ທ່ານ ວຽງສາລີ ອິນທະພົມ ຫົວໜ້າພະແນກການເງິນ ນະຄອນຫຼວງວຽງຈັນຊີ້ແຈງການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 6 ເດຶອນຕົ້ນປີ ແລະ ທິດທາງແຜນການ 6 ເດຶອນທ້າຍປີ 2024 ແລະ ຕໍ່ຂະແໜງການເງິນ ຕໍ່ກອງປະຊຸມ ສະໄໝສາມັນເທື່ອທີ 7 ຂອງສະພາປະຊາຊົນ ຊຸດທີ II ນວ

ນວ ເກັບລາຍຮັບ 6 ເດືອນຕົ້ນປີໄດ້ 5.029,26 ຕື້ກີບ

ນວ ເກັບລາຍຮັບ 6 ເດືອນຕົ້ນປີໄດ້ 5.029,26 ຕື້ກີບ
ໂດຍ: ແສງຈັນ ທ່ານ ວຽງສາລີ ອິນທະພົມ ຫົວໜ້າພະແນກການເງິນ ນະຄອນຫຼວງວຽງຈັນຊີ້ແຈງການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 6 ເດຶອນຕົ້ນປີ ແລະ ທິດທາງແຜນການ 6 ເດຶອນທ້າຍປີ 2024 ແລະ ຕໍ່ຂະແໜງການເງິນ ຕໍ່ກອງປະຊຸມ ສະໄໝສາມັນເທື່ອທີ 7 ຂອງສະພາປະຊາຊົນ ຊຸດທີ II ນວ ທີ່ຫ້ອງວ່າການປົກຄອງ ນວ ບາງເນື້ອໃນສໍາຄັນວ່າ: ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 6 ເດຶອນຕົ້ນປີ2024 (ຮອດວັນທີ 30ມິຖຸນາ 2024) ດ້ານລາຍຮັບ ປະຕິບັດໄດ້ 5.029,26 ຕື້ກີບ ເທົ່າກັບ 67,20% ຂອງແຜນການກະຊວງການເງິນ 7.484,30 ຕື້ກີບ(ທຽບໃສ່ໄລຍະດຽວຂອງປີຜ່ານມາ ລື່ນແຜນ 1.438,81 ຕື້ກີບ ເທົ່າກັບ 40,07%) ໃນນີ້ ລາຍຮັບພູດສູນກາງ (ພາສີ) ປະຕິບັດໄດ້ 3.485,60 ຕື້ກີບ ເທົ່າກັບ 64,05% ຂອງແຜນການກະຊວງການເງິນ 5.442 ຕື້ກີບ (ທຽບໃສ່ໄລຍະດຽວຂອງປີຜ່ານມາ ລື່ນແຜນ 930,66 ຕື້ກີບ ເທົ່າກັບ 36,43%), ລາຍຮັບທ້ອງຖິ່ນ(ນວ) ປະຕິບັດໄດ້ 1.543,66 ຕື້ກີບ ເທົ່າກັບ 75,58% ຂອງແຜນການກະຊວງການເງິນ 2.042,30 ຕື້ກີບ (ທຽບໃສ່ໄລຍະດຽວຂອງປີຜ່ານມາ ລື່ນແຜນ 508,14 ຕື້ກີບ ເທົ່າກັບ 49,07%) ໃນນີ້ ພາສີ-ສ່ວຍສາອາກອນ: ປະຕິບັດໄດ້ 1.489,17 ຕື້ກີບ ເທົ່າກັບ 73,96% ຂອງແຜນການກະຊວງ 2.013,60 ຕື້ກີບ, ບໍ່ແມ່ນພາສີ-ສ່ວຍສາອາກອນ ປະຕິບັດໄດ້ 54,48 ຕື້ກີບ ເທົ່າກັບ 189,86% ຂອງແຜນການກະຊວງ 28,70 ຕື້ກີບ, ໃນນີ້ ແຍກລາຍຮັບເປັນຂະແໜງການສະເພາະ ສ່ວຍສາອາກອນ ປະຕິບັດໄດ້ 1.489,17 ຕື້ກີບ ເທົ່າກັບ 75,82% ຂອງແຜນການກະຊວງ 1.964,00 ຕື້ກີບ (ທຽບໃສ່ໄລຍະດຽວຂອງປີຜ່ານມາ ລື່ນແຜນ 507,60 ຕື້ກີບ ເທົ່າກັບ 51,71%), ຊັບສິນຂອງລັດ ປະຕິບັດໄດ້ 54,06 ຕື້ກີບ ເທົ່າກັບ 69,58% ຂອງແຜນການກະຊວງ 77,58 ຕື້ກີບ (ທຽບໃສ່ໄລຍະດຽວຂອງປີຜ່ານມາ ລືນແຜນ 0,61 ຕື້ກີບ ເທົ່າກັບ 1,15%), ລັດວິສາຫະກິດ ແຜນການ 600 ລ້ານກີບ, ປະຕິບັດໄດ້ 426,63 ລ້ານກີບ ເທົ່າກັບ 71,11%, ແຜນການກະຊວງ.

