ງານເສວະນາຈີນ ໃນລະດູບານໃໝ່

ງານເສວະນາຈີນ ໃນລະດູບານໃໝ່

ງານເສວະນາຈີນ ໃນລະດູບານໃໝ່
ວິທະຍຸໂທລະພາບສູນກາງຈີນ (CMG) ປະຈໍາລາວ ແລະສະຖາບັນການເມືອງ - ການປົກຄອງແຫ່ງຊາດລາວ (ສມປຊ) ໄດ້ຈັດງານເສວະນາພາຍໃຕ້ຫົວຂໍ້ “ຈີນໃນລະດູບານໃໝ່ໂອກາດຂອງຈີນທົ່ວໂລກຊົມໃຊ້”ຂຶ້ນໃນວັນທີ 21 ມີນາ ຜ່ານມາ

 ທີ່ສະໂມສອນສມປຊເນື່ອງໃນກອງປະຊຸມສອງສະພາຂອງຈີນທີ່ສໍາເລັດຫວ່າງບໍ່ດົນນີ້. ໂດຍການເຂົ້າຮ່ວມຂອງທ່ານພູວົງອຸ່ນຄໍາແສນຫົວໜ້າສະຖາບັນການເມືອງແລະການປົກຄອງແຫ່ງຊາດ, ທ່ານນາງ ຟາງຫົງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປ ຈີນປະຈໍາລາວ, ພ້ອມດ້ວຍບັນດາແຂກຮັບເຊີນ ແລະ ນັກຮຽນ-ນັກສຶກສາຈາກ ສມປຊ ເຂົ້າຮ່ວມ.

ທ່ານ ພູວົງ ອຸ່ນຄໍາແສນ ໄດ້ກ່າວວ່າ: ກອງປະຊຸມສອງສະພາຂອງຈີນໄດ້ໃຫ້ເຫັນບັນຫາສໍາຄັນຫຼາຍດ້ານ ທີ່ບັນດາປະເທດໃນໂລກສາມາດຖອດຖອນບົດຮຽນດັ່ງກ່າວນໍາໃຊ້ເຂົ້າການພັດທະນາປະເທດຂອງຕົນ. ໜຶ່ງໃນນັ້ນ ສປປ ລາວ ກໍຈະໄດ້ນໍາໃຊ້ບົດຮຽນດັ່ງກ່າວເຂົ້າໃນການສ້າງສາພັດທະນາປະເທດຊາດໂດຍສະເພາະຕໍ່ກັບບັນຫາທີ່ເຄັ່ງຮ້ອນ, ການນໍາໃຊ້ແນວທາງຂອງຈີນ ຢ່າງໜັກແໜ້ນໃນການແກ້ໄຂ ແລະ ຈະເປັນຊ່ອງທາງທີ່ດີທີ່ຂຽນປະຫວັດສາດໃໝ່ໃຫ້ກັບປະເທດທີ່ກຳລັງພັດທະນາໃນໂລກ ຊອກສະແຫວງຫາຄວາມເຂັ້ມແຂງຜ່ານຄວາມສາມັກຄີ.

