ຍົກ​ລະ​ດັບ ການເກັບກຳຫາງສຽງສັງຄົມໃຫ້​ພະ​ນັກ​ງານ-ລັດ​ຖະ​ກອນ ເມືອງ​ປາກ​ຊ່ອງ

ຍົກ​ລະ​ດັບ ການເກັບກຳຫາງສຽງສັງຄົມໃຫ້​ພະ​ນັກ​ງານ-ລັດ​ຖະ​ກອນ ເມືອງ​ປາກ​ຊ່ອງ

ຍົກ​ລະ​ດັບ ການເກັບກຳຫາງສຽງສັງຄົມໃຫ້​ພະ​ນັກ​ງານ-ລັດ​ຖະ​ກອນ ເມືອງ​ປາກ​ຊ່ອງ
ຄະນະໂຄສະນາອົບຮົມແຂວງຈຳປາສັກ ຮ່ວມກັບ ຄະນະໂຄສະນາອົບຮົມເມືອງປາກຊ່ອງ ໄດ້ຈັດຊຸດຝຶກອົບຮົມວຽກງານເກັບກຳ, ສະພາບແນວຄິດຫາງສຽງ-ສັງຄົມ ໃຫ້ແກ່ພະນັກງານ-ລັດຖະກອນ ພາຍໃນເມືອງປາກຊ່ອງ ໃນ​ວັນ​ທີ 10 ມິ​ຖຸ​ນາ​ນີ້ ທີ່ ເມືອງ​ປາກ​ຊ່ອງ ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ປະດິດ ວັນນະລັດສະໝີ ຄະນະປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມ ແຂວງຈຳປາສັກ, ມີ ທ່ານ ແສງເດືອນ ສົມສະຫວັນ ຮອງເລຂາພັກເມືອງ, ຜູ້ຊີ້ນຳວຽກງານການເມືອງ-ແນວຄິດ, ວຽກງານພັກ-ພະນັກງານ ຂັ້ນເມືອງ, ຫົວໜ້າຄະນະຈັດຕັ້ງເມືອງປາກຊ່ອງ, ມີ​ພະ​ນັກ​ງານ​ຈາກ​ບັນ​ດາ​ກົມ​ກອງ​ອ້ອມ​ຂ້າງ​ເມືອງ​ປາກ​ຊ່ອງ​ເຂົ້າ​ຮ່ວມ.
ຍກ​ລະ​ດບ ການເກບກຳຫາງສຽງສງຄມໃຫ​ພະ​ນກ​ງານ-ລດ​ຖະ​ກອນ ເມອງ​ປາກ​ຊອງ - image 1
 

‎ ທ່ານ ປະດິດ ວັນນະລັດສະໝີ ກ່າວວ່າ: ຊຸດຝຶກອົບຮົມໃນຄັ້ງນີ້ ແມ່ນອີງໃສ່ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່. ທັງນີ້ ກໍເພື່ອເຮັດໃຫ້ຄະນະກຳມະການຂັ້ນເມືອງ ແລະ ກົມກອງໃນທົ່ວເມືອງ, ໃນນາມເປັນຜູ້ຮັບຜິດຊອບວຽກງານຕິດຕາມ ແລະ ເກັບກຳສະພາບແນວຄິດຫາງສຽງ-ສັງຄົມ ໃຫ້ມີຄວາມຮັບຮູ້-ເຂົ້າໃຈ ກ່ຽວກັບວຽກງານດັ່ງກ່າວຢ່າງເລິກເຊິ່ງ ແລະ ຈະແຈ້ງກວ່າເກົ່າ ພ້ອມທັງເນັ້ນໜັກໃຫ້ຄະນະຮັບຜິດຊອບ, ວິທະຍາກອນ ແລະ ນັກສຳມະນາກອນທຸກທ່ານ ຈົ່ງພ້ອມກັນເອົາໃຈໃສ່ຄົ້ນຄວ້າ, ຍົກສູງຄວາມຮັບຜິດຊອບ ເຂົ້າໃນການຮັບຟັງການບັນຍາຍ, ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ຢ່າງກົງໄປກົງມາ ເພື່ອເຮັດໃຫ້ການຝຶກອົບຮົມຄັ້ງນີ້ ໄດ້ຮັບຜົນສຳເລັດຕາມລະດັບຄາດໝາຍ ທີ່ວາງໄວ້ ແລະ ສາມາດນຳເອົາຄວາມຮູ້ ທີ່ໄດ້ຮັບໄປຈັດຕັ້ງປະຕິບັດ ເຂົ້າໃນວຽກງານຕົວຈິງ ຢູ່ຮາກຖານກົມກອງຂອງຕົນ ໃຫ້ມີປະສິດທິພາບສູງຂື້ນເລື້ອຍໆ.

