ງານຕະຫຼາດນັດແຮງງານຄັ້ງທີ IV ແລະ ສົ່ງເສີມວິສາຫະກິດ

ງານຕະຫຼາດນັດແຮງງານຄັ້ງທີ IV ແລະ ສົ່ງເສີມວິສາຫະກິດ

ງານຕະຫຼາດນັດແຮງງານຄັ້ງທີ IV ແລະ ສົ່ງເສີມວິສາຫະກິດ
ສະຖາບັນຂົງຈື ມະຫາວິທະຍາໄລແຫ່ງຊາດ (ມຊ) ຮ່ວມກັບສະພາການຄ້າກວາງຊີ ປະຈຳ ສປປ ລາວ ຈັດງານຕະຫຼາດນັດແຮງງານຄັ້ງທີ IV ປະຈຳປີ 2025 ຂຶ້ນໃນລະຫວ່າງວັນທີ 4-5 ກໍລະກົດນີ້ ທີ່ ມຊ ເປັນກຽດເຂົ້າຮ່ວມຂອງທ່ານນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ), ທ່ານ ອຸ່ນຫຼ້າ ສີວັນເພັງ ຮອງອະທິການບໍດີ ມຊ, ທ່ານ ເສິນຈ້າວຫຼິນ ຫົວໜ້າຄະນະດໍາເນີນງານສະພາການຄ້າກວາງຊີປະຈໍາລາວ, ບັນດາລັດວິສາຫະກິດ ແລະ ບໍລິສັດລາວ-ຈີນ, ຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມ.

 

 
ງານຕະຫາດນດແຮງງານຄງທ IV ແລະ ສງເສມວສາຫະກດ - image 1
 

ທ່ານ ອຸ່ນຫຼ້າ ສີວັນເພັງ ກ່າວວ່າ: ງານຕະຫຼາດນັດແຮງງານແມ່ນໄດ້ຈັດຂຶ້ນທຸກປີ, ຄັ້ງທໍາອິດຈັດຂຶ້ນໃນປີ 2020 ຊຶ່ງມີ 2 ປີໄດ້ໂຈະຍ້ອນການແຜ່ລະບາດຂອງພະຍາດໂຄວິດ. ການຈັດງານແຕ່ລະຄັ້ງໄດ້ສ້າງໂອກາດອັນດີ ໃຫ້ແກ່ນັກສຶກສາທີ່ກໍາລັງຈະຈົບການສຶກສາ ເພື່ອເປັນການເປີດໂອກາດໃຫ້ນັກສຶກສາ ມຊ ທົ່ວໄປໄດ້ເປີດໂລກະທັດ ແລະ ຮູ້ຈັກບັນດາບໍລິສັດຕ່າງໆ ເພື່ອເປັນເປົ້າໝາຍໃຫ້ຕົນເອງໃນອະນາຄົດ ຊຶ່ງໃນປີນີ້ມີ 43 ບໍລິສັດເຂົ້າຮ່ວມ ຄາດວ່າຈະມີຜູ້ເຂົ້າຮ່ວມຊົມຫຼາຍກວ່າ 15,000 ຄົນ ສະແດງໃຫ້ເຫັນເຖິງຄວາມສຳຄັນ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງວຽກງານດັ່ງກ່າວນັບມື້ນັບເພີ່ມຂຶ້ນ.

