ຮ່າງຂໍ້ສະເໜີລະບຸວ່າ: ຜູ້ໂດຍສານໄດ້ຮັບອະນຸຍາດໃຫ້ເອົາແບັດເຕີຣີໂທລະສັບມືຖືທີ່ມີຄວາມຈຸບໍ່ເກີນ 160 ວັດ-ຊົ່ວໂມງ ຂຶ້ນເຮືອບິນໄດ້ສູງສຸດ 2 ອັນ, ພ້ອມທັງແບັດເຕີຣີສຳຮອງສຳລັບກ້ອງຖ່າຍຮູບ ແລະ ອຸປະກອນອື່ນໆ. ໂດຍແບັດເຕີຣີສຳຮອງຂະໜາດບໍ່ເກີນ 100 ວັດ-ຊົ່ວໂມງຈະບໍ່ມີການຈຳກັດຈຳນວນ.
ນອກຈາກນັ້ນ, ຜູ້ໂດຍສານຈະຖືກຮ້ອງຂໍໃຫ້ຫຼີກລ່ຽງການໃຊ້ພາວເວີແບັງໃນລະຫວ່າງການບິນ ແລະ ຫ້າມສາກໄຟຜ່ານປັກໄຟເທິງເຮືອບິນ.
ອົງການການບິນພົນລະເຮືອນສາກົນ (ICAO) ຄາດວ່າ: ຈະຈັດຕັ້ງປະຕິບັດລະບຽບການທີ່ຄ້າຍຄືກັນໃນຕົ້ນເດືອນໜ້າ, ໃນຂະນະທີ່ກະຊວງຄົມມະນາຄົມຂອງຍີ່ປຸ່ນວາງແຜນທີ່ຈະປັບປຸງລະບຽບການພາຍໃນປະເທດໃນກາງເດືອນເມສາ ແລະ ຈະຮັບເອົາຄຳເຫັນຂອງປະຊາຊົນຈົນຮອດວັນທີ 30 ມີນາ.
ທັງນີ້, ບັນຫາຂອງພາວເວີແບັງໄດ້ຖືກກວດສອບຢ່າງລະອຽດ ຫຼັງຈາກເກີດໄຟໄໝ້ໃນເດືອນມັງກອນ 2025 ໃນຖ້ຽວບິນ Air Busan ຊຶ່ງເຊື່ອກັນວ່າເກີດຈາກແບັດເຕີຣີພະລັງງານທີ່ມີບັນຫາ.
ຄໍາເຫັນ