອນບົດຮຽນຫຼາຍດ້ານຈາກ 3 ສື່ຫຼັກຂອງ ສສ ຫວຽດນາມຄື: ວິທະຍຸກະຈາຍສຽງແຫ່ງຊາດ, ໂທລະພາບແຫ່ງຊາດ ແລະ ໜັງສືພິມອອນລາຍຫວຽດນາມ ພຣັດ ທີ່ໄດ້ສະໜອງຂໍ້ມູນຂ່າວສານຢ່າງມີຄຸນນະ ພາບ, ນຳໃຊ້ເຕັກໂນໂລຊີທີ່ທັນສະໄໝເຂົ້າມາຊ່ວຍໃນການຜະລິດຂ່າວ, ບົດຄວາມຫຼາຍຂຶ້ນ ແລະ ມີປະສິດທິ ພາບ ໂດຍສະເພາະການຜະລິດຂ່າວ ກ່ຽວກັບບັນຫາສິ່ງແວດລ້ອມຍິ່ງມີຄວາມທ້າທາຍ ແລະ ຄວນເອົາໃຈໃສ່ນຳສະເໝີດ້ວຍຫຼາຍຮູບແບບ, ຫຼາຍວິທີການ ເພື່ອເຜີຍແຜ່ຂໍ້ມູນຂ່າວສານ, ຄວາມຮູ້ໃຫ້ທົ່ວເຖິງທຸກກຸ່ມເປົ້າໝາຍໃນສັງຄົມ ແລະ ປະກອບສ່ວນໃນການປົກປັກຮັກສາສິ່ງແວດລ້ອມ.
ປກສ ລາວ ແລະ ສະພາຄວາມໝັ້ນຄົງຣັດເຊຍ ເພີ່ມທະວີການຮ່ວມມືສອງຝ່າຍ

ປກສ ລາວ ແລະ ສະພາຄວາມໝັ້ນຄົງຣັດເຊຍ ເພີ່ມທະວີການຮ່ວມມືສອງຝ່າຍ

ເນື່ອງໃນໂອກາດຄະນະຜູ້ແທນຂັ້ນສູງສະພາຄວາມໝັ້ນຄົງແຫ່ງສະຫະພັນຣັດເຊຍ (ສ.ຣັດເຊຍ) ນຳໂດຍທ່ານ ພົນເອກ ເຊກເກ ໂຊຍກູ ເລຂາທິການສະພາຄວາມໝັ້ນຄົງແຫ່ງ ສ.ຣັດເຊຍ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປລາວ ໃນລະຫວ່າງວັນທີ 10-12 ທັນວາ 2025 ທີ່ ນະຄອນຫຼວງວຽງຈັນ; ໃນວັນທີ 11 ທັນວານີ້ ທີ່ກະຊວງປ້ອງກັນຄວາມສະຫງົບ (ປກສ) ໄດ້ມີພິທີຕ້ອນຮັບຄະນະຜູ້ແທນຂັ້ນສູງສະພາຄວາມໝັ້ນຄົງແຫ່ງ ສ.ຣັດເຊຍ ຢ່າງເປັນທາງການ ແລະ ສົມກຽດ, ໃຫ້ກຽດຕ້ອນຮັບໂດຍທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງ ປກສ ແຫ່ງ ສປປລາວ ພ້ອມດ້ວຍຄະນະ.
ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຕ້ອນຮັບສະຫາຍ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຕ້ອນຮັບສະຫາຍ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ຕອນແລງ ວັນທີ 11 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ, ກໍາມະການກົມການເມືອງສູນກາງພັກ, ຮອງປະທານ, ຜູ້ປະຈໍາການຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບສະຫາຍ ພົນເອກ ເຊີເກ ໂຊຍກູ, ເລຂາທິການສະພາຄວາມໝັ້ນຄົງ ແຫ່ງ ສ. ຣັດ​ເຊຍ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຄື່ອນໄຫວເຮັດວຽກ ຢູ່ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງວັນທີ 10-12 ທັນວາ 2025.
ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຕ້ອນຮັບສະຫາຍ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຕ້ອນຮັບສະຫາຍ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ຕອນແລງ ວັນທີ 11 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ, ກໍາມະການກົມການເມືອງສູນກາງພັກ, ຮອງປະທານ, ຜູ້ປະຈໍາການຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບສະຫາຍ ພົນເອກ ເຊີເກ ໂຊຍກູ, ເລຂາທິການສະພາຄວາມໝັ້ນຄົງ ແຫ່ງ ສ. ຣັດ​ເຊຍ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຄື່ອນໄຫວເຮັດວຽກ ຢູ່ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງວັນທີ 10-12 ທັນວາ 2025.
ປະທານ ໄກສອນ ພົມວິຫານ ຜູ້ວາງຮາກຖານສາຍພົວພັນມິດຕະພາບ ແລະ ຄວາມສາມັກຄີພິເສດ ລາວ-ຫວຽດນາມ  (ເນື່ອງໃນໂອກາດວັນ​ເກີດ​ປະ​ທານ​ ໄກ​ສອນ ພົມ​ວິ​ຫານ ຄົບຮອບ 105 ປີ, 13/12/1920-13/12/2025)

