ຍົກລະດັບຂະແໜງບໍລິການຮ້ານອາຫານ ແລະ ໂຮງແຮມ

ຍົກລະດັບຂະແໜງບໍລິການຮ້ານອາຫານ ແລະ ໂຮງແຮມ
ສະຖາບັນພັດທະນາສີມືແຮງງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໄດ້ຈັດພິທີຝຶກອົບຮົມການສ້າງຂີດຄວາມສາມາດໃຫ້ບັນດາຫົວໜ່ວຍວິສາຫະກິດໃນຂະແໜງຮ້ານອາຫານ ແລະ ໂຮງແຮມຢູ່ ສປປ ລາວ ຂຶ້ນໃນວັນທີ 3 ຕຸລາຜ່ານມາ ທີ່ສະຖາບັນພັດທະນາສີມືແຮງງານ ພາຍໃຕ້ໂຄງການສ້າງຄວາມເຂັ້ມແຂງໃຫ້ພະນັກງານຂອງຫົວໜ່ວຍແຮງງານໃນຂະແໜງການບໍລິການຮ້ານອາຫານ ແລະ ໂຮງແຮມ ພາຍໃຕ້ຍຸດທະສາດການຮ່ວມມືຂອງແອັກແມັກ.ໂດຍການເປັນປະທານຂອງທ່ານ ບຸນມາ ສິດທິດໂສມ ຫົວໜ້າສະຖາບັນພັດທະນາສີມືແຮງງານ ກະຊວງ ຮສສ, ມີຂະແໜງການກ່ຽວຂ້ອງ ແລະ ສຳມະນາກອນເຂົ້າຮ່ວມ.
ທ່ານ ບຸນມາ ສິດທິໂສມ ກ່າວວ່າ:ຜູ້ເຂົ້າຮ່ວມຝຶກອົບຮົມຈະໄດ້ຮຽນຮູ້ປະສົບການດ້ານການບໍລິການຮ້ານອາຫານ ແລະ ໂຮງແຮມຄື: ແມ່ບ້ານ; ເຄື່ອງດື່ມ; ການບໍລິການຮ້ານອາຫານ ຊຶ່ງຊຸດອົບຮົມຄັ້ງນີ້ ເປັນການຮ່ວມມືລະຫວ່າງ ສະຖາບັນພັດທະນາສີມືແຮງງານກັບ ໂຄງການພາຍໃຕ້ຍຸດທະສາດການຮ່ວມມືຂອງແອັກແມັກ ໄລຍະການຈັດຕັ້ງປະຕິບັດ ປີ 2022-2024 ໂດຍແມ່ນລັດຖະບານຍີ່ປຸ່ນໃຫ້ການສະໜັບສະໜູນການຊ່ວຍເຫຼືອ 100% ເພື່ອນຳໃຊ້ເຂົ້າໃນກການອົບຮົມການສ້າງຂີດຄວາມສາມາດຫົວໜ່ວຍທຸລະກິດຂະໜາດກາງ ແລະ ນ້ອຍໃນຂະແໜງການບໍລິການ ຮ້ານອາຫານ ແລະ ໂຮງແຮມໃຫ້ໄດ້ມາດຕະຖານສູງ ຊຶ່ງເປັນການສ້າງໂອກາດອັນດີທີ່ສຸດສໍາລັບບັນດາຫົວໜ່ວຍວິສາຫະກິດ ທີ່ຈະໄດ້ຮັບການຮຽນຮູ້ປະສົບການດ້ານການບໍລິການເພື່ອແນໃສ່ການສ້າງຄວາມເຂັ້ມແຂງໃຫ້ແກ່ບັນດາຫົວໜ່ວຍວິສາຫະກິດໃນຂະແໜງການຮ້ານອາຫານ ແລະ ໂຮງແຮມ ຢູ່ ສປປ ລາວ ພາຍໃຕ້ໂຄງການ ‘Enhancing Capacity of SME Workfoce in Hospitality’ ພາຍໃຕ້ແຜນງານແອັກແມັກ ເພື່ອເພີ່ມທັກສະທາງດ້ານການປະກອບການໃຫ້ແກ່ເພື່ອນຮ່ວມຍຸດທະສາດແອັກແມັກການອົບຮົມຈະຈັດຂຶ້ນຢູ່ 4 ແຂວງຄື:  ນະຄອນຫຼວງວຽງຈັນ 200 ຄົນ; ແຂວງຫຼວງພະບາງ 200 ຄົນ; ແຂວງຈຳປາສັກ 200 ຄົນ ແລະ ແຂວງວຽງຈັນ 200 ຄົນໃຫ້ແກ່ບັນດາຫົວໜ່ວຍໃນຂະແໜງການ SMEs ໃນ ສປປ ລາວ ລວມທັງໝົດໃຫ້ໄດ້ 800 ຄົນ. ໄລຍະການອົບຮົມແມ່ນ12 ວັນ ( ເລີ່ມ 3-27 ຕຸລາ 2023).
ຂ່າວ-ພາບ: ຍຸພິນທອງ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

