ງົບປະມານ ເຂົ້າໃນວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃນປີຜ່ານມາ

ງົບປະມານ ເຂົ້າໃນວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃນປີຜ່ານມາ

ງົບປະມານ ເຂົ້າໃນວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃນປີຜ່ານມາ
ປີຜ່ານມາ, ວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍຸກ ທີ່ກົມພັດທະນາຊົນນະບົດໄດ້ຮັບການອະນຸມັດງົບປະມານໂຄງການທຶນຂອງລັດ ລວມ 196.8 ຕື້ກີບ, ທຶນກູ້ຢືມ 52.45 ກວ່າຕື້ກີບ ແລະ ທຶນຊ່ວຍເຫຼືອ 2.8 ລ້ານຢວນ ຊຶ່ງໄດ້ເປັນເງື່ອນໄຂຊ່ວຍໃຫ້ການຈັດຕັ້ງປະຕິບັດວຽງການດັ່ງກ່າວ ມີຫຼາຍຄາດໝາຍສູ້ຊົນທີ່ສາມາດປະຕິບັດໄດ້ລື່ນແຜນການ ກໍຄືການສ້າງຄອບຄົວພັດທະນາ, ການສ້າງບ້ານໃຫຍ່ເປັນຕົວເມືອງໃນຊົນນະບົດ ແລະ ການສ້າງເມືອງເຂັ້ມແຂງຮອບດ້ານ.

 

 

ບົດສະຫຼຸບການຈັດຕັ້ງປະຕິບັດວຽກງານຂອງກົມພັດທະນາຊົນນະບົດປະຈໍາປີ 2024 ແລະ ທິດທາງແຜນການປີ 2025 ໄດ້ໃຫ້ຮູ້ວ່າ: ໃນປີ 2024 ໄດ້ຮັບງົບປະມານການລົງທຶນຂອງລັດ ເຂົ້າໃນວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຄື: ບ້ວງທຶນດັດສົມສົ່ງເສີມ ແລະ ບໍາລຸງ (ພາກ 63) ຈໍານວນ 10 ໂຄງການ ມູນຄ່າ 1.3 ຕື້ກີບ; ບ້ວງທຶນເກີນແຜນ (ພາກ 65) ປີ 2022 ຈໍານວນ 16 ໂຄງການ ມູນຄ່າ 10 ຕື້ກີບ ແລະ ບ້ວງລົງທຶນຂອງລັດ (ພາກ 67) ຈໍານວນ 593 ໂຄງການ, ມູນຄ່າ 185.5 ຕື້ກີບ (ເປັນທຶນປົກກະຕິ ມູນຄ່າ 160 ຕື້ກີບ, ທຶນອື່ນໆ 25.5 ຕື້ກີບ). ໃນນີ້, ສໍາລັບພູດສູນກາງ (ກົມພັດທະນາຊົນນະບົດ) ຮັບຜິດຊອບຈັດຕັ້ງປະຕິບັດ 95 ໂຄງການ, ມູນຄ່າ 52.78 ຕື້ກີບ ແລະ ພູດກະຊວງແຜນການ ແລະ ການລົງທຶນ (ກົມແຜນການ) ຈັດສັນໃຫ້ທ້ອງຖິ່ນ ຈັດຕັ້ງປະຕິບັດ 498 ໂຄງການ, ມູນຄ່າ 132.72 ຕື້ກີບ.

