ໜ່ວຍພັກດ່ານສາກົນຂົວມິດຕະພາບ 3 ປະເມີນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ

ໜ່ວຍພັກດ່ານສາກົນຂົວມິດຕະພາບ 3 ປະເມີນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ
ກອງປະຊຸມດໍາເນີນຊີວິດການເມືອງ ປະເມີນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2023 ຂອງໜ່ວຍພັກບໍລິຫານດ່ານສາກົນຂົວມິດຕະພາບ 3 ໄດ້ຈັດຂຶ້ນໃນວັນທີ 27 ທັນວາ ນີ້ ໂດຍການເປັນປະທານຮ່ວມຂອງ ສະຫາຍ ພັອ ພົມມາ ເດດຂຸນຟອງ ເລຂາຄະນະພັກຮາກຖານດ່ານສາກົນຂົວມິດຕະພາບ 3 ແລະ ສະຫາຍ ສີສະຫວັນ ໂຄດຕະວົງ ເລຂາໜ່ວຍພັກບໍລິຫານດ່ານສາກົນຂົວມິດຕະພາບ 3 ພ້ອມດ້ວຍແຂກຖືກເຊີນກ່ຽວຂ້ອງເຂົ້າຮ່ວມ.
    ໃນພິທີ ສະຫາຍ ສີສະຫວັນ ໂຄດຕະວົງ ໄດ້ກ່າວເປີດກອງປະຊຸມຢ່າງເປັນທາງການ. ຈາກນັ້ນ, ຕາງໜ້າ ຄະນະຈັດຕັ້ງແຂວງໄດ້ຜ່ານເອກະສານຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ, ຄໍາສັ່ງຂອງກົມການເມືອງສູນກາງພັກເລກທີ 1/ກມສພ, ລົງວັນທີ 3 ມັງກອນ 2018, ຄໍາແນະນໍາຂອງຄະນະປະຈໍາພັກແຂວງ ເລກທີ 7/ ຄປຈ.ຄມ, ລົງວັນທີ 21 ມິຖຸນາ 2021, ຜ່ານ 7 ໜ້າທີ່ ແລະ 11 ຂໍ້ຫ້າມຂອງສະມາຊິກພັກ. ພ້ອມນັ້ນ, ຄະນະໜ່ວຍພັກ, ສະມາຊິກພັກໄດ້ຜ່ານໃບສໍາຫຼວດຕົນເອງ ພ້ອມທັງປະກອບຄໍາຄິດເຫັນຊຶ່ງກັນ ແລະ ກັນ. ຈາກນັ້ນ ລວມຄະແນນປິດລັບ ພ້ອມທັງຜ່ານຮ່າງບົດສະຫຼຸບໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2023 ແລະ ທິດທາງແຜນການປີ 2024. 
    ໃນວາລະກອງປະຊຸມບັນດາສະຫາຍສະມາຊິກພັກໄດ້ປະກອບຄໍາຄິດເຫັນໃສ່ຮ່າງບົດສະຫຼຸບດັ່ງກ່າວຢ່າງກົງໄປກົງມາ, ພາວະວິໄສ, ບົນຈິດໃຈເສີມຂະຫຍາຍຄວາມສາມັກຄີ, ປາສະຈາກແນວຄິດອະຄະຕິໂຄ່ນລົ້ມໂຈມຕີ, ມີຄວາມຈິງໃຈກໍ່ສ້າງຊ່ວຍເຫຼືອຊຶ່ງກັນ ແລະ ກັນ.
ຂ່າວ: ແດງສະຫວັດ ແສນພານິດ, ພາບ: ກອງຄໍາ ລໍອິນສານ 

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ປີຜ່ານມາຢູ່ແຂວງຫຼວງພະບາງມີໄພພິບັດທາງທຳມະຊາດເກີດຂຶ້ນ 28 ຄັ້ງ ເສຍຫາຍ 194 ຕື້ກວ່າກີບ

ປີຜ່ານມາຢູ່ແຂວງຫຼວງພະບາງມີໄພພິບັດທາງທຳມະຊາດເກີດຂຶ້ນ 28 ຄັ້ງ ເສຍຫາຍ 194 ຕື້ກວ່າກີບ

