ງານເທດສະການດອກງີ້ວບານ ຄັ້ງທີ XXI ຈະຈັດຂຶ້ນໃນທ້າຍເດືອນມັງກອນນີ້

ງານເທດສະການດອກງີ້ວບານ ຄັ້ງທີ XXI ຈະຈັດຂຶ້ນໃນທ້າຍເດືອນມັງກອນນີ້
ທ່ານ ຄຳຜະຫຍາ ພົມປັນຍາ ຮອງເຈົ້າແຂວງບໍ່ແກ້ວຫົວໜ້າຄະນະຮັບຜິດຊອບຈັດງານໄດ້ຖະແຫຼງຂ່າວກ່ຽວກັບການກະກຽມຈັດງານເທດສະການດອກງີ້ວບານ ຄັ້ງທີ XXI ປະຈຳປີ 2024ຂຶ້ນເມື່ອບໍ່ດົນມານີ້ວ່າ:ການຈັດງານເທດສະການດັ່ງກ່າວ ຖືເປັນປາງບຸນໃຫຍ່ປະເພນີຂອງຊາວແຂວງບໍ່ແກ້ວໄດ້ເລີ່ມຈັດຂຶ້ນຄັ້ງທີ I ໃນປີ 2000 ແລະ ມີຜົນສໍາເລັດໃນການຈັດງານມາແລ້ວ 20 ຄັ້ງ ໂດຍຈັດຂຶ້ນໄລຍະລະດູທີ່ດອກງີ້ວກໍາລັງເບັ່ງບານໃນທ້າຍເດືອນມັງກອນຫາຕົ້ນເດືອນກຸມພາຂອງທຸກໆປີ ໂດຍມີຈຸດປະສົງສໍາຄັນຄື: 1.ເພື່ອເປັນການອະນຸລັກຮັກສາ ແລະ ສົ່ງເສີມວຽກງານດ້ານສິລະປະ, ວັດທະນະທໍາ, ການນຸ່ງຖື, ແບບແຜນວິຖີຊີວິດ, ຮີດຄອງປະເພນີອັນດີງາມຂອງປະຊາຊົນບັນດາເຜົ່າພາຍໃນແຂວງບໍ່ແກ້ວໃຫ້ມີຄວາມຍືນຍົງຄຽງຄູ່ກັບການພັດທະນາທາງດ້ານເສດຖະກິດ ທັງເປັນການເຊື່ອມໂຍງເຂົ້າກັບວັດທະນະທໍາ-ອະລິຍາທໍາອັນດີງາມຂອງຊາດ ແລະ ສາກົນ; 2. ເພື່ອໃຫ້ບັນດາແຂກ ແລະ ນັກທ່ອງທ່ຽວໄດ້ທ່ຽວຊົມ ແລະ ສໍາຜັດກັບຄວາມສວຍສົດງົດງາມທີ່ເປັນເອກະລັກພິເສດຂອງຕົ້ນງີ້ວກໍຄືດອກງີ້ວໄລຍະທີ່ກໍາລັງເບັ່ງບານ, ເຕັມໄປດ້ວຍມົນສະເໜ່ ແລະ ຄຸນຄ່າທາງດ້ານຊັບພະຍາກອນທໍາມະຊາດອັນອຸດົມສົມບູນ, ຊາວລາວໄດ້ມີຄວາມເຊື່ອວ່າດອກງີ້ວທີ່ເບັ່ງບານ ແມ່ນສະແດງເຖິງຄວາມອຸດົມຮັ່ງມີ, ຄວາມອົງອາດກ້າຫານ ແລະ ຄວາມສະຫງ່າງາມ; 3.ເພື່ອເປັນການຊຸກຍູ້, ສົ່ງເສີມ ແລະ ພັດທະນາວຽກງານການທ່ອງທ່ຽວທາງທຳມະຊາດ, ປະຫວັດສາດ, ວັດທະນະທຳ, ຮີດຄອງປະເພນີ, ວິຖີຊີວິດຂອງຊາວແຂວງບໍ່ແກ້ວ ແບບມີສ່ວນຮ່ວມຂອງຊຸມຊົນ ຕິດພັນກັບການສົ່ງເສີມການຜະລິດ, ການຄ້າ ແລະ ການບໍລິການໃຫ້ມີການຂະຫຍາຍຕົວປະກອບສ່ວນເຮັດໃຫ້ເສດຖະກິດຂອງແຂວງ ແລະ ຂອງຊາດໃຫ້ມີບາດກ້າວຂະຫຍາຍຕົວໃໝ່ທັງເປັນການສ້າງລາຍຮັບ ແລະ ແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໃຫ້ນັບມື້ດີຂຶ້ນ; 4. ແນໃສ່ສ້າງຂະບວນການຮອບດ້ານ ເພື່ອຂໍ່ານັບຮັບຕ້ອນວັນບຸນສໍາຄັນຂອງພັກ, ຂອງຊາດ ແລະ ຕິດພັນກັບການເປີດປີທ່ອງທ່ຽວລາວ 2024, ງານສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ, ວັນສ້າງຕັ້ງເຂດເສດຖະກິດພິເສດສາມຫຼ່ຽມຄໍາ ຄົບຮອບ 17 ປີ ແລະ ກິດຈະກຳຕ່າງໆທີ່ສຳຄັນເຮັດໃຫ້ມີບັນຍາກາດຄຶກຄື້ນມ່ວນຊື່ນ. 