ທ່ານ ເຊິ້ນຫາຍຊົງ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກກອມມູນິດຈີນປະທານ CMG ໄດ້ກ່າວຜ່ານວິດີໂອວ່າ: ໃນກອງະຊຸມສອງສະພາປີນີ້ ທ່ານສີຈິ້ນຜິງ ປະທານປະເທດ ຈີນ ໄດ້ກ່າວເນັ້ນວ່າ: ຕ້ອງເປີດປະຕູດ້ານລະບຽບການໃຫ້ກວ້າງອອກຕື່ມອີກ ແລະເປີດກວ້າງຂົງເຂດການຮ່ວມມືສາກົນຢ່າງບໍ່ຢຸດຢັ້ງ. ໃນຖານະເປັນກຸ່ມສື່ມວນຊົນທີ່ມີຂະໜາດໃຫຍ່ທີ່ສຸດ, ມີຮູບແບບສື່ຫຼາຍທີ່ສຸດ ແລະປົກຄຸມຂອບເຂດກວ້າງຂວາງທີ່ສຸດໃນໂລກ, ວິທະຍຸໂທລະພາບສູນກາງຈີນຍິນດີເສີມຂະຫຍາຍທ່າແຮງໃນດ້ານການເຜີຍແຜ່ໂຄສະນາ ແລະການປະດິດສ້າງດ້ານວິທະຍາສາດເຕັກນິກ ເພື່ອຮ່ວມກັບບັນດາເພື່ອນມິດໃນໂລກ ຊົມໃຊ້ໂອກາດພັດທະນາໃນການຫັນເປັນທັນສະໄໝຂອງຈີນ, ຊົມໃຊ້ໂອກາດປະດິດສ້າງໃໝ່ດ້ານວິທະຍາສາດເຕັກນິກຂອງຈີນແລະຖອດຖອນບົດຮຽນວັດທະນະທຳຮ່ວມກັນລະຫວ່າງຈີນກັບປະເທດຕ່າງໆ.

ທ່ານນາງ ຟາງຫົງ ໄດ້ກ່າວອວຍພອນວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວຄົບຮອບ 70 ປີ ວ່າ:ການແບ່ງປັນເນື້ອໃນຈິດໃຈຂອງກອງປະຊຸມສອງສະພາຂອງຈີນຄື ການພັດທະນາຄຸນນະພາບສູງຕາມຄວາມທັນສະໄໝແບບຈີນ, ນະວັດຕະກຳວິທະຍາສາດເປັນແສງສະຫວ່າງໃນການພັດທະນາຮ່ວມກັນ, ຫຼັກການປະຊາຊົນມາກ່ອນ, ການເປີດກວ້າງລະດັບສູງເພື່ອຂະຫຍາຍພື້ນທີ່ຮ່ວມມືສາກົນແລະການຄຸ້ມຄອງພັກໃຫ້ເຂັ້ມງວດ ແລະ ຈີນຍິນດີຕ້ອນຮັບປະເທດຕ່າງໆ ແບ່ງປັນຜົນປະໂຫຍດຈາກການພັດທະນາຂອງຈີນ. ລາວເປັນສະຫາຍສັງຄົມນິຍົມ ແລະເປັນອ້າຍນ້ອງຂອງພວກເຮົາ, ທັງແມ່ນຄູ່ຮ່ວມມືທີ່ສຳຄັນທີ່ສຸດ. ຝ່າຍຈີນພ້ອມທີ່ຈະສົມທົບກັບຝ່າຍລາວເພື່ອຂະຫຍາຍການຮ່ວມມືທີ່ເປັນປະໂຫຍດ, ສ້າງຄວາມກ້າວໜ້າໃນການພັດທະນາເສັ້ນທາງເສດຖະກິດຈີນ-ລາວ, ສ້າງຄວາມເຂັ້ມແຂງໃຫ້ແກ່ລົດໄຟຈີນ-ລາວ, ເລັ່ງການພັດທະນາແບບຮອບດ້ານຕາມເສັ້ນທາງລົດໄຟ, ຂະຫຍາຍການຮ່ວມມືໃນດ້ານພະລັງງານ, ກະສິກຳ, ການທ່ອງທ່ຽວ, ການຮ່ວມມືດ້ານກົດໝາຍ ແລະການປະສານງານຫຼາຍຝ່າຍເພື່ອຮ່ວມກັນຮັກສາຄວາມສະຫງົບ ແລະການພັດທະນາຂອງພາກພື້ນ.