ຍກ​ລະ​ດບ ການເກບກຳຫາງສຽງສງຄມໃຫ​ພະ​ນກ​ງານ-ລດ​ຖະ​ກອນ ເມອງ​ປາກ​ຊອງ - image 2
 

ຊຸດຝຶກອົບຮົມໃນຄັ້ງນີ້ຜູ້ເຂົ້າຮ່ວມ ໄດ້ພ້ອມກັນຄົ້ນຄວ້າຮ່ຳຮຽນເອກະສານ 4 ບົດ ທີ່ເປັນພື້ນຖານສຳຄັນ ຄື: ບາງບັນຫາພື້ນຖານກ່ຽວກັບວຽກງານຫາງສຽງ-ສັງຄົມ (ຄວາມໝາຍ ແລະ ຄວາມແຕກຕ່າງລະຫວ່າງຫາງສຽງສັງຄົມ ກັບ ຂ່າວລື; ພາລະບົດບາດ, ສິດ, ໜ້າທີ່, ຫຼັກການ ແລະ ທິດທາງໃນວຽກງານຄົ້ນຄວ້າຫາງສຽງສັງຄົມ); ວິທີການເກັບກຳ ແລະ ການນຳໃຊ້ຫາງສຽງ-ສັງຄົມ ເຂົ້າໃນວຽກງານການເມືອງ-ແນວຄິດ (ຮູບແບບ, ວິທີການເກັບກຳ ແລະ ຜົນປະໂຫຍດຕໍ່ວຽກງານການເມືອງ-ແນວຄິດ); ຕາໜ່າງເພື່ອນຮ່ວມງານ (ຄວາມສຳຄັນ, ສິດ, ໜ້າທີ່, ມາດຖານ ແລະ ຄຸນທາດການເມືອງ; ແບບແຜນການເຄື່ອນໄຫວ, ວິທີການຂຽນບົດລາຍງານ ແລະ ລະບອບການລາຍງານຫາງສຽງສັງຄົມ) ແລະ ວຽກງານຄົ້ນຄວ້າສັງລວມ (ພາລະບົດບາດ, ສິດ, ໜ້າທີ່ ຂອງວຽກງານຄົ້ນຄວ້າສັງລວມ ແລະ ທັດສະນະທີ່ຈຳເປັນສຳລັບຜູ້ເຮັດວຽກງານນີ້).

‎ ຈຸດປະສົງຂອງການຈັດຊຸດຝຶກອົບຮົມຄັ້ງນີ້ ກໍເພື່ອເປັນການຍົກສູງຂີດຄວາມສາມາດ, ຄວາມຮູ້ຄວາມເຂົ້າໃຈ ແລະ ເສີມສ້າງທັກສະດ້ານວິຊາສະເພາະ ໃຫ້ແກ່ພະນັກງານ-ລັດຖະກອນ ໂດຍສະເພາະແມ່ນເຕັກນິກ ແລະ ວິທີການເກັບກຳ, ວິເຄາະ-ວິໄຈ, ຕີລາຄາສະພາບແນວຄິດ ແລະ ຫາງສຽງສັງຄົມ ທີ່ເກີດຂື້ນໃນແຕ່ລະໄລຍະ ໃຫ້ມີຄວາມວ່ອງໄວ, ຊັດເຈນ ແລະ ແທດເຖິງກັບຕົວຈິງ ມຸ້ງເນັ້ນໃສ່ການສະໜອງຂໍ້ມູນ-ຂ່າວສານ ທີ່ເປັນປະໂຫຍດໃຫ້ແກ່ຂັ້ນເທິງ ເພື່ອເປັນບ່ອນອີງໃນການກຳນົດທິດທາງ, ນະໂຍບາຍ ແລະ ແກ້ໄຂບັນຫາຕ່າງໆ ທີ່ສັງຄົມໃຫ້ຄວາມສົນໃຈ ໄດ້ຢ່າງທັນການ.

