![]() |
ເປັນກຽດໃນພິທີ ພ້ອມທັງບັນລະຍາຍໂດຍ ສະຫາຍ ນາງ ວຽງພອນ ແກ້ວຄູນສີ ກໍາມະການພັກ ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງ ນະຄອນຫຼວງວຽງຈັນ, ມີບັນດາພະນັກງານລົງຮາກຖານ ອ້ອມຂ້າງ ນວ, ພະນັກງານ ຄູ-ອາຈານ ໂຮງຮຽນການເມືອງ ແລະ ການປົກຄອງ ນວ ພ້ອມດ້ວຍນັກສຶກສາທິດສະດີການເມືອງຂັ້ນກາງ ຮຸ່ນທີ 6.
ສະຫາຍ ນາງ ວຽງພອນ ແກ້ວຄູນສີ ຍົກໃຫ້ເຫັນໃນຫົວຂໍ້ທີ 7: ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ທົ່ວປະເທດ ຄັ້ງທີ XII ໃຫ້ປະກົດຜົນເປັນຈິງ, ຫົວຂໍ້ທີ 8: ມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກ ນວ ໃຫ້ປະກົດຜົນເປັນຈິງ.
![]() |
ຈຸດປະສົງເພື່ອຜັນຂະຫຍາຍເນື້ອໃນ ຂອງກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ ສະບັບປັບປຸງ ປີ 2025 ກ່ຽວກັບຕາແສງ ແລະ ຄະນະກໍາມະການປົກຄອງຕາແສງໃຫ້ລະອຽດ, ຈະແຈ້ງແນໃສ່ເຮັດໃຫ້ມີຄວາມເຂົ້າໃຈ ເປັນເອກະພາບໃນການຈັດຕັ້ງປະຕິບັດ ໃນຂອບເຂດທົ່ວປະເທດ, ເພື່ອເປັນບ່ອນອີງໃຫ້ແກ່ກະຊວງ, ອົງການຂັ້ນສູນກາງທີ່ກ່ຽວຂ້ອງ, ຄົ້ນຄວ້າອອກນິຕິກໍາກ່ຽວກັບການແບ່ງຂັ້ນຄຸ້ມຄອງຂອງຂະ ແໜງການຕົນຢູ່ຕາແສງ, ເພື່ອເປັນບ່ອນອີງໃຫ້ອົງການປົກຄອງທ້ອງຖິ່ນດໍາເນີນການຄົ້ນຄວ້າ, ກະກຽມສ້າງຕັ້ງຕາແສງຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ ສະບັບປັບປຸງ ປີ 2025 ແລະ ນິຕິກຳອື່ນທີ່ກ່ຽວຂ້ອງ.
ໃນຕອນແລງຂອງວັນດຽວກັນ, ສະຫາຍ ນາງ ບາແກ້ວ ສຸວັນນະລາດ ຮອງຫົວໜ້າກົມພັດທະນາຊົນນະບົດ ແລະ ຫຼຸດຜ່ອນຄວາມທຸກຍາກ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ໄດ້ຂຶ້ນບັນລະຍາຍ ໃນຫົວຂໍ້ທີ 9: ປະຕິບັດມາດຕະຖານພົ້ນທຸກ ມາດຖານພັດທະນາ.
(ຂ່າວ: ແສງຈັນ)


ຄໍາເຫັນ