ການຈັດງານຄັ້ງນີ້, ມີຫຼາຍກິດຈະກໍາທີ່ສໍາຄັນປະກອບດ້ວຍ: 1) ການປະກວດນາງສາວດອກງີ້ວບານ ປະຈໍາປີ 2024ເປັນນາງສາວຂອງແຂວງບໍ່ແກ້ວລວມມີ 20 ນາງສາວ ທີ່ຜ່ານການຄັດເລືອກເພື່ອເຂົ້າປະກວດຮອບສຸດທ້າຍໂດຍມີມູນຄ່າລາງວັນເງິນສົດ ແລະ ວັດຖຸທັງໝົດຈໍານວນ 500ລ້ານກວ່າກີບ,ໄລຍະປະກວດຈັດຂຶ້ນໃນຕອນບ່າຍວັນທີ 26-28 ມັງກອນ; 2) ການປະກວດນາງສາວທ່ອງທ່ຽວລາວ ປະຈໍາປີ 2024ຊຶ່ງເປັນນາງສາວຈາກ 18 ແຂວງໃນທົ່ວປະເທດລວມມີ 36 ນາງສາວທີ່ຜ່ານການຄັດເລືອກເພື່ອເຂົ້າປະກວດຮອບສຸດທ້າຍໂດຍມີມູນຄ່າລາງວັນເງິນສົດ ແລະ ວັດຖຸທັງໝົດຈໍານວນ 1 ຕື້ກ່ວາກີບ, ໄລຍະປະກວດແມ່ນຈັດຂຶ້ນໃນຕອນແລງວັນທີ 26-27 ມັງກອນ; 3) ການສະແດງສີລະປະ-ວັນນະຄະດີ ຊຶ່ງປະກອບມີລາຍການສະແດງຈາກພາຍໃນທັງສູນກາງ ແລະ ທ້ອງຖິ່ນ.ນອກນັ້ນ, ຍັງມີລາຍການສະແດງຈາກຕ່າງປະເທດເປັນຕົ້ນ: ສປ ຈີນ, ໄທ ແລະ ມຽນມາກໍານົດເວລາການສະແດງແມ່ນໃນຕອນບ່າຍ ແລະ ກາງຄືນຂອງວັນທີ 26-28 ມັງກອນ; 4) ການແຂ່ງຂັນກິລາກັອຟຊີງຖ້ວຍລາງວັນດອກງີ້ວຄໍາຄັ້ງທີ 1: ການແຂ່ງຂັນດັ່ງກ່າວໄດ້ຈັດຂຶ້ນທີ່ສະໜາມກັອຟສາກົນສາຍພູກີ່ວລົມໃນລະຫວ່າງວັນທີ 19-21 ມັງກອນ ຊຶ່ງມີທີມ (ຫຼື ກວ້ານ) ນັກກິລາຈາກ 9 ປະເທດ ລວມ 18 ທີມ, ມີນັກກິລາທັງໝົດ 100 ກ່ວາຄົນເພື່ອພ້ອມກັນຊີງເງິນລາງວັນປະເພດຄະແນນລວມຂອງທີມ ແລະ ຄະແນນຂອງບຸກຄົນລວມມູນຄ່າລາງວັນຄະນະ ແລະ ບຸກຄົນ ຈໍານວນ 3.750 ລ້ານກີບ.ນອກນັ້ນ, ຍັງມີລາງວັນໂຮນອິນວັນ ຫຼື ເຂົ້າຂຸມໄມ້ດຽວແມ່ນ 1.500ລ້ານກີບ ພ້ອມດ້ວຍບັດສະມາຊິກຕະຫຼອດຊີວິດມູນຄ່າ 1.500 ລ້ານກີບ.; 5) ການວາງສະແດງ ແລະ ຈໍາໜ່າຍສິນຄ້າ ເພື່ອເປັນການສົ່ງເສີມການຄ້າ, ການບໍລິການ ກໍຄືການສ້າງລາຍຮັບໃຫ້ປະຊາຊົນ ແລະ ຜູ້ປະກອບ
