![]() |
ງານເປີດໂຕ ລາຍການ ສະລະຄະດີ “ ສາຍໃຍວັດທະນະທຳ ຂອງ ທ່ານ ສີ ຈິ້ນຜິງ” ທາງໂທລະພາບ ເຊິ່ງ ຈະອອກອາກາດໃນຊື່ຫຼັກຂອງບັນດາປະເທດສະມາຊິກ SCO, ເຊິ່ງຈັດຂຶ້ນໃນວັນທີ 25 ສິງຫານີ້ ຢູ່ສະຖານີໂທລະພາບສາກົນແຫ່ງປະເທດຈີນ(CGTN) ທີ່ ປັກກິ່ງ ໂດຍການເຂົ້າຮ່ວມ ຂອງທ່ານ ເສິ່ນໃຫ່ສົງ ຮອງຫົວໜ້າຄະນະໂຄສະນາ ອົບຮົມສູນກາງ ຜູ້ອຳນວຍການໃຫຍ່ສະຖານີວິທະຍຸ-ໂທລະພາບ ສູນກາງ ແຫ່ງ ສປ ຈີນ, ທ່ານ ເຢີເມັກບາເຢຟ ເລຂາທິການໃຫຍ່ SCO ແລະ ທ່ານ ຈີເລບາເຢຟ ຜູ້ອຳນວຍການໃຫຍ່ ສະຖານີໂທລະພາບແຫ່ງຊາດ ກີກິສສະຖານ ພ້ອມດ້ວຍບັນດາສື່ຈາກສູນການສື່ສານຂ່າວສານສາກົນແຫ່ງ ສປຈີນ (CIPCC)ເຂົ້າຮ່ວມ.
ລາຍການ ສາລະຄະດີດັ່ງກ່າວ ແມ່ນ ຜະລິດໂດຍ ສະຖານີວິທະຍຸ - ໂທລະພາບສູນກາງ ແຫ່ງປະເທດຈີນ ເຊິ່ງໄດ້ເລິ່ມອອກອາກາດໃນສື່ຫຼັກຂອງບັນດາປະເທດສະມາຊິກ SCO ເຊັ່ນ: ຣັດເຊຍ,ກາຊັກສະຖານ, ກີກິດສະຖານ, ປະກິສຖານ,ອີຣານ ແລະ ເບລາຣູສ ເຊິ່ງຜູ້ນຳຫຼາຍປະເທດກໍ່ໄດ້ສົ່ງສານສະແດງຄວາມຍິນດີນຳລາຍການນີ້. ຈຸດປະສົງຂອງລາຍການສາລະຄະດີ “ສີ ຈິ້ນຜິງກັບສາຍໃຍວັດທະນະທຳ” ນີ້ ເພື່ອເລືອກເລື່ອງລາວທີ່ເປັນຈິງຂອງປະທານ ສີ ຈິ້ນຜິ້ງ ເອົາໃຈໃສ່ເພື່ອສືບສານ ແລະ ການພັດທະນາ ວັດທະນະທຳ ທີ່ສະທ້ອນເຖິງແນວຄິດ “ວັດທະນະທຳ ຈະເລີນຮຸ່ງເຮືອງ ປະເທດຊາດຈະເລີນຮຸ່ງເຮືອງ, ຊາດເຂັ້ມແຂງດ້ວຍວັດທະນະທຳ” ແລະ ສະແດງເຖິງຄວາມຫວງແຫນມໍລະດົກທາງວັດທະນະທຳ ພ້ອມທັງພື້ນຖານວັດທະນະທຳທີ່ເລິກເຊິ່ງໃນການບໍລິຫານປະເທດ. ທ່ານ ທ່ານ ເສິ່ນໃຫ່ສົງ ໄດ້ກ່າວວ່າ: ສື່ເປັນສະພານທີຊ່ວຍເສື່ອມໂຍງ ມິດຕະພາບ ແລະ ການແລກປ່ຽນ ວັດທະນະທຳ.
![]() |
ການອອກອາກາດຂອງ ສາລະຄະດີນີ້ ຈະຊ່ວຍໃຫ້ປະຊາຊົນທີ່ຢູ່ໃນປະເທດທີ່ເປັນສະມາຊິກ SCO ນີ້ ເຂົ້າໃຈ ສປຈີນ ແລະ ສະເໜ່ວັດທະນະທຳຂອງຈີນຫຼາຍຂຶ້ນພ້ອມຄວາມໃວ້ວາງໃຈເຊິ່ງກັນແລະກັນລະຫວ່າງປະເທດ,
![]() |
ພ້ອມນັ້ນຍັງໄດ້ເປີດໂຕລາຍການເດັ່ນຂອງ CMG ຫຼາຍກວ່າ20 ລາຍການເຊັ່ນ:ຫົນທາງສູ່ທັນສະໄໝແບບຈີນ,ສ້າງອະນາຄົດ: ຈີນກັບພະລັງງານໃໝ່, ສະບາຍດີຫຸ່ນຍົນ,ຖ່າຍທອດຈີນຈາກມູມສູງ: ຕິເບດ ແລະ ອື່ນໆ ເຊິ່ງຈະອອກອາກາດໃນສື່ຫຼັກຫຼາຍກວ່າ 30 ແຫ່ງ ຂອງບັນດາປະເທດສະມາຊິກ SCO .
ພາບ:CMG,ຂ່າວ: ໄມຕຣີ
ຄໍາເຫັນ