ປະທານ ໄກສອນ ພົມວິຫານ ຜູ້ວາງຮາກຖານສາຍພົວພັນມິດຕະພາບ ແລະ ຄວາມສາມັກຄີພິເສດ ລາວ-ຫວຽດນາມ (ເນື່ອງໃນໂອກາດວັນ​ເກີດ​ປະ​ທານ​ ໄກ​ສອນ ພົມ​ວິ​ຫານ ຄົບຮອບ 105 ປີ, 13/12/1920-13/12/2025)

ປະທານ ໄກສອນ ພົມວິຫານ ບໍ່ພຽງແຕ່ເປັນຜູ້ນຳຂອງພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າເທົ່ານັ້ນທ່ານຍັງເປັນບຸກຄົນຜູ້ໂດດເດັ່ນຂອງຂະບວນການປະຕິວັດອິນດູຈີນ ແລະ ເປັນມິດສະຫາຍຜູ້ຍິ່ງໃຫຍ່ຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ. ຊີວິດ ແລະ ພາລະກິດການປະຕິວັດຂອງທ່ານໄດ້ຜູກພັນກັບການຕໍ່ສູ້ເພື່ອປົດປ່ອຍຊາດ, ການສ້າງຕັ້ງພັກປະຊາຊົນປະຕິວັດລາວ, ການສ້າງແນວທາງສາມັກຄີເປັນປຶກແຜ່ນຂອງປວງຊົນທັງຊາດ ແລະ ໂດຍສະເພາະຢ່າງຍິ່ງ ແມ່ນການວາງຮາກຖານ ແລະ ພັດທະນາສາຍພົວພັນພິເສດລະຫວ່າງ ລາວ-ຫວຽດນາມ.
ຊ່ຽວຊານວິທະຍາຄານການເມືອງຫວຽດນາມ ມອບປຶ້ມແບບຮຽນໃຫ້ ວກປສ ລາວ

ຊ່ຽວຊານວິທະຍາຄານການເມືອງຫວຽດນາມ ມອບປຶ້ມແບບຮຽນໃຫ້ ວກປສ ລາວ

ວັນທີ 10 ທັນວາຜ່ານມາ, ທ່ານ ພັທ ຮວາງຮຸຍແທັງ ຫົວໜ້າຄະນະຊ່ຽວຊານວິທະຍາຄານການເມືອງ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ພ້ອມດ້ວຍຄະນະໄດ້ນໍາປຶ້ມແບບຮຽນ ແລະ ເອກະສານເພື່ອຄົ້ນຄວ້າໃນການຮຽນ-ການສອນມາມອບໃຫ້ວິທະຍາຄານການເມືອງປ້ອງກັນຄວາມສະຫງົບ (ວກປສ) ສປປ ລາວ, ກ່າວຮັບໂດຍທ່ານ ພັອ ສີເພົ້າ ບຸນບາລິດ ຮອງຫົວໜ້າອໍານວຍການວິທະຍາຄານການເມືອງປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະທັງສອງຝ່າຍເຂົ້າຮ່ວມ.
ຄະນະຜູ້ແທນ ຄະນະສັນຕິພາບຫວຽດນາມ ຢ້ຽມຢາມແຂວງວຽງຈັນ.

