ພິທີຖະແຫຼງຂ່າວການຈັດງານວາງສະແດງລົດ ວຽງຈັນມໍເຕີເຊວສ ເອັກສໂປ 2024

ງານວາງສະແດງລົດ ວຽງຈັນມໍເຕີເຊວສ ເອັກສໂປ 2024 ຈະເລີ່ມຂຶ້ນໃນທ້າຍເດືອນນີ້

ງານວາງສະແດງລົດ ວຽງຈັນມໍເຕີເຊວສ ເອັກສໂປ 2024 ຈະເລີ່ມຂຶ້ນໃນທ້າຍເດືອນນີ້
ບໍລິສັດ ອີລີແກນ ອີເວັ້ນສ ຈໍາກັດຜູ້ດຽວ ໄດ້ຈັດພິທີຖະແຫຼງຂ່າວການຈັດງານວາງສະແດງລົດ ວຽງຈັນມໍເຕີເຊວສ ເອັກສໂປ 2024 ຂຶ້ນໃນວັນທີ 6 ພະຈິກ

 ນີ້ ທີ່ສູນການຄ້າ ລາວ-ໄອເຕັກ ນະຄອນຫຼວງວຽງຈັນ ໂດຍມີ ທ່ານ ຈັນສະໝອນ ສີສະອາດ ຮອງຫົວໜ້າກົມສົ່ງເສີມການຄ້າ ແລະ ຫັດຖະກໍາ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ນາງ ຄໍາພາ ຄໍາບຸນເຮືອງ ຮອງຜູ້ອຳນວຍການໃຫຍ່ຝ່າຍການຄ້າ ບໍລິສັດລາວເວີນ ມະຫາຊົນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ພານະລິນ ສຸວັນນະວົງ ໃນນາມຜູ້ອຳນວຍການບໍລິສັດ ອີລີແກນ ອີເວັ້ນສ ຈໍາກັດຜູ້ດຽວ ໄດ້ກ່າວວ່າ: ງານວາງສະແດງລົດ ວຽງຈັນມໍເຕີເຊວສ ເອັກສໂປ 2024 ຈະດໍາເນີນການສະແດງ ເປັນເວລາ 8 ວັນ ເລີ່ມແຕ່ວັນທີ 30 ພະຈິກ - 8 ທັນວາ 2024 ທີ່ສູນການຄ້າ ລາວ-ໄອເຕັກ ນະຄອນຫຼວງວຽງຈັນ. ງານດັ່ງກ່າວຈະມີການກະກຽມພື້ນທີ່ການວາງສະແດງຈໍານວນຫຼາຍກວ່າ 55 ຫ້ອງ (ບູດ), 18 ຍີ່ຫໍ້ ແລະ ເພື່ອໃຫ້ຜູ້ປະກອບການພາຍໃນ ແລະ ຕ່າງປະເທດ ໄດ້ມີໂອກາດເຂົ້າມາຮ່ວມງານວາງສະແດງໃນຄັ້ງນີ້. ການຈັດສັນຫ້ອງວາງສະແດງ ໄດ້ແບ່ງອອກເປັນ ດ້ານໃນ ແລະ ດ້ານນອກ ມີ 8 ຂະໜາດ ຄື: 14x14 ແມັດ, 14x12 ແມັດ, 10x20 ແມັດ, 10x14 ແມັດ, 10x10 ແມັດ, 8x6 ແມັດ, 6x9 ແມັດ ແລະ 3x3 ແມັດ. ບັນດາຫ້ອງວາງສະແດງຂະໜາດດັ່ງກ່າວ ເພື່ອຮອງຮັບປະເພດລົດທີ່ເຂົ້າຮ່ວມງານ ແລະ ການວາງສະແດງຜະລິດຕະພັນໂອດັອບ ແລະ ສິນຄ້າທ່າແຮງຂອງ ສປປ ລາວ.

