ຍົກເວັ້ນພາສີ-ອາກອນຫຼາຍຢ່າງ ໃນນະໂຍບາຍດ້ານພະລັງງານ ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ເພື່ອສົ່ງເສີມການລ້ຽງສັດ ແລະ ສັດນໍ້າ 

ຍົກເວັ້ນພາສີ-ອາກອນຫຼາຍຢ່າງ ໃນນະໂຍບາຍດ້ານພະລັງງານ ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ເພື່ອສົ່ງເສີມການລ້ຽງສັດ ແລະ ສັດນໍ້າ 
ໂດຍ: ສ.ບຸດປະຊາ
    ນີ້ແມ່ນອີກໜຶ່ງນະໂຍບາຍ ຊຶ່ງເປັນນະໂຍບາຍຂໍ້ທີ 2 ຂອງ 8 ຂໍ້ໃນນະໂຍບາຍແຫ່ງຊາດ ວ່າດ້ວຍການສົ່ງເສີ່ມການລ້ຽງສັດ ແລະ ສັດນໍ້າ ໂດຍລັດຖະບານ ເຫັນໄດ້ເຖິງຄວາມສຳຄັນ ແລະ ຈໍາເປັນຕໍ່ການນໍາໃຊ້ພະລັງງານໄຟຟ້າ, ບັນດາເຄື່ອງອຸປະກອນເຕັກໂນໂລຊີ ເຂົ້າໃນຂະບວນການລ້ຽງສັດ ແລະ ສັດນໍ້າ ເພື່ອເພີ່ມພູນຜົນຜະລິດດ້ານສັດລ້ຽງ ແລະ ສັດນໍ້າ ເພື່ອເປັນສິນຄ້າ; ພ້ອມນີ້, ກໍຍັງຄໍານຶງເຖິງການອຳນວຍໃຫ້ແກ່ການສ້າງລະບົບບໍາບັດສິ່ງເສດເຫຼືອ ຫຼື ມົນລະພິດ ທີ່ເກີດຈາກການລ້ຽງສັດ ແລະ ສັດນໍ້າ.
    ໄລຍະຜ່ານມາ, ຜູ້ປະກອບການຟາມລ້ຽງສັດ ທີ່ນໍາໃຊ້ເຕັກໂນໂລຊີທີ່ທັນສະໄໝ ມີຄວາມຈໍາເປັນໃຊ້ໄຟຟ້າສູງຂຶ້ນ ແຕ່ໄດ້ແບກຫາບການຈ່າຍຄ່າກະແສໄຟຟ້າສູງ ຊຶ່ງໄດ້ກະທົບຕໍ່ລາຄາຕົ້ນທຶນການຜະລິດໃຫ້ສູງຂຶ້ນ ແລະ ນໍາໄປສູ່ການເຮັດໃຫ້ລາຄາເບື້ອງຜູ້ບໍລິໂພກ ກໍສູງໄປນໍາ; ອັດຕາການຈ່າຍຄ່າກະແສໄຟຟ້າຂອງຜູ້ປະກອບການຊະນິດດຽວກັນ ກໍຍັງບໍ່ທັນເປັນເອກະພາບ. ຂະນະດຽວກັນ, ການນໍາໃຊ້ອຸປະກອນເຕັກໂນໂລຊີ ເຂົ້າໃນຂະບວນການລ້ຽງສັດ ກໍນັບມື້ມີຄວາມຈໍາເປັນຍິ່ງຂຶ້ນ ເພື່ອເຮັດໃຫ້ສັດທີ່ລ້ຽງເປັນສິນຄ້າ ໄດ້ມີຄຸນນະພາບສູງຂຶ້ນ ໄດ້ຕາມມາດຕະຖານທີ່ກຳນົດ ເປັນຕົ້ນແມ່ນຕາມມາດຕະຖານຂອງ ຄູ່ຄ້າ, ປະເທດທີ່ຮັບຊື້ສັດ ແລະ ຜະລິດຕະພັນສັດ ກໍຄືໃຫ້ໄດ້ຕາມມາດຕະຖານສາກົນ ທີ່ຄູ່ຄ້າຍອມຮັບ. ພ້ອມດ້ວຍກັນ, ການລ້ຽງສັດ ແລະ ສັດນໍ້າ ກໍສິ່ງເສດເຫຼືອ ຫຼື ມົນລະພິດທີ່ເກີດຂຶ້ນ ຊຶ່ງຈໍາເປັນຕ້ອງໄດ້ຮັບການບໍາບັດ ເພື່ອຮັກສາສິ່ງແວດລ້ອມ, ກິ່ນເໝັນທີ່ອາດເກີດຂຶ້ນ ແລະ ສົ່ງຜົນກະທົບຕໍ່ພື້ນທີ່ອ້ອມຂ້າງ.