ງານຕະຫາດນດແຮງງານຄງທ IV ແລະ ສງເສມວສາຫະກດ - image 2
 

ທ່ານ ຄຳຮຸ່ງ ຈັນທະວົງ ຜູ້ອໍານວຍການສະຖາບັນຂົງຈືຝ່າຍລາວ ກ່າວວ່າ: ສະຖາບັນຂົງຈືຮ່ວມກັບສະພາການຄ້າກວາງຊີຈັດຕະຫຼາດແຮງງານເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງບັນດາບໍລິສັດ ແລະ ນັກສຶກສາທີ່ຮຽນຈົບ ສາມາດຊອກວຽກເຮັດງານທໍາທີ່ດີ ໂດຍສະເພາະແມ່ນບໍລິສັດລາວ-ຈີນດໍາເນີນທຸລະກິດຢູ່ລາວມີຄວາມຕ້ອງການແຮງງານທີ່ໄດ້ພາສາຈີນນັບມື້ເພີ່ມຂຶ້ນ, ສະນັ້ນ, ຖືເປັນເວທີໜຶ່ງ ແລະ ເປັນຂົວຕໍ່ທີ່ດີໃຫ້ບໍລິສັດ ແລະ ຜູ້ຊອກວຽກເຮັດງານທໍາເພື່ອຊ່ວຍພັດທະນາບໍລິສັດທີ່ດໍາເນີນທຸລະກິດຢູ່ລາວໃຫ້ໄດ້ຮັບການພັດທະນາຢ່າງວ່ອງໄວ ແລະ ກິດຈະກຳຄັ້ງນີ້ຈະສາມາດຕອບສະໜອງໃຫ້ຄວາມຕ້ອງການແຮງງານທີ່ມີຄຸນນະພາບສູງຂອງບັນດາບໍລິສັດ.

ງານຕະຫາດນດແຮງງານຄງທ IV ແລະ ສງເສມວສາຫະກດ - image 3
 

ທ່ານ ເສີນຫາງ ເລຂາທິການສະພາການຄ້າກວາງຊີປະຈຳ ສປປ ລາວ ກ່າວວ່າ: ນັບແຕ່ຄັ້ງທຳອິດທີ່ຈັດງານວາງສະແດງຕະຫຼາດນັດແຮງງານມາ ພວກເຮົາໄດ້ສ້າງໂອກາດການຈ້າງງານໃຫ້ນັກສຶກສາລາວຫຼາຍກວ່າ2,000 ຄົນ ຊ່ວຍໃຫ້ເຂົາເຈົ້າໄດ້ເຮັດວຽກກັບບໍລິສັດຈີນ ກາຍເປັນກຳລັງແຮງໃນການຊຸກຍູ້ການຮ່ວມມືດ້ານເສດ ຖະກິດລາວ-ຈີນ. ງານວາງສະແດງຄັ້ງນີ້ມີບໍລິສັດຈີນທີ່ດຳເນີນທຸລະກິດມາເປັນເວລາດົນນານເຂົ້າຮ່ວມເຊັ່ນ: ຂົງ ເຂດກະສິກຳ, ຂົນສົ່ງ, ເຕັກໂນໂລຊີພະລັງງານ, ການແພດ ແລະ ອື່ນໆ ຊຶ່ງມີຄວາມຕ້ອງການບັນຈຸຕໍາແໜ່ງງານ ຫຼາຍກວ່າ 1,000 ຕໍາແໜ່ງ ເພື່ອເປີດໂອກາດໃຫ້ນັກສຶກສາທີ່ຮຽນຈົບຊອກຫາວຽກເຮັດງານທຳ. ໃນພິທີ, ຄະນະນໍາໄດ້ໃຫ້ກຽດກົດປຸ່ມເປີດງານຕະຫຼາດນັດຢ່າງເປັນທາງການ, ຈາກນັ້ນ, ທ່ານ ເສິນຈ້າວຫຼິນ ຕາງໜ້າສະພາການຄ້າກວາງຊີໄດ້ມອບທຶນການສຶກສາໃຫ້ແກ່ນັກສຶກສາທີ່ຂາດເຂີນທາງດ້ານທຶນຮອນຈຳນວນ 100 ທຶນ. ໂອກາດນີ້, ທ່ານນາງ ດາລາວອນ ກິດຕິພັນ ໄດ້ມອບໃບຍ້ອງຍໍໃຫ້ສະພາການຄ້າກວາງຊີທີ່ໄດ້ໃຫ້ການສະໜັບສະໜູນທຶນການສຶກສາໃຫ້ນັກຮຽນທຸກຍາກຂາດເຂີນ ແລະ ມອບໂຕະຕັ່ງຫີນໃຫ້ສະຖາບັນຂົງຈຶຈຳນວນໜຶ່ງ.