ຂ່າວ:ພາບ: ບຸນຕອມ

ຄໍາເຫັນ

ຂ່າວການຮ່ວມມື

ອົງການກວດສອບແຫ່ງລັດ ປາຖະກະຖາວັນສຳຄັນປະຫວັດສາດ

ອົງການກວດສອບແຫ່ງລັດ ປາຖະກະຖາວັນສຳຄັນປະຫວັດສາດ

ໃນວັນທີ 28 ຕຸລາຜ່ານມາ, ອົງການກວດສອບແຫ່ງລັດ ໄດ້ຈັດຕັ້ງພິທີປາຖະກະຖາວັນຊາດແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຄົບຮອບ 81 ປີ (2/9/1945-2/9/2026); ວັນສ້າງຕັ້ງສະຫະພັນນັກຮົບເກົ່າ ຄົບຮອບ 24 ປີ (9/9/2002-9/9/2026); ວັນປະກາດເອກະລາດ ແລະ ວັນສ້າງຕັ້ງການທູດລາວ ຄົບຮອບ 81 ປີ (12/10/1945-12/10/2026),
ເລຂາພັກແຂວງເຊກອງ ຕ້ອນຮັບຜູ້ແທນກອງບັນຊາການທະຫານຊາຍແດນ ນະຄອນດານັງ ແລະ ນະຄອນເຫວ້

ເລຂາພັກແຂວງເຊກອງ ຕ້ອນຮັບຜູ້ແທນກອງບັນຊາການທະຫານຊາຍແດນ ນະຄອນດານັງ ແລະ ນະຄອນເຫວ້

ວັນທີ 28 ຕຸລາຜ່ານມາ, ທີ່ຫ້ອງວ່າການແຂວງເຊກອງ, ທ່ານ ບຸນຫຼາຍ ບຸດທິ ເລຂາພັກແຂວງເຊກອງ ໄດ້ຕ້ອນຮັບທ່ານ ພັອ ເຈິ່ນ ຕ໋ຽນ ຮຽນ ຫົວໜ້າກອງບັນຊາການທະຫານຊາຍແດນ ນະຄອນດານັງ ແລະ ທ່ານ ພັອ ໂຕນເທິດ ຫວຽນດ໊າດ ຮອງຫົວໜ້າກອງບັນຊາການທະຫານຊາຍແດນ ນະຄອນເຫວ້ ພ້ອມດ້ວຍຄະນະ ທີ່ເດີນທາງມາເຄື່ອນໄຫວເຮັດວຽກຢູ່ແຂວງເຊກອງ.
ອົງການກວດສອບແຫ່ງລັດ ສປປ ລາວ ເຂົ້າຮ່ວມກອງປະຊຸມສາກົນທີ່ ຮ່າໂນຍ

ອົງການກວດສອບແຫ່ງລັດ ສປປ ລາວ ເຂົ້າຮ່ວມກອງປະຊຸມສາກົນທີ່ ຮ່າໂນຍ

ໃນລະຫວ່າງວັນທີ 25-29 ຕຸລາ ນີ້, ຄະນະຜູ້ແທນຂອງອົງການກວດສອບແຫ່ງລັດ ສປປ ລາວ, ນໍາໂດຍ ທ່ານ ວຽງທະວີສອນ ເທບພະຈັນ ກຳມະການສູນກາງພັກ ປະທານອົງການກວດສອບແຫ່ງລັດ ພ້ອມດ້ວຍຄະນະ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມສາກົນ ຢູ່ນະຄອນຫຼວງຮ່າໂນຍ ສສ ຫວຽດນາມ ພາຍໃຕ້ຫົວຂໍ້: “ສະຖາບັນກວດສອບສູງສຸດ ຕໍ່ກັບສະພາບໂລກທີ່ມີການປ່ຽນແປງ: ວິໄສທັດ, ຂອບການເຮັດວຽກຂອງສະຖາບັນ ແລະ ນະວັດຕະກຳ” ຊຶ່ງມີຜູ້ຕາງໜ້າຈາກສະຖາບັນກວດສອບສູງສຸດ ຈາກ 16 ປະເທດເຂົ້າຮ່ວມ ແລະ ບັນດາອົງການຈັດຕັ້ງສາກົນ ໄດ້ເຂົ້າຮ່ວມຢ່າງຕັ້ງໜ້າ ເພື່ອແລກປ່ຽນບົດຮຽນ, ວິໄສທັດ ແລະ ຍຸດທະສາດການພັດທະນາວຽກງານກວດສອບໃຫ້ສອດຄ່ອງກັບສະພາບການຂອງໂລກທີ່ມີການປ່ຽນແປງໃນດ້ານການຫັນເປັນທັນສະໄໝ.
ການສຶກສາສົງ ເປັນປັດໄຈສຳຄັນໃນການພັດທະນາຊັບພະຍາກອນມະນຸດ

