ຍົກສູງບົດບາດສື່ມວນຊົນ ໃຫ້ກາຍເປັນອາວຸດທາງປັນຍາຂອງພັກຢ່າງແທ້ຈິງ

ຍົກສູງບົດບາດສື່ມວນຊົນ ໃຫ້ກາຍເປັນອາວຸດທາງປັນຍາຂອງພັກຢ່າງແທ້ຈິງ

ຍົກສູງບົດບາດສື່ມວນຊົນ ໃຫ້ກາຍເປັນອາວຸດທາງປັນຍາຂອງພັກຢ່າງແທ້ຈິງ
ເພື່ອຮັບປະກັນການຫັນປ່ຽນຢ່າງແຂງແຮງ, ຍົກສູງບົດບາດສື່ມວນຊົນໃຫ້ກາຍເປັນ “ອາວຸດທາງປັນຍາ” ແລະ “ອໍານາດນິ້ມນວນ” ທີ່ຊົງອິດທິພົນຂອງພັກຢ່າງແທ້ຈິງ. ສະຫາຍ ສົມສະຫວາດ ພົງສາ ຫົວໜ້າກົມສື່ມວນຊົນ ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ປະກອບຄຳເຫັນຕໍ່ກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ຂອງອົງຄະນະພັກ ຄອສພ ໃນຫົວຂໍ້: "ບົດບາດວຽກງານສື່ມວນຊົນ ພາຍຫຼັງຍົກຍ້າຍມາຂຶ້ນກັບ ຄອພສ" ເມື່ອບໍ່ດົນຜ່ານມາວ່າ: ພາຍໃຕ້ການຊີ້ນຳຢ່າງໃກ້ຊິດຂອງສູນກາງພັກ ສື່ມວນຊົນໄດ້ກາຍເປັນແນວໜ້າໃນການຕິດຕາມ, ປົກປ້ອງແນວຄິດ ແລະ ຕອບໂຕ້ການໂຄສະນາບິດເບືອນ, ໃສ່ຮ້າຍປ້າຍສີຜ່ານສື່ອອນລາຍໄດ້ຢ່າງທັນການ ແລະ ສຳເລັດຫຼາຍດ້ານ ເປັນຕົ້ນ ການຫັນເປັນດີຈີຕອນ ສື່ມວນຊົນໄດ້ມີບາດກ້າວຫັນປ່ຽນຈາກລະບົບອານາລັອກ (Analog) ໄປສູ່ລະບົບດີຈີຕອນຢ່າງເປັນຮູບປະທຳ.

 

 

ການນຳໃຊ້ສື່ສິ່ງພິມ, ສື່ເອເລັກໂຕຣນິກ ແລະ ສື່ອອນລາຍ ມີຄວາມວ່ອງໄວຂຶ້ນ ແລະ ເຂົ້າເຖິງມະຫາຊົນໄດ້ກວ້າງຂວາງກວ່າເກົ່າ; ການຮັກສາບົດບາດກະບອກສຽງທີ່ແຫຼມຄົມພັກ-ລັດ ຊຶ່ງສື່ມວນຊົນຍັງຄົງຮັກສາໄດ້ບົດບາດການເປັນເວທີຂອງມະຫາຊົນ ແລະ ສາຍໃຍລະຫວ່າງພັກກັບປະຊາຊົນ. ພວກເຮົາໄດ້ນໍາໜ້າໃນການເຜີຍແຜ່ແນວທາງນະໂຍບາຍ, ມະຕິກອງປະຊຸມໃຫຍ່ ແລະ ວາລະແຫ່ງຊາດຕ່າງໆ ໃຫ້ສັງຄົມຮັບຮູ້ຢ່າງເລິກເຊິ່ງ. ການປົກປ້ອງແນວຄິດ ແລະ ຕອບໂຕ້ຂໍ້ມູນບິດເບືອນ ໃນທ່າມກາງສະພາບການທີ່ອິດທິກຳ ລັງປໍລະປັກສືບຕໍ່ກົນອຸບາຍຫັນປ່ຽນໂດຍສັນຕິ, ສື່ມວນຊົນ ໄດ້ກາຍເປັນແນວໜ້າໃນການຕິດຕາມ ແລະ ຕອບໂຕ້ການໂຄສະນາບິດເບືອນ, ໃສ່ຮ້າຍປ້າຍສີຜ່ານສື່ອອນລາຍໄດ້ຢ່າງທັນການໃນຫຼາຍເຫດການ.