18 ປີ ​ທນບ ສ້າງບາດລ້ຽວແຫ່ງການຫັນປ່ຽນສູ່ ທພບ

18 ປີ ​ທນບ ສ້າງບາດລ້ຽວແຫ່ງການຫັນປ່ຽນສູ່ ທພບ

ທະ​ນາ​ຄານ​ນະ​ໂຍ​ບາຍ (ທນບ) ໄດ້ເປີດໃຫ້ບໍລິການຢ່າງເປັນທາງການໃນວັນທີ 29 ມັງກອນ 2007, ເປັນທະນາຄານສະເພາະກິດ, ສະໜອງແຫຼ່ງທຶນດອກເບ້ຍຕໍ່າ ຂອງລັດຖະບານເຂົ້າໃນການພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກ ຢູ່ບັນດາເມືອງເປົ້າໝາຍທຸກຍາກ, ຈຸດສຸມພັດທະນາ ຂອງທ້ອງຖິ່ນ-ຂອງລັດຖະບານ ແລະ ບ້ານ 3 ສ້າງ
ເມືອງຕະໂອ້ຍ ສ້າງຂະບວນການຕ້ອນຮັບກອງປະຊຸມໃຫຍ່ ຄັ້ງທີ X ຂອງອົງຄະນະພັກແຂວງສາລະວັນ

ເມືອງຕະໂອ້ຍ ສ້າງຂະບວນການຕ້ອນຮັບກອງປະຊຸມໃຫຍ່ ຄັ້ງທີ X ຂອງອົງຄະນະພັກແຂວງສາລະວັນ

ທ່ານ ຄໍາສະໄຫວ ວິລະກອນ ເລຂາຄະນະບໍລິຫານງານພັກເມືອງຕະໂອ້ຍ ແຂວງສາລະວັນໃຫ້ສຳພາດຕໍ່ສື່ມວນຊົນ ເມືອບໍ່ດົນມານີ້ວ່າ: ພາຍຫຼັງໄດ້ສຳເລັດການດໍາເນີນກອງປະຊຸມໃຫຍ່ ຄັ້ງທີ XIII ຂອງອົງຄະນະພັກເມືອງຕະໂອ້ຍ ກໍໄດ້ສຸມໃສ່ໃນການຈັດຕັ້ງຜັນຂະຫຍາຍ, ເຊື່ອມຊຶມມະຕິ XIII ຂອງອົງຄະນະພັກເມືອງ ຫັນລົງສູ່ຮາກຖານບ້ານ, ບັນດາໜ່ວຍພັກຕ່າງໆອ້ອມຂ້າງເມືອງ ໃຫ້ທົ່ວເຖີງແຕ່ຫົວທີ
ເຜີຍແຜ່ສັນຍາໂຄງການສໍາຫລວດແຮ່ຄໍາ ແລະ ແຮ່ຕິດພັນ ຢູ່ເຂດເມືອງລະມາມ ແລະ ເມືອງດາກຈຶງ

ເຜີຍແຜ່ສັນຍາໂຄງການສໍາຫລວດແຮ່ຄໍາ ແລະ ແຮ່ຕິດພັນ ຢູ່ເຂດເມືອງລະມາມ ແລະ ເມືອງດາກຈຶງ

ພະແນກພະລັງງານ ແລະ ບໍ່ແຮ່ແຂວງເຊກອງ ຮ່ວມກັບ ບໍລິສັດ ກຸ່ມດວງຈະເລີນ ພັດທະນາກໍ່ສ້າງ ຈໍາກັດຜູ້ດຽວ ໄດ້ຈັດກອງປະຊຸມເຜີຍແຜ່ສັນຍາໂຄງການສໍາຫຼວດແຮ່ຄໍາ, ແຮ່ຕິດພັນ ແລະ ໂຄງການສໍາຫຼວດແຮ່ບົກຊິດ ແລະ ແຮ່ຄໍາ ຢູ່ເຂດເມືອງລະມາມ, ເມືອງດາກຈຶງ ແຂວງເຊກອງຂຶ້ນ ໃນວັນທີ 14 ພຶດສະພາຜ່ານມາ ທີ່ສະໂມສອນເມືອງດາກຈຶງ,
ເມືອງຫຼວງນໍ້າທາ ຫວນຄືນມູນເຊື້ອ 3 ວັນປະຫວັດສາດ