‎ຂ່າວ: ທ. ສອນໄຊ ຈັນທະວີ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຜ່ານຮ່າງຄູ່ມືຄຸ້ມຄອງລະບົບການເງິນເພື່ອຄວາມເປັນເອກະພາບແລະໂປ່ງໃສ

ຜ່ານຮ່າງຄູ່ມືຄຸ້ມຄອງລະບົບການເງິນເພື່ອຄວາມເປັນເອກະພາບແລະໂປ່ງໃສ

ອົງການກາແດງແຫ່ງຊາດລາວ ໄດ້ຈັດກອງປະຊຸມຜ່ານຮ່າງຄູ່ມືຄຸ້ມຄອງລະບົບການເງິນ ຂອງອົງການກາແດງແຫ່ງຊາດລາວ ໃນວັນທີ 19 ພະຈິກນີ້, ໂດຍການເປັນປະທານ ຂອງທ່ານ ຄໍາລາວັນ ຈັນທະລາວັນ ກໍາມະການສູນກາງພັກເລຂາຄະນະພັກປະທານອົງການກາແດງແຫ່ງຊາດລາວ, ເຂົ້າຮ່ວມມີບັນດາຜູ້ແທນຈາກຂັ້ນສູນກາງ ແລະ ຂັ້ນແຂວງທົ່ວປະເທດ ພ້ອມດ້ວຍຄູ່ຮ່ວມງານພັດທະນາ.
ມ​ສ ສົງແຂວງຫລວງພະບາງ ໄດ້ຮັບການຊ່ວຍ​ເຫຼືອຈາກຄະນະສາຍບຸນ ສປ ຈີນ

ມ​ສ ສົງແຂວງຫລວງພະບາງ ໄດ້ຮັບການຊ່ວຍ​ເຫຼືອຈາກຄະນະສາຍບຸນ ສປ ຈີນ

ພິທີມອບ - ຮັບ ອຸປະກອນການສຶກສາ ຂອງຄະນະທີມງານສາຍບຸນ ຈາກ ສປ ຈີນ ໃຫ້ແກ່ໂຮງຮຽນມັດທະຍົມສົມບູນສົງ (ມ​ສ ສົງ) ແຂວງຫຼວງພະບາງ,ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 19 ພະ​ຈິກ​ຜ່ານ​ມາທີ່ ມ​ສ ດັ່ງ​ກ່າວ, ໂດຍມີ ສາທຸ ຈັນທະລິນ ຈີນນະທັມໂມ ຮອງປະທານ ອົງການພຸດທະສາສະໜາສັມພັນລາວ (ອພສ) ຫົວໜ້າກັມມາທິການສຶກສາສົງແຂວງ, ທ່ານ ຄຳຄ່ອງ ພົມມະປັນຍາ ປະທານກວດກາພັກ-ອົງການກວດກາລັດແຂວງ, ພ້ອມດ້ວຍ ຜູ້ຕາງໜ້າຈາກພະແນກການກ່ຽວຂ້ອງ ເຂົ້າຮ່ວມ.
ນາງ ອາລຸນໄຊ ພຸດທະວົງ ຈາກ ມສ ຄອນ ຊະ​ນະ​ເລີດ ການ​ປະ​ກວດ​ໝໍ​ລຳ​ສີ​ພັນ​ດອນ

ນາງ ອາລຸນໄຊ ພຸດທະວົງ ຈາກ ມສ ຄອນ ຊະ​ນະ​ເລີດ ການ​ປະ​ກວດ​ໝໍ​ລຳ​ສີ​ພັນ​ດອນ

ງານຕະຫຼາດນັດກາງຄືນຂອງ ເມືອງ​ໂຂງ ແຂວງ​ຈຳ​ປາ​ສັກ ເພື່ອສືບສານສິລະປະໝໍລຳສີພັນດອນ ພາຍໃຕ້ຄຳຂວັນ: “ມົນສະເໜ່ສີພັນດອນ ສືບສານວິຖີຊີວິດ ສ້າງສີສັນຍາມຄ່ຳຄືນ” ຕິດພັນກັບການປະກວດໝໍລຳສີພັນດອນ ໃນລະດັບໂຮງຮຽນມັດທະຍົມສົມບູນ (ມສ) ທົ່ວເມືອງໂຂງ ໄດ້​ປິດ​ລົງ​ຢ່າງຄຶກຄື້ນ ແລະ ມ່ວນຊື່ນ ໃນ​ຄ່ຳ​ຄືນ​ຂອງວັນ​ທີ 19 ພະ​ຈິກ​ຜ່ານ​ມາ ທີ່ ບ້ານ​ເມືອງ​ແສນ ຕາ​ແສງດອນ​ໂຂງ, ໂດຍມີ ທ່ານ ສາທິດ ປັດສາພັນ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງໂຂງ, ທ່ານ ສະເຫຼີມໄຊ ແສງສຸລິຍະວົງ ຮອງປະທານຄະນະກຳມະການປົກຄອງເມືອງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ ຕະຫຼອດ​ຮອດ​ປະ​ຊາ​ຊົນ​ຊາວ​ເມືອງ​ໂຂງເຂົ້າຮ່ວມຢ່າງຫຼວງຫຼາຍ.
ແຂວງຄຳມ່ວນ ມອບ 500 ລ້ານກີບ ບູລະນະໂຮງຮຽນ ມ.ປ ທ່າແຂກ