    ສະນັ້ນ, ລັດຖະບານ ຈຶ່ງໄດ້ມີນະໂຍບາຍດ້ານພະລັງງານ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ທີ່ກ່ຽວຂ້ອງກັບການລ້ຽງສັດ ແລະ ສັດນໍ້າ ໂດຍໃຫ້ນະໂຍບາຍຫຼຸດຜ່ອນຄ່າກະແສໄຟຟ້າ ໃຫ້ເທົ່າກັບຄ່າກະແສໄຟຟ້າຊົນລະປະທານ ສໍາລັບໂຮງງານຜະລິດອາຫານສັດ, ໂຮງງານຢາສໍາລັບສັດ, ໂຮງຂ້າສັດ, ໂຮງງານປຸງແຕ່ງຜະລິດຕະພັນສັດ, ຟາມລ້ຽງສັດ ແລະ ສັດນໍ້າ ທີ່ໄດ້ຮັບມາດຕະຖານ ຟາມລ້ຽງສັດທີ່ດີ ໂດຍໄດ້ຮັບການຮັບຮອງຈາກກົມລ້ຽງສັດ ແລະ ການປະມົງ ກະຊວງກະສິກຳ ແລະ ປ່າໄມ້; ຍົກເວັ້ນພາສີ-ອາກອນ ນໍາເຂົ້າ ສໍາລັບພາຫານະ, ອຸປະກອນຜະລິດພະລັງງານທົດແທນ ແລະ ແກັສຊີວະພາບ ທີ່ນໍາໃຊ້ເຂົ້າໃນການລ້ຽງສັດ ແລະ ສັດນໍ້າ ໃນ ສປປ ລາວ; ຍົກເວັ້ນພາສີ-ອາກອນນໍາເຂົ້າ ສໍາລັບອຸປະກອນເຕັກໂນໂລຊີ ທີ່ທັນສະໄໝ ທີ່ນໍາໃຊ້ເຂົ້າໃນການ ລ້ຽງສັດ ແລະ ສັດນໍ້າ ໃນ ສປປ ລາວ; ຍົກເວັ້ນພາສີ-ອາກອນ ນໍາເຂົ້າ ວັດຖຸອຸປະກອນ ທີ່ນໍາໃຊ້ເຂົ້າໃນການສ້າງລະບົບບໍາບັດສິ່ງເສດເຫຼືອ ຫຼື ມົນລະພິດ ທີ່ເກີດຈາກການລ້ຽງສັດ ແລະ ສັດນໍ້າ ໃນ ສປປ ລາວ.
    ສັງລວມແລ້ວ, ນະໂຍບາຍດ້ານພະລັງງານ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ມີຄວາມໝາຍສຳຄັນ ຊຶ່ງຈະຊ່ວຍສ້າງເງື່ອນໄຂ ໃຫ້ຜູ້ປະກອບການຟາມລ້ຽງສັດ, ຜູ້ຜະລິດ ແລະ ສະໜອງປັດໄຈການຜະລິດ ມີການນໍາໃຊ້ພະລັງງານຢ່າງພຽງພໍ ເພື່ອພັດທະນາກິດຈະການ ດ້ວຍລາຄາໄຟຟ້າ ທີ່ສົມເຫດສົມຜົນ, ສາມາດນໍາເຂົ້າອຸປະກອນເຕັກໂນໂລຊີ ທີ່ໃຊ້ໃນຂະບວນການລ້ຽງສັດ ແລະ ສັດນໍ້າ ແລະ ການບໍາບັດສິ່ງເສດເຫຼືອ ຈາກການລ້ຽງສັດ ແລະ ສັດນໍ້າ ຊຶ່ງທັງໝົດນີ້ກໍເພື່ອຫຼຸດຕົ້ນທຶນການຜະລິດ ແລະ ຫຼຸດຜ່ອນການແບກຫາບຂອງຜູ້ບໍລິໂພກ.

