ຍີ່ປຸ່ນ ພິຈາລະນາຂຶ້ນຄ່າທຳນຽມທີ່ຢູ່ອາໄສສຳລັບຄົນຕ່າງປະເທດ

ຍີ່ປຸ່ນ ພິຈາລະນາຂຶ້ນຄ່າທຳນຽມທີ່ຢູ່ອາໄສສຳລັບຄົນຕ່າງປະເທດ

ຍີ່ປຸ່ນ ພິຈາລະນາຂຶ້ນຄ່າທຳນຽມທີ່ຢູ່ອາໄສສຳລັບຄົນຕ່າງປະເທດ
ສຳນັກຂ່າວສານຊິນຮວາລາຍງານໃນທ້າຍອາທິດຜ່ານມາວ່າ: ສຳນັກງານກວດຄົນເຂົ້າເມືອງຍີ່ປຸ່ນໄດ້ປະກາດຮ່າງຄຳສັ່ງຄະນະລັດຖະມົນຕີເພື່ອເພີ່ມຄ່າທຳນຽມສຳລັບຄົນຕ່າງປະເທດທີ່ຕ້ອງການປ່ຽນ ຫຼື ຕໍ່ອາຍຸສະຖານະພາບການຢູ່ອາໄສຈາກ 6,000 ເຢນ ໃນປັດຈຸບັນ ເປັນ 75,000 ເຢນ. ໂດຍຄ່າທຳນຽມ ໃໝ່ສຳລັບການປ່ຽນແປງສະຖານະພາບການຢູ່ອາໄສຊົ່ວຄາວ ແລະ ການຕໍ່ອາຍຸການຢູ່ອາໄສຈະຢູ່ລະຫວ່າງ 10,000 ຫາ 75,000 ເຢນ ຂຶ້ນກັບໄລຍະເວລາພັກເຊົາ.

 

ຄ່າທຳນຽມການຕໍ່ອາຍຸໃນປັດຈຸບັນແມ່ນ 6,000 ເຢນ ສຳລັບການສະໝັກດ້ວຍຕົນເອງ, ໂດຍບໍ່ຄຳນຶງເຖິງໄລຍະເວລາພັກເຊົາ. ໃນຂະນະດຽວກັນ, ຄ່າທຳນຽມສຳລັບການສະໝັກຂໍຢູ່ອາໄສຖາວອນຈະເພີ່ມຂຶ້ນຈາກ 10,000 ເຢນ ເປັນ 200,000 ເຢນ.

ສຳນັກງານດັ່ງກ່າວລະບຸວ່າ: ການເພີ່ມຂຶ້ນຂອງຄ່າທຳນຽມຄາດວ່າຈະມີຜົນບັງຄັບໃຊ້ໃນເດືອນຕຸລາຈະມາເຖິງນີ້, ຫຼັງຈາກເປີດໃຫ້ສາທາລະນະຊົນສະແດງຄວາມຄິດເຫັນ ຊຶ່ງເລີ່ມຕັ້ງແຕ່ວັນທີ 3 ກໍລະກົດ ຜ່ານມາ.

ຄໍາເຫັນ

ຂ່າວຕ່າງປະເທດ

ກອ​ງ​ປະ​ຊຸມ​ປະ​ຈຳ​ປີ ຄັ້ງ​ທີ 11​ ຂອງ​ຄະ​ນະ​ກຳ​ມະ​ການ​ບໍ​ລິ​ຫານ​ທະ​ນາ​ຄານ​ລົງ​ທຶນ​ພື້ນ​ຖານ​ໂຄງ​ລ່າງ​ອາ​ຊີ​

ກອ​ງ​ປະ​ຊຸມ​ປະ​ຈຳ​ປີ ຄັ້ງ​ທີ 11​ ຂອງ​ຄະ​ນະ​ກຳ​ມະ​ການ​ບໍ​ລິ​ຫານ​ທະ​ນາ​ຄານ​ລົງ​ທຶນ​ພື້ນ​ຖານ​ໂຄງ​ລ່າງ​ອາ​ຊີ​