ແຂວງຄຳມ່ວນ ມອບ 500 ລ້ານກີບ ບູລະນະໂຮງຮຽນ ມ.ປ ທ່າແຂກ

“ທ່ານ ໄຊຊະນະ ໂຄດພູທອນ ເລຂາພັກແຂວງປະທານສະພາປະຊາຊົນແຂວງຄໍາມ່ວນ ໄດ້ມອບເງິນ 500 ລ້ານກີບ ທີ່ໄດ້ຈາກການລະດົມທຶນຈາກສັງຄົມ ໃຫ້ແກ່ໂຮງຮຽນມັດທະຍົມຕອນປາຍທ່າແຂກ ເພື່ອບູລະນະສ້ອມແປງອາຄານ ແລະ ປັບປຸງສະພາບແວດລ້ອມການຮຽນ-ການສອນ.
ຊາວໜຸ່ມແຂວງຫຼວງພະບາງ ຈັດ​ກິດ​ຈະ​ກຳບໍລິຈາກເລືອດ

ຊາວໜຸ່ມແຂວງຫຼວງພະບາງ ຈັດ​ກິດ​ຈະ​ກຳບໍລິຈາກເລືອດ

ຄະນະບໍລິຫານງານຊາວໜຸ່ມ ແຂວງຫຼວງພະບາງ ໄດ້ຈັດກິດຈະກຳ ຮັບບໍລິຈາກເລືອດແບບສະໝັກໃຈ ເພື່ອຊ່ວຍເຫຼືອສັງຄົມ, ໃນ​ວັນ​ທີ 20 ພະ​ຈິກ​ນີ້, ໂດຍມີ ທ່ານ ຄຳຫຼ້າ ລຽນປະດິດ ຮອງເລຂາຄະນະບໍລິຫານງານພັກແຂວງ, ພ້ອມດ້ວຍຄະນະບໍລິຫານງານຊາວໜຸ່ມແຂວງ, ຕາງໜ້າອົງການກາແດງແຂວງ, ພະສົງ-ສາມະເນນ ແລະສະມາຊິກຊາວໜຸ່ມ ຈາກສຳນັກງານ-ອົງການ ພາຍໃນແຂວງ ເຂົ້າຮ່ວມ.
ອັດຕະປື ເປີດນຳໃຊ້ລະ​ບົບ​ໃບເກັບ​ເງິນເອ​ເລັກ​ໂຕ​ຣ​ນິກ ແລະ ເບີກຈ່າຍງົບປະມານລັດ

ອັດຕະປື ເປີດນຳໃຊ້ລະ​ບົບ​ໃບເກັບ​ເງິນເອ​ເລັກ​ໂຕ​ຣ​ນິກ ແລະ ເບີກຈ່າຍງົບປະມານລັດ

ກະຊວງການເງິນ ຮ່ວມກັບ ອົງການປົກຄອງແຂວງອັດຕະປື ຈັດກອງປະຊຸມເຜີຍແຜ່ແນະນຳ ແລະ ເປີດນຳໃຊ້ລະບົບໃບເກັບເງິນເອເລັກໂຕຣນິກ (E-Tax Invoice) ແລະ ລະບົບຄຸ້ມຄອງແບບຟອມ ແລະ ເບີກຈ່າຍງົບປະມານພາກລັດແບບເອເລັກໂຕຣນິກ (D-Filing) ໃນວັນທີ 19 ພະຈິກຜ່ານ​ມາ ທີ່ແຂວງອັດ​ຕະ​ປື, ໂດຍມີ ທ່ານ ສາຍມະໂນລິນ ສິນບັນດິດ ຮອງຫົວ ໜ້າກົມສ່ວຍ ສາອາກອນ ກະຊວງການເງິນ, ມີທ່ານ ນາງ ໄຍຄຳ ສີຊາຊົນ ຮອງຫົວໜ້າພະແນກການເງິນແຂວງອັດຕະປື, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ
ສະມໍລບີ ໃຊ້ພະນັກງານ 280 ຄົນ ອະນາໄມໃນງານບຸນພະທາດຫຼວງ ຕະຫຼອດ 24 ຊົ່ວໂມງ

