ຫ້ອງການດັ່ງກ່າວໄດ້ຄາດຄະເນວ່າ: ອັດຕາສ່ວນຂອງປະຊາກອນຊົນເຜົ່າອື່ນໆເຊັ່ນ: ເມົາຣີ, ປາຊີຟິກ ແລະ ຕາເວັນອອກກາງ/ອາເມຣິກາ ລາຕິນອາ/ອາຟຣິກາ ຈະເພີ່ມຂຶ້ນເຊັ່ນດຽວກັນ, ແຕ່ປະຊາກອນເຊື້ອສາຍເອີຣົບ ຫຼື ເຊື້ອສາຍອື່ນໆ, ລວມທັງຊາວນູແວນເຊລັງ ຄາດວ່າຈະຍັງຄົງຢູ່ທີ່ປະມານ 3.5 ລ້ານຄົນ.
ທ່ານ ວິກຕໍເຣຍ ເທຣລິຟວິງ ໂຄສົກຂອງຫ້ອງການດັ່ງກ່າວຄາດຄະເນວ່າ: ຈຳນວນປະຊາກອນເຊື້ອສາຍເອີຣົບ ຫຼື ເຊື້ອສາຍອື່ນໆ ຊຶ່ງເປັນກຸ່ມຊົນເຜົ່າທີ່ສໍາຄັນພຽງກຸ່ມດຽວທີ່ຄາດວ່າຈະຫຼຸດລົງເມື່ອທຽບໃສ່ປະຊາກອນນູແວນເຊລັງທັງໝົດ, ຈະຫຼຸດລົງຈາກ 67% ໃນປີ 2023 ເປັນປະມານ 52% ໃນປີ 2048.
ທ່ານ ເທຣລິຟວິງ ກ່າວວ່າ: ການຄາດຄະເນນີ້ຍັງຊີ້ໃຫ້ເຫັນວ່າປະຊາກອນທຸກກຸ່ມເຊື້ອສາຍແມ່ນກຳລັງກ້າວເຂົ້າສູ່ສັງຄົມຜູ້ອາຍຸສູງເພີ່ມຂຶ້ນ, ໂດຍອັດຕາສ່ວນຂອງຜູ້ທີ່ມີອາຍຸ 65 ປີຂຶ້ນໄປຈະເພີ່ມຂຶ້ນຍ້ອນອັດຕາການຈະເລີນພັນຫຼຸດລົງ, ການເຄື່ອນຍ້າຍ ແລະ ອາຍຸຍືນສະເລ່ຍເພີ່ມຂຶ້ນ.
ຄໍາເຫັນ