ງານຕະຫາດນດແຮງງານຄງທ IV ແລະ ສງເສມວສາຫະກດ - image 4
 

ຂ່າວ: ພູວັນ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຮັບຮອງຫຼັກການວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາອົງການກວດສອບແຫ່ງລັດ

ຮັບຮອງຫຼັກການວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາອົງການກວດສອບແຫ່ງລັດ

ກອງປະຊຸມຮັບຮອງດ້ານຫຼັກການ ວິໄສທັດ ຮອດປີ 2035, ຍຸດທະສາດການພັດທະນາ ຮອດປີ 2030 ແລະ ແຜນພັດທະນາອົງການກວດສອບແຫ່ງລັດ ຮອດປີ 2026 ໄດ້ຈັດຂັ້ນໃນວັນທີ 7 ພະຈິກນີ້, ທີ່ ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຮ່ວມຂອງທ່ານ ບຸນເລີດ ເທບວົງສາ ຮອງປະທານອົງການກວດສອບແຫ່ງລັດ ,ທ່ານ ໂທມັດສ ລາມມາຣ໌ ອຸປະທູດ ປະເທດລຸກຊໍາບວກ, ທ່ານ ໂຣເບີດ ເດິ ວາຮາ ຜູ້ຕາງໜ້າປະຈໍາການຫ້ອງການອາຊີ-ວຽງຈັນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ
ກະຊວງການຕ່າງປະເທດ ປິດຊຸດຝຶກອົບຮົມວຽກງານກວດກາ ຄັ້ງທີ V

ກະຊວງການຕ່າງປະເທດ ປິດຊຸດຝຶກອົບຮົມວຽກງານກວດກາ ຄັ້ງທີ V

ໃນຕອນແລງ ວັນທີ 6 ພະຈິກ 2025 ທີ່ ກະຊວງການຕ່າງປະເທດໄດ້ຈັດພິທີປິດຊຸດຝຶກອົບຮົມວຽກງານກວດກາຄັ້ງທີ Vໂດຍໃຫ້ກຽດເປັນປະທານ ຂອງ ທ່ານ ພົງສະຫວັນ ສີສຸລາດ ຄະນະປະຈໍາພັກ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ມີຜູ້ຕາງໜ້າຈາກຄະນະກວດກາສູນກາງພັກ, ອົງການກວດສອບແຫ່ງລັດ, ອົງການໄອຍະການປະຊາຊົນສຸງສຸດ, ຫົວໜ້າກົມ, ຮອງກົມ ແລະ ຜູ້ຕາງໜ້າຈາກບັນດາກົມ ຂອງກະຊວງການຕ່າງປະເທດ ແລະ ນັກສໍາມະນາກອນ ເຂົ້າຮ່ວມ
ຄະນະຜູ້ແທນກອງປະຊຸມສໍາມະນາ ເຂົ້າວາງກະຕ່າດອກໄມ້ ຕໍ່ໜ້າຮູບປັ້ນຫຼໍ່ ປະທານ ໄກສອນ ພົມວິຫານ

ຄະນະຜູ້ແທນກອງປະຊຸມສໍາມະນາ ເຂົ້າວາງກະຕ່າດອກໄມ້ ຕໍ່ໜ້າຮູບປັ້ນຫຼໍ່ ປະທານ ໄກສອນ ພົມວິຫານ