ສະຫາຍ ສົມສະຫວາດ ພົງສາ ກ່າວຕື່ມວ່າ: ເພື່ອຮັບປະກັນການຫັນປ່ຽນຢ່າງແຂງແຮງ, ຍົກສູງບົດບາດສື່ມວນຊົນໃຫ້ກາຍເປັນ “ອາວຸດທາງປັນຍາ” ແລະ “ອໍານາດນິ້ມນວນ” ທີ່ຊົງອິດທິພົນຂອງພັກຢ່າງແທ້ຈິງ. ວຽກງານຈຸດສຸມໃນ 5 ປີຕໍ່ໜ້າ (2026-2030) ໂດຍໃຫ້ສອດຄ່ອງກັບທິດທາງລວມ 5 ປີ ຂອງຄະນະພັກ ຄອສພ ແລະ ແຜນແມ່ບົດຫັນເປັນດີຈີຕອນຂອງຊາດ ທຸກສຳນັກຂ່າວ, ວິທະຍຸ, ໂທລະພາບ ແລະ ໜັງສືພິມ ຕ້ອງຫຼຸດຜ່ອນການລາຍງານຂ່າວແບບ "ອ່ານຕາມເອກະສານ" ລົງຢ່າງໜ້ອຍ 50% ຕ້ອງຫັນໄປສູ່ການລາຍງານແບບ "ວາລະສານຂໍ້ມູນ ແລະ ການຂຽນບົດວິເຄາະ-ວິຈານ, ຂ່າວສານການເມືອງ, ມະຕິ ແລະ ກົດໝາຍຕ່າງໆ ຕ້ອງຖືກແປງເປັນຮູບແບບ "ເນື້ອຫາຂະໜາດນ້ອຍ" ເຊັ່ນ: ວີດີໂອສັ້ນ ຄວາມຍາວບໍ່ເກີນ 1-2 ນາທີ, ພອດແຄັສ (Podcast) ແລະ ອິນໂຟກຣາບຟິກ (Infographics) ເພື່ອໃຫ້ເຂົ້າເຖິງງ່າຍ, ມີສິລະປະ ແລະ ແທດເໝາະກັບຈິດຕະສາດຂອງໄວໜຸ່ມ; ສ້າງຕັ້ງ "ໜ່ວຍປະຕິບັດການຕອບໂຕ້ໄວ" ເພື່ອແກ້ໄຂຈຸດອ່ອນເລື່ອງການຕອບໂຕ້ຫາງສຽງສັງຄົມທີ່ຊັກຊ້າ, ຄອສພ ຕ້ອງຮ່ວມກັບບັນດາສຳນັກຂ່າວຢ່າງແໜ້ນແຟ້ນ, ຕ້ອງສ້າງຕັ້ງກົນໄກເຄືອຂ່າຍອາສາສະໝັກດີຈີຕອນ. ໜ່ວຍງານນີ້, ຕ້ອງເຮັດວຽກແບບ 24 ຊົ່ວໂມງ ໂດຍນຳໃຊ້ເຕັກໂນໂລຊີ Social Listening ເພື່ອຈັບກະແສສັງຄົມ. ເມື່ອມີຂ່າວປອມ ຫຼື ຂ່າວບິດເບືອນເກີດຂຶ້ນ, ໜ່ວຍງານນີ້ຕ້ອງສາມາດອອກຂ່າວແກ້ໄຂ, ກວດສອບຄວາມຈິງ ແລະ ນໍາພາທິດຫາງສຽງໃຫ້ໄດ້ພາຍໃນ 2-4 ຊົ່ວໂມງ; ເລັ່ງລັດການນຳໃຊ້ປັນຍາປະດິດ (AI) ເຂົ້າໃນກອງບັນນາທິ ການ ຊຶ່ງໃນ 5 ປີຕໍ່ໜ້າ ຕ້ອງເລີ່ມໂຄງການທົດລອງນໍາໃຊ້ AI ເຂົ້າໃນການຜະລິດສື່, ຈັດຊຸດຝຶກອົບຮົມການໃຊ້ Al ໃຫ້ນັກຂ່າວເພື່ອຊ່ວຍໃນການແປພາສາ, ການສະຫຼຸບເນື້ອໃນກອງປະຊຸມ ແລະ ການສ້າງພາບປະກອບ ຊຶ່ງຈະຊ່ວຍຫຼຸດຜ່ອນເວລາ ແລະ ທົດແທນການຂາດແຄນບຸກຄະລາກອນໄດ້ຢ່າງມະຫາສານ. ພ້ອມກັນນັ້ນ, ຕ້ອງເລີ່ມອອກແບບແພລດຟອມລວມສູນຂ່າວສານຂອງພັກ-ລັດ (Super App) ເພື່ອໃຫ້ປະຊາຊົນສາມາດໂຫຼດແອັບດຽວ ແຕ່ເຂົ້າເຖິງທຸກໜ້າຂ່າວສື່ຂອງລັດໄດ້; ຝຶກອົບຮົມ ແລະ ບຳລຸງສ້າງ "ນັກຂ່າວແບບປະສົມປະສານ" ຕ້ອງຍຸດຕິການສັບຊ້ອນພະນັກງານແບບຕາບຈູນ. ພາຍໃນ 5 ປີນີ້, ຕ້ອງຮ່ວມມືກັບປະເທດເພື່ອນມິດຍຸດທະສາດ (ຫວຽດນາມ, ຈີນ) ແລະ ພາກເອກະຊົນ ເປີດຊຸດອົບຮົມແບບເລັ່ງລັດເພື່ອສ້າງນັກຂ່າວຮຸ່ນໃໝ່ ໃຫ້ກາຍເປັນມືອາຊີບທີ່ສາມາດຂຽນຂ່າວໄດ້, ຖ່າຍຮູບ-ຖ່າຍວີດີໂອເປັນ, ຕັດຕໍ່ດ້ວຍມືຖືໄດ້; ພັດທະນາຕົວແບບທຸລະກິດສື່ໃໝ່ ເພື່ອແກ້ໄຂບັນຫາງົບປະມານ, ໃນສົກປີໜ້າ, ສື່ມວນຊົນຂອງລັດ ຕ້ອງທົດລອງສ້າງກົນໄກການຮ່ວມມືລັດ-ເອກະຊົນ ອົງການສື່ ສາມາດເປີດຮັບການເປັນຜູ້ສະໜັບສະໜູນເຂົ້າໃນສື່ສິ່ງພິມ, ລາຍການວິທະຍຸ, ໂທລະພາບ ຫຼື ແພລດຟອມອອນລາຍຢ່າງຖືກຕ້ອງຕາມລະ ບຽບການ ເພື່ອນຳລາຍຮັບນັ້ນມາປັບປຸງຂອດການບໍລິການ ແລະ ອຸປະກອນເຊັ່ນ: ກ້ອງຖ່າຍຮູບ ແລະ ສະຫວັດດີການຂອງນັກຂ່າວ ຮັບປະກັນຄວາມຍືນຍົງທາງການເງິນ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສຶກສາຄວາມເປັນໄປໄດ້ ພັດທະນາສວນພຶກສາສາດຫ້ວຍຍາງ-ດົງໝາກຄາຍ

