ຜູ້ປະກອບການໂຮງໄຟຟ້ານິວເຄລຍເປີດເຜີຍວ່າ: ປັດຈຸບັນຍັງບໍ່ມີລາຍງານພົບຄວາມຜິດປົກກະຕິຢູ່ໂຮງງານໄຟຟ້ານິວເຄລຍ ໃນແຂວງອາໂອໂມຣິ ແລະ ມິຢາກິ ແລະ ບໍ່ພົບບັນຫາທີ່ໂຮງໄຟຟ້ານິວເຄລຍຟຸກຸຊິມະ ໄດອິຈິ ແລະ ໂຮງໄຟຟ້ານິວເຄລຍຟຸກຸຊິມະ ໄດນິ.
ອົງການອຸຕຸນິຍົມວິທະຍາຍີ່ປຸ່ນລາຍງານວ່າ: ແຜ່ນດິນໄຫວເກີດຂຶ້ນໃນເວລາ 16:53 ໂມງ (ຕາມເວລາທ້ອງຖິ່ນ) ທີ່ຄວາມເລິກ 10 ກິໂລແມັດ, ໂດຍມີຈຸດສູນກາງແຜ່ນດິນໄຫວຢູ່ທີ່ເສັ້ນຂະໜານ 39.8 ອົງສາເໜືອ ແລະ ເສັ້ນແວງ 143.2 ອົງສາຕາເວັນອອກ. ໂດຍມີຄວາມຮຸນແຮງລະດັບ 5 ຈາກລະດັບແຜ່ນດິນໄຫວ 7 ລະດັບຂອງຍີ່ປຸ່ນ, ໂດຍແຂວງອາໂອໂມຣິ ໄດ້ຮັບຜົນກະທົບໜັກທີ່ສຸດ.
ລາຍງານຊີ້ໃຫ້ເຫັນວ່າ: ມີການແນະນຳໃຫ້ປະຊາຊົນໃນເຂດທີ່ໄດ້ຮັບຜົນກະທົບອົບພະຍົບໄປຢູ່ບ່ອນສູງແລ້ວ.
ຄໍາເຫັນ