ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 4 ຕຸລາ ຜ່ານມາວ່າ: ກະຊວງການເງິນຂອງອູແກຣນເປີດເຜີຍວ່າ, ອູແກຣນໄດ້ຮັບເງິນສະໜັບສະໜູນ ຈາກສະຫະພາບເອີຣົບ (EU) ຈຳນວນ 2.9 ຕື້ເອີໂຣ ເພື່ອສ້າງສະຖຽນລະພາບທາງເສດຖະກິດ, ສະໜັບສະໜູນລາຍຈ່າຍງົບປະມານທີ່ສຳຄັນ, ການຟື້ນຟູ ແລະ ສ້າງຄວາມທັນສະໄໝ, ລວມທັງການດຳເນີນການປະຕິຮູບ ເພື່ອມຸ່ງໄປສູ່ການເປັນສະມາຊິກຂອງ EU.
ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 4 ຕຸລາ ຜ່ານມາວ່າ: ສຳນັກງານອຸຕຸນິຍົມວິທະຍາແຫ່ງຊາດຝຣັ່ງລາຍງານວ່າ, ເດືອນກັນຍາ 2026 ເປັນເດືອນກັນຍາທີ່ຮ້ອນທີ່ສຸດອັນດັບ 2 ໃນປະເທດຝຣັ່ງ ນັບຕັ້ງແຕ່ມີການບັນທຶກໃນປີ 1900. ໂດຍອຸນຫະພູມສະເລ່ຍໃນເດືອນກັນຍາສູງກວ່າລະດັບສະເລ່ຍປະມານ 3.1 ອົງສາ ໃນໄລຍະປີ 1991-2020 ແລະ ເປັນອັນດັບສອງຮອງຈາກເດືອນກັນຍາ 2023 ທີ່ມີອຸນຫະພູມສະເລ່ຍສູງກວ່າລະດັບສະເລ່ຍ 3.6 ອົງສາ.
ຂ່າວຕ່າງປະເທດລາຍງານໃນວັນທີ 5 ຕຸລາ ຜ່ານມາວ່າ: ຍີ່ປຸ່ນຍັງຄົງຢູ່ອັນດັບທີ 12 ໃນດັດຊະນີນະວັດຕະກໍາຂອງອົງການຊັບສິນທາງປັນຍາໂລກ (WIPO) ໃນປີນີ້, ຕາມຫຼັງ ສ ເກົາຫຼີ, ສິງກະໂປ ແລະ ຈີນ ໃນບັນດາເຂດເສດຖະກິດຫຼັກຂອງພາກພື້ນ.
ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 4 ຕຸລາ ຜ່ານມາ, ອົງການບັນດາປະເທດສົ່ງອອກນ້ຳມັນ ແລະ ປະເທດຄູ່ຮ່ວມມື (OPEC+) ໄດ້ແຈ້ງວ່າ 7 ປະເທດສະມາຊິກ (ລວມມີ: ຊາອຸດິດ ອາຣັບບີ, ອີຣັກ, ກູເວດ, ອານເຊຣີ, ກາຊັກສະຖານ, ໂອມານ ແລະ ຣັດເຊຍ) ໄດ້ຕົກລົງຮັກສາລະດັບປະລິມານນ້ຳມັນສູງສຸດປັດຈຸບັນໃນເດືອນ ພະຈິກ. ສິ່ງດັ່ງກ່າວໝາຍຄວາມວ່າ 7 ປະເທດ ຈະຮັກສາຍອດປະລິມານນ້ຳມັນຢູ່ລະດັບສູງສຸດ ຂຶ້ນເປັນ 31.01 ລ້ານຖັງ/ວັນ.
ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນທີ 5 ຕຸລາ ຜ່ານມາ, ຫ້ອງການຄົ້ນຄວ້າເສດຖະ ກິດມະຫາພາກອາຊຽນ-ຈີນ, ຍີ່ປຸ່ນ, ສ ເກົາຫຼີ ໄດ້ປະກາດບົດລາຍງານຄວາມໝັ້ນທ່ຽງດ້ານການທະນາຄານຢູ່ພາກພື້ນອາຊຽນ-ຈີນ, ຍີ່ປຸ່ນ, ສ ເກົາຫຼີ ສະບັບ 2026 ແລະ ບົດລາຍງານຄາດຄະເນເສດຖະກິດຢູ່ພາກພື້ນອາຊຽນ-ຈີນ, ຍີ່ປຸ່ນ, ສ ເກົາຫຼີ ປີ 2026 ສະບັບປັບປຸງໃໝ່ໃນເດືອນຕຸລາ ຢ່າງເປັນທາງການ. ບົດລາຍງານລະບຸວ່າ: ເຖິງວ່າໄດ້ຮັບຜົນກະທົບຈາກພະລັງງານຢູ່ຕາເວັນອອກກາງກໍຕາມ, ແຕ່ເສດຖະກິດຢູ່ພາກພື້ນນີ້ມີຄວາມໝັ້ນທ່ຽງໂດຍລວມ.
ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 5 ຕຸລາ ຜ່ານມາ, ກອງປະຊຸມຄັ້ງທີ 4 ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ XIV ໄດ້ເປີດຂຶ້ນຢ່າງສົມກຽດ. ໂດຍການເປັນປະທານຂອງທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ປະທານປະເທດ ຫວຽດ.
ສຳນັກຂ່າວສານຊິນຮວາລາຍງານໃນທ້າຍອາທິດ ຜ່ານມາວ່າ: ອົງການອາຫານ ແລະ ການກະເສດ ແຫ່ງສະຫະປະຊາຊາດ (FAO) ລາຍງານວ່າ, ດັດຊະນີລາຄາອາຫານທົ່ວໂລກໃນເດືອນກັນຍາ ສະເລ່ຍຢູ່ທີ່ 136.0 ຈຸດ, ເພີ່ມຂຶ້ນຈາກໂຕເລກເດືອນສິງຫາທີ່ໄດ້ຮັບການປັບປຸງໃໝ່ທີ່ 134.0 ຈຸດ. ໂດຍເປັນການເພີ່ມຂຶ້ນສູ່ລະດັບສູງສຸດໃນຮອບເກືອບ 4 ປີ, ນັບຕັ້ງແຕ່ເດືອນພະຈິກ 2022, ທ່າມກາງບັນຫາດ້ານການຂົນສົ່ງ ແລະ ຄວາມກັງວົນກ່ຽວກັບສະພາບອາກາດ.
ດັດຊະນີລາຄາມາດຕະຖານສຳລັບທັນຍາພືດ, ນ້ຳຕານ ແລະ ນ້ຳມັນພືດ ໄດ້ເພີ່ມຂຶ້ນໃນເດືອນກັນຍາ ຜ່ານມາ, ໃນຂະນະທີ່ລາຄາຊີ້ນ ແລະ ຜະລິດຕະພັນນົມຫຼຸດລົງ.
ຂ່າວສານຊິນຮວາລາຍງານຫວ່າງມໍ່ໆມານີ້ວ່າ: ອົງການອຸຕຸນິຍົມວິທະຍາຍີ່ປຸ່ນລາຍງານວ່າ, ພາກຕາເວັນອອກຂອງຍີ່ປຸ່ນມີຝົນຕົກໜັກຫຼາຍກວ່າສອງເທົ່າຂອງປະລິມານນ້ຳຝົນສະເລ່ຍໃນເດືອນກັນຍາ ຊຶ່ງສູງທີ່ສຸດນັບຕັ້ງແຕ່ມີການເກັບກຳຂໍ້ມູນໃນປີ 1946. ໃນຂະນະດຽວກັນ, ຈຳນວນຊົ່ວໂມງທີ່ມີແສງແດດໃນເດືອນດັ່ງກ່າວໄດ້ຫຼຸດລົງຕໍ່າສຸດ ມີພຽງແຕ່ປະມານເຄິ່ງໜຶ່ງຂອງລະດັບປົກກະຕິເທົ່ານັ້ນ.
ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 4 ຕຸລາ ຜ່ານມາວ່າ: ຂໍ້ມູນເບື້ອງຕົ້ນທີ່ອົງການສະຖິຕິສະຫະພາບເອີຣົບ ເປີດເຜີຍໃນວັນທີ 2 ຕຸລາຜ່ານມາ ສະແດງໃຫ້ເຫັນວ່າ: ຍ້ອນໄດ້ຮັບຜົນກະທົບຈາກລາຄາພະລັງງານທີ່ເພີ່ມສູງຂຶ້ນຢ່າງຫຼວງຫຼາຍ, ອັດຕາເງິນເຟີ້ຂອງເຂດທີ່ໃຊ້ເງິນເອີໂຣໃນເດືອນກັນຍາໄດ້ເພີ່ມຂຶ້ນເປັນ 3.8%, ເພີ່ມຂຶ້ນ 0.6% ຈາກລະດັບ 3.2% ໃນເດືອນສິງຫາຜ່ານມາ ຊຶ່ງເປັນລະດັບສູງສຸດນັບແຕ່ເດືອນກັນຍາປີ 2023 ເປັນຕົ້ນມາ.
ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ວັນທີ 3 ຕຸລາ ຜ່ານມາ ແມ່ນວັນຄົບຮອບ 13 ປີແຫ່ງການສະເໜີຂໍ້ລິເລີ່ມຮ່ວມກັນສ້າງ “ເສັ້ນທາງສາຍໄໝທາງທະເລໃນສະຕະວັນທີ 21”. ການກໍ່ສ້າງເສັ້ນທາງສາຍໄໝທາງທະເລສາຍນີ້ໄດ້ຊຸກຍູ້ການຮ່ວມມືດ້ານເສດຖະກິດການຄ້າລະຫວ່າງຈີນກັບບັນດາປະເທດໃນພາກພື້ນ ເຊັ່ນ: ອາຊີຕາເວັນອອກສ່ຽງໃຕ້, ອາຟຣິກາ ແລະ ອາເມຣິກາລາຕິນ ຢ່າງມີປະສິດທິຜົນ ແລະ ກ້າວຂຶ້ນສູ່ລະດັບໃໝ່ຢ່າງບໍ່ຢຸດຢັ້ງ.
ຄໍາເຫັນ