ໜ່ວຍແມ່ຍິງໜັງສືພິມປະຊາຊົນ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດກອງປະຊຸມໃຫຍ່ຄັ້ງທີ XVIII

ໜ່ວຍແມ່ຍິງໜັງສືພິມປະຊາຊົນສະຫຼຸບຜົນງານ 5 ປີ

ໜ່ວຍແມ່ຍິງໜັງສືພິມປະຊາຊົນສະຫຼຸບຜົນງານ 5 ປີ
ໜ່ວຍແມ່ຍິງໜັງສືພິມປະຊາຊົນ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດກອງປະຊຸມໃຫຍ່ຄັ້ງທີ XVIII ຂຶ້ນໃນວັນທີ 12 ກໍລະກົດ ຜ່ານມາ ທີ່ສໍານັກງານໜັງສືພິມປະຊາຊົນ ບ້ານໂພນປ່າເປົ້າ ເມືອງສີສັດ ຕະນາກ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ວັນໄຊ ຕະວິນຍານ ກໍາມະການຄະນະພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຫົວໜ້າບັນນາທິການໃຫຍ່ໜັງສືພິມປະຊາຊົນ, ມີທ່ານ ນາງ ພວງມາລີ ອັກຄະມຸນຕີ ກຳມະການຄະນະພັກ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ປະທານສະຫະ ພັນແມ່ຍິງຄະນະໂຄສະ ນາອົບຮົມສູນກາງພັກ, ມີບັນດາປ້າອາວຸໂສບໍານານ ພ້ອມດ້ວຍສະມາ ຊິກແມ່ຍິງໜັງສືພິມປະຊາຊົນເຂົ້າຮ່ວມ.

ທ່ານນາງ ຕຽງຄໍາ ສີປະເສີດ ປະທານໜ່ວຍ ແມ່ຍິງໜັງສືພິມປະຊາຊົນ ໄດ້ຜ່ານບົດລາຍງານຂອງໜ່ວຍແມ່ຍິງໜັງສືພິມປະຊາຊົນຕະຫຼອດໄລຍະ 5 ປີ (2019-2024) ຜ່ານມາ ແລະ ຄາດໝາຍສູ້ຊົນໃນ 5 ປີ ຕໍ່ໜ້າ (2024-2029) ວ່າ: ຄະນະໜ່ວຍແມ່ຍິງໜັງສຶພິມປະຊາຊົນ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ເອື້ອຍນ້ອງແມ່ຍິງມີຄວາມອຸ່ນອ່ຽນທຸ່ນທ່ຽງໃນການປະຕິບັດໜ້າທີ່ວຽກງານ, ມີຄຸນທາດການເມືອງ-ຄຸນສົມບັດສິນທຳປະຕິວັດ, ມີຄວາມເຊື່ອໝັ້ນຕໍ່ການນຳພາຂອງຄະນະພັກ, ຄະນະບັນນາທິການກໍຄື: ຄະນະສະຫະພັນແມ່ຍິງສູນກາງວາງອອກ, ເພີ່ມທະວີສຶກສາອົບ ຮົມການເມືອງ-ແນວຄິດໃຫ້ສະມາຊິກແມ່ຍິງ ດ້ວຍການເຂົ້າຮ່ວມຝຶກອົບຮົມໃນຫົວຂໍ້ຕ່າງໆ; ເຊື່ອມຊຶມມະຕິ ແລະ ເອກະສານສຳຄັນຕ່າງໆຂອງພັກ-ລັດ ຊຶ່ງມີພະນັກງານເຂົ້າຮ່ວມທັງ ໝົດ 119 ຄົນ ຍິງ 51 ຄົນເທົ່າກັບ 42,8%; ຮ່ວມຝຶກອົບຮົມໄລຍະສັ້ນຢູ່ພາຍໃນ ແລະ ຕ່າງປະເທດ, ວຽກງານສື່ອອນລາຍ, ຂຽນຂ່າວ, ເຜີຍແຜ່ກ່ຽວກັບພະຍາດໂຄວິດ-19, ກວດກາ, ການລ້ຽງລູກດ້ວຍນ້ຳນົມແມ່, ຈໍລະຈອນເອກະສານ ແລະ ອື່ນໆ ມີຜູ້ເຂົ້າຮ່ວມທັງໝົດ 36 ຄົນ, ຍິງ 16 ຄົນ ກວມ 44%; 3 ອົງການຈັດຕັ້ງມະຫາຊົນໄດ້ຮ່ວມກັນອອກແຮງງານຕ້ອນຮັບວັນສຳຄັນຕ່າງໆ 26 ຄັ້ງ 632 ເທື່ອຄົນ ຍິງ 328 ເທື່ອຄົນກວມ 61% ແລະ ກິດຈະກໍາໃນວັນສໍາຄັນ ອື່ນໆ; ແມ່ຍິງໜັງສຶພິມປະຊາຊົນ ຍັງໄດ້ປະ ກອບສ່ວນວຽກງານສື່ມວນຊົນລົງເກັບກຳຂ່າວແຕ່ເໜືອຮອດໃຕ້ຄຽງຄູ່ກັບເພດຊາຍ, ຕະຫຼອດຮອດການຜະລິດຂອງປະຊາຊົນ ເພື່ອນໍາມາໂຄສະນາເຜີຍແຜ່ລົງໜັງສືພິມເຈ້ຍ, ເວັບໄຊ, ເຟສບຸກ ຊຶ່ງສະແດງອອກຄື: ການປ່ອຍຂ່າວທາງເວັບໄຊ ແລະ ເຟສບຸກ ສະເລ່ຍປະມານ 20-25 ຂ່າວຕໍ່ມື້ ເຮັດໃຫ້ມີຜູ້ເຂົ້າເບິ່ງເພີ່ມຂຶ້ນ. ມາຮອດປັດຈຸບັນສາມາດສະຫຼຸບມີຜູ້ເຂົ້າເບິ່ງເວັບໄຊທັງໝົດ 21.701.592 ເທື່ອຄົນສະເລ່ຍ 2.600 ກວ່າຄົນຕໍ່ມື້, ເຟສບຸກມີຜູ້ເຂົ້າຕິດຕາມ 25.724 ເທື່ອຄົນ, ຜູ້ມີສ່ວນຮ່ວມ 58.587ຄົນ ສະເລ່ຍ 445 ເທື່ອຄົນຕໍ່ມື້.