ດ້ານລາຍຈ່າຍ ສາມາດປະຕິບັດໄດ້ທັງໝົດ 426,63 ຕື້ກີບ ເທົ່າກັບ 75,65% ຂອງແຜນການກະຊວງ563,90 ຕື້ກີບ, ດ້ານການດຸ່ນດ່ຽງ: ແຜນການ 1.130,07 ຕື້ກີບ, ປະຕິບັດໄດ້ 506,52 ຕື້ກີບ ເທົ່າກັບ 44,82% ຂອງແຜນການ.

ຄາດໝາຍສູ້ຊົນແຜນງົບປະມານແຫ່ງລັດໝົດປີ 2024 ດ້ານລາຍຮັບທັງໝົດ7.484,30 ຕື້ກີບ, ລາຍຮັບພູດທ້ອງຖີ່ນ (ນະຄອນຫຼວງວຽງຈັນ) 2.042,30 ຕື້ກີບ, ລາຍຮັບຈາກພາສີ ແລະ ສ່ວຍສາອາກອນ 2.013,60 ຕື້ກີບ, ລາຍຮັບບໍ່ແມ່ນພາສີ ແລະ ສ່ວຍສາອາກອນ 28,70 ຕື້ກີບ, ລາຍຮັບພູດສູນກາງ (ພາສີ) 5.442 ຕື້ກີບ, ດ້ານລາຍຈ່າຍທັງໝົດ 754,93 ຕື້ກີບ, ລາຍຈ່າຍ ບໍລິຫານປົກກະຕິ(60-66)563,98 ຕື້ກີບ, ລາຍຈ່າຍ ການລົງທຶນຂອງລັດ190,94 ຕື້ກີບ, ດ້ານການດຸ່ນດ່ຽງ1.287,36 ຕື້ກີບ.