ຕາມຂໍ້ມູນໃນບົດສະຫຼຸບ, ມາຮອດເດືອນມີນາປີນີ້ ສາມາດຈັດຕັ້ງປະຕິບັດງົບປະມານການລົງທຶນຂອງລັດ ພາກ 63 ສໍາເລັດ 10 ໂຄງການ, ມູນຄ່າ 1.3 ຕື້ກີບ; ບ້ວງທຶນເກີນແຜນ (ພາກ 65) ປີ 2022 ສໍາເລັດ 14 ໂຄງການ, ຍັງ 1 ໂຄງການ ພວມປະກອບເອກະສານ ເພື່ອຂໍການຊໍາລະມູນຄ່າໂຄງການຕາມສັນຍາ (ໂຄງການສ້ອມແປງທາງຊົນນະບົດ ຢູ່ເມືອງກະລຶມ ແຂວງເຊກອງ) ແລະ ອີກ 1 ໂຄງການພວມສຸມໃສ່ຈັດຕັ້ງປະຕິບັດໃຫ້ສໍາເລັດ ແລະ ສາມາດຖອນງົບປະມານ ເພື່ອຊໍາລະມູນຄ່າໂຄງການໃຫ້ທັນກ່ອນວັນທີ 30 ມີນາ 2025 ນີ້ (ໂຄງການສ້ອມແປງຊົນລະປະທານຫ້ວຍຂະ ເມືອງລອງ ແຂວງຫຼວງນໍ້າທາ); ສ່ວນງົບປະມານການລົງທຶນຂອງລັດ ພາກ 67 ບ້ວງທຶນສູນກາງຄຸ້ມຄອງ 95 ໂຄງ ການ ມູນຄ່າ 52.78 ຕື້ກີບ ແມ່ນຈັດຕັ້ງປະຕິບັດສໍາເລັດຕາມການອະນຸມັດທຸກໂຄງການ.

ເງິນກູ້ຢືມຈາກທະນາຄານໂລກ (ໂຄງການຫຼຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ) ໄດ້ເບີກຈ່າຍເງິນອຸດໜູນໃຫ້ຜູ້ໄດ້ຮັບຜົນປະໂຫຍດທັງໝົດ 52,451,100,000 ກີບ. ໃນນັ້ນ, ມີຜູ້ໄດ້ຮັບ ຜົນປະໂຫຍດທັງໝົດ 30,306 ຄົນ (ແມ່ຍິງຖືພາ 4,436 ຄົນ ແລະ ເດັກນ້ອຍ 25,870 ຄົນ), ຢູ່ໃນ 868 ບ້ານ, 12 ເມືອງ ແລະ 4 ແຂວງ (ແຂວງຊຽງຂວາງ, ແຂວງອຸດົມໄຊ, ແຂວງຜົ້ງສາລີ ແລະ ແຂວງຫົວພັນ).

ເງິນຊ່ວຍເຫຼືອຈາກເຂດປົກຄອງຕົນເອງຊົນເຜົ່າຈວງກວາງຊີ ສປ ຈີນ ຈໍານວນ 2.8 ລ້ານຢວນ ທີ່ຈັດຕັ້ງປະຕິບັດຢູ່ບ້ານທ່າດອກຄໍາ ເມືອງໄຊທານີ ນະຄອນຫຼວງວຽງຈັນ. ໃນປີ 2024, ໄດ້ສຸມໃສ່ການກໍ່ສ້າງເຮືອນຮົ່ມທີ່ທັນສະໄໝ ເພື່ອສ້າງເປັນສູນສາທິດການປູກພືດຜັກ ແລະ ກິດຈະກໍາອື່ນໆທີ່ຕິດພັນ ເປັນຈໍານວນ ເງິນ 1,800,000 ຢວນ.

ສັງລວມແລ້ວ, ບັນດາທຶນງົບປະມານດັ່ງກ່າວ ທີ່ໃຊ້ເຂົ້າໃນການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຢູ່ ສປປ ລາວ ແມ່ນມີຫຼາຍຮ້ອຍຕື້ ແລະ ໄດ້ປະກອບສ່ວນຊ່ວຍໃຫ້ຫຼາຍຄາດໝາຍສູ້ຊົນຂອງວຽກງານດັ່ງກ່າວ ໃນປີ 2024 ສາມາດປະຕິບັດໄດ້ລື່ນແຜນການ ກໍຄື 3 ຄາດໝາຍ: ການສ້າງຄອບຄົວພັດທະນາ, ສ້າງໄດ້ 46,099 ຄອບຄົວ ກວມ 139,69%; ການສ້າງບ້ານໃຫຍ່ເປັນຕົວເມືອງໃນຊົນນະບົດ, ສ້າງໄດ້ 22 ຈຸດ, ລື່ນຄາດໝາຍວາງໄວ້ (ຄາດໝາຍສູ້ຊົນ 4 ຈຸດ); ການສ້າງເມືອງເຂັ້ມແຂງຮອບດ້ານ, ສ້າງໄດ້ 5 ເມືອງກວມ 125% ຂອງຄາດໝາຍທີ່ກໍານົດໄວ້ (ຄາດໝາຍສູ້ຊົນ 4 ເມືອງ).

