ງານວາງສະແດງສິນຄ້າຈີນ-ອາຊຽນໃນປີນີ້ຍັງໄດ້ຕັ້ງເຂດວາງສະແດງຕາມຄວາມຕ້ອງການຂອງປະເທດສະມາຊິກອາຊຽນເປັນຄັ້ງທຳອິດ ເພື່ອອຳນວຍຄວາມສະດວກໃຫ້ແກ່ການຈັບຄູ່ວິສາຫະກິດທີ່ແມ່ນຢຳຜ່ານເວທີອັດສະລິຍະ. ຂະນະດຽວກັນ, ກອງປະຊຸມສຸດຍອດການຄ້າ ແລະ ການລົງທຶນຈີນ-ອາຊຽນຄັ້ງທີ 23 ກໍເລີ່ມຈັດຂຶ້ນຢູ່ນະຄອນໜານນິງເຂດປົກຄອງຕົນເອງເຜົ່າຈວ້າງກວາງຊີ ຈີນ ໃນວັນທີ 17 ກັນຍານີ້.
ທ່ານ ສີຈິ້ນຜິງ ຕັ້ງຂໍ້ “ປາລະໄນ” ເມື່ອ 30 ກວ່າປີກ່ອນ
ເດືອນມິຖຸນາ ປີ 1988, ທ່ານ ສີຈິ້ນຜິງ ດຳລົງຕຳແໜ່ງເປັນເລຂາຄະນະພັກເຂດນິງເຕີ ແຂວງຟູຈ້ຽນ. ໃນການສຳຫຼວດເກັບກຳຂໍ້ມູນ, ມີປະຊາຊົນຈຳນວນຫຼາຍໄດ້ສ່ອງແສງບັນຫາພົ້ນເດັ່ນອັນໜຶ່ງຄື: ພະນັກງານຢຶດທີ່ດິນຫຼວງປຸກສ້າງເຮືອນສ່ວນຕົວຢ່າງຜິດລະບຽບການ.
ຄໍາເຫັນ