ສໍາລັບແຜນງົບປະມານໝົດປີ2024 ນວ (ພະແນກການເງິນ ນວ) ຈະສຸມໃສ່ຈັດຕັ້ງປະຕິບັດໃຫ້ໄດ້ ຄື: ແຜນການໝົດປີ2024 ຄາດຄະເນຈັດເກັບໃຫ້ໄດ້ 7.484,30 ຕື້ກີບ ເທົ່າກັບ 100% ຂອງແຜນງົບປະມານແຫ່ງລັດປີ 2024 ແລະ ຈະສູ້ຊົນເກັບລາຍຮັບໃຫ້ລື່ນແຜນການ 8.184,80ຕື້ກີບ ເທົ່າກັບ 114,56% ຂອງແຜນການສະພາຮັບຮອງເປັນເງິນລື່ນ 1.040,61 ຕື້ກີບ ແລະ ເທົ່າກັບ 109,35% ຂອງແຜນກະຊວງການເງິນ ເປັນເງິນລື່ນ 700,50 ຕື້ກີບ ໃນນັ້ນ ລາຍຮັບພູດສູນກາງ (ພາສີ) ຄາດຄະເນສູ້ຊົນປະຕິບັດໝົດປີ 2024ໃຫ້ໄດ້ 5.442 ຕື້ກີບ ເທົ່າກັບ 100% ຂອງແຜນການປີ, ລາຍຮັບທ້ອງຖິ່ນ ນວ ຄາດຄະເນຈັດເກັບໃຫ້ໄດ້2.0422,30 ຕື້ກີບ ເທົ່າກັບ 100% ຂອງແຜນການກະຊວງ ແລະ ຈະສູ້ຊົນເກັບລາຍຮັບໃຫ້ລື່ນແຜນການ 2.742,80 ຕື້ກີບ ເທົ່າກັບ 134,29% ຂອງແຜນກະຊວງການເງິນ ເປັນເງິນລື່ນ 700,50 ຕື້ກີບ, ພາສີ-ສ່ວຍສາອາກອນ ຄາດຄະເນຈັດເກັບໃຫ້ໄດ້ 2.013,60 ຕື້ກີບ ເທົ່າກັບ 100% ຂອງແຜນການກະຊວງ ແລະ ຈະສູ້ຊົນເກັບລາຍຮັບໃຫ້ລື່ນແຜນການ 2.696,27 ຕື້ກີບ ເທົ່າກັບ 133,90% ຂອງແຜນການກະຊວງ ເປັນເງິນລື່ນ 682,67 ຕື້ກີບ, ບໍ່ແມ່ນພາສີ-ສ່ວຍສາອາກອນ: ຄາດຄະເນຈັດເກັບໃຫ້ໄດ້ 28,10 ຕື້ກີບ ເທົ່າກັບ 100% ຂອງແຜນການກະຊວງ ແລະ ຈະສູ້ຊົນເກັບລາຍຮັບໃຫ້ລື່ນແຜນການ 46,53 ຕື້ກີບ ເທົ່າກັບ 165,58% ຂອງແຜນກະຊວງການເງິນ ເປັນເງິນລື່ນ 18,43 ຕື້ກີບ, ດ້ານລາຍຈ່າຍ ແຜນການດັດສະເລ່ຍປີ 2024ຄາດຄະເນປະຕິບັດລາຍຈ່າຍໝົດປີ 2024 ໃຫ້ໄດ້ບໍ່ເກີນ754,93 ຕື້ກີບ ຂອງແຜນການປີ ຕາມແຈ້ງແຜນຂອງກະຊວງການເງິນ ສະບັບເລກທີ 1598/ກງ ສະບັບເລກທີ 07 ພຶດສະພາ 2024, ດ້ານການດຸ່ນດ່ຽງ ແຜນການດຸ່ນດ່ຽງດັດສະເລ່ຍປີ 2024 ຄາດຄະເນປະຕິ ບັດດຸ່ນດ່ຽງໝົດປີ 2024 ໃຫ້ໄດ້ 1.287,36 ຕື້ກີບ ເທົ່າກັບ 100% ຂອງແຜນການປີ ຕາມແຈ້ງແຜນຂອງກະຊວງການເງິນ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ລະຄອນເພັງ ເກັບກ່ຽວເຂົ້ານາປີ ໃກ້​ຈະ​ສຳເລັດແລະກຽມສຸມໃສ່ປູກພືດລະດູແລ້ງ

