![]() |
ໃນພິທີ, ທ່ານ ນາງ ແກ້ວ ຈັນທະວີໄຊ ໄດ້ສະແດງຄວາມຊົມເຊີຍ ແລະ ຂອບໃຈຢ່າງສູງຕໍ່ສະຫະພາບເອີຣົບ ທີ່ໄດ້ໃຫ້ທຶນສະໜັບສະໜູນໂຄງການດັ່ງກ່າວ ໂດຍຜ່ານອົງການແຮງງານສາກົນ (ILO) ຊຶ່ງມອບໃຫ້ອົງ ການປະກັນສັງຄົມແຫ່ງຊາດ ຮ່ວມກັບອົງການຈັດຕັ້ງສາມຝ່າຍເປັນຜູ້ຈັດຕັ້ງປະຕິບັດ. ທ່ານຍັງໄດ້ເນັ້ນໃຫ້ເຫັນເຖິງສະພາບຄວາມເປັນຈິງວ່າ ແຮງງານໃນຂະແໜງອຸດສາຫະກຳກາເຟ, ຊາ ແລະ ພາກກະສິກຳ-ປ່າໄມ້ຂອງລາວ ຍັງປະສົບກັບສິ່ງທ້າທາຍຫຼາຍດ້ານ ເປັນຕົ້ນການຈ້າງງານສ່ວນໃຫຍ່ແມ່ນນອກລະບົບ ແລະ ຕາມລະດູການ, ຄວາມຮູ້ກ່ຽວກັບຄວາມປອດໄພ ແລະ ສຸຂະພາບແຮງງານ (OSH) ຍັງມີຈຳກັດ, ຂາດສັນຍາການຈ້າງງານທີ່ຖືກຕ້ອງ ແລະ ການຄຸ້ມຄອງດ້ານປະກັນສັງຄົມ, ຍັງປະສົບບັນຫາການລະເມີດສິດທິແຮງງານ, ຄວາມຮຸນແຮງ ແລະ ການລ່ວງລະເມີດທາງເພດ ແລະ ອື່ນໆ.
![]() |
ເພື່ອແກ້ໄຂບັນຫາດັ່ງກ່າວ, ໂຄງການ SOLAR II ຈະສຸມໃສ່ສົ່ງເສີມສິດທິແຮງງານ, ປັບປຸງການເຂົ້າເຖິງການຄຸ້ມຄອງປະກັນສັງຄົມ, ຄວາມປອດໄພໃນອາຊີບ ແລະ ສຸຂະພາບຂອງແຮງງານ ໂດຍມີກຸ່ມເປົ້າໝາຍຊາວກະສິກອນ 32,000 ຄົນ ໃນ 16 ເມືອງຂອງ 7 ແຂວງ ເຊັ່ນ: ຜົ້ງສາລີ, ຫຼວງນໍ້າທາ, ຫຼວງພະບາງ, ຊຽງຂວາງ, ຫົວພັນ, ວຽງຈັນ ແລະ ແຂວງຄຳມ່ວນ, ໂດຍຈະຈັດຕັ້ງປະຕິບັດນັບແຕ່ປີ 2026-2030. ໂຄງການນີ້ ເປັນການຜັນຂະຫຍາຍຜົນສຳເລັດຈາກໄລຍະທີ 1 ( 2021-2024) ທີ່ໄດ້ປະຕິບັດຢູ່ 3 ແຂວງພາກໃຕ້. ການ ຈັດຕັ້ງປະຕິບັດ ແມ່ນການປະສົມປະສານຮ່ວມກັນລະຫວ່າງ ກະຊວງ ຮສສ (ອົງການປະກັນສັງຄົມແຫ່ງຊາດ, ຫ້ອງການປະກັນສັງຄົມແຂວງ/ເມືອງ), ຕາງໜ້າຜູ້ອອກແຮງງານ (ສະຫະພັນກຳມະບານລາວ, ສະຫະພັນແມ່ຍິງລາວ, ອົງການແຮງງານນອກລະບົບ) ແລະ ຕາງໜ້າຜູ້ໃຊ້ແຮງງານ (ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ສະມາຄົມກາເຟລາວ, ສະມາຄົມຊາ) ພ້ອມດ້ວຍອຳນາດການປົກຄອງທ້ອງຖິ່ນ.
ຕອນທ້າຍ, ທ່ານຮອງລັດຖະມົນຕີ ໄດ້ຢືນຢັນວ່າ “ການປົກປ້ອງທາງສັງຄົມ ແມ່ນສິດທິມະນຸດ ແລະ ຜູ້ອອກແຮງງານທຸກຄົນມີສິດທິການເຮັດວຽກທີ່ປອດໄພ ແລະ ມີຄຸນຄ່າ” ພ້ອມທັງໄດ້ຕີລາຄາສູງຕໍ່ທຸກຝ່າຍທີ່ໄດ້ຮ່ວມກັນຄົ້ນຄວ້າ, ກະກຽມ ແລະ ເລີ່ມຈັດຕັ້ງປະຕິບັດໂຄງການໃຫ້ປະກົດຜົນເປັນຮູບປະທຳ ເພື່ອມຸ່ງຫວັງໃຫ້ການຂະຫຍາຍຕົວທາງເສດຖະກິດໃນຂະແໜງກາເຟ, ຊາ ແລະ ປ່າໄມ້ ສົ່ງຜົນໂດຍກົງຕໍ່ການປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນຢ່າງຍືນຍົງ.
(ຂ່າວສານຮສສ)


ຄໍາເຫັນ