ໂອກາດຈັດກອງປະຊຸມສໍາມະນາວິທະຍາສາດລະດັບຊາດ ມູນເຊື້ອວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ທີ່ແຂວງສະຫວັນນະເຂດ ເປັນຈຸດທີ 2 ພາຍຫຼັງຈັດຢູ່ນະຄອນຫຼວງວຽງຈັນ; ຄະນະຜູ້ແທນກອງປະຊຸມໄດ້ເຂົ້າວາງກະຕ່າດອກໄມ້ ຕໍ່ໜ້າຮູບປັ້ນຫຼໍ່ ປະທານ ໄກສອນ ພົມວິຫານ
ສະຫວັນນະເຂດ ປະຕິບັດນະໂຍບາຍຕໍ່ຜູ້ມີຜົນງານຕາມດຳລັດ 57/ລບ ປະຈຳປີ 2025

ສະຫວັນນະເຂດ ປະຕິບັດນະໂຍບາຍຕໍ່ຜູ້ມີຜົນງານຕາມດຳລັດ 57/ລບ ປະຈຳປີ 2025

ພະແນກແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ແຂວງສະຫວັນນະເຂດ ຈັດພິທີມອບ-ຮັບນະໂຍບາຍຕໍ່ຜູ້ມີຜົນງານຕາມດຳລັດເລກທີ 57/ລບ ປະຈຳປີ 2025 ຂຶ້ນໃນວັນທີ 6 ພະຈິກນີ້ ທີ່ຫ້ອງປະຊຸມພະແນກການດັ່ງກ່າວ ໂດຍການເປັນປະທານຂອງທ່ານ ນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງສະຫວັນນະເຂດ ທັງເປັນປະທານຄະນະກຳມະການດຳລັດ 57/ລບ ຂັ້ນແຂວງ.
ສະຫວັນນະເຂດ ປະຕິບັດນະໂຍບາຍຕໍ່ຜູ້ມີຜົນງານຕາມດຳລັດ 57/ລບ ປະຈຳປີ 2025

ສະຫວັນນະເຂດ ປະຕິບັດນະໂຍບາຍຕໍ່ຜູ້ມີຜົນງານຕາມດຳລັດ 57/ລບ ປະຈຳປີ 2025

ພະແນກແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ແຂວງສະຫວັນນະເຂດ ຈັດພິທີມອບ-ຮັບນະໂຍບາຍຕໍ່ຜູ້ມີຜົນງານຕາມດຳລັດເລກທີ 57/ລບ ປະຈຳປີ 2025 ຂຶ້ນໃນວັນທີ 6 ພະຈິກນີ້ ທີ່ຫ້ອງປະຊຸມພະແນກການດັ່ງກ່າວ ໂດຍການເປັນປະທານຂອງທ່ານ ນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງສະຫວັນນະເຂດ ທັງເປັນປະທານຄະນະກຳມະການດຳລັດ 57/ລບ ຂັ້ນແຂວງ.
ການນໍາຂັ້ນສູງ ຕິດຕາມ ຊົມການຝຶກຊ້ອມໃຫຍ່ການສວນສະໜາມ ກ້ອນກໍາລັງ ປກຊ- ປກສ

ການນໍາຂັ້ນສູງ ຕິດຕາມ ຊົມການຝຶກຊ້ອມໃຫຍ່ການສວນສະໜາມ ກ້ອນກໍາລັງ ປກຊ- ປກສ

ທ່ານ ບຸນທອງ ຈິດມະນີ ຮອງປະທານປະເທດ ແຫ່ງ ສປປ ລາວ, ທ່ານ ພົອ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນໍາວຽກງານ ປກຊ-ປກສ, ທ່ານ ພົທ ຄໍາລຽງ ອຸທະໄກສອນ ລັດຖະມົນຕີກະຊວງປ້ອງກັນປະເທດ, ທ່ານ ພົທ ຄໍາກິ່ງ ຜຸຍຫຼ້າມະນີວົງ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແລະ ຄະນະນໍາກະຊວງ, ກົມໃຫຍ່, ຫ້ອງວ່າການ, ອະນຸກໍາມະການ, ຄະນະຄູຝຶກ ໄດ້ເຄື່ອນໄຫວຕິດຕາມ ແລະ ຊົມການສະແດງ ການຝຶກຊ້ອມສວນສະໜາມຂອງກ້ອນກໍາລັງສວນສະໜາມ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນຄວາມສະຫງົບ ທີ່ປະສານສົມທົບຮ່ວມການຝຶກຊ້ອມໃຫ່ຍ ຢູ່ວິທະຍາຄານນາຍທະຫານບົກກົມມະດໍາ ໃນວັນທີ 6 ພະຈິກ 2025.
ເຊັນບົດບັນທຶກຄວາມເຂົ້າໃຈ ເພຶ່ອສໍາຫຼວດອອກແບບໂຄງການຟື້ນຟູ ແລະ ບູລະນະເສັ້ນທາງຫຼວງແຫ່ງຊາດເລກ 21