ປັດຈຸບັນໜ່ວຍແມ່ ຍິງໜັງສືພິມປະຊາຊົນ ມີສະມາຊິກທັງໝົດ 25 ຄົນ, ບໍານານ 7 ຄົນ ເປັນສະມາຊິກພັກສົມບູນ 15 ຄົນ, ກຽມຂຶ້ນສຳຮອງ 1 ຄົນກວມ 48,38% ຂອງສະມາຊິກພັກທັງໝົດ 31 ຄົນ. ໃນໄລຍະ 5 ປີຜ່ານມາໜັງສືພິມປະຊາຊົນລາຍວັນໄດ້ອອກຂ່າວ-ອອກບົດສະເລ່ຍລວມມີ 50 ພັນກວ່າຂ່າວ, ມີ 25 ພັນກວ່າບົດ, ຮູບ 25 ພັນກວ່າແຜ່ນ ສະເລ່ຍ 22 ສະບັບ/ເດືອນ, 1 ສະບັບ 15-20 ຂ່າວ, 8 ບົດ ແລະ ຮູບ 20 ກວ່າແຜ່ນ/ມື້ /ພາຍໃນ, ຂ່າວຕ່າງປະເທດ 5 ຂ່າວ, 1 ບົດ/ມື້ ສະເລ່ຍ 5 ປີມີ 6.600 ຂ່າວ, ມີ 1.200 ບົດຮູບ 5 ພັນກວ່າແຜ່ນ. (ຂ່າວ ແລະ ບົດ, ຮູບທັງໝົດແມ່ນລວມທັງໜັງສືພິມ, ເວັບໄຊ, ເຟສບຸກ). ປັດຈຸບັນໜັງສືພິມປະຊາຊົນລາຍວັນພິມປົກກະຕິ 12 ໜ້າ, ໃນນັ້ນ 7 ໜ້າແມ່ນເນື້ອໃນສ່ວນອີກ 5 ໜ້າ ແມ່ນໂຄສະນາເພື່ອສ້າງລາຍຮັບໃຫ້ສຳນັກງານ, ເນື່ອງຈາກວ່າໜັງສືພິມປະຊາຊົນຕ້ອງກຸ້ມຕົນເອງດ້ານລາຍຈ່າຍ ໂດຍມີຍອດພິມຈຳໜ່າຍ 1.200 ສະບັບຕໍ່ວັນ.ໄລຍະຜ່ານມາ ເອື້ອຍນ້ອງແມ່ຍິງໄດ້ຮັບຫຼຽນໄຊແຮງງານຊັ້ນ II ມີ 16 ໜ່ວຍ, ຫຼຽນໄຊແຮງງານຊັ້ນ III ມີ 9 ໜ່ວຍ, ຫຼຽນກາ 7 ໜ່ວຍ ແລະ ໃບຍ້ອງຍໍລັດຖະບານຈຳນວນ ໜຶ່ງໃນຂະບານການຕ່າງຂອງພັກ, ຂອງຊາດ. ກອງປະຊຸມໄດ້ປ່ອນບັດຄັດເລືອກເອົາຄະນະໜ່ວຍແມ່ຍິງ ຊຸດໃໝ່ຈໍານວນ 3 ທ່ານ ກອງປະຊຸມຄັ້ງປະຖົມມະລຶກໄດ້ເຫັນດີເປັນເອກະພາບເລືອກເອົາ ທ່ານນາງ ມາລາຄອນ ອູບຄໍາ ເປັນປະທານ, ທ່ານນາງ ພູວັນ ແສງມະນີ ເປັນຮອງ ທັງເປັນປະທານກວດກາ ແລະ ທ່ານນາງ ຍຸພິນທອງ ເທບບູລີ ເປັນຄະນະ.