ກອງປະຊຸມສະຫຼຸບ ການຈັດຕັ້ງປະຕິບັດວຽກງານຄຸ້ມຄອງໄພພິບັດ ປະຈຳປີ 2024 ແລະ ວາງທິດທາງແຜນການປີ 2025 ຂອງແຂວງຫຼວງພະບາງ ໄດ້ຈັດຂຶ້ນ ໃນທ້າຍອາທິດຜ່ານມານີ້ ທີ່ຫ້ອງປະຊຸມພະແນກແຮງງານ ແລະ ສະຫວັດດີການ-ສັງຄົມແຂວງ, ໂດຍເປັນປະທານຂອງ ທ່ານ ບຸນເລື່ອມ ມະນີວົງ ຮອງເຈົ້າແຂວງ ປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ.
ຊາວກະສິກອນເມືອງເງິນປູກພຶດລະດູຝົນໃນເນື້ອທີ່ 11,656 ກວ່າເຮັກຕາ

ຊາວກະສິກອນເມືອງເງິນປູກພຶດລະດູຝົນໃນເນື້ອທີ່ 11,656 ກວ່າເຮັກຕາ

ເພື່ອເປັນການປະຕິບັດຕາມແຜນພັດທະນເສດຖະກິດຂອງເມືອງ, ກໍຄືວຽກງານຄໍ້າປະກັນທາງດ້ານສະບຽງອາຫານ ແລະ ປູກພືດເປັນສິນຄ້າຂອງຊາວກະສິກອນເມືອງເງິນໃຫ້ບັນລຸຕາມຄາດໜາຍທີ່ວາງໄວ້. ປີ 2025 ນີ້, ການປູກພືດລະດູຝົນມີເນື້ອທີ່ທັງໝົດ 11,656 ກວ່າເຮັກຕາ. ອີງຕາມການລາຍງານຂອງທ່ານ ທອງສຸກ ຈັນປະເສີດ ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ເມືອງເງິນໄດ້ໃຫ້ຮູ້ວ່າ: ການປູກພືດລະດູປີຢູ່ເມືອງເງິນ ແຂວງໄຊຍະບູລີ ມາຮອດປັດຈຸບັນ, ການປູກພືດລະດູຝົນແລ້ວສຳເລັດແລ້ວ 98 % ເຫັນວ່າການປູກພືດລະດູຝົນຂອງຊາວກະສິກອນຢູ່ເມືອງເງິນ ປີນີ້ເປັນຂະບວນການຟົດຟື້ນກວ້າງຂວາງກວ່າປີຜ່ານມາ ເປັນຕົ້ນແມ່ນ: ການປູກເຂົ້ານາປີສໍາເລັດແລ້ວ 85% ໃນເນື້ອທີ່ 726 ເຮັກຕາ.
ການດໍາເນີນຄະດີຕໍ່ກັບການກະທໍາຜິດກ່ຽວກັບຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ

ການດໍາເນີນຄະດີຕໍ່ກັບການກະທໍາຜິດກ່ຽວກັບຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ

ໃນໄລຍະຜ່ານມາ ໄດ້ເກີດມີປະກົດການຫຍໍ້ທໍ້ໃນສັງຄົມເຊັ່ນ: ການຕັດໄມ້ຄຸ້ມຄອງ, ຖາງປ່າ, ຈູດປ່າ ແລະ ການຂຸດຄົ້ນເຄື່ອງປ່າຂອງດົງ ໂດຍບໍ່ຖືກຕ້ອງຕາມກົດໝາຍ, ການຕັດ, ຊື້-ຂາຍ ຫຼື ເຄື່ອນຍ້າຍໄມ້ ແລະ ຕໍໄມ້ທຳມະຊາດ ປະເພດຫວງຫ້າມ ແລະ ໄມ້ພິເສດທີ່ໃກ້ຈະສູນພັນໂດຍບໍ່ຖືກຕ້ອງຕາມກົດໝາຍ, ການທໍາລາຍເຄື່ອງປູກ, ການລ່າເນື້ອ, ການຫາປາ ຫຼື ສັດນໍ້າອື່ນໆ ໂດຍບໍ່ຖືກຕ້ອງຕາມກົດ ໝາຍ, ການບຸກລຸກທຳລາຍຖິ່ນອາໄສ ແລະ ແຫຼ່ງອາຫານຂອງສັດນ້ຳ ແລະ ສັດປ່າ, ການຄ້າຂາຍ ຫຼື ມີໄວ້ໃນຄອບຄອງສັດນໍ້າ ຫຼື ສັດປ່າທີ່ຫວງຫ້າມ, ການນໍາເຂົ້າ, ສົ່ງອອກ, ນໍາຜ່ານ ຫຼື ເຄື່ອນຍ້າຍສັດນໍ້າ ແລະ ສັດປ່າ, ການທໍາລາຍຊັບພະຍາກອນສັດນໍ້າ, ການລະເມີດລະບຽບການກ່ຽວກັບການຄຸ້ມຄອງສັດປ່າທີ່ມີຄຸນຄ່າ ແລະ ຫາຍາກ, ການທໍລະມານສັດ ແລະ ການກະທໍາຜິດອື່ນໆ ທີ່ກ່ຽວຂ້ອງກັບຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເກີດຂຶ້ນຢ່າງຫຼວງຫຼາຍ ແຕ່ການດໍາເນີນຄະດີຕາມກົດ ໝາຍແມ່ນມີໜ້ອຍ, ສ່ວນຫຼາຍແມ່ນແກ້ໄຂທາງບໍລິຫານ, ສ່ວນຄະດີແມ່ນບໍ່ດໍາເນີນຕາມກົດໝາຍ ເຮັດໃຫ້ເກີດຜົນກະທົບທາງລົບຕໍ່ການບັງຄັບໃຊ້ກົດໝາຍຂອງ ສປປ ລາວ.
ກອງປະຊຸມໃຫຍ່ສະມາຊິກສະຫະພັນແມ່ຍິງ ສຊປລ ຄັັ້ງທີ XIII