ເຊັນບົດບັນທຶກຄວາມເຂົ້າໃຈ ເພຶ່ອສໍາຫຼວດອອກແບບໂຄງການຟື້ນຟູ ແລະ ບູລະນະເສັ້ນທາງຫຼວງແຫ່ງຊາດເລກ 21

ພິທີເຊັນບົດບັນທຶກຄວາມເຂົ້າໃຈ ເພຶ່ອສໍາຫຼວດອອກແບບໂຄງການຟື້ນຟູ ແລະ ບູລະນະເສັ້ນທາງຫຼວງແຫ່ງຊາດເລກ 21 ໄລຍະທີ 2 ເລີ່ມແຕ່ຕີນພູແດນເມືອງ ບ້ານໂພນມຸງຄຸນ ເມືອງບໍລິຄັນ ຫາ ບ້ານທ່າສີ ເລີ່ມແຕ່ ກິໂລແມັດທີ (ກມ) 25+000 ຫາ ກມ 81+000 ເມືອງບໍລິຄັນ ແຂວງບໍລິຄໍາໄຊ ລວງຍາວ 56 ກມ ແລະ ເສັ້ນທາງຫຼວງແຫ່ງຊາດ ເລກ 1D ແຕ່ 3 ແຍກທາງເລກທີ 21 ບ້ານທ່າສີ ຫາ ຊາຍແດນແຂວງໄຊສົມບູນ (ເລີ່ມແຕ່ ກມ 145+000 ຫາ ກມ 146+100) ລວງຍາວ 1,10 ກມ ເພື່ອສຶກສາ ສໍາຫຼວດ-ອອກແບບ ໂຄງການຟື້ນຟູ ແລະ ບູລະນະຮັກສາທາງຫຼວງແຫ່ງຊາດ ເລກທີ 21 ຊ່ວງທີ 2 ແລະ ທາງເລກ 1D ລະຫວ່າງອົງການປົກຄອງແຂວງບໍລິຄໍາໄຊ, ຕາງໜ້າໂດຍ ພະແນກໂຍທາທິການ ແລະ ຂົນສົ່ງແຂວງ ແລະ ບໍລິສັດ ພີເອັສແອວ ກໍ່ສ້າງຄົບວົງຈອນ ຈຳກັດຜູ້ດຽວ ຮ່ວມກັບ ບໍລິສັດ AVIC-INTL Project Engineering Company ໄດ້ຈັດຂຶ້ນໃນວັນທີ 5 ພະຈິກ 2025 ທີ່ຫ້ອງປະຊຸມ ໂຮງແຮມສຸນັນທາ ເມືອງປາກຊັນ ໂດຍໃຫ້ກຽດເຂົ້າຮ່ວມພິທີຂອງ ທ່ານ ບຸນລ້ຽງ ດວງສະເພົາທອງ ຄະນະປະຈຳພັກແຂວງ ຫົວໜ້າພະແນກການເງິນແຂວງ, ບໍລິສັດ, ມີຕາງໜ້າການນໍາຂັ້ນເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ຊາວກະສິກອນທົ່ວເມືອງຄົງເຊໂດນ ເກັບກ່ຽວເຂົ້ານາປີສຳເລັດ 85%