ການສຶກສາສົງ ເປັນປັດໄຈສຳຄັນໃນການພັດທະນາຊັບພະຍາກອນມະນຸດ

ພະອາຈານ ພວງປະເສີດ ພູມະວົງ ຮອງປະທານ ຫົວໜ້າກຳມາທິການສຶກສາສົງ ສູນກາງອົງການພຸດທະສາສະໜາສຳພັນລາວ ໄດ້ມີຄຳເຫັນຕໍ່ກອງປະຊຸມໂຕະມົນ ພຸດທະສາສະໜາໜານໄຫ ຄັ້ງທີ XI ໃນວັນທີ 29 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ ທີ່ນະຄອນຫຼວງວຽງຈັນ, ໂດຍມີພະອາຈານ ອິນຊູນ ປະທານສະມາຄົມພຸດທະສາສະໜາ ແຫ່ງນະຄອນເສີນເຈິນ ເຈົ້າອະທິການວັດຫົງຟ້າ ສປ ຈີນ, ມີພະ​ເຖຣານຸ​ເຖຣະ ຜູ້ແທນພະສົງທັງພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມ.
ກອງປະຊຸມຄະນະປະສານງານຂະແໜງສາທາລະນະສຸກ ລະດັບນະໂຍບາຍ ຄັ້ງທີ 18

ກອງປະຊຸມຄະນະປະສານງານຂະແໜງສາທາລະນະສຸກ ລະດັບນະໂຍບາຍ ຄັ້ງທີ 18

ກະຊວງສາທາລະນະສຸກ ໄດ້ຈັດກອງປະຊຸມຄະນະປະສານງານຂະແໜງສາທາລະນະສຸກ ລະດັບນະໂຍບາຍ ຄັ້ງທີ 18 ຂຶ້ນຢ່າງເປັນທາງການ ໃນວັນທີ 29 ຕຸລານີ້, ທີ່ນະຄອນຫຼວງວຽງຈັນ ເພື່ອກຳນົດທິດທາງຍຸດທະສາດ ແລະ ຍົກລະດັບລະບົບສາທາລະນະສຸກ ໃຫ້ສອດຄ່ອງກັບໄລຍະທີ່ ສປປ ລາວ ກຳ ລັງກຽມຄວາມພ້ອມທີ່ຈະຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ (LDC) ໃນເດືອນພະຈິກ 2026 ນີ້. ພາຍໃຕ້ການເປັນປະທານຮ່ວມຂອງທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາ ລະນະສຸກ, ທ່ານ ໂຄອິຊຶມິ ຊຶໂຕະມຸ ເອກອັກຄະຣາຊະທູດຍີ່ປຸ່ນປະຈຳ ສປປ ລາວ ແລະ ທ່ານ ທີໂມທີ ອາມສະຕຣອງ ຜູ້ຕາງໜ້າອົງການອະນາໄມໂລກ (WHO) ປະຈຳ ສປປ ລາວ, ມີການນຳພັກ-ລັດ ແລະ ຄູ່ຮ່ວມພັດທະນາ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມອຳລາຂອງທູດອົສຕຣາລີ ປະຈຳລາວ

ຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມອຳລາຂອງທູດອົສຕຣາລີ ປະຈຳລາວ

