ໜຶ່ງແລວ ໜຶ່ງເສັ້ນທາງອາຊີ-ໂປຕາສ ສາກົນ ປະຕິບັດຕົວຈິງໃນການສຶກສາດ້ານເກືອໂປຕາສຂອງລາວ ພ້ອມກັນສ້າງເສັ້ນທາງແຫ່ງຄວາມຈະເຈີນຮຸ່ງເຮືອງລະຫວ່າງລາວ-ຈີນ

ໜຶ່ງແລວ ໜຶ່ງເສັ້ນທາງອາຊີ-ໂປຕາສ ສາກົນ ປະຕິບັດຕົວຈິງໃນການສຶກສາດ້ານເກືອໂປຕາສຂອງລາວ ພ້ອມກັນສ້າງເສັ້ນທາງແຫ່ງຄວາມຈະເຈີນຮຸ່ງເຮືອງລະຫວ່າງລາວ-ຈີນ
ໂດຍ:ຍຸພິນທອງ
ກອງປະຊຸມເວທີສົນທະນາການຮ່ວມມື ລາວ-ຈີນ ພາຍໃຕ້ຫົວຂໍ້ “ໜຶ່ງແລວ ໜຶ່ງເສັ້ນທາງ” ຄັ້ງທີ II ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ນະຄອນຫຼວງວຽງຈັນ. ໂດຍມີທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ ຫວາງ ຊາງອຸປະທູດຊົ່ວຄາວ ສະຖານທູດຈີນ ປະຈໍາ ສປປ ລາວ, ທ່ານ ນາງ ສວນສະຫວັນ ວິຍະເກດລັດຖະມົນຕີ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ທ່ານ ຟູຫົວ ປະທານສໍານັກຂ່າວຊິນຮົວ ຕາງໜ້າຂອງວິສາຫະກິດ ແລະ ຊ່ຽວຊານຈາກຫຼາຍພາກສ່ວນເຂົ້າຮ່ວມ.
ໃນໄລຍະ10 ປີຜ່ານມາ, ຈາກແນວຄວາມຄິດສູ່ການປະຕິບັດ ແລະ ຈາກວິໄສທັດ ສູ່ຄວາມເປັນຈິງ, ປຶກສາຫາລືກ່ຽວກັບ ການຮ່ວມກັນສ້າງຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ແລະ ຍຸດທະສາດການພັດທະນາລະດັບຊາດຂອງລາວ, ປຶກສາຫາລືກ່ຽວກັບແຜນການຮ່ວມມື ພັດທະນາລະຫວ່າງລາວ-ຈີນ. ໃນຖານະເປັນຕົ້ນແບບຂອງການຮ່ວມມືລາວ-ຈີນ ພາຍໃຕ້ “ໜຶ່ງແລວ ໜຶ່ງເສັ້ນທາງ” ແລະ ໃນຖານະເປັນຜູ້ນໍາໜ້າດ້ານແຮ່ເກືອໂປຕາສທີ່ເກີດຂຶ້ນໃໝ່ໃນໂລກ, ອາຊີ-ໂປຕາສ ສາກົນ ກໍໄດ້ຮັບເຊີນເຂົ້າຮ່ວມງານດັ່ງກ່າວ ແລະໄດ້ເຜີຍແຜ່ ໝາກຜົນສໍາຄັນ ການສົ່ງເສີມໂຄງການເກືອໂປຕາສ 5 ລ້ານໂຕນ/ປີ ຂອງລາວ ແລະ ສ້າງເປັນຖານຜະລິດຝຸ່ນໂປຕາສລະດັບໂລກ ແລະ ຂຶ້ນບັນຍາຍໃນຫົວຂໍ້ ພາຍໃຕ້ ຂໍ້ລິເລີ່ມ ໜຶ່ງແລວ ໜຶ່ງເສັ້ນທາງ,ອາຊີ-ໂປຕາສ ສາກົນ ປະຕິບັດຕົວຈິງໃນການສຶກສາດ້ານເກືອໂປຕາສຂອງລາວ ພ້ອມກັນສ້າງເສັ້ນທາງແຫ່ງຄວາມຈະເຈີນຮຸ່ງເຮືອງລະຫວ່າງ ລາວ-ຈີນ.
