ອົງການດັ່ງກ່າວລະບຸວ່າ: ພາຍຸໄຕ້ຝຸ່ນບາວີ ກໍາລັງເຄື່ອນທີ່ໄປທາງທິດຕາເວັນຕົກໃກ້ກັບໝູ່ເກາະມາເຣຍນາໃນມະຫາສະໝຸດປາຊີຟິກດ້ວຍຄວາມໄວ 30 ກິໂລແມັດຕໍ່ຊົ່ວໂມງ ໃນເວລາ 3:00 ໂມງເຊົ້າ ຂອງວັນທີ 7 ກໍລະກົດຜ່ານມາ (ຕາມເວລາທ້ອງຖິ່ນ) ໂດຍມີລົມພັດແຮງເຖິງ 270 ກິໂລແມັດຕໍ່ຊົ່ວໂມງ ແລະ ຄວາມກົດດັນອາກາດທີ່ສູນກາງ 920 Hectopascal.
ພາຍຸໄຕ້ຝຸ່ນບາວີມີທ່າອ່ຽງທີ່ຈະປ່ຽນທິດທາງໄປທາງທິດເໜືອ ແລະ ອາດຈະພັດເຂົ້າໃກ້ເກາະໂອກິນາວາດ້ວຍຄວາມຮຸນແຮງສູງ ໃນລະຫວ່າງວັນ 10-11 ກໍລະກົດ ນີ້. ອົງການດັ່ງກ່າວໄດ້ຮຽກຮ້ອງໃຫ້ປະຊາຊົນຕິດຕາມການພະຍາກອນອາກາດ ແລະ ຄຳເຕືອນສະພາບອາກາດຫຼ້າສຸດຢ່າງຕໍ່ເນື່ອງ.
ທັງນີ້, ໃນໄລຍະພາຍຸໄຕ້ຝຸ່ນບາວີ ກຳລັງພັດເຂົ້າໃກ້ເກາະໂອກິນາວາ. ນ້ຳທະເລອ້ອມຮອບແຂວງໂອກິນາວາ ແລະ ພາກພື້ນອາມາມິຂອງແຂວງຄາໂກຊິມະ ມີທ່າອ່ຽງທີ່ຈະປະສົບກັບຄື້ນທະເລທີ່ຮຸນແຮງຕັ້ງແຕ່ວັນ 9 ກໍລະກົດ ແລະ ໂອກິນາວາອາດຈະປະເຊີນກັບສະພາບອາກາດທີ່ຮຸນແຮງ ແລະ ຝົນຕົກໜັກ ລະດັບຄຳເຕືອນໄພຕັ້ງແຕ່ວັນ 10 ກໍລະກົດ. ໃນຂະນະດຽວກັນ, ຄາດວ່າທະເລທາງທິດໃຕ້ຂອງເກາະຄິວຊູອາດເກີດຄື້ນລົມແຮງດ້ວຍ.
ຄໍາເຫັນ