ຊາວກະສິກອນທົ່ວເມືອງຄົງເຊໂດນ ເກັບກ່ຽວເຂົ້ານາປີສຳເລັດ 85%

ການເກັບກ່ຽວມຽ້ນມັດເຂົ້ານາປີຂອງຊາວກະສິກອນ ເມືອງຄົງເຊໂດນ ແຂວງສາລະວັນ ມາຮອດປັດຈຸບັນສຳເລັດແລ້ວ 85%, ທ່ານ ບົວສອນ ຈັນດາວົງ ຮອງຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງຄົງເຊໂດນ ໄດ້ລາຍງານໃຫ້ຮູ້ວ່າ: ໃນທົ່ວເມືອງ ມີເນື້ອທີ່ທັງໝົດ 16,854 ເຮັກຕາ, ເນື້ອທີ່ສາມາດເກັບກ່ຽວໄດ້ຕົວຈິງ 12,456 ເຮັກຕາ, ຜົນຜະລິດສະເລ່ຍໄດ້ 3,7 ໂຕນຕໍ່ເຮັກຕາ, ທຽບໃສ່ປີຜ່ານມາ ແມ່ນຫຼຸດຄາດໝາຍ ເນື່ອງຈາກມີຫຼາຍສາເຫດ ເປັນຕົ້ນ: ເກີດໄພພິບັດນໍ້າຖ້ວມ ໃນໄລຍະເຂົ້າທີ່ກຳລັງເຕີບ, ໄລຍະເກັບກ່ຽວ. ນອກຈາກນັ້ນ, ຍັງມີສັດຕູພືດແມງໄມ້ທໍາລາຍ.
ເປີດຊຸດຝຶກອົບຮົມ ການເຜີຍແຜ່ວຽກງານປົກປັກຮັກສາປ່າໄມ້

ເປີດຊຸດຝຶກອົບຮົມ ການເຜີຍແຜ່ວຽກງານປົກປັກຮັກສາປ່າໄມ້

ການຝຶກອົບຮົມວຽກງານປົກປັກຮັກສາປ່າໄມ້ ແລະ ສິ່ງແວດລ້ອມ ພາຍໃຕ້ໂຄງການ ພູມີທັດ ແລະ ຊີວິດການເປັນຢູ່ໃນ ສປປ ລາວ ຫຼື LLL ພາຍໃຕ້ການຄຸ້ມຄອງຂອງກົມປ່າໄມ້ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຮ່ວມກັບ ວິທະຍຸກະຈາຍສຽງແຫ່ງຊາດລາວ
ງານບຸນນະມັດສະການພະທາດຫຼວງວຽງຈັນປີນີ້ ມວນຊົນຮ່ວມຮັກສາໄດ້ຮີດຄອງປະເພນີ

ງານບຸນນະມັດສະການພະທາດຫຼວງວຽງຈັນປີນີ້ ມວນຊົນຮ່ວມຮັກສາໄດ້ຮີດຄອງປະເພນີ

ເພື່ອໃຫ້ໝົດທຸກຊັ້ນຄົນພາຍໃນຊາດໄດ້ຮັບຮູ້ ແລະ ມີຄວາມເອກອ້າງທະນົງໃຈໃນຄວາມເປັນຊາດລາວ ຊຶ່ງສະແດງອອໃນການນຸ່ງຖືທີ່ມີເອກະລັກຮັກສາໄດ້ວັດທະນະທໍາຂອງຊາດ ທັງເປັນການສືບຕໍ່ອະນຸລັກປົກປັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າວັດທະນະທໍາອັນຍອດຍິ່ງໃຫ້ຄົງຢູ່ຄູ່ຄົນລາວ, ຊາດລາວ, ຊາວນະຄອນຫຼວງວຽງຈັນ ກໍຄືຊາວພຸດຕະຫຼອດໄປ.
ເພີ່ມເຕີມ