ໃນຂະນະດຽວກັນ, ໃນກອງປະຊຸມຂອງສູນບັນຊາການຕອບໂຕ້ສຸກເສີນຂອງຍີ່ປຸ່ນໃນວັນທີ 30 ກໍລະກົດ ຜ່ານມາ ໄດ້ຢືນຢັນວ່າມີຜູ້ເສຍຊີວິດ 17 ຄົນ ແລະ 6 ຄົນມີອາການຫົວໃຈວາຍຫຼັງຈາກແຜ່ນດິນໄຫວຮຸນແຮງ, ລວມທັງຍັງບໍ່ທັນຮູ້ຊາຕາກຳອີກຢ່າງໜ້ອຍໜຶ່ງຄົນ.
ບົດລາຍງານລະບຸຕື່ມວ່າ: ໄດ້ມີການເປີດທີ່ພັກອາໄສຊົ່ວຄາວ 415 ແຫ່ງທົ່ວແຂວງຄຸມາໂມໂຕະ ຊຶ່ງຮອງຮັບປະຊາຊົນ 10,467 ຄົນ ແລະ ບັນຫາໄຟຟ້າດັບໄດ້ສົ່ງຜົນກະທົບຕໍ່ປະຊາຊົນປະມານ 22,950 ຄົວເຮືອນ.
ຄໍາເຫັນ