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຝຶກອົບຮົມໃຫ້ພະນັກງານຫຼັກແຫຼ່ງອ້ອມຂ້າງສູນກາງ ເພື່ອຮັບໃຊ້ການເລືອກຕັ້ງ

ຝຶກອົບຮົມໃຫ້ພະນັກງານຫຼັກແຫຼ່ງອ້ອມຂ້າງສູນກາງ ເພື່ອຮັບໃຊ້ການເລືອກຕັ້ງ

ຄະນະປະຈຳການ, ຄະນະກຳມະການເລືອກຕັ້ງລະດັບຊາດ, ໄດ້ຈັດກອງປະຊຸມຝຶກອົບໃຫ້ແກ່ພະ ນັກງານຫຼັກແຫຼ່ງອ້ອມຂ້າງສູນກາງ ເພື່ອຮັບໃຊ້ການເລືອກຕັ້ງສະມາຊິກສະພາແຫ່ງຊາດ(ສສຊ) ຊຸດ ທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ(ສສຂ) ຊຸດທີ V,ຂຶ້ນໃນລະຫວ່າງວັນທີ 4-5 ທັນວານີ້, ທີ່ຫໍປະຊຸມສະພາແຫ່ງຊາດ, ໂດຍການເປັນປະທານ ຂອງ ທ່ານ ຈະເລີນ ເຢຍປາວເຮີ, ຮອງປະທານສະພາແຫ່ງຊາດ, ຮອງຫົວໜ້າອະນຸກຳມະການໂຄສະນາ ແລະ ປຸກລະດົມຂະບວນການ, ມີບັນດາຮອງປະທານສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດ, ບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ບັນດາກະຊວງ ແລະ ອົງການທຽບເທົ່າກະຊວງເຂົ້າຮ່ວມ.
ການພັດທະນາຖານຂໍ້ມູນພາສາລາວທີ່ມີຄຸນນະພາບເພື່ອສົ່ງເສີມປັນຍາປະດິດລາວ

ການພັດທະນາຖານຂໍ້ມູນພາສາລາວທີ່ມີຄຸນນະພາບເພື່ອສົ່ງເສີມປັນຍາປະດິດລາວ

ກອງປະຊຸມວິຊາການ ການພັດທະນາຖານຂໍ້ມູນພາສາລາວທີ່ມີຄຸນນະພາບ ເພື່ອສົ່ງເສີມປັນຍາປະ ດິດລາວໄດ້ຈັດຂຶ້ນໃນວັນທີ 4 ທັນວານີ້ ທີ່ໂຮງແຮມຄຣາວພາຊາ ເປັນກຽດເຂົ້າຮ່ວມຂອງທ່ານ ສາຄອນ ພົມມະລາດ ກຳມະການພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຜູ້ຊີ້ນຳວິທະຍຸກະຈາຍສຽງແຫ່ງຊາດລາວ, ມີສຳນັກຂ່າວສານປະເທດລາວ, ໜັງສືພິມພາສາຕ່າງປະເທດ, ທ່ານ ສະຫວັນຄອນ ຣາຊມຸນຕຣີ ປະທານສະມາຄົມນັກຂ່າວແຫ່ງສປປ ລາວ, ອະດີດຮອງລັດຖະມົນຕີກະຊວງຖະແຫຼງຂ່າວວັດທະ ນະທຳ ແລະ ທ່ອງທ່ຽວ, ທ່ານ ນາງ ບີນິຕາ ສົມເມີວິວ ຮອງເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ປະເທດອົສຕຣາລີປະຈຳສປປ ລາວ, ທ່ານ ໄຊສົງຄາມ ພານຸວົງ ຫົວໜ້າສະຖາບັນຄົ້ນຄວ້ານໍາໃຊ້ເຕັກໂນໂລຊີອັດຊະລິຍະ ກະຊວງເຕັກໂນໂລຊີ ແລະ ການສື່ສານ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ແກ່ນທ້າວ ແຂ່ງຂັນກິລາສະເຫຼີມສະຫຼອງວັນຊາດ ຄົບຮອບ 50 ປີ ຢ່າງເບີກບານມ່ວນຊື່ນ.

ແກ່ນທ້າວ ແຂ່ງຂັນກິລາສະເຫຼີມສະຫຼອງວັນຊາດ ຄົບຮອບ 50 ປີ ຢ່າງເບີກບານມ່ວນຊື່ນ.

ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດງານແຂ່ງຂັນກິລາ ເພື່ອສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ຂຶ້ນໃນວັນທີ 2 ທັນວາຜ່ານມານີ້ທີ່ເດີ່ນກິລາເມືອງ ໂດຍການເຂົ້າຮ່ວມຂອງທ່ານ ຄໍາປຸ່ນ ນວນສະບັບ ກໍາມະການພັກແຂວງເລຂາຄະນະບໍລິຫານງານພັກເມືອງ, ມີບັນດາການນໍາເມືອງ, ອົງການປົກຄອງບ້ານ, ນັກທຸລະກິດຜູ້ປະກອບການ ແລະ ນັກກິລາເຂົ້າຮ່ວມ.
ແຊ້ມເຮືອປະເພນີ ທັງຊາຍ ແລະ ຍິງ ຕົກເປັນຂອງບ້ານດ່ານ

ແຊ້ມເຮືອປະເພນີ ທັງຊາຍ ແລະ ຍິງ ຕົກເປັນຂອງບ້ານດ່ານ

ງານບຸນຊ່ວງເຮືອ ປະຈໍາປີ 2025 ທີ່ເມືອງລະມາມ ແຂວງເຊກອງ ໄດ້ຈັດຂຶ້ນໃນວັນທີ 3 ທັນວານີ້ ທີ່ທ່າບັກເກົ່າ ບ້ານເພຍໃໝ່ ໂດຍມີຜົນການແຂ່ງຂັນດັ່ງນີ້: ເຮືອປະເພນີທັງຊາຍ ແລະ ຍິງ ຕົກເປັນ ຂອງສີພາຍບ້ານດ່ານ ເປັນເຈົ້າຄອງແຊ້ມໜ້ານໍ້າເຊກອງ ຊຶ່ງໃຫ້ກຽດມອບລາງວັນ ແລະ ຮ່ວມພິທີປິດງານ ຂອງທ່ານ ນາງ ສີສະຫງ່າ ແກ້ວດວງດີ ຄະນະປະຈຳພັກແຂວງຮອງປະທານຄະນະກຳມະການປົກຄອງແຂວງເຊກອງ, ມີທ່ານ ດາວວີ ສວຍທະລັງສີ ຄະນະປະຈຳພັກແຂວງເລຂາພັກເມືອງລະມາມ.
LDB ເປີດໜ່ວຍບໍລິການໃໝ່ ຢູ່ເມືອງປາກອູ ແຂວງຫຼວງພະບາງ

LDB ເປີດໜ່ວຍບໍລິການໃໝ່ ຢູ່ເມືອງປາກອູ ແຂວງຫຼວງພະບາງ

ວັນທີ 3 ທັນວາ ນີ້, ທະນາຄານ ພັດທະນາລາວ ຈຳກັດ (LDB) ສາຂາພາກເໜືອ ໄດ້ຈັດພິທີເປີດໜ່ວຍບໍລິການໃໝ່ ຢູ່ເມືອງປາກອູ ແຂວງຫຼວງພະບາງ, ມີ ທ່ານ ບຸນເລື່ອມ ມະນີວົງ ເລຂາຄະນະບໍລິຫານງານພັກແຂວງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ແລະແຂກຮັບເຊີນ ເຂົ້າຮ່ວມ.
ເປີດໂຕຢ່າງເປັນທາງການອິນຟູໜ້າໃໝ່ 2026 ປະຈຳແອັບ INSEEHUB ຜູ້ເປັນເຈົ້າຂອງດວງມະຫາເຮັງ ທີ່ເຄີຍຖືກເລກ16ຕື້ກີບ.

ເປີດໂຕຢ່າງເປັນທາງການອິນຟູໜ້າໃໝ່ 2026 ປະຈຳແອັບ INSEEHUB ຜູ້ເປັນເຈົ້າຂອງດວງມະຫາເຮັງ ທີ່ເຄີຍຖືກເລກ16ຕື້ກີບ.