ສຶກສາຄວາມເປັນໄປໄດ້ ພັດທະນາສວນພຶກສາສາດຫ້ວຍຍາງ-ດົງໝາກຄາຍ

ກົມປ່າໄມ້, ກະຊວງກະສິກໍາ ແລະ ສີ່ງແວດລ້ອມ ຮ່ວມກັບ ບໍລິສັດ ເຈເອັດສ໌ເຄ ຈໍາກັດຜູ້ດຽວ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ສຶກສາຄວາມເປັນໄປໄດ້ ເພື່ອພັດທະນາສ່ວນພຶກສາສາດ ຫ້ວຍຍາງ-ດົງໝາກຄາຍໃຫ້ເປັນພືຶ້ນທີ່ສີຂຽວ ແລະ ປົກປັກຮັກສາປ່າໄມ້ທໍາມະຊາດໃນເນື້ອທີ່ 100 ເຮັກຕາ.
ຝຶກອົບຮົມການເມືອງ-ການປົກຄອງໃຫ້ 4 ຕາແສງຂອງ​ເມືອງ​ຊານ​ໄຊ

ຝຶກອົບຮົມການເມືອງ-ການປົກຄອງໃຫ້ 4 ຕາແສງຂອງ​ເມືອງ​ຊານ​ໄຊ

ເມືອງຊານໄຊ ແຂວງອັດຕະປື ໄດ້ເປີດຝຶກອົບຮົມຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງ ໃຫ້ແກ່ພະນັກງານຂັ້ນຕາແສງ, ໃນ​ວັນ​ທີ 7 ຕຸ​ລາ​ນີ້ ທີ່ ເມືອງ​ຊານ​ໄຊໂດຍການເປັນປະທານຂອງທ່ານ ທະນູໄຊ ບັນຊາລິດ, ຮອງເລຂາພັກແຂວງ, ປະທານຄະນະກຳມະການປົກຄອງແຂວງອັດຕະປື, ມີຄະນະພັກ, ຄະນະນໍາຂອງແຂວງ, ເມືອງ, ພ້ອມດ້ວຍ ວິທະຍາກອນ ແລະ ສຳມະນາກອນຈາກ 4 ຕາແສງຂອງເມືອງຊານໄຊ ປະກອບມີ: ຕາແສງວັງຕັດ, ຕາແສງກອງນາ, ຕາແສງນ້ຳຊຸ ແລະ ຕາແສງຄຳເບໄຊເຂົ້າຮ່ວມ.
ໄມ້ກ້ານຟອຍແບບຢ່າງ ສູ່ການປ່ຽນແປງຂອງຊຸມຊົນ ທີ່ສະອາດ ແລະ ສວຍງາມ

ໄມ້ກ້ານຟອຍແບບຢ່າງ ສູ່ການປ່ຽນແປງຂອງຊຸມຊົນ ທີ່ສະອາດ ແລະ ສວຍງາມ

ການປ່ຽນແປງທີ່ຍິ່ງໃຫຍ່ໃນສັງຄົມ ບໍ່ໄດ້ເລີ່ມຕົ້ນຈາກສິ່ງທີ່ຍິ່ງໃຫຍ່ ແຕ່ເລີ່ມຈາກການກະທຳອັນລຽບງ່າຍໃນຊີວິດປະຈຳວັນ, ພຽງແຕ່ລົງມືຮັກສາຄວາມສະອາດໃນໜ້າເຮືອນຂອງແຕ່ລະຄອບຄົວ ແລະ ການມີສ່ວນຮ່ວມຂອງສັງຄົມ ກໍກາຍເປັນພະລັງສາມັກຄີ ທີ່ສ້າງຄວາມສວຍງາມ, ຄວາມເປັນລະບຽບຮຽບຮ້ອຍ ແລະ ສັງຄົມໜ້າຢູ່. ບໍ່ພຽງແຕ່ເປັນການປະຕິບັດຕາມແນວທາງ “6 ສໍ” ຂອງເທສະບານເທົ່ານັ້ນ, ແຕ່ຍັງສະທ້ອນໃຫ້ເຫັນເຖິງຈິດສຳນຶກ, ບົດບາດຂອງແມ່ຍິງ ແລະ ຄວາມຮັບຜິດຊອບຕໍ່ພື້ນທີ່ສ່ວນລວມຢ່າງໜ້າຊົມເຊີຍ.
ປະກາດບົ່ງຕົວແຕ່ງຕັ້ງ ເລຂາຄະນະພັກຮາກຖານສາຂາທະນາຄານເລຂາຫນ່ວຍພັກ ທຄຕລ ສາຂາເຊກອງ

ປະກາດບົ່ງຕົວແຕ່ງຕັ້ງ ເລຂາຄະນະພັກຮາກຖານສາຂາທະນາຄານເລຂາຫນ່ວຍພັກ ທຄຕລ ສາຂາເຊກອງ

ພິທີປະກາດບົ່ງຕົວແຕ່ງຕັ້ງ ເລຂາຄະນະພັກຮາກຖານສາຂາທະນາຄານແຂວງເຊກອງ, ເລຂາໜ່ວຍພັກ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ) ສາຂາແຂວງເຊກອງ ໄດ້ຈັດຂຶ້ນໃນວັນທີ 6 ຕຸລາ 2026 ທີ່ຫ້ອງປະຊຸມ ທຄຕລ ໂດຍມີສະຫາຍ ນາງ ສີສະຫງ່າ ແກ້ວດວງດີ ກຳມະການປະຈໍາພັກແຂວງ, ຮອງປະທານຄະນະກຳມະການປົກຄອງແຂວງເຊກອງ, ມີຄະນະພັກຮາກຖານສາຂາທະນາຄານ, ຄະນະໜ່ວຍພັກທະນາຄານທີ່ຂຶ້ນກັບ ພ້ອມດ້ວຍຂະແໜງການກ່ຽວຂ້ອງເຂົ້າຮ່ວມ
ຄໍາມ່ວນ ຮັບຮອງການສ້າງແຜນຍຸດທະສາດ ຫຼຸດຜ່ອນຄວາມສ່ຽງໄພພິບັດ ຮອດປີ 2035