ໃນວັນທີ 28 ຕຸລານີ້ ທີ່ກະຊວງສຶກສາທິການ ແລະ ກິລາ (ສສກ), ທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງ ສສກ ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມອຳລາຂອງທ່ານ ນາງ ເມແກນ ຈອນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງອົສຕຣາລີ ປະຈຳ ສປປ ລາວ, ມີຫົວໜ້າກົມ, ຮອງຫົວໜ້າຫ້ອງການ, ຮອງຫົວໜ້າກົມ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ຫໍສະມຸດເຈີ້ຈ່ຽງ ມອບປຶ້ມໃຫ້ຫໍສະມຸດແຫ່ງຊາດລາວ

ຫໍສະມຸດເຈີ້ຈ່ຽງ ມອບປຶ້ມໃຫ້ຫໍສະມຸດແຫ່ງຊາດລາວ

ພິທີມອບ-ຮັບປຶ້ມຫໍສະມຸດເຈີ້ຈ່ຽງ ມອບໃຫ້ຫໍສະມຸດແຫ່ງຊາດລາວ ຈັດຂຶ້ນໃນວັນທີ 29 ຕຸລານີ້ ທີ່ຫໍສະມຸດແຫ່ງຊາດລາວ, ໂດຍມີທ່ານ ສິວ ຢົງເຊີ້ງ ຮອງຜູ້ອຳນວຍການຫໍສະມຸດເຈີ້ຈ່ຽງ ທັງເປັນຫົວໜ້າສູນຄົ້ນຄວ້າສູນປົກປັກຮັກສາປຶ້ມບູຮານແຂວງເຈີ້ຈ່ຽງ, ທ່ານ ສຳລານ ຫຼວງອາໄພ ຜູ້ອຳນວຍການຫໍສະມຸດແຫ່ງຊາດລາວ, ທ່ານ ໂຫຼ ເວີ້ຍ ຈ້ຽນ ອຳນວຍການສູນວັດທະນະທຳຈີນ, ມີແຂກຖືກເຊີນກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.
ເປີດຝຶກອົບຮົມ “ການເປັນຜູ້ນຳເພດຍິງ” ພາຍໃຕ້ໂຄງການຜູ້ນຳເພດຍິງອາຊີ

ເປີດຝຶກອົບຮົມ “ການເປັນຜູ້ນຳເພດຍິງ” ພາຍໃຕ້ໂຄງການຜູ້ນຳເພດຍິງອາຊີ

ຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ (ຄຊກມດ) ຮ່ວມກັບ ທະນາຄານພັດທະນາອາຊີ (ADB) ເປີດຝຶກອົບຮົມການເປັນການນຳເພດຍິງ ພາຍໃຕ້ໂຄງການ ການເປັນຜູ້ນຳແມ່ຍິງອາຊີ ໃນວັນທີ 28-30 ຕຸລາ ນີ້, ໂດຍການເຂົ້າຮ່ວມ ແລະ ກ່າວເປີດຂອງ ທ່ານ ນາງ ພັນຈິດາ ເລັ່ງສະຫວັດ ຮອງປະທານ ຄຊກມດ ແລະ ທ່ານ ອຳເມີ ກາຣີ ຫົວໜ້າຝ່າຍປະຕິບັດງານປະຈໍາປະເທດ ADB ປະຈໍາ ສປປ ລາວ, ພ້ອມດ້ວຍ ສໍາມະນາກອນ ຈາກພາກລັດ ແລະ ເອກະຊົນ ເຂົ້າຮ່ວມ.
ທ່ານ ເພັດ ພົມພິພັກ ຕ້ອນຮັບທູດອົສຕຣາລີ ເຂົ້າຢ້ຽມອຳລາ