ເວທີສົນທະນາດັ່ງກ່າວ ມີຈຸດມຸ່ງໝາຍເພື່ອດໍາເນີນການຕາມແຜນປະຕິບັດງານຂອງສອງພັກ-ສອງລັດ  ລາວ-ຈີນ, ຈີນ-ລາວ ໃນການສ້າງປະຊາຄົມຮ່ວມຊາຕາກໍາລາວ-ຈີນ (2024-2028) ຊຶ່ງລົງນາມໂດຍ ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ແລະ ທ່ານ ສີ ຈິ້ນຜິງ ປະທານປະເທດແຫ່ງ ສປ ຈີນ ໃນໄລຍະກອງປະຊຸມເວທີປຶກສາຫາລືສຸດຍອດການຮ່ວມມືສາກົນ ໜຶ່ງແລວໜຶ່ງເສັ້ນທາງ ຄັ້ງທີ 3 ທີ່ໄດ້ຈັດຂຶ້ນໃນເດືອນຕຸລາ 2023ນີ້, ໄດ້ສະແດງແລະສົ່ງເສີມບົດບາດດີຍິ່ງ ຕໍ່ຜົນການເປັນແບບຢ່າງ ໃນການຮ່ວມກັນສ້າງ ໜຶ່ງແລວໜຶ່ງເສັ້ນທາງ ແລະ ສົ່ງເສີມການສ້າງປະຊາຄົມຮ່ວມຊາຕາກໍາມວນມະນຸດ. ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ສົ່ງສານສະແດງຄວາມຍິນດີຕໍ່ເວທີສົນທະນາດັ່ງກ່າວ. ຄວາມໄວຂອງອາຊີ-ໂປຕາສ ສາກົນ ສ້າງຄວາມມະຫັດສະຈັນຂອງປະເທດລາວ, ສ້າງ “ຖານຜະລິດຝຸ່ນໂປຕາສທີ່ໃຫຍ່ທີ່ສຸດໃນອາຊີ ພາຍໃຕ້ຂໍ້ລິເລີ່ມການຮ່ວມມືດ້ານກໍາລັງການຜະລິດລາວ-ຈີນ, ໂຄງການເກືອໂປຕາສ ຂອງ ອາຊີ-ໂປຕາສ ສາກົນ ເປັນໂຄງການທີ່ສໍາຄັນ ຂອງການຮ່ວມມືດ້ານກໍາລັງການຜະລິດລາວ-ຈີນຊຶ່ງໄດ້ບັນລຸການພັດທະນາທີ່ມີຄຸນນະພາບສູງ ໃນຂົງເຂດແຮ່ເກືອໂປຕາສຂອງລາວ, ໝາກຜົນການກໍ່ສ້າງກໍາລັງການຜະລິດທີ່ສໍາຄັນ ໄດ້ເປັນຫຼັກຄໍ້າປະກັນທີ່ເຂັ້ມແຂງສໍາລັບຄວາມປອດໄພດ້ານສະບຽງອາຫານໃຫ້ແກ່ສອງປະເທດ ກໍຄື ທະວີບອາຊີ. 