ຄໍາມ່ວນ ຮັບຮອງການສ້າງແຜນຍຸດທະສາດ ຫຼຸດຜ່ອນຄວາມສ່ຽງໄພພິບັດ ຮອດປີ 2035

ກອງປະຊຸມ ປຶກສາຫາລື ເອກະພາບຂໍ້ມູນ ແລະ ຮັບຮອງການສ້າງແຜນຍຸດທະສາດ ຫຼຸດຜ່ອນຄວາມສ່ຽງໄພພິບັດ ຮອດປີ 2035 ແລະ ແຜນປະຕິບັດງານ 5 ປີ 2026-2030 ຂອງແຂວງຄໍາມ່ວນ ຄັ້ງທີ III ຈັດຂຶ້ນໃນວັນທີ 7 ຕຸລາ 2026 ໂດຍການເປັນປະທານຂອງທ່ານ ເດດສັກດາ ມະນີຄໍາ ຮອງປະທານຄະນະກຳມະການປົກຄອງແຂວງ, ປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ (ຄພຂ), ມີທ່ານ ແສງເພັດ ຄໍາສຸກຖາວົງ ຮັກສາການຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ຫົວໜ້າກອງເລຂາ ຄພຂ, ມີຄະນະກຳມະການ ແລະ ກອງເລຂາຂັ້ນແຂວງ, ຂັ້ນເມືອງເຂົ້າຮ່ວມ.
ຄະນະໂຄສະນາອົບຮົມ ແຂວງສາລະວັນ ປະດັບຫຼຽນກາລະນຶກ 50 ປີ ສປປ ລາວ

ຄະນະໂຄສະນາອົບຮົມ ແຂວງສາລະວັນ ປະດັບຫຼຽນກາລະນຶກ 50 ປີ ສປປ ລາວ

ຄະນະໂຄສະນາອົບຮົມ ແຂວງສາລະວັນ ໄດ້ຈັດພິທີປະດັບຫຼຽນກາລະນຶກ 50 ປີ ວັນສະຖາປານາ ສປປ ລາວ, ໃນວັນທີ 6 ຕຸລາຜ່ານມາ, ທີ່ ແຂວງສາລະວັນ ໂດຍການເປັນປະທານຂອງ ທ່ານ ມະໄລວອນ ສີປະເສີດ ກໍາມະການພັກແຂວງຫົວໜ້າຄະນະໂຄສະນາອົບຮົມແຂວງ,ມີຮອງຫົວໜ້າຄະນະຄະນະໂຄສະນາອົບຮົມແຂວງ,ພະນັກງານບໍານານແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມ.
ຫຼວງພະບາງ ກຳນົດທິດທາງພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກ

ຫຼວງພະບາງ ກຳນົດທິດທາງພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກ

ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມເຜີຍແຜ່ເອກະສານວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກ ໄລຍະ 2027-2030, ໃນ​ວັນ​ທີ 7 ຕຸ​ລາ​ນີ້ ທີ່​ແຂວງຫຼວງ​ພະ​ບາງໂດຍເປັນປະທານ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ປະທານຄະນະກໍາມະການປົກຄອງແຂວງ, ມີຄະນະນຳແຂວງ, ບັນດາເມືອງ-ນະຄອນ ຫຼວງພະບາງ ແລະພະແນກການອ້ອມຂ້າງແຂວງ ເຂົ້າຮ່ວມ.
ພິທີປະດັບຫຼຽນໄຊພິລະອາດຫານ ໃຫ້ສູນເສຍອົງຄະ 392