ຄໍາເຫັນ

ຂ່າວເສດຖະກິດ

ການພັດທະນາ ເສດຖະກິດ ເມືອງໄຊທານີ ຂະຫຍາຍຕົວຢ່າງຕໍ່ເນື່ອງ

ການພັດທະນາ ເສດຖະກິດ ເມືອງໄຊທານີ ຂະຫຍາຍຕົວຢ່າງຕໍ່ເນື່ອງ

ໄລຍະ 6 ເດືອນຕົ້ນປີນີ້, ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງໄຊທານີ ນະຄອນ ຫຼວງວຽງຈັນໂດຍລວມດ້ານເສດຖະກິດ ຍັງສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ, ສາມາດຄໍ້າປະກັນດ້ານສະບຽງອາຫານ, ການຜະລິດເຄື່ອງອຸປະໂພກ ບໍລິໂພກພາຍໃນເມືອງໄດ້ມີບາດກ້າວໃໝ່.
ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຢ່າງຕໍ່ເນື່ອງ ໄລຍະທ້າຍປີແມ່ນລື່ນແຜນການ

ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຢ່າງຕໍ່ເນື່ອງ ໄລຍະທ້າຍປີແມ່ນລື່ນແຜນການ

ແຂວງຄໍາມ່ວນ ໄດ້ສຸມໃສ່ທຸກຄວາມພະຍາຍາມ ໃນການປຸກລະດົມທຸກກຳລັງແຮງ ທຸກພາກສ່ວນເສດຖະກິດ-ສັງຄົມ ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX (2021-2025) ຂອງແຂວງ ໄປຕາມຍຸດທະສາດການພັດທະນາ ທີ່ກຳນົດໄວ້ “ເປັນແຫຼ່ງຜະລິດສະບຽງອາຫານ, ເປັນຖານພັດທະນາອຸດສາຫະກຳ, ການບໍລິການ ແລະ ການທ່ອງທ່ຽວ” ເພື່ອບັນລຸບັນດາຄາດໝາຍຕ່າງໆ; ໃນນີ້, ສະເພາະດ້ານເສດຖະກິດ ແມ່ນໄດ້ມີການເຕີບໂຕຢ່າງຕໍ່ເນື່ອງ, ມີຄຸນນະພາບ ແລະ ຍືນຍົງ.
5 ປີ ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຕໍ່ເນື່ອງ ແລະ ຍືນຍົງ

5 ປີ ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຕໍ່ເນື່ອງ ແລະ ຍືນຍົງ

ໄລຍະ 5 ປີຜ່ານມາເສດຖະກິດ ແຂວງຄໍາມ່ວນ ໄດ້ສືບຕໍ່ຂະຫຍາຍຕົວຕໍ່ເນື່ອງໃນລະດັບ 6.2%, ລວມຍອດຜະລິດຕະພັນພາຍໃນປີ 2025 ບັນລຸໄດ້ 26,772 ຕື້ກີບ, ລາຍຮັບສະເລ່ຍຕໍ່ຫົວຄົນບັນລຸໄດ້ 58.1 ລ້ານກີບ ຫຼື 2,701 ໂດລາສະຫະລັດ/ຄົນ/ປີ; ການລະດົມທຶນທົ່ວສັງຄົມເຂົ້າໃສ່ການພັດທະນາໄດ້ 1,245 ໂຄງການ, ມູນຄ່າ 19,026 ຕື້ກີບ, ລື່ນແຜນການ 13% (ພົ້ນເດັ່ນແມ່ນການດຶງດູດລົງທຶນຈາກ ສປ ຈີນ ມາລົງທຶນ ໃນຂະແໜງອຸດສາຫະກຳຕ່ອງໂສ້ ເກືອໂປຕາສ ມີ 24 ບໍລິສັດ ມູນຄ່າການລົງທຶນ 1,205 ລ້ານໂດລາສະຫະລັດ), ແຂວງສາມາດແກ້ໄຂໜີ້ສິນໄດ້ທັງໝົດ 1,079 ຕື້ກີບ, ສາມາດປິດບັນຊີໜີ້ສິນໄດ້ 159 ໂຄງ.
ດັກຈຶງ ສຸມໃສ່ຜັນຂະຫຍາຍມະຕິຄຳສັ່ງຂອງພັກ ເຮັດໃຫ້ເສດຖະກິດທົ່ວເມືອງ ຂະຫຍາຍຕົວ