ການ, ໃນງານຍັງໄດ້ຈັດສັນເຂດວາງສະແດງ ແລະ ຈໍາໜ່າຍສິນຄ້າຈໍານວນ 400 ກວ່າຮ້ານໂດຍເລີ່ມແຕ່ວັນທີ 21-28 ມັງກອນ; 6) ການແຂ່ງຂັນກິລາຕີມວຍ: ຊຶ່ງກິລາຕີມວຍ ແມ່ນກິລາປະເພດໜຶ່ງທີ່ໄດ້ຮັບຄວາມນິຍົມຂອງມວນຊົນຊຶ່ງເປັນປະເພດມວຍລາຍລາວ-ມວຍໄທປະກອບມີ 9 ຄູ່ (ຊາຍ 7 ຄູ່, ຍິງ 2 ຄູ່) ມີທັງຄົນລາວ, ໄທ, ຍີ່ປຸ່ນ ແລະ ອີຣານໂດຍຈະຈັດຂຶ້ນໃນຕອນແລງຂອງວັນທີ 28 ມັງກອນ, ພິເສດມີບົວຂາວ ບັນຊາເມກນັກມວຍຊື່ດັງຂອງໄທ ກໍຈະມາຮ່ວມເປັນກໍາລັງໃຈໃນການແຂ່ງຂັນຕີມວຍຄັ້ງນີ້; 7) ການສະແດງບິນໂດນເພື່ອສ້າງສີສັນ ແລະ ຄວາມຕື່ນເຕັ້ນພາຍໃນງານໄດ້ມີການສະແດງບິນໂດນ ຖືໄດ້ວ່າເປັນກິດຈະກໍາໃໝ່ໂດຍນໍາໃຊ້ໂດນຈໍານວນ 1.000 ລໍາ ບິນຂຶ້ນທ້ອງຟ້າ ແລະ ເປີດດອກໄຟປະກອບເປັນຮູບພາບຕ່າງໆ ຊຶ່ງຈະສະແດງຈໍານວນສອງຄັ້ງຄື: ໃນຕອນແລງວັນທີ 26-27 ມັງກອນ.ນອກນັ້ນ, ຍັງມີການສະແດງຈູດບັ້ງໄຟດອກ ແລະ ປ່ອຍໂຄມໄຟເພື່ອເຮັດໃຫ້ງານມີສີສັນທີ່ສວຍງາມ. ການຈູດບັ້ງໄຟດອກຈະໄດ້ຈູດທັງກາງເວັນ ແລະ ກາງຄືນຂອງວັນທີ 26-28 ມັງກອນ.ສໍາລັບການປ່ອຍໂຄມໄຟແມ່ນຈັດຂຶ້ນໃນຄໍ່າຄືນຂອງມື້ສຸດທ້າຍໃນວັນທີ 28 ມັງກອນ.ນອກຈາກ 8 ກິດຈະກໍາຫຼັກທີ່ກ່າວມາຂ້າງເທິງແລ້ວໃນງານຈະໄດ້ມີການຈັດກອງປະຊຸມ 2 ກອງປະຊຸມຄື: ກອງປະຊຸມສົ່ງເສີມການລົງທຶນ ແລະ ການທ່ອງທ່ຽວ ແລະ ກອງປະຊຸມປະຈໍາປີ 2024 ຂອງສະມາຄົມເມືອງທ່ອງທ່ຽວມິດຕະພາບສາກົນຄຸນໝິງ.ມາຮອດປັດຈຸບັນ, ການກະກຽມດ້ານຕ່າງໆມີພ້ອມຮອບດ້ານ ແລະ ຈະໄດ້ດໍາເນີນການເປີດງານຢ່າງເປັນທາງການໃນຕອນບ່າຍຂອງວັນທີ 26 ມັງກອນ ແລະຈະດໍາເນີນໄປຮອດວັນທີ 28 ມັງກອນຈຶ່ງຈະສໍາເລັດ. 
ທ່ານຄຳຜະຫຍາພົມປັນຍາໄດ້ຕາງໜ້າຄະນະຮັບຜິດຊອບຈັດງານກໍຄືອົງການປົກຄອງແຂວງ, ເຂດເສດຖະກິດພິເສດສາມຫຼ່ຽມຄໍາ ຂໍເຊີນບັນດາທ່ານແຂກພາຍໃນ ແລະ ຕ່າງປະເທດ, ພະນັກງານ, ທະຫານ-ຕຳຫຼວດ, ນັກທຸລະກິດ, ພໍ່ຄ້າຊາວຂາຍ, ຕະຫຼອດຮອດປະຊາຊົນລາວບັນດາເຜົ່າໃນທົ່ວປະເທດ ພ້ອມດ້ວຍມວນຊົນເຂົ້າຮ່ວມງານໃນຄັ້ງນີ້ ໃຫ້ມາທ່ຽວຊົມພາຍໃນງານດ້ວຍບັນຍາກາດເບີກບານມ່ວນຊື່ນ ແລະ ເປັນຂະບວນຟົດຟື້ນ.(ຂ່າວ: ວັນເພັງ, ຂໍ້ມູນ-ພາບ: ແຂວງບໍ່ແກ້ວ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ເພີ່ມເຕີມ