ງານວາງສະແດງຄັ້ງນີ້ໄດ້ຈັດເຂດວາງສະແດງທີ່ມີຫົວຂໍ້ສະເພາະ 6 ເຂດ ແລະ ມີວິສາຫະກິດ 741 ແຫ່ງເຂົ້າຮ່ວມ, ທັງໄດ້ເປີດເຜີຍຜົນງານດ້ານການປະດິດສ້າງໃໝ່ 200 ກວ່າລາຍການທີ່ກ່ຽວພັນເຖິງຫຼາຍຂົງເຂດ ເຊັ່ນ: ການຜະລິດດ້ວຍປັນຍາປະດິດ, ເສດຖະກິດອາກາດຕ່ຳ, ເທີມິນັດອັດສະລິຍະ ແລະ ອື່ນໆ.
ທ່ານ ສີຈິ້ນຜິງ: “ບໍ່ມີສຸຂະພາບທົ່ວປວງຊົນ ກໍຈະບໍ່ມີຄວາມອີ່ມໜຳສຳລານຮອບດ້ານ”
ຢູ່ກາງແມ່ນ້ຳຢາງຊີກ້ຽງຕອນເຈີ້ນຈ່ຽງ ແຂວງຈ່ຽງຊູ ມີເກາະດອນນ້ອຍແຫ່ງໜຶ່ງຄື ຕາແສງຊື້ເຢ້ ເມືອງຕ່ານຖູ ນະຄອນເຈີ້ນຈ່ຽງ. ຢູ່ເທິງດອນແຫ່ງນີ້ມີປະຊາຊົນອາໄສຢູ່ຈຳນວນ 5 ບ້ານ ມີປະຊາກອນໝື່ນກວ່າຄົນ, ໃນອະດີດຜ່ານມາ, ຊາວບ້ານເຄີຍປະສົບຄວາມຫຍຸ້ງຍາກດ້ານໜຶ່ງຄື: “ຢ້ານເສຍຊີວິດຍ້ອນເຈັບເປັນ ແລະ ທັງຢ້ານເສຍຊີວິດຍ້ອນການຄົມມະນາຄົມ.”
ຕອນບ່າຍວັນທີ 13 ທັນວາ 2014, ທ່ານ ສີຈິ້ນຜິງ ໄດ້ເດີນທາງໄປຢ້ຽມຢາມປະຊາຊົນຢູ່ດອນດັ່ງກ່າວ ໂດຍເພິ່ນໄດ້ໄປເຖິງໂຮງໝໍຕາແສງຊື້ເຢ້ ເພື່ອສຳຫຼວດຊອກຮູ້ສະພາບການພັດທະນາວຽກງານສາທາລະນະສຸກຢູ່ຊົນນະບົດ ແລະ ການບໍລິການປິ່ນປົວພະຍາດໃຫ້ແກ່ຊາວບ້ານ.
ຄໍາເຫັນ