ທ່ານ ອາຍ ຢຸງຈຸນ ຮອງອໍານວຍການໃຫຍ່ ຂອງບໍລິສັດ ຊີໂນ-ອາກຣີ ໂປຕາສ ຈໍາກັດ ທີ່ຂຶ້ນກັບ ອາຊີ-ໂປຕາສ ສາກົນ ໄດ້ກ່າວວ່າ: ໃນນາມເປັນໂຄງການຝຸ່ນໂປຕາສ ທີ່ມີການຂະຫຍາຍກໍາລັງການຜະລິດໄວທີ່ສຸດໃນໂລກ, ອາຊີ-ໂປຕາສ ສາກົນ ໄດ້ເປັນຜູ້ບຸກເບີກຂົງເຂດເກືອໂປຕາສທີ່ກໍາລັງເຕີບໃຫຍ່ໃນໂລກ, ຈົນໄດ້ກາຍເປັນ ບໍລິສັດທໍາອິດໃນປະເທດລາວ ທີ່ປະສົບຄວາມສໍາເລັດໃນການຜະລິດຝຸ່ນໂປຕາສແບບອຸດສາຫະກໍາ. ໃນໄລະຍະ 3 ປີຜ່ານມາ, ອາຊີ-ໂປຕາສ ສາກົນ ຂະຫຍາຍຕົວຢ່າງວ່ອງໄວແບບ ຄວາມໄວຂອງອາຊີ-ໂປຕາສ ສາກົນ, ໂດຍແຕ່ລະປີຈະມີກໍາລັງການຜະລິດເພີ່ມຂຶ້ນ 1 ລ້ານໂຕນ, ໄດ້ສ້າງຕໍານານໃນປະຫວັດສາດການພັດທະນາອຸດສາຫະກໍາເກືອໂປຕາສໃນໂລກ ແລະ ຖືກຂຽນເປັນ “ມະຫັດສະຈັນຂອງປະເທດລາວ”. ຕໍ່ຈຸດພິເສດຂອງກາຍະພາບແຮ່ເກືອໂປຕາສຊະນິດ ຄານາໄລ ຂອງລາວ, ອາຊີ-ໂປຕາສ ສາກົນ ໄດ້ເອົາຊະນະ ແລະ ແກ້ໄຂບັນຫາເຕັກນິກຕ່າງໆຢ່າງຕໍ່ເນື່ອງ ດ້ານການຂະຫຍາຍກໍາລັງການຜະລິດບໍ່ແຮ່, ອັດຕາສ່ວນເກັບກູ້ໃນການກັ່ນແຍກແບບຟູລອຍ ແລະອື່ນໆ ຊຶ່ງເປັນການວາງຮາກຖານສະໜັບສະໜູນທາງເຕັກນິກທີ່ເຂັ້ມແຂງສໍາລັບການຜະລິດຂະໜາດໃຫຍ່. ໃນເດືອນຕຸລາ 2023, ບົນພື້ນຖານການກໍ່ສ້າງເປັນລະບົບຂອງໂຄງການ 1 ລ້ານໂຕນ ແຫ່ງທີ 3, ອາຊີ-ໂປຕາສ ສາກົນ ແລະ ລັດຖະບານ ສປປ ລາວ ກໍໄດ້ລົງນາມ ບົດບັນທຶກຄວາມເຂົ້າໃຈ ກ່ຽວກັບການຂະຫຍາຍກໍາລັງການຜະລິດເປັນ 5 ລ້ານໂຕນ. ແຜນການຈະບັນລຸກໍາລັງການຜະລິດຝຸ່ນໂປຕາສ 5 ລ້ານໂຕນ/ປີ ໃນປີ 2025, ໃນອະນາຄົດ ຈະປະກອບສ້າງຂະໜາດກໍາລັງການຜະລິດຝຸ່ນໂປຕາສເຖິງລະດັບ 10 ລ້ານໂຕນ. ເມື່ອເຖິງເວລານັ້ນ ຈະບັນລຸເປົ້າໝາຍຍຸດທະສາດການເປັນ ຜູ້ສະໜອງຝຸ່ນໂປຕາສລະດັບໂລກ ແລະ ສ້າງໃຫ້ລາວກາຍເປັນ ຖານຜະລິດຝຸ່ນໂປຕາສທີ່ໃຫຍ່ທີ່ສຸດໃນອາຊີ. ການພັດທະນາແບບກ້າວກະໂດດຂອງ ອາຊີ-ໂປຕາສ ສາກົນ ໄດ້ສົ່ງເສີມຢ່າງມີປະສິດທິຜົນການຮ່ວມມືພາກປະຕິບັດໃນຂົງເຂດການພັດທະນາບໍ່ແຮ່ເກືອໂປຕາສ ລະຫວ່າງລາວ-ຈີນ.