ປະເພດລົດທີ່ເຂົ້າຮ່ວມວາງສະແດງໃນຄັ້ງນີ້ມີ ລົດໄຟຟ້າ EV, ລົດທີ່ປະຢັດພະລັງງານນໍ້າມັນ, ອຸປະກອນປະດັບລົດຍົນ, ບັນດາເຄື່ອງຮັບໃຊ້ທີ່ຕິດພັນກັບພາຫະນະ, ສະຖາບັນການເງິນ ແລະ ທະນາ ຄານທຸລະກິດ. ມາຮອດປັດຈຸບັນ ການລະດົມຫົວໜ່ວຍທຸລະກິດຄ້າຍລົດເຂົ້າຮ່ວມມີຫຼາຍກວ່າ 45 ຫ້ອງວາງສະແດງ ກວມ 80% ຊຶ່ງສໍາລັບ 5 ຄ້າຍລົດທີ່ຈອງຫ້ອງວາງສະແດງກ່ອນຈະມີນາງສາວປະຈໍາຫ້ອງວາງສະແດງໃຫ້ຫ້ອງລະ 2 ທ່ານ; ທາງພື້ນທີ່ດ້ານນອກ ຍັງມີການວາງສະແດງ ຜະລິດຕະພັນໂອດັອບ ແລະ ສິນຄ້າທ່າແຮງ ຂອງລາວ ມາວາງສະແດງຫຼາຍກວ່າ 20 ຫ້ອງວາງສະແດງ ເພື່ອເປັນການໂຄສະນາ ແລະ ສົ່ງເສີມການຊົມໃຊ້ສິນຄ້າລາວ.

ສໍາລັບກິດຈະກໍາພາຍໃນງານວາງສະແດງ ຕະຫຼອດການເປີດງານແມ່ນມີຄື: ສໍາລັບລູກຄ້າທີ່ຈອງລົດພາຍໃນງານ ຈະມີສິດລົງທະບຽນເພື່ອຮັບຄູປ໋ອງລຸ້ນໂຊກ ແຈກຂອງລາງວັນ ຈາກ ໂຕມາສຄອດ ທີ່ປະຈໍາຢູ່ງານ, ບໍ່ວ່າຈະເປັນ ເຄືອບແກ້ວ ໂດຍບໍ່ເສຍຄ່າ 30 ຄັນ, ແຈກລົດໄຟຟ້າ 3 ຄັນ, ໂທລະທັດ Smart TV 5 ໜ່ວຍ, ຕູ້ເຢັນ 9 ໜ່ວຍ, ປຸມເປົ້າ 5.000 ໜ່ວຍ ແລະ ແຈກພວງກະແຈ 500 ອັນ. ນອກນັ້ນ, ຍັງມີບັດສົມມະນາຄຸນຕ່າງໆ ພ້ອມຂອງລາງວັນອື່ນໆ ອີກຢ່າງຫຼວງຫຼາຍ. ພ້ອມນີ້, ກໍຈະມີງານປະກວດ Cosplay, ແຂ່ງຂັນເຕັ້ນ Concept ລົດຍົນ, ຈັດປະກວດເດີນແບບຂອງນ້ອງນ້ອຍ ໃນຫົວຂໍ້ “ຮັກໂລກ” ໂດຍນໍາໃຊ້ລົດໄຟຟ້າ ແລະ ຍັງມີໂປຣໂມຊັນຈາກບັນດາ ຄ້າຍລົດພາຍໃນງານຢ່າງຫຼາກຫຼາຍ ໄວ້ຄອຍບໍລິການດຶງດູດແຂກທີ່ເຂົ້າມາຮ່ວມພາຍໃນງານ. ນອກນັ້ນ, ທາງບໍລິສັດ ຍັງຈັດງານລະດົມທຶນຊ່ວຍເຫຼືອ ຕ້ານໄພໜາວຂອງຊົນນະບົດຫ່າງໄກສອກຫຼີກ ແລະ ເພື່ອໃຫ້ງານມີຄວາມຄຶກຄື້ນ, ດຶງດູດຜູ້ມາທ່ຽວຊົມ ກໍໄດ້ເຊີນສິນລະປິນນັກຮ້ອງພາຍໃນ ແລະ ປະເທດເພື່ອນບ້ານ ມາສ້າງສີສັນ, ມາຫຼິ້ນເກມແຈກຂອງລາງວັນໃຫ້ກັບແຂກທີ່ເຂົ້າມາຮ່ວມຊົມງານທຸກໆມື້.