ກອງປະຊຸມໃຫຍ່ສະມາຊິກສະຫະພັນແມ່ຍິງ ສຊປລ ຄັັ້ງທີ XIII

ສະຫະພັນແມ່ຍິງສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ) ໄດ້ຈັດກອງປະຊຸມໃຫຍ່ສະມາ ຊິກສະຫະພັນແມ່ຍິງ ສຊປລ ຄັັ້ງທີ XIII ຂຶ້ນໃນວັນທີ 14 ກໍລະກົດນີ້ ທີ່ ສຊປລ ໂດຍການເປັນກຽດເຂົ້າຮ່ວມຂອງສະຫາຍນາງ ອາລີ ວົງໜໍ່ບຸນທໍາ ກໍາມະການສູນກາງພັກ ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ (ສສຍລ), ສະຫາຍ ມອນໄຊ ລາວມົວຊົ່ງ ກຳມະການສຳຮອງສູນກາງພັກ ເລຂາຄະນະບໍລິຫານງານພັກ ເລຂາຄະນະບໍລິຫານງານ ສຊປລ ໂດຍການເປັນປະທານຂອງທ່ານນາງ ແກ້ວອຸດອນ ແສງມະນີ ປະທານສະຫະພັນແມ່ຍິງ ສຊປລ, ມີພະນັກງານບຳນານແມ່ຍິງຂອງ ສຊປລ, ສະມາຊິກສະຫະພັນແມ່ຍິງພາຍໃນ ສຊປລ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ເມືອງສິງຈັດພິທີປ່ອຍປາຄືນສູ່ທໍາມະຊາດ

ເມືອງສິງຈັດພິທີປ່ອຍປາຄືນສູ່ທໍາມະຊາດ

ເມືອງສິງ ແຂວງຫຼວງນໍ້າທາ ໄດ້ຈັດພິທີປ່ອຍປາຄືນສູ່ທໍາມະຊາດ ເນື່ອງໃນໂອກາດ ວັນປ່ອຍປາ ແລະ ອະນຸລັກສັດນໍ້າ ແຫ່ງຊາດ (13 ກໍລະກົດ 1997-13ກໍລະກົດ2025) ຄົບຮອບ 28 ປີ ຂຶ້ນໃນວັນທີ່11 ກໍລະກົດຜ່ານມາ ທີ່ຂົວບ້ານຈຽງມູນ.
ນວ ກຳນົດມາດຕະການປັບໃໝຕໍ່ຜູ້ລະເມີດລະບຽບການຖິ້ມຂີ້ເຫຍື້ອ

ນວ ກຳນົດມາດຕະການປັບໃໝຕໍ່ຜູ້ລະເມີດລະບຽບການຖິ້ມຂີ້ເຫຍື້ອ

ໃນຮ່າງຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງ ແລະ ກຳຈັດຂີ້ເຫຍື້ອໃນນະຄອນຫຼວງວຽງຈັນ (ນວ) ໄດ້ສະເໜີໃນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງກອງປະຊຸມສະພາປະຊາຊົນ ນວ ຊຸດທີ II, ທ່ານ ປັນຍາ ມະນີວົງ ຮອງຫົວໜ້າຫ້ອງການຄຸ້ມຄອງ ແລະ ບໍລິຫານຕົວເມືອງວຽງຈັນ ລາຍງານກ່ຽວກັບ ການກຳນົດມາດຕະການປັບໃໝຕໍ່ຜູ້ລະເມີດລະບຽບການຖິ້ມຂີ້ເຫຍື້ອ
ນວ ຈັດກິດຈະກຳ ເຕັ້ນແອໂຣບິກ ສະຫຼອງວັນກິລາ-ກາຍະກຳແຫ່ງຊາດ ຄົບຮອບ 59 ປິ