ຈາກບັນດາແອັບຫວຍຕ່າງໆຈົນກາຍເປັນຕຳນານສຳລັບປີນີ້, ໃຜທີ່ດາວໂຫຼດ ແລະ ລົງທະບຽນແອັບ InseeHubກໍຮັບໄປເລີຍເງິນເຮັງ 50,000ກີບເຂົ້າກະເປົາ (ທຸກໆ Userໃຫມ່)ພ້ອມສ່ວນຫຼຸດ 15% ທຸກຊ່ອງທາງການຊຳລະ.
ບໍ່ແກ້ວໄດ້​ຮັບ​ການ​ພັດ​ທະ​ນາແລະເຕີບ​ໃຫຍ່ຂະຫຍາຍຕົວເປັນກ້າວໆມາ

ບໍ່ແກ້ວໄດ້​ຮັບ​ການ​ພັດ​ທະ​ນາແລະເຕີບ​ໃຫຍ່ຂະຫຍາຍຕົວເປັນກ້າວໆມາ

ໃນໂອກາດ ວັນຊາດທີ 2 ທັນວາ ໄດ້ໝູນວຽນມາບັນຈົບຄົບຮອບ 50 ປີ ສະ​ຫາຍ ພົ.ວ ແປ້ນຄໍາ ບຸດຈັນແພງ ເລຂາພັກ ແຂວງບໍ່ແກ້ວ ​ໄດ້​ສະ​ແດງ​ທັດ​ສະ​ນະ​ວ່າ: ຂ້າ​ພະ​ເຈົ້າສຸດທີ່ມີຄວາມຈົດຈໍາລໍາລຶກເຖງບຸນຄຸນອັນປະເສີດແລະ ຄວາມຍ້ອງຍໍຊົມເຊີຍຕໍ່​ຜູ້ນຳ​ພັກ-ລັດຕະຫຼອດ​ເຖິງສະມາ​ຊິກ​ພັກ, ພະນັກງານ, ນັກຮົບປະຕິວັດແຕ່ລະຮຸ່ນ,ແຕ່ລະສະໄໝ ທີ່ໄດ້ອຸທິດ​ຊີວິດ​ເພື່ອພາລະກິດ​ອັນສູງ​ສົ່ງ ​ຂອງ​ປະ​ເທດ​ຊາດ,ຂອງ​ພັກ ແລະການ​ປະຕິວັດ.
ບໍລິສັດ ຝຸ່ນໂປຕາສຮ່ວມກັບແຂວງຄໍາມ່ວນເປີດໂຄງການກໍ່ສ້າງຕະຫຼາດບ້ານນາຄໍາ

ບໍລິສັດ ຝຸ່ນໂປຕາສຮ່ວມກັບແຂວງຄໍາມ່ວນເປີດໂຄງການກໍ່ສ້າງຕະຫຼາດບ້ານນາຄໍາ

ພິທີເປີດໂຄງການກໍ່ສ້າງຕະຫຼາດບ້ານນາຄໍາ ເມືອງໜອງບົກ ແຂວງຄໍາມ່ວນ ຊຶ່ງໃຫ້ທຶນໂດຍບໍລິສັດ ຝຸ່ນໂປຕາສ ອາຊີ-ໂປຕາສ ສາກົນ (ລາວ) ຈໍາກັດຜູ້ດຽວ ໄດ້ຈັດຂຶ້ນໃນວັນທີ 1 ທັນວາຜ່ານມາ ທີ່ບ້ານດັ່ງກ່າວ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ເດດສັກດາ ມະນີຄໍາ ຄະນະປະຈໍາພັກແຂວງ ຫົວໜ້າພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງ, ທ່ານ ຈູ່ຊຽງລີ່ ຮອງອໍານວຍການບໍລິສັດ ຝຸ່ນໂປຕາສ ອາຊີ-ໂປຕາສ ສາກົນ (ລາວ) ຈໍາກັດຜູ້ດຽວພ້ອມດ້ວຍຄະນະ, ມີແຂກຖືກເຊີນ ແລະ ອໍານາດການປົກຄອງບ້ານອ້ອມຂ້າງຕະຫຼອດເຖິງພໍ່ແມ່ປະຊາຊົນເຂົ້າຮ່ວມ.
ຄວາມຮູ້ສຶກຂອງ ທ່ານ ສຸວັນນີໄຊຊະນະໂອ​ກາດສະຫຼອງວັນ​ຊາດຄົບ​ຮອບ 50 ປີ