ທ່ານ ພານະລິນ ສຸວັນນະວົງ ຍັງກ່າວວ່າ: ບໍລິສັດໄດ້ຕັ້ງຄາດໝາຍວ່າຈະມີຜູ້ເຂົ້າຊົມງານເຮົາໃນປີນີ້ ປະມານ 40,000 ຄົນ/ມື້, ມີການສັ່ງຈອງລົດ ພາຍໃນງານ 50 ຄັນຕໍ່ວັນ, ມີການຊື້-ຂາຍສິນຄ້າ ແລະ ບໍລິການ ຄິດເປັນມູນຄ່າທີ່ເພີ່ມຂຶ້ນກວ່າປີທີ່ຜ່ານມາ ແລະ ຫວັງຢ່າງຍິ່ງວ່າ ຈະໄດ້ຮັບການສະໜັບສະໜູນຈາກພາກລັດ, ບັນດາບໍລິສັດ ແລະ ອົງການຈັດຕັ້ງສາກົນ ໃຫ້ຈັດງານດັ່ງກ່າວໄດ້ຢ່າງຄຶກຄື້ນ ແລະ ມີເນື້ອໃນ.

(ຂ່າວ-ພາບ: ສຸກສະຫວັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ກອງປະຊຸມທ້າຍສະໄໝ ຂອງສະພາປະຊາຊົນແຂວງ ຊຸດທີ IV ໄດ້ສຳເລັດໃນຕອນບ່າຍຂອງວັນທີ 17 ທັນວາ 2025 ພາຍຫຼັງໄດ້ດໍາເນີນມາເປັນເວລາ 2 ວັນເຕັມ. ເຊີ່ງໄດ້ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງ ເອົາບັນດາວຽກງານສຳຄັນພື້ນຖານຂອງແຂວງ ຫຼາຍບັນຫາ.
ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ວຽກງານກະສິກໍາແມ່ນວຽກງານໜຶ່ງທີ່ມີຄວາມສໍາຄັນຍິ່ງ ເພື່ອຮັບປະກັນຊີວິດການເປັນຢູ່ຂອງຄົນໃນສັງຄົມ ໃຫ້ມີອາຫານພຽງພໍ, ຄຽງຄູ່ກັນນັ້ນ ພັກ, ລັດ ຍັງຊຸກຍູ້ສົ່ງເສີມປວງຊົນ ອອກແຮງຜະລິດໃຫ້ຫຼາຍ ແລະ ສົ່ງອອກ ສ້າງລາຍຮັບເຂົ້າຄອບຄົວ ກໍຄືປະເທດຊາດ.
ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ວັນທີ 18 ທັນວາ 2025ນີ້, ສູນພັດທະນາແມ່ຍິງບັນດາເຜົ່າ ແຂວງເຊກອງ ໄດ້ຈັດພິທີປິດຊຸດອົບຮົມວິຊາຊີບຕັດຫຍິບ ພາກປົກກະຕິ ຊຸດທີ XIX ສໍາລັບໄວໜຸ່ມເພດຍິງ ທີ່ມີຄວາມພິການ ແລະ ດ້ອຍໂອກາດ ໂດຍທ່ານ ນາງ ເພັດດາແກ້ວ ພົນສາລາດ ຮອງປະທານສະຫະພັນແມ່ຍິງແຂວງເຊກອງ, ມີທ່ານ ນາງ ສຸກອຸລາ ວັນນະວົງ ຜູ້ບໍລິຫານໂຄງການສ້າງຄວາມເຂັ້ມແຂງດ້ານຮັກສາສຸຂະພາບ ແລະ ພັດທະນາຊຸມຊົນແບບມີສ່ວນຮ່ວມ (SFE), ມີຄະນະຮັບຜິດຊອບຊຸດອົບຮົມ ແລະ ຄູຝຶກ ເຂົ້າຮ່ວມ.
ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເມືອງວຽງຄຳ ແຂວງວຽງຈັນ ໄດ້ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ສະໄໝທີ VII ຂຶ້ນໃນວັນທີ 18 ທັນວານີ້ ທີ່ຫ້ອງປະຊຸມເມືອງ, ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ເພີ່ມເຕີມ