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນ​ທີ 28 ກັນ​ຍາ​ ຜ່ານມາ, ກອ​ງ​ປະ​ຊຸມ​ປະ​ຈຳ​ປີ​ຄັ້ງ​ທີ 11 ຂອງ​ຄະ​ນະ​ກຳ​ມະ​ການ​ບໍ​ລິ​ຫານທະ​ນາ​ຄານ​ລົງ​ທຶນ​ພື້ນ​ຖານ​ໂຄງ​ລ່າງ​ອາ​ຊີ ຫຼື AIIB ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ໂດ​ຮາ ​ປະ​ເທດ​ກາ​ຕາ. ​ສະ​ມາ​ຊິກ​ຄະ​ນະ​ກຳ​ມະ​ການ​ບໍ​ລິ​ຫານ, ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສຂອງ​ລັດ​ຖະ​ບານ​ບັນ​ດາ​ປະ​ເທດ, ຄູ່​ຮ່ວມ​ມື ແລະ ຜູ້​ຕາງ​ໜ້າ​ອົງ​ການ​ຈັດ​ຕັ້ງ​ທີ່​ກ່ຽວ​ຂ້ອງ​ໄດ້​ຮ່ວມ​ກັນ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ວາ​ລະ​ຕ່າງໆ ຊຶ່ງ​ລວມ​ທັງການ​ພັດ​ທະ​ນາ ແລະ ການ​ຮ່ວມ​ມື​ດ້ານ​ພື້ນ​ຖານ​ໂຄງ​ລ່າງ​ແບບ​ຍືນ​ຍົງ ແລະ ​ອື່ນໆ.
ຄວາມເຊື່ອໝັ້ນທາງທຸລະກິດຂອງ ສ ເກົາຫຼີ ຫຼຸດລົງໃນເດືອນກັນຍາ

ຄວາມເຊື່ອໝັ້ນທາງທຸລະກິດຂອງ ສ ເກົາຫຼີ ຫຼຸດລົງໃນເດືອນກັນຍາ

ຂ່າວຕ່າງປະເທດລາຍງານວ່າ: ທະນາຄານກາງ ສ ເກົາຫຼີ ໄດ້ເປີດເຜີຍໃນວັນທີ 29 ກັນຍາ ຜ່ານມາວ່າ, ຄວາມເຊື່ອໝັ້ນທາງທຸລະກິດຂອງ ສ ເກົາຫຼີ ໄດ້ຫຼຸດລົງໃນເດືອນກັນຍາ, ຫຼັງຈາກບັນລຸລະດັບສູງສຸດໃນຮອບເກືອບ 4 ປີໃນເດືອນມິຖຸນາ ຍ້ອນວ່າຕົ້ນທຶນທີ່ສູງຂຶ້ນເປັນປັດໄຈສຳຄັນທີ່ສົ່ງຜົນກະທົບຕໍ່ຄວາມເຊື່ອໝັ້ນ.
ອົງການ FAO ຮຽກຮ້ອງໃຫ້ຫຼຸດຜ່ອນການສູນເສຍ ແລະ ການສິ້ນເປືອງອາຫານ

ອົງການ FAO ຮຽກຮ້ອງໃຫ້ຫຼຸດຜ່ອນການສູນເສຍ ແລະ ການສິ້ນເປືອງອາຫານ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນ​ທີ 29 ກັນ​ຍາ ຜ່ານມາ ເປັນ​ວັນ​ສາ​ກົນແຫ່ງຄວາມ​ຮັບ​ຮູ້​ດ້ານການ​ສູນ​ເສຍ ແລະ ການ​ສິ້ນ​ເປືອງ​ອາ​ຫານ. ທ່ານ​ ຊ​ວີ່​ຕົ່ງ​ຢ​ວີ້ ​ຜູ້​ອຳ​ນວຍ​ການ​ໃຫຍ່ອົງ​ການ​ອາ​ຫານ ແລະ ການ​ກະ​ເສດ​ແຫ່ງສະ​ຫະ​ປະ​ຊາ​ຊາດ ຫຼື FAO ກ່າວ​ວ່າ: ​ການຫຼຸດ​ຜ່ອນ​ການ​ສູນ​ເສຍ ແລະ ການ​ສິ້ນ​ເປືອງ​ອາ​ຫານ​ມີ​ຜົນ​ດີ​ຕໍ່​ການ​ຊຸກ​ຍູ້ກ​ານ​ຫັນ​ປ່ຽນ​ຮູບ​ແບບ​ຂອງ​ລະ​ບົບ​ການ​ກະ​ເສດ ແລະ ອາ​ຫານ, ປະ​ຢັດ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ແລະ ທຶນ​ຮອນ ພ້ອມ​ທັງຫຼຸດ​​ຜ່ອນຄວາມ​ກົດ​ດັນ​​ຕໍ່ການ​ອະ​ນຸ​ລັກ​ປ່າ​ໄມ້.
70% ຂອງພົນລະເມືອງຍີ່ປຸ່ນ ສະໜັບສະໜູນການນໍາ AI - ຫຸ່ນຍົນ ຊ່ວຍໃນທາງການແພດ