ລະຄອນເພັງ ເກັບກ່ຽວເຂົ້ານາປີ ໃກ້​ຈະ​ສຳເລັດແລະກຽມສຸມໃສ່ປູກພືດລະດູແລ້ງ

ທ່ານ ຄຳກອນ ວິໄລສັກ ຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ເມືອງລະຄອນເພັງແຂວງ​ສາ​ລະ​ວັນເປີດ​ເຜີຍໃນວັນທີ 20 ພະຈິກຜ່ານ​ມາວ່າ: ປັດຈຸບັນຊາວກະສິກອນ ເມືອງລະຄອນເພັງ ຂຸ້ນຂ້ຽວສຸມໃສ່ເກັບ​ກ່ຽວເຂົ້ານາປີ ສຳເລັດແລ້ວ 95%, ໃນເນື້ອທີ່ທັງໝົດປະມານ 11,835 ເຮັກຕາ, ຜົນຜະລິດໄດ້ 53 ພັນກວ່າໂຕນ; ສະເລ່ຍສະມັດຕະພາບ 3.7 ໂຕນຕໍ່ເຮັກຕາ. ສົກປີ 2025-2026 ທົ່ວເມືອງລະຄອນເພັງ ໄດ້ວາງແຜນການປູກເຂົ້ານາປີ 15,460 ເຮັກຕາ, ສາມາດປັກດຳໄດ້ຕົວຈິງ 15,212 ເຮັກຕາ ເທົ່າກັບ 98.4% ຂອງແຜນການ; ໃນນັ້ນ ນາດຳປະຕິບັດໄດ້ 8,712 ເຮັກຕາ ເທົ່າກັບ 93.07%, ນາຢອດ 3,000 ເຮັກຕາ ເທົ່າກັບ 103.4% (ລື່ນແຜນ 3.4%) ແລະ ນາຫວ່ານ 3,500 ເຮັກຕາ, ລື່ນແຜນການ 9.3%. ນອກຈາກນີ້, ການເກັບກູ້ພືດລະດູຝົນຂອງເມືອງ ປັດຈຸບັນສຳເລັດແລ້ວ 315 ເຮັກຕາ ເທົ່າກັບ 100% ໄດ້ຜົນຜະລິດ 2,715 ໂຕນ.
ຝຶກອົບຮົມປັບປຸງການຫຸ້ມຫໍ່ ຫວັງຍົກລະດັບເສັ້ນເຝີດອນຂະເໝົາ ສູ່ຕະຫຼາດກວ້າງ​ຂຶ້ນ

ຝຶກອົບຮົມປັບປຸງການຫຸ້ມຫໍ່ ຫວັງຍົກລະດັບເສັ້ນເຝີດອນຂະເໝົາ ສູ່ຕະຫຼາດກວ້າງ​ຂຶ້ນ

ພິທີເປີດຝຶກອົບຮົມການປັບປຸງການຫຸ້ມຫໍ່ຜະລິດຕະພັນສິນຄ້າໂອດອບ “ໜຶ່ງເມືອງ ໜຶ່ງຜະລິດຕະພັນ” ຂອງສະຫະກອນຜະລິດເສັ້ນເຝີພັດທະນາຊຸມຊົນດອນຂະເໝົາ ເມືອງໂຂງ ແຂວງຈຳປາສັກ ແລະ ກຸ່ມຜະລິດເຫຼົ້າ ແລະ ແປ້ງເຫຼົ້າຂາວ ເມືອງສຸຂຸມາ ໄດ້​ມີ​ຂຶ້ນ​ໃນ​ວັນ​ທີ 23 ພະ​ຈິກ​ນີ້ ທີ່ ເມືອງ​ໂຂງ, ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ອິນທະນົງສັກ ຈັນທະພິມ ກຳມະການພັກເມືອງ ຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້າເມືອງໂຂງ, ທ່ານ ອະພິວັດ ສົມບູນຂັນ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ມີພາກ​ສ່ວນ​ກ່ຽວ​ຂ້ອງ ແລະ​ ສຳ​ມະ​ນາ​ກອນ​ເຂົ້າ​ຮ່ວມ.
ມຸນລະປາໂມກ ມອບເຄື່ອງກິລາໃຫ້ນັກຮຽນ ກຽມເຂົ້າຮ່ວມແຂ່ງຂັນບານເຕະ ປີ 2026