ທ່ານ ກ່າວຕື່ມວ່າ: ໂຄການດັ່ງກ່າວມີຈຸດໝາຍເພື່ອພັດທະນາເປັນນິຄົມອຸດສາຫະກໍາ ແລະໄດ້ຊຸກຍູ້ການພັດທະນາຂອງກຸ່ມອຸດສາຫະກໍາ, ເປັນແຮງຊ່ວຍພັດທະນາອຸດສາຫະກໍາທັນສະໄໝຂອງ ສປປ ລາວ ໂດຍຖອດຖອນບົດຮຽນການພັດທະນາອຸດສາຫະກໍາທີ່ສຸກງອມຂອງຈີນ, ໃນເດືອນມີນາ 2023, ອາຊີ-ໂປຕາສ ສາກົນ ແລະ ລັດຖະບານ ສປປ ລາວ ໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈ ໂຄງການ ນິຄົມອຸດສາຫະກໍາອັດສະລິຍະ ອາຊີ-ໂປຕາສ ສາກົນຊຶ່ງໄດ້ເປີດເສັ້ນທາງການພັດທະນາຢ່າງປະສົມປະສານ ລະຫວ່າງ ໂປຕາສ ແລະ ອະໂປຕາສ. ນິຄົມອຸດສາຫະກໍາ ປັດຈຸບັນ, ນິຄົມອຸດສາຫະກໍາ ໄດ້ສໍາເລັດການສົ່ງເສີມການລົງທຶນໄລຍະທໍາອິດເປັນທີ່ຮຽບຮ້ອຍ, ກໍາລັງເລັ່ງການເຊື່ອມໂຍງ ແລະ ເຊື່ອມຈອດກັບບັນດາວິສາຫະກິດນຳໜ້າທີ່ມີຄຸນນະພາບສູງໃນຂົງເຂດຕ່າງໆເພື່ອໃຫ້ເຂົ້າມາລົງທຶນຢູ່ນິຄົມອຸດສາຫະກໍາ. ດ້ວຍການສໍາເລັດໂຄງການ Bromine ແລະ Chlor-Alkali,  ຕ່ອງໂສ້ອຸດສາຫະກໍາ Bromine ທໍາອິດ ໃນອຸດສາຫະກໍາ ອະໂປຕາສ ໄດ້ຖືກສ້າງຕັ້ງຂຶ້ນ, ເປັນການເປີດພື້ນທີ່ການພັດທະນາໃໝ່ ສໍາລັບຂະແໜງອຸດສາຫະກໍາຂອງລາວ. 
ຮູບແບບການແກ້ໄຂຄວາມທຸກຍາກດ້ວຍການຜະລິດຂອງອາຊີ-ໂປຕາສ ສາກົນ ຊຸກຍູ້ການພັດທະນາກະສິກຳທັນສະໄໝຂອງ ສປປ ລາວ ໃນກອງປະຊຸມເວທີສົນທະນາ, ທາງສູນຄົ້ນຄວ້າເສດຖະກິດຊົນນະບົດ ຂອງ ກະຊວງກະສິກໍາ ແລະ ຊົນນະບົດ ສປ ຈີນ ໄດ້ມອບໃບຢັ້ງຢືນສູນຄົ້ນຄວ້າຢູ່ຕ່າງປະເທດ ໃຫ້ແກ່ ອາຊີ-ໂປຕາສ ສາກົນ. ຄຽງຄູ່ກັບພັດທະນາວິສາຫະກິດທີ່ມີຄຸນນະພາບສູງ, ອາຊີ-ໂປຕາສ ສາກົນ ຍັງໃຫ້ຄວາມສຳຄັນຕໍ່ການຫຼຸດຜ່ອນຄວາມທຸກຍາກ ແລະ ການພັດທະນາກະສິກຳໃນລາວ.

