ຍານອະວະກາດບໍ່ມີຄົນຂັບດັ່ງກ່າວ ຊຶ່ງພັດທະນາໂດຍອົງການສຳຫຼວດອະວະກາດຍີ່ປຸ່ນ (JAXA), ຈະເຮັດໜ້າທີ່ຂົນສົ່ງອຸປະກອນສຳລັບການທົດລອງ ແລະ ສະບຽງອື່ນໆໄປຍັງສະຖານີອະວະກາດນາໆຊາດ (ISS). ໃນເບື້ອງຕົ້ນ, ການສົ່ງຍານອະຍະກາດດັ່ງກ່າວໄດ້ຖືກກຳນົດໄວ້ໃນວັນທີ 21 ຕຸລາ ຜ່ານມາ, ແຕ່ໄດ້ຖືກເລື່ອນອອກໄປຍ້ອນສະພາບອາກາດບໍ່ເອື້ອອຳນວຍ.
HTV-X ເປັນຍານອະວະກາດລຸ້ນໃໝ່ທີ່ມາແທນຍານຂົນສົ່ງສິນຄ້າ "Kounotori" ທີ່ຖືກປິດໃຊ້ງານມາເປັນເວລາ 5 ປີແລ້ວ. ໂດຍມີໂຄງສ້າງທີ່ເບົາກວ່າ ແລະ ລະບົບຕ່າງໆທີ່ໄດ້ຮັບການປັບປຸງ ເຮັດໃຫ້ມີຄວາມສາມາດໃນການຂົນສົ່ງເພີ່ມຂຶ້ນປະມານ 1.5 ເທົ່າ. ຍານອະວະກາດມີຄວາມຍາວ 8 ແມັດ ແລະ ເສັ້ນຜ່າສູນກາງ 4.4 ແມັດ ແລະ ສາມາດບັນທຸກເຄື່ອງໄດ້ຫຼາຍກວ່າ 5.8 ໂຕນ.
ຍານອະວະກາດດັ່ງກ່າວຈະໃຊ້ເວລາເດີນທາງປະມານສີ່ມື້, ເພື່ອເຂົ້າໃກ້ສະຖານີອະວະກາດນາໆຊາດກ່ອນທີ່ຈະຖືກຢຶດໂດຍແຂນຫຸ່ນຍົນຂອງສະຖານີ ແລະ ເມື່ອເຂົ້າຈອດແລ້ວ, ກໍຈະເລີ່ມຂົນສົ່ງເຄື່ອງຕ່າງໆ ຊຶ່ງເປັນສ່ວນໜຶ່ງຂອງການປະກອບສ່ວນຂອງຍີ່ປຸ່ນໃນການຮ່ວມມືດ້ານອາວະກາດສາກົນ.
ຄໍາເຫັນ