![]() |
ອີກບໍ່ພໍເທົ່າໃດມື້ກໍຮອດ ວັນຊາດທີ 2 ທັນວາ ຄົບຮອບ 50 ປີ (2 ທັນວາ 1975 ຫາ 2 ທັນວາ 2025), ປີນີ້ກໍຄືທຸກໆປີ ແລະ ປີນີ້ ຍັງເປັນປີທີ່ພິເສດຄົບຮອບໃຫຍ່ 50 ປີ. ເຖິງຢ່າງໃດກໍຕາມເມື່ອໃກ້ຮອດວັນຊາດ ກໍຈະມີຫຼາກຫຼາຍກິດຈະກໍາເພື່ອກະກຽມຂໍ່ານັບຮັບຕ້ອນ ແລະ ສະເຫຼີມ ສະຫຼອງວັນດັ່ງກ່າວ ໂດຍສະເພາະຢູ່ຕາມສຳນັກງານ, ອົງການຕ່າງໆ ຈະມີພິທີປາຖະກະຖາຫວນຄືນມູນເຊື້ອຂອງວັນສຳຄັນດັ່ງກ່າວ.
![]() |
ພ້ອມນັ້ນ, ຍັງມີການສ້າງຂະບວນການຕ່າງໆເພື່ອຂໍ່ານັບຮັບຕ້ອນເຊັ່ນ: ສ້າງຂະບວນການອອກແຮງງານລວມ, ອະນາໄມອ້ອມຂ້າງສໍານັກງານ, ທາສີສຳນັກງານ, ຮົ້ວ, ແລະ ມີການປະດັບປະດາເອ້ຍ້ອງຕິດທຸງຊາດ, ທຸງພັກ, ທຸງທີວ ແລະ ອື່ນໆ ຢ່າງສວຍງາມຕາມສໍານັກງານ, ຫ້ອງການ, ອົງການຕ່າງໆ. ນອກນີ້, ຍັງມີກິດຈະກຳການແຂ່ງຂັນກິລາຕ່າງໆຢ່າງເປັນຂະບວນຟົດຟື້ນ, ຕະຫຼອດຮອດຖະໜົນຫົນທາງກໍໄດ້ມີການທຳຄວາມສະອາດໃຫ້ສວຍງາມ ແລະ ສະອາດງາມຕາ ພ້ອມປະດັບປະດາດ້ວຍດອກໄຟແສງສີ, ປັກທຸງຊາດ, ທຸງພັກ, ທຸງທີວ ຢູ່ແຄມຖະໜົນຫົນທາງ ແລະ ສະຖານທີ່ສຳຄັນຕ່າງໆ ໃນຕົວເມືອງ, ນອກເມືອງ, ສະຖານທີ່ທ່ອງທ່ຽວຕະຫຼອດຮອດສວນສາທາລະນະທີ່ສຳຄັນອື່ນໆ ເພື່ອສະແດງເຖິງຄວາມເອກອ້າງທະນົງໃຈ ແລະ ຄວາມເປັນຊາດລາວ ຜ່ານສາຍຕາໃຫ້ແຂກທັງພາຍໃນ ແລະ ຕ່າງປະເທດໄດ້ເຫັນຄວາມຮຸ່ງເຮືອງສີວິໄລຂອງປະເທດຊາດລາວເຮົາ. ນອກນັ້ນ, ພາຍໃນເມືອງ, ເຂດບ້ານກໍໄດ້ພ້ອມກັນເອົາໃຈໃສ່ຮັກສາຄວາມສະອາດ ໂດຍສະເພາະຜູ້ທີ່ມີເຮືອນຕິດຢູ່ແຄມທາງຍິ່ງເປັນເຈົ້າການຮັກສາຄວາມສະອາດ ແລະ ປະດັບປະດາປັກທຸງຊາດ, ທຸງພັກ, ທຸງທີວ ຢ່າງສວຍງາມ ເຊັ່ນດຽວກັນ.
![]() |
ພ້ອມນີ້, ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ກໍໄດ້ເອົາໃຈໃສ່ຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ທັງພ້ອມກັນເປັນເຈົ້າການຕ້ານ ແລະ ສະກັດກັ້ນ ກຸ່ມຄົນບໍ່ດີໃນສັງຄົມເປັນຢ່າງດີ.
ນໍ້າໃຈວັນຊາດ ທີ 2 ທັນວາ ໝັ້ນຍື່ນ !



ຄໍາເຫັນ