ພິທີປະດັບຫຼຽນໄຊພິລະອາດຫານ ໃຫ້ສູນເສຍອົງຄະ 392

ພິທີປະດັບຫຼຽນໄຊພິລະອາດຫານຊັ້ນ II ໃຫ້ສູນເສຍອົງຄະ 392 ທີ່ຂຶ້ນກອງບັນຊາການທະຫານເເຂວງອັດຕະປື, ເນື່ອງໃນໂອກາດ ວັນເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ ຄົບຮອບ 80 ປີ ( 21 ມີນາ 1946 - 21 ມີນາ 2026) ໄດ້ຈັດຂຶ້ນໃນວັນທີ 5 ຕຸລາ 2026, ໂດຍການເປັນປະ ທານຂອງສະຫາຍ ພົນຈັດຕະວາ ແກ້ວສຸວັນ ຜາງພິລາວົງ, ກຳມະການຄະນະພັກກະຊວງ, ຫົວໜ້າກົມໂຄ ສະນາອົບຮົມ, ກົມໃຫຍ່ການເມືອງກອງທັບ, ມີສະຫາຍ ພົນຈັດຕະວາ ສີສົມໃຈ ມະໂນລາ, ຄະນະປະຈຳພັກແຂວງ, ເລຂາຄະນະພັກ, ຫົວໜ້າການເມືອງ ກອງບັນຊາການທະຫານເເຂວງອັດຕະປື, ມີຄະນະກົມໂຄສະນາ, ຄະນະພັກ-ຄະນະບັນຊາ 6 ຫ້ອງກອງບັນຊາການ, ຕະຫຼອດຮອດພະນັກງານສູນເສຍອົງຄະ 392 ເຂົ້າຮ່ວມ.
ດ່ານສາກົນຂົວມິດຕະພາບ 3 ເກັບ​ລາຍ​ຮັບ​ບັນ​ລຸ 1 ພັນ​ຕື້ກວ່າ​ກີບ

ດ່ານສາກົນຂົວມິດຕະພາບ 3 ເກັບ​ລາຍ​ຮັບ​ບັນ​ລຸ 1 ພັນ​ຕື້ກວ່າ​ກີບ

ທ່ານ ໝັ້ນຍືນ ຄິນສະໝອນ ຮອງປະທານຄະນະກໍາມະການປົກຄອງແຂວງຄໍາມ່ວນ (ຜູ້ຊີ້ນໍາວຽກງານເສດຖະກິດ) ພ້ອມ​ຄະ​ນະໄດ້ເຄື່ອນໄຫວຢ້ຽມ​ຢາມ, ໂອ້ລົມ ແລະ ໃຫ້ທິດຊີ້ນໍາດ່ານສາ​ກົນ​ຂົວ​ມິດ​ຕະ​ພາບ 3, ເມື່ອ​ວັນ​ທີ 2 ຕຸ​ລາ​ຜ່ານ​ມາ, ໂດຍ​ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ຄໍາມ່ວນ ຫາລື ແລະ ນໍາສະເໜີວຽກງານດ້ານປະກັນສັງຄົມ

ຄໍາມ່ວນ ຫາລື ແລະ ນໍາສະເໜີວຽກງານດ້ານປະກັນສັງຄົມ

ວັນທີ 6 ຕຸລາ 2026ທີ່ ພະແນກສາທາລະນະສຸກແຂວງຄໍາມ່ວນໄດ້ຈັດກອງປະຊຸມ ຫາລືແລກປ່ຽນຂໍ້ມູນ ແລະ ນໍາສະເໜີວຽກງານທີ່ກ່ຽວຂ້ອງກັບຂະແໜງການປະກັນສັງຄົມ ແລະ ການໃຫ້ບໍລິການສາທາລະນະສຸກ, ໂດຍມີທ່ານ ນາງ ບົວຫອມ ພົມມະຈັນ ຮັກສາການຫົວໜ້າອົງການປະກັນສັງຄົມແຫ່ງຊາດ, ທ່ານ ແກ່ນຈັນ ທອງສະຫວັດ ຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ ແລະ ທ່ານ ແສງເພັດ ຄໍາສຸກຖາວົງ ຮັກສາການຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງຄໍາມ່ວນ, ພ້ອມດ້ວຍບັນດາຂະແໜງການ, ພະນັກງານວິຊາການທີ່ກ່ຽວຂ້ອງຂັ້ນແຂວງເຂົ້າຮ່ວມ.
ເພີ່ມເຕີມ