ຄະນະຜູ້ແທນ ຄະນະສັນຕິພາບຫວຽດນາມ ຢ້ຽມຢາມແຂວງວຽງຈັນ.

ໃນວັນທີ 10 ທັນວານີ້, ຄະນະຜູ້ແທນ ຄະນະສັນຕິພາບຫວຽດນາມ ຊຶ່ງນຳໂດຍ ສະຫາຍ ອວງ ຈູ ລິວ ອະດີດກຳມະການສູນກາງພັກກອມມູນິດຫວຽດນາມ ອະດີດຮອງປະທານສະພາແຫ່ງຊາດ, ປະທານຄະນະສັນຕິພາບຫວຽດນາມ, ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມ ແລະ ເຂົ້າພົບປະກັບການນຳແຂວງວຽງຈັນ ໂດຍການຕ້ອນຮັບຢ່າງອົບອຸ່ນຈາກ ສະຫາຍ ພູວົງ ບຸນຊູ ຮອງເລຂາພັກແຂວງ, ພ້ອມດ້ວຍຄະນະນຳຂອງແຂວງ, ພິທີໄດ້ມີຂຶ້ນຢູ່ທີ່ຫ້ອງຮັບຮອງຂອງແຂວງ.
ສະຖານທູດລາວ  ປະຈຳ ສປ ຈີນ ສະຫຼອງວັນຊາດຄົບຮອບ 50 ປີ

ສະຖານທູດລາວ ປະຈຳ ສປ ຈີນ ສະຫຼອງວັນຊາດຄົບຮອບ 50 ປີ

ສະຖານທູດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ(ສປປ ລາວ) ປະຈຳ ສາທາລະນະລັດປະຊາຊົນຈີນ(ສປ ຈີນ) ໄດ້ຈັດງານພິທີສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ໃນວັນທີ 2 ທັນວາ 2025, ທີ່ໂຮງແຮມ Kerry, ນະຄອນຫຼວງປັກກິ່ງ, ສປ ຈີນ ຊຶ່ງໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ສົມພອນ ສີຈະເລີນ, ເອກອັກຄະລັດຖະທູດ ຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ສປ ຈີນ, ທ່ານ ເພິງ ຊິງຮວາ(Peng Qinghua), ຮອງປະທານສະພາປະຊາຊົນຈີນ, ທ່ານ ນາງ ຊຸນ ຮາຍແຢນ(Sun Haiyan)ຮອງຫົວໜ້າຄະພົວພັນການຕ່າງປະເທດຈີນ, ທ່ານ ສາຍ ເວີຍ (Cai Wei) ຜູ້ຊ່ວຍລັດຖະມົນຕີກະຊວງການຕ່າງປະເທດຈີນ, ທ່ານ ພົນຕີ ຮວາງ ເວິນທາວ(Huang Wentao)ຫົວໜ້າສະຖາບັນການເມືອງ, ກະຊວງປ້ອງກັນປະເທດຈີນ, ຮອງເລຂາທິການໃຫຍ່ອົງການຮ່ວມມືຊຽງໄຮ້ (SCO), ເລຂາທິການໃຫຍ່ ສູນອາຊຽນ-ຈີນ, ບັນດາທູຕານຸທູດອາຊຽນ ແລະ ອົງການຮ່ວມມືຊຽງໄຮ້, ຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນ ແລະ ເຈົ້າໜ້າທີ່ອາວຸໂສຈາກພາກສ່ວນທີ່ກ່ຽວຂ້ອງຂັ້ນສູນກາງ ແລະ ທ້ອງຖິ່ນຂອງຈີນ, ອະດີິດທູດຈີນປະຈໍາລາວ, ອະດີດທະຫານອາສາສະໝັກທີ່ເຄີຍໄປຊ່ວຍລາວ, ນັກທຸລະກິດ, ນັກສຶກສາລາວ ແລະ ພາກສວນອື່ນໆເຂົ້າຮ່ວມລວມທັງໝົດ 400 ກວ່າທ່ານ.
ເພີ່ມເຕີມ