70% ຂອງພົນລະເມືອງຍີ່ປຸ່ນ ສະໜັບສະໜູນການນໍາ AI - ຫຸ່ນຍົນ ຊ່ວຍໃນທາງການແພດ

ຂ່າວຕ່າງປະເທດລາຍງານວ່າ: ກະຊວງສາທາລະນະສຸກ, ແຮງງານ ແລະ ສະຫວັດດີການຂອງຍີ່ປຸ່ນໄດ້ເຜີຍແຜ່ຜົນການສຶກສາຜ່ານບົດລາຍງານປົກຂາວປະຈຳປີ ໃນວັນທີ 29 ກັນຍາ ຜ່ານມາວ່າ, ພົນລະເມືອງຍີ່ປຸ່ນຫຼາຍກວ່າ 70% ມີທັດສະນະຄະຕິໃນທາງບວກຕໍ່ການຮັບຮອງເອົາເຕັກໂນໂລຊີທີ່ທັນສະໄໝເຊັ່ນ: ປັນຍາປະດິດ (AI) ແລະ ຫຸ່ນຍົນ ມາໃຊ້ໃນຂະແໜງການແພດ ແລະ ການດູແລສຸຂະພາບ.
ຫວຽດນາມ ສົ່ງອອກຊາໄປຍັງ ອາເມຣິກາ ເພີ່ມຂຶ້ນ 36.4%

ຫວຽດນາມ ສົ່ງອອກຊາໄປຍັງ ອາເມຣິກາ ເພີ່ມຂຶ້ນ 36.4%

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 29 ກັນຍາ ຜ່ານມາວ່າ: ໃນ 8 ເດືອນຕົ້ນ​​ປີ​ນີ້​, ຫວຽດ​ນາມ ໄດ້​ສົ່ງ​ອອກ​ຊາ 77,256 ໂຕນ​, ສ້າງລາຍ​ຮັບໄດ້ 143.5 ລ້ານ​ໂດລາ​.
ເກີດເຫດຫິມະ​ຖະຫຼົ່ມ​ຢູ່​ເນ​ປານ ມີຜູ້ເສຍຊີວິດ 2 ຄົນ

ເກີດເຫດຫິມະ​ຖະຫຼົ່ມ​ຢູ່​ເນ​ປານ ມີຜູ້ເສຍຊີວິດ 2 ຄົນ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນ​ທີ 27 ກັນ​ຍາ ຜ່ານມາ, ຕຳຫຼວດ​ເນ​ປານ​ລາຍ​ງານ​ວ່າ, ​ເກີດ​ເຫດ​ຫິ​ມະ​ຖະຫຼົ່ມຢູ່​ພູ​ຮິມ​ລຸງທາງ​ພາກ​ເໜືອ​ຂອງ​ເນ​ປານ ແລະ ​ໄດ້​ພົບ​​ຜູ້​ເສຍ​ຊີ​ວິດ 2 ຄົນ.
ຜົນ​ເສຍ​ຫາຍ​ຈາກ​ການ​ຊຸດ​ໂຊມ​ທາງ​ດ້ານ​ນິ​ເວດ​ທົ່ວ​ໂລກ ສູງ​ເຖິງ 6,300 ຕື້​ໂດ​ລາ

ຜົນ​ເສຍ​ຫາຍ​ຈາກ​ການ​ຊຸດ​ໂຊມ​ທາງ​ດ້ານ​ນິ​ເວດ​ທົ່ວ​ໂລກ ສູງ​ເຖິງ 6,300 ຕື້​ໂດ​ລາ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນ​ທີ 28 ກັນ​ຍາ ຜ່ານມາ, ອົງ​ການ​ອາ​ຫານ ແລະ ການກະເສດ​ແຫ່ງ​ສະ​ຫະ​ປະ​ຊາ​ຊາດ ຫຼື FAO ໄດ້​ປະ​ກາດບົດ​ລາຍ​ງານ “ສະ​ພາບ​ປ່າ​ໄມ້​ທົ່ວ​ໂລກ​ປີ 2026”, ໂດຍ​ຊີ້​ໃຫ້​ເຫັນ​ວ່າ, ຄາດ​ວ່າ ຜົນ​ເສຍ​ຫາຍ​ດ້ານ​ເສດ​ຖະ​ກິດ​ຍ້ອນ​ການ​ຊຸດ​ໂຊມ​ທາງ​ດ້ານ​ນິ​ເວດ​ຂອງ​ໂລກ​ສູງ​ເຖິງ 878 ຕື້​ໂດ​ລາ ຫາ 6,300 ຕື້​ໂດ​ລາ​​ຕໍ່​ປີ. ບົດ​ລາຍ​ງານ​ຍັງ​ເນັ້ນ​ໜັກ​ວ່າ, ການ​ຟື້ນ​ຟູ​ປ່າ​ໄມ້ ແລະ ທິວ​ທັດ​ແມ່ນ​ມາດ​ຕະ​ການ​ທີ່​ມີ​ປະ​ສິດ​ທິ​ຜົນ​ສູງ​ເພື່ອ​ຮັບ​ມື​ກັບ​ບັນ​ຫາ​ດ້ານ​ຄວາມ​ໝັ້ນ​ຄົງ​ຂອງ​ສະ​ບຽງ​ອາ​ຫານ ແລະ ສິ່ງ​ທ້າ​ທາຍ​ດ້ານ​ການ​ພັດ​ທະ​ນາ.
ກາ​ຊາ ກະ​ກຽມ​ການ​ເລືອກ​ຕັ້ງ​ອົງ​ການນິຕິບັນຍັດ