ເມືອງຫຼວງນໍ້າທາ ຫວນຄືນມູນເຊື້ອ 3 ວັນປະຫວັດສາດ

ວັນທີ 14 ພຶດສະພາຜ່ານມາ ຢູ່ສະໂມສອນຂອງເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີປາຖະກະຖາວັນປົດປ່ອຍຫຼວງນໍ້າທາ ຄົບຮອບ 63 ປີ (ວັນທີ 6 ພຶດສະພາ 1962-ວັນທີ 6 ພຶດສະພາ 2025), ວັນຜ່າວົງປິດລ້ອມຂອງກອງພັນທີ 2 ວິລະຊົນທີ່ທົ່ງໄຫຫີນຊຽງຂວາງ ຄົບຮອບ 66 ປີ (ວັນທີ 18 ພຶດສະພາ 1959–18 ພຶດສະພາ2025),
ປີ 2024 ແຂວງສະຫວັນນະເຂດປະຕິບັດວິໄນສະມາຊິກພັກ ແລະ ອາຍັດລົດໃຫຍ່ຫຼາຍຄັນ

ປີ 2024 ແຂວງສະຫວັນນະເຂດປະຕິບັດວິໄນສະມາຊິກພັກ ແລະ ອາຍັດລົດໃຫຍ່ຫຼາຍຄັນ

ໃນວັນທີ 14 ພຶດສະພານີ້ ທີ່ສະໂມສອນຫ້ອງວ່າການແຂວງສະຫວັນນະເຂດ, ທ່ານ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ ເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ຫົວໜ້າຕ້ານການສໍ້ລາດບັງຫຼວງສູນກາງ, ທ່ານ ບຸນໂຈມ ອຸບົນປະເສີດ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ ເປັນປະທານຮ່ວມກອງປະຊຸມສະຫຼູບວຽກງານກວດກາ ທົ່ວແຂວງປະຈໍາປີ 2024.
ກອງປະຊຸມໃຫຍ່ສະມາຊິກຊາວໜຸ່ມ ປະຊາຊົນ ປະຕິວັດລາວ ອກສລ ຄັ້ງທີ III

ກອງປະຊຸມໃຫຍ່ສະມາຊິກຊາວໜຸ່ມ ປະຊາຊົນ ປະຕິວັດລາວ ອກສລ ຄັ້ງທີ III

ກອງປະຊຸມໃຫຍ່ສະມາຊິກຊາວໜຸ່ມ ປະຊາຊົນປະຕິວັດລາວ ອົງການກວດສອບແຫ່ງລັດ (ອກສລ) ຄັ້ງທີ IIIໄດ້ຈັດຂຶ້ນໃນວັນທີ 14 ພຶດສະພານີ້ ທີ່ຫ້ອງປະຊຸມຂອງ ອກສລ ໂດຍການເຂົ້າຮ່ວມ ແລະ ໃຫ້ກຽດເປັນປະທານ ຂອງ ສະຫາຍ ວຽງທະວີສອນ ເທບພະຈັນ ກຳມະການສຳຮອງສູນກາງພັກ ເລຂາຄະນະບໍລິຫານງານພັກ ປະທານ ອກສລ; ມີ ສະຫາຍ ທອງລີ ສີສຸລິດ ຮອງເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ,
ສ້າງຄວາມເຂັ້ມແຂງໃຫ້ຄະນະນໍາກະຊວງ ຮສສ ໃນການນຳໃຊ້ລະບົບດີຈີຕອນ

