ບົດລາຍງານລະບຸວ່າ: ນັກທ່ອງທ່ຽວທຸກຄົນທີ່ເດີນທາງອອກຈາກປະເທດຍີ່ປຸ່ນ ລວມທັງພົນລະເມືອງຍີ່ປຸ່ນ ຕ້ອງຈ່າຍພາສີດັ່ງກ່າວ ຊຶ່ງຈະຖືກເພີ່ມເຂົ້າໃນປີ້ຍົນ, ປີ້ເຮືອ ແລະ ປີ້ໂດຍສານອື່ນໆທີ່ຊື້ຕັ້ງແຕ່ວັນທີ 1 ກໍລະກົດ 2026. ໂດຍລັດຖະບານຍີ່ປຸ່ນວາງແຜນທີ່ຈະນຳໃຊ້ລາຍຮັບທີ່ເພີ່ມຂຶ້ນເພື່ອແກ້ໄຂບັນຫານັກທ່ອງທ່ຽວຫຼາຍເກີນໄປ (overtourism) ທົ່ວປະເທດຍີ່ປຸ່ນ.
ອົງການທ່ອງທ່ຽວຍີ່ປຸ່ນລາຍງານວ່າ: ລາຍຮັບຈາກພາສີຂາອອກໃນປີງົບປະມານ 2024 ຊຶ່ງສິ້ນສຸດໃນເດືອນມີນາ 2025 ໄດ້ບັນລຸລະດັບສູງສຸດແບບບໍ່ເຄີຍມີມາກ່ອນ ຢູ່ທີ່ປະມານ 52.5 ຕື້ເຢນ ແລະ ຄາດວ່າໂຕເລກດັ່ງກ່າວຈະບັນລຸປະມານ 130 ຕື້ເຢນ ໃນປີງົບປະມານ 2026.
ຄໍາເຫັນ