ຄໍາເຫັນ

ຂ່າວການຮ່ວມມື

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ສະໄໝພິເສດ ກ່ຽວກັບສະພາບການປັດຈຸບັນ ລະຫວ່າງ ກໍາປູເຈຍ ແລະ ໄທ

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ສະໄໝພິເສດ ກ່ຽວກັບສະພາບການປັດຈຸບັນ ລະຫວ່າງ ກໍາປູເຈຍ ແລະ ໄທ

ໃນວັນທີ 22ທັນວາ 2025 ທີ່ ກົວລາລໍາເປີ, ປະເທດ ມາເລເຊຍ, ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ເເຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ເເທນ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ສະໄໝພິເສດ ກ່ຽວກັບສະພາບການປັດຈຸບັນ ລະຫວ່າງ ກໍາປູເຈຍ ແລະ ໄທ ໂດຍການເປັນປະທານຂອງ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ມາເລເຊຍ ໃນນາມປະທານອາຊຽນ ປີ 2025 ແລະ ມີບັນດາລັດຖະມົນຕີຕ່າງປະເທດອາຊຽນ, ຜູ້ຕາງໜ້າ ແລະ ເລຂາທິການໃຫຍ່ອາຊຽນ ເຂົ້າຮ່ວມ.
ໄຊສົມບູນ ແລະ ບັ໋ກນິງ ສະຫຼຸບວຽກງານຮ່ວມມື ໃນໄລຍະ 2021-2025 ແລະ ສຶບຕໍ່ຮ່ວມມື 2026-2030

ໄຊສົມບູນ ແລະ ບັ໋ກນິງ ສະຫຼຸບວຽກງານຮ່ວມມື ໃນໄລຍະ 2021-2025 ແລະ ສຶບຕໍ່ຮ່ວມມື 2026-2030

ໃນວັນທີ 18 ທັນວາຜ່ານມານີ້, ການນຳແຂວງໄຊສົມບູນ ແລະ ແຂວງບັ໋ກນິງ ສ.ສ ຫວຽດນາມ ໄດ້ຈັດກອງປະຊຸມສະຫຼຸບຂໍ້ຕົກລົງການຮ່ວມມືໄລຍະ 2021-2025 ແລະ ລົງນາມໃນສັນຍາຮ່ວມມື 2026-2030ຂຶ້ນ ທີ່ຫ້ອງວ່າການຄະນະກຳມະການປະຊາຊົນແຂວງບັ໋ກນິງ, ຝ່າຍແຂວງໄຊສົມບູນ ນຳໂດຍ ສະຫາຍ ພອຍຄຳ ຮຸ່ງບຸນຍວງ ເລຂາຄະນະບໍລິຫານງານພັກແຂວງ ພ້ອມດ້ວຍຄະນະ, ຝ່າຍແຂວງບັ໋ກນິງ ນຳໂດຍ ສະຫາຍ ຫງວຽນຮົ່ງໄທ ກໍາມະການສູນກາງພັກ ເລຂາຄະນະພັກແຂວງບັ໋ກນິງ ພ້ອມດ້ວຍຄະນະ.
ລັດຖະມົນຕີກະຊວງການຕ່າງປະເທດລາວ ເຂົ້າຢ້ຽມຂ່ຳນັບ ການນຳຂັ້ນສູງ ສສຫວຽດນາມ

ລັດຖະມົນຕີກະຊວງການຕ່າງປະເທດລາວ ເຂົ້າຢ້ຽມຂ່ຳນັບ ການນຳຂັ້ນສູງ ສສຫວຽດນາມ

ໃນວັນທີ 18 ທັນວາ 2025, ສະຫາຍ ທອງສະຫວັນ ພົມວິຫານ,ກຳມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນຈາກກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າຢ້ຽມຂ່ຳນັບການນຳຂັ້ນສູງຂອງສສ ຫວຽດນາມ ສອງສະຫາຍ ຕາມລຳດັບ ຄື: ສະຫາຍ ຟ້າມ ມິງ ຈິງ,ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ສະຫາຍ ເຈີ່ນ ແທັງ ເມີ້ນ, ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ,ໃນໂອກາດເຂົ້າຮ່ວມກອງປະຊຸມປຶກສາຫາລືດ້ານການເມືອງ ຂັ້ນລັດຖະມົນຕີລະຫວ່າງກະຊວງການຕ່າງປະເທດ ລາວ-ຫວຽດນາມ ຄັ້ງທີ 12, ທີ່ ນະຄອນຫຼວງ ຮ່າໂນ້ຍ, ສສ ຫວຽດນາມ.
ກະຊວງການຕ່າງປະເທດ ລາວ-ຫວຽດນາມປຶກສາຫາລືດ້ານການເມືອງ ຄັ້ງທີ 12 ທີ່ ນະຄອນຫຼວງຮ່າໂນ້ຍ

