ສຳນັກຂ່າວຊິນຮວາລາຍງານວ່າ: ງານວາງສະແດງອຸປະກອນກໍ່ສ້າງສາກົນຊາງຊາ ຄັ້ງທີ IV (CICEE) ໄດ້ປິດລົງໃນວັນທີ 18 ພຶດສະພາຜ່ານມາ ຢູ່ເມືອງຊາງຊາ ແຂວງຫູໜານ ທາງພາກກາງຂອງຈີນ. ໂດຍອີງຕາມຜູ້ຈັດງານລະບຸວ່າ: ງານວາງສະແດງດັ່ງກ່າວໄດ້ປະສົບຜົນສໍາເລັດໃນການຮ່ວມມືຢ່າງມີປະສິດທີພາບ.
ລາຍງານລະບຸວ່າ: ພາຍໃນງານດັ່ງກ່າວ, ຜູ້ຊື້ຈາກຕ່າງປະເທດໄດ້ລົງນາມເຊັນສັນຍາເບື້ອງຕົ້ນກັບຮ້ານວາງສະແດງສິນຄ້າຫຼາຍກວ່າ 600 ລາຍ ແລະ ວິສາຫະກິດຜູປະກອບການເຄື່ອງກໍ່ສ້າງຢູ່ເມືອງຊາງຊາ 6 ລາຍ ກໍໄດ້ຮັບໃບສັ່ງຊື້ທີ່ມີມູນຄ່າ 13 ຕື້ກວ່າຢວນ (ປະມານ 1,81 ຕື້ໂດລາ).
ນອກຈາກນີ້, ຍັງໄດ້ລົງນາມເຊັນສັນຍາກ່ຽວກັບມາດຕະຖານເຄື່ອງຈັກກໍ່ສ້າງລະຫວ່າງສະຖາບັນຄົ້ນຄວ້າ-ວິໄຈມາດຕະຖານ ແລະ ອຸດສາຫະກໍາຂອງມາເລເຊຍ (SIRIM) ກັບ ສູນທົດສອບກົນຈັກກໍ່ສ້າງຈີນ ຊຶ່ງໄດ້ວາງພື້ນຖານສະພາບແວດລ້ອມການຄ້າທີ່ໄດ້ມາດຕະຖານ ແລະ ມີປະສິດທິຜົນສູງຍິ່ງຂຶ້ນສໍາລັບສອງຝ່າຍ.
ງານດັ່ງກ່າວຈັດຂຶ້ນເປັນເວລາ 4 ມື້, ໄດ້ດຶງດູດຜູ້ວາງສະແດງຫຼາຍກວ່າ 1,800 ລາຍ, ເພີ່ມຂຶ້ນ 20% ເມື່ອທຽບໃສ່ປີຜ່ານມາ, ລວມທັງຜູ້ນໍາດ້ານອຸດສາຫະກໍາລະດັບໂລກ ເຊັ່ນ: Caterpillar ແລະ Hitachi Construction Machinery, ຕະຫຼອດຮອດເຄື່ອງຈັກກໍ່ສ້າງຍັກໃຫຍ່ຂອງຈີນ ເຊັ່ນ: Sany ແລະ Zoomlion.
ງານວາງສະແດງຄັ້ງນີ້ ໄດ້ດຶງດູດຜູ້ເຂົ້າຮ່ວມປະມານ 350,000 ຄົນທີ່ມາຈາກ 110 ປະເທດ ແລະ ເຂດແຄວ້ນ, ໃນນັ້ນ, ຈຳນວນຜູ້ຊື້ຈາກຕ່າງປະເທດໄດ້ເພີ່ມຂຶ້ນຫຼາຍ. ນອກນີ້, ໃນງານວາງສະແດງຍັງໄດ້ເຊື້ອເຊີນຄະນະຜູ້ແທນຈາກປະເທດຄູ່ຮ່ວມ RCEP ແລະ ໄດ້ຈັດກິດຈະກໍາການຈັບຄູ່ທຸລະກິດສາກົນໃນຫົວຂໍ້ພິເສດ 6 ຄັ້ງອີກດ້ວຍ.
ທ່ານ Tsunetaka Mori, ຜູ້ຕາງໜ້າຂອງບໍລິສັດ Hitachi Construction Machinery ຊຶ່ງເປັນບໍລິສັດໃຫຍ່ຂອງຍິ່ປຸ່ນໃນຈີນ ໄດ້ຕິລາຄາສຸງກ່ຽວກັບບົດບາດຂອງເມືອງຊາງຊາໃນຖານະສູນກາງການຜະລິດເຄື່ອງຈັກຂອງຈີນ ແລະ ອິດທິພົນຂອງ CICEE ທົ່ວໂລກທີ່ໄດ້ເພີ່ມຫຼາຍຂື້ນ ໂດຍທ່ານກ່າວວ່າ: ໃນຂະນະທີ່ຕະຫຼາດໂລກມີຄວາມຕ້ອງການເຄື່ອງຈັກກໍ່ສ້າງອັດສະລິຍະແບບໃຊ້ໄຟຟ້າ ແລະ ຂະໜາດໃຫຍ່ທີ່ເພີ່ມຂຶ້ນ, ບໍລິສັດ Hitachi ຈຶ່ງໄດ້ເລັ່ງການຄົ້ນຄວ້າ-ວິໄຈ ແລະ ການພັດທະນາ, ການຍົກລະດັບເຕັກໂນໂລຊີ ແລະ ສືບຕໍ່ນໍາສະເໜີການເຊື່ອມຕໍ່ທີ່ທັນສະໄຫມໃຫ້ຈີນຢ່າງຕໍ່ເນື່ອງ.
(ຂ່າວ: Li Shimeng ຈາກ Xinhua Silk Road, lishimeng@xinhua.org)
ຄໍາເຫັນ