ມຸນລະປາໂມກ ມອບເຄື່ອງກິລາໃຫ້ນັກຮຽນ ກຽມເຂົ້າຮ່ວມແຂ່ງຂັນບານເຕະ ປີ 2026

ວັນທີ 19 ພະຈິກຜ່ານມາ, ທີ່ຫ້ອງການສຶກສາທິການ ແລະ ກິລາເມືອງ ໄດ້ຈັດພິທີມອບ-ຮັບເຄື່ອງກິລາໃຫ້ນັກຮຽນ ເພື່ອກະກຽມເຂົ້າຮ່ວມການແຂ່ງຂັນກິລາບານເຕະ ນັກຮຽນມັດທະຍົມຕອນປາຍ LDB ຈຳປາສັກ ປີ 2026 ທີ່ນະຄອນປາກເຊ ແຂວງຈຳປາສັກ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 51 ປີ, ໃຫ້ກຽດເປັນປະທານໂດຍທ່ານ ວັນລະເດດ ແກ້ວຈັນທາ ຮອງເລຂາພັກເມືອງ ປະທານຄະນະກຳມະການປົກ ຄອງເມືອງ, ມີທ່ານ ຈັນສະຫວ່າງ ບຸດຕະວົງ ຄະນະປະຈຳພັກເມືອງ ຮອງປະທານຄະນະກຳມະການປົກຄອງເມືອງ, ທ່ານ ອິນປອນ ໄຊຍະລາດ ຄະນະສະຫະພັນບານເຕະເມືອງ ພ້ອມດ້ວຍຄູຝຶກ ແລະ ນັກກິລາເຂົ້າຮ່ວມ.
ຕຳຫຼວດຈະລາຈອນ ນວ ວາງກຳລັງ 535 ຄົນ ປ້ອງກັນງານບຸນທາດຫຼວງ ພ້ອມແນະນຳໃຊ້ລົດເມບໍ່ເສຍຄ່າ 7 ຈຸດ

ຕຳຫຼວດຈະລາຈອນ ນວ ວາງກຳລັງ 535 ຄົນ ປ້ອງກັນງານບຸນທາດຫຼວງ ພ້ອມແນະນຳໃຊ້ລົດເມບໍ່ເສຍຄ່າ 7 ຈຸດ

ເພື່ອຮັບປະກັນໃຫ້ການສັນຈອນໄປມາຕາມເສັ້ນທາງຕ່າງໆ ມີຄວາມສະດວກ, ປອດໄພ ແລະ ເປັນລະບຽບຮຽບຮ້ອຍ ໃນໄລຍະຈັດງານບຸນນະມັດສະການພະທາດຫຼວງ ແລະ ງານວາງສະແດງສິນຄ້າ ທີ່ສູນການຄ້າ ລາວ-ໄອເຕັກ ນະຄອນຫຼວງວຽງຈັນ ນວ ປະຈຳປີ 2026 ນີ້, ເຈົ້າໜ້າທີ່ຕຳຫຼວດຈະລາຈອນໄດ້ວາງແຜນຈັດກຳລັງປະຈຳການຕາມຈຸດສຳຄັນຕ່າງໆ ພ້ອມທັງຮຽກຮ້ອງໃຫ້ປະຊາຊົນ ແລະ ຜູ້ໃຊ້ລົດໃຊ້ຖະໜົນ ຮ່ວມມືປະຕິບັດກົດລະບຽບຈະລາຈອນຢ່າງເຂັ້ມງວດ.
ແຂວງຜົ້ງສາລີ ເປີດຝຶກອົບຮົມວຽກງານໂຄສະນາ-ປາຖະກະຖາ ຊຸດທີ I