ກະຊວງການຕ່າງປະເທດ ລາວ-ຫວຽດນາມປຶກສາຫາລືດ້ານການເມືອງ ຄັ້ງທີ 12 ທີ່ ນະຄອນຫຼວງຮ່າໂນ້ຍ

ໂດຍຕອບສະໜອງຕາມຄຳເຊີນຂອງ ສະຫາຍ ເລ ຮວ່າຍ ຈຸງ, ເລຂາທິການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ. ຫວຽດນາມ, ສະຫາຍ ທອງສະຫວັນ ພົມວິຫານ, ກໍາມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນ ກະຊວງການຕ່າງປະເທດ ເດີນທາງຢ້ຽມຢາມ ແລະ ເຮັດວຽກ ທີ່ ສສ. ຫວຽດນາມ ເພື່ອເຂົ້າຮ່ວມກອງປະຊຸມປຶກສາຫາລື ດ້ານການເມືອງ ຂັ້ນລັດຖະມົນຕີ ຄັ້ງທີ 12 ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ ໃນວັນທີ 17-20 ທັນວາ 2025, ຊຶ່ງເປັນກົນໄກການຮ່ວມມືປົກກະຕິ ຂອງສອງກະຊວງ ທີ່ຜັດປ່ຽນກັນເປັນເຈົ້າພາບໃນທຸກໆປີ, ເພື່ອປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນຕໍ່ບັນຫາຕ່າງໆແນໃສ່ປະກອບສ່ວນເຂົ້າໃນການເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ລາວ ແລະ ຫວຽດນາມ, ກໍຄືລະຫວ່າງສອງກະຊວງການຕ່າງປະເທດ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.
ອົງການ WFP ຊ່ວຍສົ່ງເສີມວຽກງານໂພຊະນາການ ໃນ ສປປ ລາວ

ອົງການ WFP ຊ່ວຍສົ່ງເສີມວຽກງານໂພຊະນາການ ໃນ ສປປ ລາວ

ທ່ານ ນາງ ອິລດີໂກ ຮາໂມສ ຜູ້ຊ່ຽວຊານດ້ານການສື່ສານ ແລະ ການພົວພັນຂອງອົງການອາຫານໂລກ (WFP) ປະຈໍາ ສປປ ລາວ ໄດ້ໃຫ້ສາພາດຕໍ່ສື່ມວນຊົນໃນວັນທີ 18 ທັນວານີ້ວ່າ: ອົງການWFP ມີຍຸດທະສາດການວາງແຜນນໍາພາສື່ມວນຊົນລາວໄປເຄື່ອນໄຫວຢ້ຽມຢາມການຈັດຕັ້ງປະຕິບັດຂອງໂຄງການທີ່ໃຫ້ການສະໜັບສະໜັບຢູ່ຕ່າງແຂວງຂອງ ສປປ ລາວ ທຸກໆປີ, ເພື່ອໃຫ້ສື່ມວນຊົນໄດ້ນໍາເອົາຂໍ້ມູນໄປຈັດຕັ້ງຜັນຂະຫຍາຍໂຄສະນາໃຫ້ສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງກວ້າງຂວາງກ່ຽວກັບຄວາມຄືບໜ້າການຈັດຕັ້ງປະຕິບັດໃນຕະຫຼອດໄລຍະຜ່ານມາ ແລະ ໃນຕໍ່ໜ້າ. ດັ່ງນັ້ນ, ອົງການອາຫານໂລກຈຶ່ງເຫັນໄດ້ວ່າສື່ມວນຊົນມີຄວາມສໍາຄັນຫຼາຍຢູ່ໃນວຽກງານຂອງອົງການອາຫານໂລກໃນ ສປປ ລາວ ເພື່ອເປັນຂົວຕໍ່ເຜີຍແຜ່ໂຄສະນາໃຫ້ປະຊາຊົນໄດ້ຮັບຮູ້-ເຂົ້າເຖິງຂໍ້ມູນ-ຂ່າວສານ ແລະ ເຫັນຄວາມສໍາຄັນໃນວຽກງານໂພຊະນາການ ແລະ ຄວາມໝັ້ນຄົງດ້ານອາຫານ. ພ້ອມນັ້ນ, ທັງໃຫ້ທົ່ວໂລກຮັບຮູ້ວ່າການລົງທຶນສະໜັບສະໜູນຊ່ວຍເຫຼືອຂອງອົງການອາຫານໂລກຢູ່ ສປປ ລາວ ເພື່ອໃຫ້ເຂົາເຈົ້າມີຄວາມໝັ້ນໃຈເຂົ້າມາຊ່ວຍເຫຼືອ ແລະ ລົງທຶນອີກຕໍ່ໄປ.
ອົດສະຕຣາລີ ສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມຢູ່ພາກໃຕ້ຂອງລາວ

