![]() |
ການຝຶກອົບຮົມໃນຄັ້ງນີ້, ນັກສຳມະນາກອນຈະໄດ້ຮຽນຮູ້ກ່ຽວກັບບົດບາດ ແລະ ຄວາມສຳຄັນຂອງເຕັກໂນໂລຊີດີຈີຕອນ ໃນການຫັນວຽກງານໂຄສະນາອົບຮົມໄປສູ່ທັນສະໄໝ, ວຽກງານແນວຄວາມຄິດຂອງພັກໃນໄລຍະໃໝ່, ບົດຮຽນການຄົ້ນຄວ້າທິດສະດີ ແລະ ພຶດຕິກຳຮັບໃຊ້ ຂອງພັກ, ຫຼັກການຂຽນບົດ ວິທະຍາສາດຮັບໃຊ້ເຂົ້າໃນວຽກງານຂອງພັກ, ຫຼັກການສຳພາດຂ່າວ, ການຂຽນບົດວຽກດີຄົນເດັ່ນ, ບັນຫາພື້ນຖານຂອງວຽກງານໂຄສະນາ, ວິທະຍາສາດພື້ນຖານຈຳນວນໜຶ່ງຂອງສິລະປະການໂຄສະນາດ້ວຍປາກ, ຄວາມຮູ້ພື້ນຖານກ່ຽວກັບວຽກງານອົບຮົມ, ການຂຽນບົດລົງວາລະສານປະເພດຕ່າງໆ, ວຽກງານຫາງສຽງສັງຄົມ, ການໂຄສະນາເຜີຍແຜ່ຂໍ້ມູນຂ່າວສານໃນສື່ແບບໃໝ່, ນຳພາ ແລະ ຄຸ້ມຄອງວຽກງານສື່ມວນຊົນ, ປັບປຸງກົງຈັກການຈັດຕັ້ງຂອງ ຄອສພ ນັບແຕ່ສູນກາງລົງຮອດທ້ອງຖິ່ນ, ວຽກງານກວດກາ.
![]() |
ໃນໂອກາດນີ້, ທ່ານ ນາງ ວິລະວອນ ພັນທະວົງ ໄດ້ມີຄຳເຫັນກ່າວເປີດຊຸດຝຶກອົບຮົມ ຊຶ່ງເນັ້ນໃຫ້ສຳມະນາກອນ ທີ່ເຂົ້າຮ່ວມຝຶກອົບຮົມ, ຈົ່ງເອົາໃຈໃສ່ຕັ້ງໃຈສຶກສາຮຽນຮູ້, ແລກປ່ຽນບົດຮຽນ ກັບວິທະ ຍາກອນ, ແລກປ່ຽນບົດຮຽນຊຶ່ງກັນ ແລະ ກັນ ເພື່ອນຳເອົາບົດຮຽນທີ່ຖອດຖອນໄດ້ນັ້ນ ນໍາໄປໝູນໃຊ້ເຂົ້າໃນການຈັດຕັ້ງປະຕິບັດວຽກງານວິຊາສະເພາະຂອງຕົນເອງໃຫ້ເກີດດອກອອກຜົນ ແລະ ມີປະສົບຜົນສຳ ເລັດຂຶ້ນໄປເລື້ອຍໆ.
(ຂ່າວ: ແສງຈັນ)
ຄໍາເຫັນ