ທ່ານ ເພັດ ພົມພິພັກ ຕ້ອນຮັບທູດອົສຕຣາລີ ເຂົ້າຢ້ຽມອຳລາ

ໃນວັນທີ 28 ຕຸລານີ້, ທ່ານ ນາງ ເມແກນ ຈອນສ ເອກອັກຄະລັດຖະທູດອົສຕຣາລີ ປະຈຳ ສປປ ລາວ ໄດ້ເຂົ້າຢ້ຽມຂໍ່ານັບອຳລາ ທ່ານ ເພັດ ພົມພິພັກ ຫົວໜ້າຫ້ອງວ່າການສູນກາງພັກ ທີ່ຫ້ອງວ່າການສູນກາງພັກ, ກ່ອນທີ່ທ່ານທູດຈະສຳເລັດວາລະການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ ໃນອີກບໍ່ເທົ່າໃດເດືອນຂ້າງໜ້ານີ້. ໃນໂອກາດດັ່ງກ່າວ, ທັງສອງຝ່າຍໄດ້ປຶກສາຫາລືກ່ຽວກັບບຸລິມະສິດການພັດທະນາຂອງ ສປປ ລາວ ລວມທັງອະນາຄົດຂອງການຮ່ວມມືລະຫວ່າງ ສປປ ລາວ ແລະ ອົສຕຣາລີ; ທ່ານທູດ ຈອນສ ໄດ້ສະແດງຄວາມຂອບໃຈຕໍ່ ທ່ານ ເພັດ ພົມພິພັກ ທີ່ໃຫ້ການສະໜັບສະໜູນໃນໄລຍະທີ່ທ່ານທູດປະຕິບັດໜ້າທີ່ການທູດຢູ່ ສປປ ລາວ, ພ້ອມທັງຮັບຮູ້ເຖິງການປະກອບສ່ວນຂອງທ່ານ ເພັດ ພົມພິພັກ ຕໍ່ການພັດທະນາປະເທດຊາດ, ລວມທັງບົດບາດໃນການສະໜັບສະໜູນການຕັດສິນໃຈຂອງພັກ ແລະ ການຈັດຕັ້ງປະຕິບັດບັນດາບຸລິມະສິດຂອງຊາດ.
ເວທີສົນທະນາຊາວໜຸ່ມ ກັບພະພຸດທະສາສະໜາໃນຍຸກດີຈີຕອນ

ເວທີສົນທະນາຊາວໜຸ່ມ ກັບພະພຸດທະສາສະໜາໃນຍຸກດີຈີຕອນ

ເວທີສົນທະນາຊາວໜຸ່ມ ກັບພະພຸດທະສາສະໜາໃນຍຸກດີຈີຕອນ ຍູ້ແຮງການເຜີຍແຜ່ຄຳສອນອົງພະສໍາມາສໍາພຸດທະເຈົ້າໃຫ້ຍືນຍົງຄວາມສໍາພັນ ລະຫວ່າງພະພຸດທະສາສະໜາກັບຄົນຍຸກໃໝ່ ໂດຍສະເພາະກຸ່ມເຈນແຊດ ແລະ ຄົນຮຸ່ນໃໝ່ໃນຍຸກດີຈີຕອນ ໄດ້ຖືກຍົກຂຶ້ນໃນເວທີສຳມະນາຊາວໜຸ່ມ ກັບພະພຸດທະສາສະໜາໃນວັນທີ 29 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ, ໃນໂອກາດຈັດກອງປະຊຸມໂຕະມົນ ພຸດທະສາສະໜາໜານໄຫ ຄັ້ງທີ XI ຢູ່ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງພະອາຈານໃຫຍ່ ດຳລົງ ພິມມະຈັກ ຄະນະບໍລິຫານງານ ປະຈຳການ ຮອງປະທານ ຫົວໜ້າກຳມາທິການຕ່າງປະເທດ ສູນກາງອົງການພຸດທະສາສະໜາສຳພັນແຫ່ງ ສປປ ລາວ, ມີພະອາຈານໃຫຍ່ ອິນຊູນ (Yin Shun) ປະທານສະມາຄົມພຸດທະສາສະໜາ ແຫ່ງນະຄອນເສີນເຈິນ, ມີພະສົງຈາກ 30 ປະເທດ ແລະ ຊາວໜຸ່ມເຂົ້າຮ່ວມ
ເພີ່ມເຕີມ