ອົດສະຕຣາລີ ສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມຢູ່ພາກໃຕ້ຂອງລາວ

ແຕ່ວັນທີ14-19 ທັນວານີ້, ທ່ານນາງ ເມແກັນ ຈອນສ, ເອກອັກຄະລັດຖະທູດອົດສະຕຣາລີໄດ້ໄປຢ້ຽມຢາມບັນດາແຂວງພາກໃຕ້ເພື່ອຢືນຢັນຄຳໝັ້ນສັນຍາຂອງອົດສະຕຣາລີໃນການຮ່ວມມືກັບ ສປປ ລາວ ໃນຂະແໜງສຶກສາ, ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສຄັ້ງທີ 5, ແລະ ການຮ່ວມມືດ້ານການພັດທະນາເສດຖະກິດສັງຄົມກັບ ສປປ ລາວ.
ຜົ້ງສາລີ ເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ ຄັ້ງທີ IX ທີ່ ແຂວງດຽນບ່ຽນ

ຜົ້ງສາລີ ເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ ຄັ້ງທີ IX ທີ່ ແຂວງດຽນບ່ຽນ

ວັນທີ 18 ທັນວາຜ່ານມານີ້, ຄະນະນຳແຂວງຜົ້ງສາລີ ພ້ອມດ້ວຍຄະນະສິລະປະ ວັນນະຄະດີ, ຄະນະນັກກິລາ ໄດ້ເດີນທາງເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ 3 ແຈປະເທດຄື: ລາວ, ຈີນ ແລະ ຫວຽດນາມ ຄັ້ງທີ IX ທີ່ແຂວງດຽນບ່ຽນ ແຫ່ງ ສສ ຫວຽດນາມ ເປັນເຈົ້າພາບ. ແຂວງຜົ້ງສາລີນຳໂດຍທ່ານ ອູ່ຄຳ ຕຸລາພັນ ກຳມະການປະຈຳພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງ, ພ້ອມດ້ວຍຄະນະນຳ ແລະ ພາກສ່ວນທີ່ກ່ຽວຂ້ອງຮ່ວມຕິດຕາມ. ພິທີຕ້ອນຮັບໄດ້ຈັດຂຶ້ນທີ່ຣິສອດຮີມລານ ໂດຍຕາງໜ້າຄະນະນຳແຂວງ ດຽນບ່ຽນອອກຕ້ອນຮັບໂດຍທ່ານ ຫງວຽນ ຮວາງຮຽບ ຮອງຫົວໜ້າພະແນກວັດທະນະທຳ ແລະ ທ່ອງທ່ຽວ ແຂວງດຽນບ່ຽນ ພ້ອມດ້ວຍຄະນະ.
ສະຖານທູດອົດສະຕຣາລີ ພົບປະ ພະແນກ ອຄ ເຊກອງ