ນວ ຈັດກິດຈະກຳ ເຕັ້ນແອໂຣບິກ ສະຫຼອງວັນກິລາ-ກາຍະກຳແຫ່ງຊາດ ຄົບຮອບ 59 ປິ

ນະຄອນຫຼວງວຽງຈັນ (ນວ) ຈັດກິດຈະກຳເຕັ້ນແອໂຣບິກ ເພື່ອສ້າງຂະບວນການສະຫຼອງວັນສ້າງຕັ້ງກິລາ-ກາຍະກຳແຫ່ງຊາດລາວ ຄົບຮອບ 59 ປີ (13 ກໍລະກົດ 1966 – 13 ກໍລະກົດ 2025 ) ຢ່າງຄຶກຄື້ນເບີກບານ ແລະ ມ່ວນຊື່ນ.
ອຸທິຍານແຫ່ງຊາດຫີນໜາມໜໍ່ ຖືກຮັບຮອງເປັນມໍຣະດົກໂລກຢ່າງເປັນທາງການແລ້ວ

ອຸທິຍານແຫ່ງຊາດຫີນໜາມໜໍ່ ຖືກຮັບຮອງເປັນມໍຣະດົກໂລກຢ່າງເປັນທາງການແລ້ວ

ໃນວັນທີ 13 ກໍລະກົດ ນີ້, ໃນກອງປະຊຸມຄະນະກໍາມະການມໍຣະດົກໂລກ ຄັ້ງທີ 47 ທີ່ ປາຣີ ປະເທດຝຣັ່ງໄດ້ຮັບຮອງເອົາອຸທິຍານແຫ່ງຊາດຫີນໜາມໜໍ່ ຊຶ່ງຕັ້ງຢູ່ເມືອງບົວລະພາ ແຂວງຄຳມ່ວນ ຂອງສປປ ລາວ ເປັນພື້ນທີ່ມໍຣະດົກໂລກແບບຮ່ວມຊາຍແດນກັບອຸທິຍານແຫ່ງຊາດຟອງຫຍາ-ແກບາງ ມໍຣະດົກໂລກທາງທຳມະຊາດ ແຂວງກວາງຈິ ສສ ຫວຽດນາມ ຢ່າງເປັນທາງການ.
ຝຶກອົບຮົມການນຳໃຊ້ AI ໃຫ້ແກ່ພະນັກງານພາຍໃນ ຄອສພ

ຝຶກອົບຮົມການນຳໃຊ້ AI ໃຫ້ແກ່ພະນັກງານພາຍໃນ ຄອສພ

ໃນວັນທີ 14 ກໍລະກົດ ນີ້ ທີ່ຫ້ອງປະຊຸມທາງໄກ ກົມຂໍ້ມູນຂ່າວສານ (ຄອສພ) ໄດ້ຈັດຊຸດຝຶກອົບຮົມການນຳໃຊ້ AI ໃຫ້ແກ່ພະນັກງານພາຍໃນຄະນະໂຄສະນາອົບຮົມສູນກາງພັກ. ໃຫ້ກຽດເຂົ້າຮ່ວມເປັນປະທານ ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈຳພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຜູ້ຊີ້ນຳກົມຂໍ້ມູນຂ່າວສານ, ທ່ານ ວັນຕຸລາ ຣັກນຸດ ຄະນະພັກ ຫົວໜ້າກົມຂໍ້ມູນຂ່າວສານ ມີພະນັກງານຈາກບັນດາກົມເຂົ້າຮ່ວມ.
ເມືອງເງິນ ຫາລືການສ້າງຕັ້ງຕາແສງຂັ້ນເມືອງ

ເມືອງເງິນ ຫາລືການສ້າງຕັ້ງຕາແສງຂັ້ນເມືອງ

ວັນທີ 11 ກໍລະກົດຜ່ານມາ ຢູ່ທ່ີຫ້ອງປະຊຸມຫ້ອງວ່າການເມືອງເງິນ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມ ຄົ້ນຄົ້ວປຶກສາຫາລື ກ່ຽວກັບການສ້າງຕັ້ງຕາແສງຂັ້ນເມືອງ ໂດຍການເປັນປະມານຂອງ ທ່ານ ທອງພັນ ສຸກສະຫວັດ ເລຂາຄະນະບໍລິຫານງານພັກເມືອງ.
ເພີ່ມເຕີມ