ສ້າງຄວາມເຂັ້ມແຂງໃຫ້ຄະນະນໍາກະຊວງ ຮສສ ໃນການນຳໃຊ້ລະບົບດີຈີຕອນ

ຫ້ອງການກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໄດ້ຈັດກອງປະຊຸມສຳມະນາສ້າງຄວາມເຂັ້ມແຂງການຈັດເກັບ ແລະ ການນຳໃຊ້ເອກະສານຮ່ວມກັນຜ່ານລະບົບ G-Share, G-Drive ໃຫ້ກັບຄະນະກົມ ແລະ ຄະນະວິຊາການພາຍໃນ ແລະ ອ້ອມຂ້າງກະຊວງ ຮສສ ຂຶ້ນໃນວັນທີ 13 ພຶດສະພາຜ່ານມາ ທີ່ສຳນັກ ງານດັ່ງກ່າວ ໂດຍການເປັນປະທານຂອງທ່ານ ບຸນຍອດ ຈັນທະວອນ ຫົວໜ້າຫ້ອງການກະຊວງ ຮສສ, ມີຮອງສູນບໍລິຫານລັດດີຈີຕອນ ກະຊວງເຕັກໂນໂລຊີ ແລະ ການສື່ສານ ພ້ອມວິທະຍາກອນຈາກກະຊວງດັ່ງກ່າວເຂົ້າຮ່ວມ.
ເມືອງພຽງ ເປີດໂຄງການຮ່ວມມືສູນຜະລິດພັນເຂົ້າລູກປະສົມ

ເມືອງພຽງ ເປີດໂຄງການຮ່ວມມືສູນຜະລິດພັນເຂົ້າລູກປະສົມ

ໃນວັນທີ 13 ພຶດສະພາຜ່ານມານີ້ ທີ່ທົ່ງນາບ້ານ ນາຕານ ເມືອງພຽງ ແຂວງໄຊຍະບູລີ ໄດ້ຈັດພິທີເປີດໂຄງການຮ່ວມມືສູນຜະລິດພັນເຂົ້າລູກປະສົມ ລະຫວ່າງ ບໍລິສັດອາຊີ-ໂປຕາ ສາກົນ(ກວາງໂຈວ) ຈໍາກັດ ແລະ ບໍລິສັດ ຊີງຢວນ ພັດທະນາກະສິກໍາ ຈໍາກັດຂຶ້ນ, ເຂົ້າຮ່ວມມີທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງ ໄຊຍະບູລີ, ມີທ່ານ ຈົງກົວຟູ ຜູ້ຊ່ວຍບໍລິສັດ ອາຊີ-ໂປຕາ ສາກົນ(ກວາງໂຈວ) ຈໍາກັດ, ທ່ານ ນາງ ເຕີງຈົງ ປະທານບໍລິສັດ ບໍລິສັດ ຊີງຢວນ ພັດທະນາກະສິກໍາ ຈໍາກັດ.
ຄໍາມ່ວນ ເກັບກ່ຽວພຶດລະດູແລ້ງໄດ້ແລ້ວ 8,409 ເຮັກຕາ

ຄໍາມ່ວນ ເກັບກ່ຽວພຶດລະດູແລ້ງໄດ້ແລ້ວ 8,409 ເຮັກຕາ

ໃນລະດູການຜະລິດພືດລະດູແລ້ງສົກປີ 2024-2025 ທົ່ວແຂວງຄໍາມ່ວນມີເນື້ອທີ່ແຜນການປູກພືດລວມທັງໝົດ 10,527 ເຮັກຕາ, ຄາດຄະເນຜົນຜະລິດ 56,914 ໂຕນ. ໃນນັ້ນ, ແຜນການປູກພືດເພື່ອເປັນສະບຽງອາຫານ 3,773 ເຮັກຕາ, ຄາດຄະເນຜົນຜະລິດ 19,906 ໂຕນ. ແຜນການປູກພືດເພື່ອເປັນສິນຄ້າ 6,754 ເຮັກຕາ, ຄາດຄະເນຜົນຜະລິດ 37,008 ໂຕນ
ກຊສ ຈັດກອງປະຊຸມຈັດຕັ້ງຜັນຂະຫຍາຍ ເນື້ອໃນວຽກງານກໍ່ສ້າງພັກ-ພະນັກງານ

ກຊສ ຈັດກອງປະຊຸມຈັດຕັ້ງຜັນຂະຫຍາຍ ເນື້ອໃນວຽກງານກໍ່ສ້າງພັກ-ພະນັກງານ

ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ກຊສ) ໄດ້ຈັດກອງປະຊຸມຈັດຕັ້ງຜັນ​ຂະ​ຫຍາຍ​ເນື້ອ​ໃນ​​ວຽກງານກໍ່ສ້າງພັກ-ພະນັກງານ, ປັບປຸງກົງຈັກການຈັດຕັ້ງ​ ແລະ ວຽກງານກວດກາ ທົ່ວປະເທດປະຈໍາປີ 2024 ແລະ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ, ປັບປຸງກົງຈັກການຈັດຕັ້ງ ແລະ ວຽກງານກວດກາ ປະຈໍາປີ 2024 ແລະ ທິດທາງແຜນການ ປີ 2025
ເພີ່ມເຕີມ