ດັກຈຶງ ສຸມໃສ່ຜັນຂະຫຍາຍມະຕິຄຳສັ່ງຂອງພັກ ເຮັດໃຫ້ເສດຖະກິດທົ່ວເມືອງ ຂະຫຍາຍຕົວ

ຕະຫຼອດໄລຍະຜ່ານມາ ອົງຄະນະພັກເມືອງດັກຈຶງ ແຂວງເຊກອງ ໄດ້ຖືສໍາຄັນການຈັດຕັ້ງຜັນຂະຫຍາຍມະຕິຂອງພັກ ບັນດານິຕິກຳ ແລະ ມູນເຊື້ອວັນສຳຄັນຂອງຊາດ ແລະ ສາກົນ ເຮັດໃຫ້ພະນັກງານມີຄວາມໜັກແໜ້ນທາງດ້ານການເມືອງ ມີຄຸນສົມບັດສິນທຳປະຕິວັດ ມີຄວາມເປັນເອກະພາບ ເຊື່ອໝັນຕໍ່ການຊີນຳໆພາຂອງພັກ ເປັນເຈົ້າການປະຕິບັດໜ້າທີ່ ແລະ ເຮັດສຳເລັດການມອບໝາຍ ຊຶ່ງເຮັດໃຫ້ເສດຖະກິດຂອງເມືອງມີການຂະຫຍາຍຕົວດີ.
ເສດຖະກິດ-ເງິນຕາ ຂອງລາວ ມີທ່າອ່ຽງດີຂຶ້ນ.

ເສດຖະກິດ-ເງິນຕາ ຂອງລາວ ມີທ່າອ່ຽງດີຂຶ້ນ.

ຕາມແຫຼ່ງຂ່າວຈາກເພຈ໌ທາງການ ຂອງທະນາຄານແຫ່ງ ສປປ ລາວໃຫ້ຮູ້ວ່າ: ໃນກາງເດືອນສິງຫາຜ່ານມານີ້, ໄດ້ມີກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຄັ້ງທີ III ປະຈຳ ປີ 2025 ໂດຍກອງປະຊຸມຄັ້ງນີ້ ໄດ້ຊີ້ໃຫ້ເຫັນຫຼາຍບັນຫາທີ່ມີຜົນຄືບໜ້າດີ ເປັນຕົ້ນ: ສະພາບອັດຕາເງິນເຟີ້ ມີຈັງຫວະຫຼຸດລົງຢ່າງຈະແຈ້ງ ໂດຍສະເພາະເດືອນກໍລະກົດ 2025 ເງິນເຟີ້ຢູ່ໃນລະດັບ 5.30% ຫຼຸດລົງຈາກ 8.3% ໃນເດືອນພຶດສະພາ ແລະ ພາຍໃນເດືອນສິງຫານີ້ ໄດ້ຫຼຸດລົງມາຢູ່ທີ່ 5.0%. ບັນຫານີ້, ໄດ້ບົ່ງບອກໃຫ້ຮູ້ເຖິງສະ ພາບເສດຖະກິດ-ການເງິນ, ເງິນຕາ ຂອງ ສປປ ລາວ ເລີ່ມມີສັນຍານບວກ.
ແຜນພັດທະນາເສດຖະກິດ - ສັງຄົມ 5 ປີ ຄັ້ງທີ VI ຂອງແຂວງບໍລິຄຳໄຊ (2026-2030)

ແຜນພັດທະນາເສດຖະກິດ - ສັງຄົມ 5 ປີ ຄັ້ງທີ VI ຂອງແຂວງບໍລິຄຳໄຊ (2026-2030)

ທ່ານ ຄຳແຫວນ ປັນຍານຸວົງ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງບໍລິຄຳໄຊ ໄດ້ຂຶ້ນຜ່ານແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຕໍ່ກອງປະຊຸມໃຫຍ່ອົງຄະນະພັກແຂວງບໍລິຄຳໄຊ ຄັ້ງທີ VIII ໃນວັນທີ 25 ສິງຫານີ້ວ່າ: ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ V (2021-2025). ໃນຕະຫຼອດໄລຍະເວລາ 5 ປີທີ່ຜ່ານມາ ແຂວງພວກເຮົາແມ່ນມີຜົນສໍາເລັດ ແລະ ພົ້ນເດັ່ນຫຼາຍດ້ານ ຊຶ່ງສະແດງອອກໃນການຈັດຕັ້ງປະຕິບັດ 6 ເປົ້າໝາຍ ແລະ 21 ວຽກຈຸດ ດັ່ງນີ້:
7 ເດືອນຕົ້ນປີ ຫຼວງພະບາງສຸມໃສ່ການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ

7 ເດືອນຕົ້ນປີ ຫຼວງພະບາງສຸມໃສ່ການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ

ໃນວັນທີ 15 ສິງຫານີ້ ທີ່ຫ້ອງປະຊຸມ ຫ້ອງວ່າການແຂວງຫຼວງພະບາງ ໄດ້ຈັດປະຊຸມສະຫຼຸບ ການຈັດຕັ້ງປະຕິບັດວຽກງານ ຂອງຄະນະສະເພາະກິດການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດຂັ້ນແຂວງ ໃນໄລຍະ 7 ເດືອນຕົ້ນ ແລະ ກຳນົດທິດທາງ ແຜນການໃນ 5 ເດືອນທ້າຍປີ 2025 ໂດຍເປັນປະທານຂອງ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຮອງເຈົ້າແຂວງຫຼວງພະບາງ ຫົວໜ້າຄະນະສະເພາະກິດຂັ້ນແຂວງ.
6 ເດືອນຕົ້ນປີ ເສດຖະກິດເມືອງລະມາມ ຂະຫຍາຍຕົວໃນລະດັບ 5.95%

6 ເດືອນຕົ້ນປີ ເສດຖະກິດເມືອງລະມາມ ຂະຫຍາຍຕົວໃນລະດັບ 5.95%

ໄລຍະ 6 ເດືອນຕົ້ນປີ 2025 ນີ້, ເມືອງລະມາມ ແຂວງເຊກອງ ໄດ້ເອົາໃຈໃສ່ຂຸດຄົ້ນທ່າແຮງບົ່ມຊ້ອນພາຍໃນເມືອງ ເຂົ້າໃນການພັດທະນາພື້ນຖານໂຄງລ່າງ, ສ້າງສິ່ງອໍານວຍຄວາມສະດວກ, ຊຸກຍູ້ສົ່ງເສີມການບໍລິການ ແລະ ການຜະລິດກະສິກໍາທີ່ເປັນທ່າແຮງ, ເຮັດໃຫ້ເສດຖະກິດ ຂອງເມືອງຂະຫຍາຍຕົວໃນລະດັບ 5.59% ລວມຍອດຜະລິດຕະພັນພາຍໃນ ຫຼື (GDP) ບັນລຸໄດ້ 1,029.64 ຕື້ກີບ, ສະເລ່ຍໃສ່ພົນລະເມືອງ 23.28 ລ້ານກີບ/ຄົນ.
ປີ 2025 ເສດຖະກິດ ນວ ຂະຫຍາຍຕົວໃນລະດັບ 6.6%

ປີ 2025 ເສດຖະກິດ ນວ ຂະຫຍາຍຕົວໃນລະດັບ 6.6%

ຄາດຄະເນວ່າ ໃນປີ 2025 ເສດຖະກິດ ນະຄອນຫຼວງວຽງຈັນ (ນວ) ຈະຂະຫຍາຍຕົວໃນລະດັບ 6.6% (ລື່ນມະຕິສະພາ 0.1%), ໂດຍປັດໄຈຕົ້ນຕໍທີ່ຈະເຮັດໃຫ້ GDP ຂະຫຍາຍຕົວລື່ນແຜນການ ແມ່ນມາຈາກຂະແໜງອຸດສາຫະກໍາຂະຫຍາຍຕົວ 8.1%, ກວມເອົາ 49%
ສຳເລັດຊຸດອົບຮົມວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ

ສຳເລັດຊຸດອົບຮົມວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ

ກະຊວງ ຍຸຕິທຳ ໄດ້ຊຸດອົບຮົມ ວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດໄດ້ດຳເນີນໃນລະຫວ່າງວັນທີ23-27 ມິຖຸນາ 2025 ຢູ່ໂມສອນຂອງແຂວງ ບໍລິຄຳໄຊ, ມີສຳມະນາກອນຈາກສະພາທະນາຍຄວາມນະຄອນຫຼວງວຽງຈັນ,ແຂວງ ບໍລິຄຳໄຊ,ຕາງໜ້າພະແນກການຈາກຂົງເຂດເສດຖະກິດ,ສະພາອຸດສາຫະກຳການຄ້າແຂວງເຂົ້າຮ່ວມ. ມາໃນຕອນເຊົ້າຂອງວັນທີ 27 ມີຖຸນາໄດ້ ສຳເລັດລົງຢ່າງຈົບງາມ, ເປັນກຽດເຂົ້າຮ່ວມ ແລະ ກ່າວມອບໃບຢັ້ງຢືນ ຂອງທ່ານ ນາງ ວັນນາ ປະເສີດກຸນ ຫົວໜ້າພະແນກ ຍຸຕິທຳແຂວງ ບໍລິຄຳໄຊ.
ເພີ່ມເຕີມ