ກາ​ຊາ ກະ​ກຽມ​ການ​ເລືອກ​ຕັ້ງ​ອົງ​ການນິຕິບັນຍັດ

ວິທະຍຸກະຈາຍສຽງຫວຽດນາມລາຍງານ ໃນວັນທີ 28 ກັນຍາ ຜ່ານມາວ່າ: ຄະ​ນະກຳມະການ​ເລືອກ​ຕັ້ງ​ສູນ​ກາງ ປາ​ແລັດ​ສະ​ຕິນ ພວມ​ກະ​ກຽມ​ຈັດ​ຕັ້ງ​ການ​ເລືອກ​ຕັ້ງ​ອົງ​ການ​ນິ​ຕິບັນຍັດ ຢູ່​ເຂດກາ​ຊາ ຄາດ​ວ່າ​ຈະ​ດຳ​ເນີນ​ໃນ​ວັນ​ທີ 28 ພະ​ຈິກ ​ຈະ​ມາ​ເຖິງ. ວຽກ​ງານ​ກະ​ກຽມ​ໄດ້​ດຳ​ເນີນ​ໃນ​ສະ​ພາບ​ການ​ພາກ​ພື້ນ​ພວມ​ຖືກ​ທຳ​ລາຍເປັນ​ວົງ​ກວ້າງ ແລະ ສະ​ພາບ​ການ​ຄວາມ​ໝັ້ນ​ຄົງ​ຍັງ​ຂາດ​ສະ​ຖຽນ​ລະ​ພາບຫຼາຍ​ຢ່າງ.
ປະຊາກອນສິງກະໂປ ເພີ່ມຂຶ້ນເປັນ 6.21 ລ້ານຄົນ

ປະຊາກອນສິງກະໂປ ເພີ່ມຂຶ້ນເປັນ 6.21 ລ້ານຄົນ

ຂ່າວຕ່າງປະເທດລາຍງານ ເມື່ອບໍ່ດົນມານີ້ວ່າ: ປະຊາກອນສິງກະໂປເພີ່ມຂຶ້ນ 1.6% ຫຼື 97,300 ຄົນ ເປັນ 6.21 ລ້ານຄົນ ໃນເດືອນມິຖຸນາ 2026, ເພີ່ມຂຶ້ນຈາກ 6.11 ລ້ານຄົນໃນປີກ່ອນ. ໂດຍແຮງງານທີ່ບໍ່ແມ່ນພົນລະເມືອງແມ່ນກຸ່ມທີ່ມີການເພີ່ມຂຶ້ນຫຼາຍທີ່ສຸດ.
ຈີນ​ ເນັ້ນ​ໜັກເຖິງຄວາມ​ສຳ​ຄັນ​ຂອງ​ສັນ​ຕິ​ພາບ ແລະ ການ​ຕໍ່​ສູ້​ກັບການ​ຈຳ​ແນກ​ເຊື້ອ​ຊາດ

ຈີນ​ ເນັ້ນ​ໜັກເຖິງຄວາມ​ສຳ​ຄັນ​ຂອງ​ສັນ​ຕິ​ພາບ ແລະ ການ​ຕໍ່​ສູ້​ກັບການ​ຈຳ​ແນກ​ເຊື້ອ​ຊາດ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນ​ທີ 28 ກັນ​ຍາ ຜ່ານມາ, ທ່ານ ຟູ້​ຊົ່ງ ຜູ້​ຕາງ​ໜ້າຖາ​ວອນ​ຂອງ​ຈີນ​ປະ​ຈຳ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ ໄດ້​ປະ​ກອບ​ຄວາມ​ເຫັນ​ໃນ​ກອງ​ປະ​ຊຸມ​ລະ​ດັບ​ສູງ​ເພື່ອ​ລະ​ນຶກ​ຄົບ​ຮອບ 25 ປີ​ຂອງ​ການ​ຮັບ​ຮອງ​ເອົາ “ຖະ​ແຫຼງ​ການ ແລະ ໂຄງ​ການ​ດຳ​ເນີນ​ງານດູ​ບານ” ໂດຍ​ໄດ້​​ເນັ້ນ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ສັນ​ຕິ​ພາບ ແລະ ການ​ພັດ​ທະ​ນາ​ທີ່​ມີ​ຕໍ່​ການ​​ຕໍ່ສູ້​ກັບ​ການ​ຈຳ​ແນກ​ເຊື້ອ​ຊາດ.
ເພີ່ມເຕີມ