ສະມໍລບີ ໃຊ້ພະນັກງານ 280 ຄົນ ອະນາໄມໃນງານບຸນພະທາດຫຼວງ ຕະຫຼອດ 24 ຊົ່ວໂມງ

ບໍລິສັດ ສະມໍລບີ ໄດ້ກະກຽມກໍາລັງພະນັກງານຈໍານວນ 280 ຄົນ ພ້ອມອຸປະກອນ ແລະ ພາຫະນະຮັບໃຊ້ວຽກງານອະນາໄມ, ເກັບມ້ຽນ ແລະຂົນສົ່ງຂີ້ເຫຍື້ອພາຍໃນງານບຸນນະມັດສະການພະທາດຫຼວງວຽງຈັນ ປີ 2026 ໂດຍໄດ້ຈັດກໍາລັງພະນັກງານປະຈໍາການຕະຫຼອດ 24 ຊົ່ວໂມງ ເພື່ອຮັກສາສະພາບແວດລ້ອມພາຍໃນງານບຸນໃຫ້ສະອາດງາມຕາ ແລະ ເປັນລະບຽບຮຽບຮ້ອຍ.
ຄະນະຈັດຕັ້ງສູນກາງພັກ ມອບອຸປະກອນໄອທີໃຫ້ 38 ຕາແສງ ທົ່ວແຂວງສາລະວັນ

ຄະນະຈັດຕັ້ງສູນກາງພັກ ມອບອຸປະກອນໄອທີໃຫ້ 38 ຕາແສງ ທົ່ວແຂວງສາລະວັນ

ຄະນະຈັດຕັ້ງສູນກາງພັກ ມອບອຸປະກອນໄອທີໃຫ້ຄະນະກຳມະການປົກຄອງຕາແສງ 38 ຕາແສງ ທົ່ວແຂວງສາລະວັນ ປະກອບມີ ປີ່ນເຕີ 38 ເຄື່ອງ, ແທັບເລັດ 38 ເຄື່ອງ ແລະ ຄອມພິວເຕີແລັບທັອບ 38 ເຄື່ອງ, ລວມທຸກລາຍການທັງໝົດ 114 ເຄື່ອງ.
ສາລະວັນວາງເປົ້າໝາຍສ້າງຄອບຄົວພົ້ນທຸກ 5 ພັນກວ່າຄອບຄົວ

ສາລະວັນວາງເປົ້າໝາຍສ້າງຄອບຄົວພົ້ນທຸກ 5 ພັນກວ່າຄອບຄົວ

ແຂວງ​ສາ​ລະ​ວັນໄດ້​ຈັດກອງປະຊຸມເຜີຍແຜ່ ວາລະແຫ່ງຊາດ ວ່າດ້ວຍ ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃນວັນທີ 18 ພະຈິກຜ່​ານ​ມາທີ່ສະໂມສອນແຂວງ, ໂດຍການເປັນປະທານຂອງ ທ່ານ ປະເດີມພອນ ສົນທະນີ ຮອງເລຂາພັກແຂວງ, ປະທານຄະນະກໍາມະການປົກຄອງແຂວງ ທັງເປັນຫົວໜ້າຄະນະຊີ້ນໍາການຈັດຕັ້ງປະຕິບັດ ວາລະແຫ່ງຊາດຂັ້ນແຂວງ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທຶ່ອທີ2 ຂອງສະພາປະຊາຊົນແຂວງໄຊຍະບູລີຊຸດທີ V

ກອງປະຊຸມສະໄໝສາມັນເທຶ່ອທີ2 ຂອງສະພາປະຊາຊົນແຂວງໄຊຍະບູລີຊຸດທີ V

ກອງປະຊຸມສະໄໝສາມັນເທຶ່ອທີ 2 ຂອງສະພາປະຊາຊົນແຂວງໄຊຍະບູລີຊຸດທີ V ໄດ້ເປີດ​ຂຶ້ນ​ໃນວັນທີ 19 ພະຈິກ 2026 ທີ່ແຂວງໄຊ​ຍະ​ບູ​ລີ,ພາຍໃຕ້ການເປັນປະທານຂອງທ່ານເພັງນິລັນຄໍາພັນເພັງກໍາມະການສູນກາງພັກເລຂາພັກແຂວງປະທານສະພາປະຊາຊົນແຂວງໄຊຍະບູລີ,ມີທ່ານດວງຕາໄຊວຸດປະທານຄະນະກໍາມະການປົກຄອງແຂວງ, ມີບັນດາການນຳ, ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ່7, ສະມາຊິກສະພາປະຊາຊົນແຂວງແລະພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ເພີ່ມເຕີມ