ກອງປະຊຸມສ້າງຄວາມເຂັ້ມແຂງ ໃຫ້ແກ່ພະນັກງານ-ລັດຖະກອນຂອງ ກຳມາທິການວັດທະນະທຳ-ສັງຄົມ(ກວທສ) ແລະ ຄະນະກຳມະການວັດທະນະທຳ-ສັງຄົມ ແລະ ບັນດາເຜົ່າຂອງສະພາປະຊາຊົນຂັ້ນແຂວງ(ສພຂ) ຈັດຂຶ້ນວັນທີ 28 ເມສາ ນີ້ ທີ່ເມືອງວັງວຽງ ແຂວງວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ທຸມມາລີ ວົງພະຈັນ ຄະນະປະຈຳສະພາແຫ່ງຊາດປະທານ ກວທສ, ມີທ່ານ ສຸບັນ ສະວະບຸດ ຄະນະປະຈຳສະພາແຫ່ງຊາດປະທານກຳມາທິການວຽກງານສະມາຊິກສະພາແຫ່ງຊາດ, ມີຮອງປະທານກຳມາທິການ, ຮອງເລຂາທິການ, ຫົວໜ້າກົມ-ຮອງກົມພາຍໃນສະພາແຫ່ງຊາດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ທ່ານ ນາງ ທຸມມາລີ ວົງພະຈັນ ໄດ້ມີຄຳເຫັນວ່າ: ເພື່ອເປັນການຍົກລະດັບຄວາມຮູ້, ຄວາມເຂົ້າໃຈ ແລະ ຂີດຄວາມສາມາດໃນການຮ່າງເອກະສານປະເພດຕ່າງໆ ຮັບໃຊ້ແກ່ວຽກງານວິຊາສະເພາະ ກໍຄືບັນດາເອກະສານຮັບໃຊ້ໃຫ້ແກ່ກອງປະຊຸມສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງໃຫ້ເປັນວິທະຍາສາດ ແລະ ເປັນມືອາຊີບຂຶ້ນ. ກຳມາທິການວັດທະນະທຳ-ສັງຄົມ ຈຶ່ງໄດ້ຈັດກອງປະຊຸມສ້າງຄວາມເຂັ້ມແຂງຍົກລະດັບໃຫ້ແກ່ພະນັກງານ-ລັດຖະກອນຂອງຕົນ ແລະ ຄະນະກຳມະການວັດທະນະທຳ-ສັງຄົມ ແລະ ບັນດາເຜົ່າຂອງສະພາປະຊາຊົນຂັ້ນແຂວງ ປະຈຳປີ 2024 ໂດຍຜູ້ເຂົ້າຮ່ວມຈະໄດ້ຮັບບົດຮຽນສຳຄັນ ເປັນຕົ້ນບົດຮຽນການຮ່າງບົດສະຫຼຸບປະຈຳເດືອນ, ບົດລາຍງານຜົນສຳເລັດຂອງກອງປະຊຸມ ແລະ ຮ່າງບົດຄຳເຫັນຂອງການນຳຕໍ່ກອງປະຊຸມປະເພດຕ່າງໆ; ຮ່າງບົດບັນທຶກກອງປະຊຸມ ແລະ ບົດສັງລວມຄຳເຫັນປະທານກອງປະຊຸມ; ການຮ່າງຄຳຖາມເຈາະຈີ້ມແລະ ຄຳຊັກຖາມ; ຮ່າງແຈ້ງການເຊີນ ແລະ ຄຳແນະນຳ; ການຄົ້ນຄວ້າ ແລະ ປະກອບຄຳເຫັນຕໍ່ການສ້າງ ແລະ ປັບປຸງກົດໝາຍ; ການປະກອບຄຳເຫັນຕໍ່ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ຂອງແຂວງ; ຮ່າງແຜນການຕິດຕາມກວດກາປົກກະຕິ, ຫົວຂໍ້ສະເພາະ ແລະ ບັນຫາພົ້ນເດັ່ນເຄັ່ງຮ້ອນ ເປັນຕົ້ນການສ້າງແຜນການ, ການສ້າງຄໍາຖາມເຈາະຈີ້ມ ແລະ ການລາຍງານຜົນການຕິດຕາມກວດກາ.ບັນດາເອກະສານດັ່ງກ່າວ, ເຫັນວ່າມີຄວາມຈຳເປັນ ແລະ ມີຄວາມສຳຄັນຫຼາຍຕໍ່ພະນັກງານ-ລັດຖະກອນຂອງ ກວທສ ແລະ ຄະນະກຳມະການວັດທະນະທຳ-ສັງຄົມ ແລະ ບັນດາເຜົ່າ ເພື່ອໃຫ້ສາມາດກຳແໜ້ນ ແລ້ວນຳໄປຈັດຕັ້ງຜັນຂະຫຍາຍເຂົ້າສູ່ວຽກງານຕົວຈິງ ໃນຂອບເຂດຄວາມຮັບຜິດ ຊອບຂອງຕົນ ຢ່າງມີປະສິດທິພາບ ແລະ ປະສິດທິຜົນ.
ກອງປະຊຸມຄັ້ງນີ້, ຈະໄດ້ດຳເນີນເປັນເວລາ 3 ວັນ ໂດຍໄດ້ຮັບການສະໜັບສະໜູນຊ່ວຍເຫຼືອດ້ານງົບປະມານຈາກ ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ (STEPs) ໂດຍຜ່ານກອງເລຂາຄຸ້ມຄອງແຫຼ່ງທຶນຊ່ວຍເຫຼືອໃຫ້ແກ່ສະພາແຫ່ງຊາດ.
ແຫຼ່ງຂ່າວ:ຂປລ
ປີ 2025 ເມືອງແກ່ນທ້າວ ເກັບລາຍຮັບໄດ້ແລ້ວ9,500 ລ້ານກວ່າກີບ
ໃນວັນທີ 11 ພະຈິກ 2025 ນີ້, ທ່ານ ປະຖົມ ບຸນຍາວົງ ຮອງຫົວໜ້າພະແນກການເງິນແຂວງໄຊຍະບູລີ ພ້ອມດ້ວຍທີມງານ ໄດ້ລົງຊຸກຍູ້ການເກັບລາຍຮັບທ້າຍປີ 2025 ຢູ່ເມືອງແກ່ນທ້າວ, ໂດຍມີ ທ່ານ ບຸນຊູ ບຸນພັກດີ ຫົວໜ້າຫ້ອງການ-ການເງິນເມືອງ, ມີຫົວໜ້າ, ຮອງຫົວໜ້າໜ່ວຍງານ ແລະ ພະນັກງານຫ້ອງການ-ການເງິນເມືອງເຂົ້າຮ່ວມ.
ຄໍາເຫັນ