ສະຖານທູດອົດສະຕຣາລີ ພົບປະ ພະແນກ ອຄ ເຊກອງ

ໃນວັນທີ 18 ທັນວາ 2025 ທີ່ແຂວງເຊກອງ, ທ່ານ ໄມໂຄ ຣີຣ່າ ເລຂານຸການໂທ, ຮັບຜິດຊອບວຽກງານການຄ້າ ແລະ ການລົງທຶນ ສະຖານທູດອົດສະຕາລີ ປະຈຳ ສປປ ລາວ ພ້ອມຄະນະ ໄດ້ເຂົ້າພົບປະຢ້ຽມຢາມ ແລະ ເຮັດວຽກ ຮ່ວມກັບ ພະແນກອຸດສາຫະກໍາ ແລະ ການຄ້າ (ອຄ) ແຂວງເຊກອງ ໂດຍການຕ້ອນຮັບ ຂອງທ່ານ ນາງ ວິລະຄອນ ບັນທະເວີ ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງ ແລະ ມີຂະແໜງການກ່ຽວຂ້ອງ ເຂົ້າຮ່ວມ.
ການລົງເລິກຮ່ວມມືລະຫວ່າງເມືອງມິດຕະພາບ ຢຸນນານ-ລາວ, ຂຽນໜ້າປະຫວັດສາດໃໝ່ພາຍໃຕ້ຄູ່ຮ່ວມຊະຕາກຳ

ການລົງເລິກຮ່ວມມືລະຫວ່າງເມືອງມິດຕະພາບ ຢຸນນານ-ລາວ, ຂຽນໜ້າປະຫວັດສາດໃໝ່ພາຍໃຕ້ຄູ່ຮ່ວມຊະຕາກຳ

ການຮ່ວມມືເມືອງມິດຕະພາບໄດ້ຮັບຜົນສໍາເລັດຕົວຈິງຜູກຈິດດ້ວຍໃຈ, ສາຍພົວພັນແບບອ້າຍນ້ອງ ຢຸນນານ-ລາວ ອັນເລິກເຊິ່ງ. ນັບຕັ້ງແຕ່ສ້າງຕັ້ງສາຍພົວພັນທາງການທູດເປັນຕົ້ນມາ, ຢຸນນານໄດ້ເສີມຂະຫຍາຍບົດບາດພິເສດ ແລະ ສຳຄັນໃນການຮ່ວມມື ຈີນ-ລາວ ຢ່າງຫ້າວຫັນ, ຊຸກຍູ້ໃຫ້ການສ້າງຄູ່ຮ່ວມຊະຕາກຳ ຈີນ-ລາວ ຢັ່ງຮາກເລິກ ແລະ ແຕກດອກອອກຜົນ. ຜ່ານການພົວພັນເມືອງມິດຕະພາບສາກົນ, ສອງຝ່າຍໄດ້ເພີ່ມທະວີມິດຕະພາບລະຫວ່າງປະຊາຊົນ ແລະ ລົງເລິກການຮ່ວມມືບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດຢ່າງບໍ່ຢຸດຢັ້ງ, ຈົນຍາດໄດ້ຜົນສຳເລັດໃນຫຼາຍດ້ານເປັນຕົ້ນແມ່ນ ນະວັດຕະກຳດ້ານກົນໄກປັບປຸງປະຊາຄົມການບໍລິຫານແບບປະສານສົມທົບກັນໃຫ້ສົມບູນຂຶ້ນ.
ຫົວໜ້າ ຄຕພ ຕ້ອນຮັບເອກອັກຄະລັດຖະທູດຝຣັ່ງຄົນໃໝ່ ປະຈໍາ ສປປ ລາວ

ຫົວໜ້າ ຄຕພ ຕ້ອນຮັບເອກອັກຄະລັດຖະທູດຝຣັ່ງຄົນໃໝ່ ປະຈໍາ ສປປ ລາວ

ໃນວັນທີ 17 ທັນວານີ້, ທີ່ສໍານັກງານຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ), ທ່ານ ບຸນເຫຼືອ ພັນດານຸວົງ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານນາງ ເບ່ເນ່ດິກ ເດ່ຊັອງ(Bénédicte Deschamps), ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສາທາລະນະລັດ ຝຣັ່ງ ປະຈໍາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ເພີ່ມເຕີມ