ການເພີ່ມຄ່າທຳນຽມວີຊາຄັ້ງນີ້ຈະເປັນຄັ້ງທຳອິດນັບຕັ້ງແຕ່ກະຊວງການຕ່າງປະເທດເລີ່ມເກັບກຳຂໍ້ມູນໃນປີ 1978. ໂດຍແຫຼ່ງຂໍ້ມູນເປີດເຜີຍວ່າ: ລັດຖະບານວາງແຜນທີ່ຈະໃຊ້ລາຍຮັບສ່ວນໜຶ່ງຈາກການເພີ່ມຄ່າທຳນຽມເພື່ອແກ້ໄຂນັກທ່ອງທ່ຽວຫຼາຍເກີນໄປ ຊຶ່ງນຳໄປສູ່ຄວາມແອອັດ ແລະ ຄວາມເສຍຫາຍຕໍ່ສິ່ງແວດລ້ອມໃນເຂດທ່ອງທ່ຽວທີ່ນິຍົມ. ໂດຍຈຳນວນນັກທ່ອງທ່ຽວຕ່າງປະເທດທີ່ເດີນທາງມາຍີ່ປຸ່ນບັນລຸລະດັບສູງສຸດແບບບໍ່ເຄີຍມາກ່ອນ ເຖິງ 36.87 ລ້ານຄົນໃນປີ 2024.
ສຳນັກຂ່າວກຽວໂດລາຍງານວ່າ: ປັດຈຸບັນ, ຄ່າທຳນຽມວີຊາໃນປະເທດຍີ່ປຸ່ນແມ່ນປະມານ 3,000 ເຢນ (ສະກຸນເງິນຍີ່ປຸ່ນ) ສຳລັບວີຊາແບບ Single Entry(ໃຊ້ເຂົ້າປະເທດໄດ້ຄັ້ງດຽວ) ແລະ 6,000 ເຢນສຳລັບວີຊາແບບ Double Entry(ໃຊ້ເຂົ້າປະເທດໄດ້ 2 ຄັ້ງ) ຫຼື Multiple Entry (ໃຊ້ເຂົ້າປະເທດໄດ້ບໍ່ຈຳກັດຈຳນວນໂດຍອີງໃສ່ອາຍຸຂອງວີຊາ).
ໃນຂະນະທີ່ຄ່າທຳນຽມສຳລັບວີຊາທຸລະກິດ ຫຼື ນັກທ່ອງທ່ຽວໃນສະຫະລັດອາເມຣິກາແມ່ນ 185 ໂດລາແລະ ວີຊາພັກເຊົາໄລຍະສັ້ນໃນສະຫະລາຊະອານາຈັກແມ່ນ 127 ປອນ (ສະກຸນເງິນອັງກິດ).ໃນເຂດເອີໂຣ, ຄ່າທຳນຽມສຳລັບວີຊາພັກເຊົາໄລຍະສັ້ນສຳລັບພົນລະເມືອງທີ່ບໍ່ແມ່ນສະມາຊິກສະຫະພາບເອີຣົບແມ່ນ 90 ເອີໂຣ.
ແຫຼ່ງຂໍ້ມູນຍັງເປີດເຜີຍວ່າ:ຊຸດເສດຖະກິດທີ່ສົມບູນແບບທີ່ລັດຖະບານຍີ່ປຸ່ນກຳລັງກະກຽມໃນເດືອນນີ້ຈະປະກອບມີການເພີ່ມຄ່າທຳນຽມວີຊາສຳລັບປີງົບປະມານທີ່ຈະເລີ່ມຕົ້ນໃນເດືອນເມສາ 2026.
ຄໍາເຫັນ