ແຂວງຜົ້ງສາລີ ເປີດຝຶກອົບຮົມວຽກງານໂຄສະນາ-ປາຖະກະຖາ ຊຸດທີ I

ວັນທີ 23 ພະຈິກນີ້ ທີ່ສໍານັກງານອົງການປົກຄອງແຂວງ, ຄະນະໂຄສະນາອົບຮົມແຂວງຮ່ວມກັບຄະນະໂຄສະນາອົບຮົມສູນກາງພັກ ໄດ້ເປີດຝືກອົບຮົມວຽກງານໂຄສະນາ-ປາຖະກະຖາຊຸດທີ I ໃຫ້ແກ່ພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງຜົ້ງສາລີ, ໂດຍການເປັນປະທານຂອງ ທ່ານ ບຸນທະວີ ສໍສຸກັນ ກຳມະການສໍາຮອງສູນກາງພັກ ຮອງເລຂາພັກແຂວງ ຜູ້ຊີ້ນໍາວຽກງານພັກ-ພະນັກງານ ແລະ ອົງການຈັດຕັ້ງມະຫາຊົນຂັ້ນແຂວງຜົ້ງສາລີ, ມີ ທ່ານ ບົວໄລ ພານຸວົງ ກຳມະການພັກ ຫົວໜ້າກົມໂຄສະນາຄະນະໂຄສະນາອົບຮົມສູນກາງພັກ, ມີທ່ານ ພອນປະດິດ ທິບມະນີວົງ ຫົວໜ້າຄະນະໂຄສະນາອົບຮົມແຂວງຜົ້ງສາລີ, ມີບັນດາທີມງານກົມໂຄສະນາຄະນະໂຄສະນາອົບຮົມສູນກາງພັກ, ບັນດາສໍາມະນາກອນ ທີ່ເປັນພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ ທັງໝົດ 55 ທ່ານ ຍິງ 15 ທ່ານ.
ເລົ່າເລື່ອງ ຜ່ານໄມ້ແກະສະຫຼັກຈາກຮີດຄອງບູຮານສູ່ຍຸກທັນສະໄໝໃນງານບຸນທາດຫຼວງ

ເລົ່າເລື່ອງ ຜ່ານໄມ້ແກະສະຫຼັກຈາກຮີດຄອງບູຮານສູ່ຍຸກທັນສະໄໝໃນງານບຸນທາດຫຼວງ

ທ່າມກາງບັນຍາກາດອັນຄຶກຄື້ນຂອງງານບຸນມະໂຫລານພະທາດຫຼວງວຽງຈັນ ທີ່ດຶງດູດນັກທ່ອງທ່ຽວ ແລະ ປະຊາຊົນຈາກທົ່ວທຸກສາລະທິດເຂົ້າມາທ່ຽວຊົມ ຜະລິດຕະພັນຫັດຖະກຳແກະສະຫຼັກໄມ້ຈາກ "ໂຮງຊ່າງ ຄວັດແກະສະຫຼັກໄມ້ສີມືຄົນລາວ" ໄດ້ກາຍເປັນອີກໜຶ່ງຈຸດສົນໃຈທີ່ສະທ້ອນໃຫ້ເຫັນທັງຄວາມງາມທາງສິລະປະ ປະຫວັດສາດ ແລະ ການປ່ຽນແປງຂອງສັງຄົມລາວຜ່ານລວດລາຍໄມ້.
ກະເປົາລາວຍຸກໃໝ່ ປະສົມຄວາມທັນສະໄໝ ຄືຄວາມເປັນລາວ ພ້ອມໂປຣໂມຊັນພິເສດໃນງານບຸນພະທາດຫຼວງ

ກະເປົາລາວຍຸກໃໝ່ ປະສົມຄວາມທັນສະໄໝ ຄືຄວາມເປັນລາວ ພ້ອມໂປຣໂມຊັນພິເສດໃນງານບຸນພະທາດຫຼວງ