ຄວາມຮູ້ສຶກຂອງ ທ່ານ ສຸວັນນີໄຊຊະນະໂອ​ກາດສະຫຼອງວັນ​ຊາດຄົບ​ຮອບ 50 ປີ

​ ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງວັນ​ຊາດທີ 2 ທັນ​ວາຄົບ​ຮອບ 50 ປີ(2 ທັນ​ວາ 1975-2 ທັນ​ວາ 2025), ທ່ານ ສຸວັນນີ ໄຊຊະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 11, ປະທານສະພາປະຊາຊົນແຂວງບໍລິຄໍາໄຊໄດ້​ສະ​ແດງ​ທັດ​ສະ​ນະ​ວ່າ: ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ໄດ້ຮັບການສະຖາປານາ ມາຮອດມື້ນີ້ກໍ​ຄົບ​ຮອບ 50 ປີ ພໍດີ, ເ​ມື່ອຫວນຄືນເບິ່ງແລ້ວຄືວ່າ ບໍ່ດົນນານພໍປານໃດ, ຄິດເຫັນພາບເຫດການສໍາຄັນປະຫວັດສາດ ທີ່ເຄີຍໄດ້ປະກອບສ່ວນ ໃນຂະບວນການລຸກຂຶ້ນຢຶດອໍານາດຂອງມວນຊົນ, ຂະບວນການຊາວໜຸ່ມຕະລຸມບອນ ຢູ່ຕາແສງໜອງບອນ ເມືອງໄຊເສດຖາ ນະຄອນຫຼວງວຽຈັນ ທີ່ເປັນຖິ່ນກໍາເນີດຂອງຕົນ ຈາກມື້ນັ້ນມາຮອດມື້ນີ້ ພໍດີກຽມພັກບໍານານ ສໍາເລັດໜ້າທີ່ທີ່ພັກ, ລັດ ມອບໝາຍໃຫ້, ມັນຊ່າງເປັນເສັ້ນທາງ ທີ່ເຕັມໄປດ້ວຍຄວາມສະລັບສັບຊ້ອນ, ລະອິດລະອ້ຽວຫາກຍ້ອນມີພັກນໍາພາ ປະເທດຊາດແສນຮັກຂອງພວກເຮົາ ຈຶ່ງມີການພັດທະນາ ແລະ ດໍາລົງຄົງຢູ່ຢ່າງສະຫງ່າຜ່າເຜີຍຄືແນວນີ້.
ເຈົ້າແຂວງສະຫວັນນະເຂດ ອວຍພອນ ແລະ ມອບເຄື່ອງໃຫ້ກອງຮ້ອຍສູນເສຍອົງຄະ-ນັກຮົບແຂ່ງຂັນ ໃນໂອກາດວັນສະຖາປານາ ສປປ ລາວ ຄົບຮອບ 50 ປີ

ເຈົ້າແຂວງສະຫວັນນະເຂດ ອວຍພອນ ແລະ ມອບເຄື່ອງໃຫ້ກອງຮ້ອຍສູນເສຍອົງຄະ-ນັກຮົບແຂ່ງຂັນ ໃນໂອກາດວັນສະຖາປານາ ສປປ ລາວ ຄົບຮອບ 50 ປີ

ໂອກາດວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ (ວັນທີ 2 ທັນວາ 1975 ຫາ ວັນທີ 2 ທັນວາ 2025), ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງສະຫວັນນະເຂດ, ພ້ອມດ້ວຍຮອງປະທານຄະນະກໍາມະການປົກຄອງແຂວງ, ຫົວໜ້າກອງບັນຊາການ ປກສ-ປກຊແຂວງ, ພະແນກການເງິນ, ພະແນກແຮງງານ ແລະ ສະຫວັດດີການສັງຄົມ, ຫົວໜ້າຫ້ອງວ່າການແຂວງ, ພະແນກສຶກສາທິການ ແລະ ກິລາ, ພະແນກໂຍທາທິການ ແລະ ຂົນສົ່ງ, ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ, ພ້ອມຄະນະໄດ້ໄປຢ້ຽມຢາມ ແລະ ມອບເຄື່ອງອຸປະໂພກ-ບໍລິໂພກໃຫ້ຄອບຄົວຜູ້ເສຍອົງຄະ ແລະ ຜູ້ທີ່ມີຄຸນງາມຄວາມດີຢູ່ທີ່ກອງຮ້ອຍສູນເສຍອົງຄະເຊ 17 ເມືອງພີນ ແຂວງສະຫວັນນະເຂດ.
ເພີ່ມເຕີມ