ໂອກາດດັ່ງກ່າວ, ທ່ານ ນາງ ພວງມາລີ ອັກຄະມຸນຕີ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນ ງານທີ່ເອື້ອຍນ້ອງແມ່ຍິງ ຍາດມາໄດ້ໃນໄລຍະຜ່ານມາ ພ້ອມຮຽກຮ້ອງໃຫ້ເອົາໃຈໃສ່ວຽກງານວິຊາສະເພາະການຄົ້ນຄວ້າ, ວິເຄາະ, ວິໄຈ ບັນດາເນື້ອໃນຕ່າງໆ ທີ່ນອນຢູ່ໃນແນວທາງການເມືອງຂອງພັກ ໃນມະຕິຄໍາສັ່ງຕ່າງໆຂອງສູນກາງພັກ ເພື່ອຫັນມາຂຽນເປັນບົດ ເປັນຂ່າວ ບົດຄວາມ ບົດນໍາ ລົງໃນໜັງສືພິມປະຊາ ຊົນໃຫ້ດີຂຶ້ນກວ່າເກົ່າ; ເພີ່ມທະວີໃນການຮຽນຮູ້ ເລືອກເຟັ້ນເອົາສິ່ງທີ່ດີ ສິ່ງທີ່ໃໝ່ໆທີ່ມີຄວາມກ້າວໜ້າເພື່ອມາພັດທະນາຕົນເອງ; ເອົາໃຈ ໃສ່ຝຶກຝົນຫຼໍ່ຫຼອມຕົນເອງທາງດ້ານການ ເມືອງ-ແນວຄິດໃຫ້ໜັກແໜ້ນ, ພັດທະນາຕົນເອງທາງດ້ານຄວາມຮູ້ ຄວາມສາມາດ ເພື່ອໃຫ້ຫຼ້ອນໜ້າທີ່ຂອງຕົນທີ່ໄດ້ຮັບມອບໝາຍນັ້ນ; ຕໍ່ກັບຄະນະໜ່ວຍແມ່ ຍິງຊຸດໃໝ່ຈະຕ້ອງໄດ້ເອົາໃຈໃສ່ຄົ້ນຄວ້າກໍາແໜ້ນ ແລະ ນໍາເອົາເນື້ອຈິດໃຈກອງປະຊຸມຄັ້ງນີ້ໄປຈັດຕັ້ງຜັນຂະຫຍາຍ ໃຫ້ປະກົດຜົນເປັນຈິງໃນຕໍ່ໜ້າ.

ຂ່າວ-ພາບ: ຍຸພິນທອງ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