ໃນບັນຍາກາດງານບຸນພະທາດຫຼວງທີ່ເຕັມໄປດ້ວຍສີສັນ ແລະ ຄວາມຄຶກຄື້ນ ຜະລິດຕະພັນຫັດຖະກຳລາວຍັງຄົງເປັນອີກໜຶ່ງຈຸດເດັ່ນທີ່ດຶງດູດຄວາມສົນໃຈຂອງປະຊາຊົນ ແລະ ນັກທ່ອງທ່ຽວ ໂດຍສະເພາະຜະລິດຕະພັນກະເປົາສານດ້ວຍຫວາຍ ແລະ ກະເປົາລາວຫັດຖະກຳດ້ວຍຝ້າຍ ທີ່ຖືກອອກແບບໃຫ້ຕອບໂຈດການນຳໃຊ້ໃນຊີວິດປະຈຳວັນ ແລະ ທັນສະໄໝຫຼາຍຂຶ້ນ ຍັງຄົງເປັນສິນຄ້າທີ່ໄດ້ຮັບຄວາມສົນໃຈຈາກຜູ້ບໍລິໂພກ ໂດຍສະເພາະໃນໄລຍະງານບຸນພະທາດຫຼວງ ທີ່ມີການນຳສະເໜີທັງຮູບແບບດັ້ງເດີມ ແລະ ຮູບແບບປະຍຸກໃຫ້ເຂົ້າກັບຍຸກສະໄໝ.
ຊາວພຸດຮ່ວມແຫ່ຜາສາດເຜິ້ງ ໃນງານບຸນພະທາດຫຼວງວຽງຈັນ

ຊາວພຸດຮ່ວມແຫ່ຜາສາດເຜິ້ງ ໃນງານບຸນພະທາດຫຼວງວຽງຈັນ

ວັນທີ 23 ພະຈິກນີ້, ຊາວພຸດທະສາສະນິກະຊົນລາວບັນດາເຜົ່າ ໄດ້ຮ່ວມກັນແຫ່ຜາສາດເຜິ້ງໃນງານບຸນນະມັດສະການພະທາດຫຼວງວຽງຈັນ ປະຈຳປີ 2026 ໂດຍໄດ້ເຕົ້າໂຮມທີ່ວັດໜອງບອນ ແລ້ວແຫ່ອ້ອມກົມມະລຽນພະທາດຫຼວງ 3 ຮອບ ເພື່ອເປັນການບູຊາຄຸນພະພຸດ, ພະທໍາ ແລະ ພະສົງ ໂດຍມີຂະ ບວນແຫ່ຂອງພະສົງອອກໜ້າ ແລະ ຂະບວນແຫ່ຂອງການນໍາພັກ-ລັດ ຊຶ່ງນຳໂດຍທ່ານ ກິແກ້ວ ໄຂຄຳພິທູນ ປະທານສູນກາງແນວລາວສ້າງຊາດ, ມີບັນດາການນຳພັກ-ລັດ ພ້ອມດ້ວຍປະຊາຊົນເຂົ້າຮ່ວມ.
ປີ 2026 ສານປະຊາຊົນແຂວງເຊກອງ ແກ້ໄຂຄະດີໄດ້ 102 ເລື່ອງ

ປີ 2026 ສານປະຊາຊົນແຂວງເຊກອງ ແກ້ໄຂຄະດີໄດ້ 102 ເລື່ອງ

ທ່ານ ນາງ ສີວິໄລ ຜາວິໄລ ປະທານສານປະຊາຊົນແຂວງເຊກອງ ລາຍງານໃຫ້ຮູ້ວ່າ: ໃນປີ 2026 ມີຄະດີເຂົ້າມາສານປະຊາຊົນແຂວງ, ສານປະຊາຊົນເຂດ I ແລະ ສານປະຊາຊົນເຂດ II ລວມທັງໝົດ 126 ເລື່ອງ ຄ້າງມາແຕ່ປີ 2025 ຈໍານວນ 30 ເລື່ອງ, ເຂົ້າໃໝ່ 96 ເລື່ອງ, ແກ້ໄຂແລ້ວ 102 ເລື່ອງ ເທົ່າກັບ 80,95%, ພວມດໍາເນີນການແກ້ໄຂຢູ່ 24 ເລື່ອງ.
ເພີ່ມເຕີມ