ຍ້ອນ​ຫຍັງ “ຄວາມ​ສາ​ມາດ​ດ້ານ​ການ​ປະ​ດິດ​ສ້າງ​ໃໝ່” ຂອງ​ຈີນ​ຈິ່ງບັນ​ລຸ​ການ​ພັດ​ທະ​ນາ​ແບບກ້າວ​ກະ​ໂດດ​ຂັ້ນ?

ຍ້ອນ​ຫຍັງ “ຄວາມ​ສາ​ມາດ​ດ້ານ​ການ​ປະ​ດິດ​ສ້າງ​ໃໝ່” ຂອງ​ຈີນ​ຈິ່ງບັນ​ລຸ​ການ​ພັດ​ທະ​ນາ​ແບບກ້າວ​ກະ​ໂດດ​ຂັ້ນ?

ຍ້ອນ​ຫຍັງ “ຄວາມ​ສາ​ມາດ​ດ້ານ​ການ​ປະ​ດິດ​ສ້າງ​ໃໝ່” ຂອງ​ຈີນ​ຈິ່ງບັນ​ລຸ​ການ​ພັດ​ທະ​ນາ​ແບບກ້າວ​ກະ​ໂດດ​ຂັ້ນ?
​ໃນແຕ່​ລະ 53 ວິ​ນາ​ທີ, ຈະ​ມີ​ລົດ​ໃຊ້​ພະ​ລັງ​ງານ​ໃໝ່​​ໜຶ່ງຄັນ​ຜະ​ລິດ​ອອກ​ມາ, ສະ​ເລ່ຍ​ແລ້ວ, ມື້​ໜຶ່ງ​ຈະ​ມີສິດ​ທິ​ບັດ​ດ້ານ​ປະ​ດິດ​ສ້າງຫຼາຍ​ພັນ​ອັນ​ເກີດ​ຂຶ້ນ​ຢູ່​ຈີນ… “ໂຕ​ເລກ​ດັດ​​ຊະ​ນີ​ການ​ປະ​ດິດ​ສ້າງ​ໃໝ່​ທົ່ວ​ໂລກ​ປີ 2025” ທີ່​ອົງ​ການ​ຊັບ​ສິນ​ທາງ​ປັນ​ຍາ​ໂລກ​ເປີດ​ເຜີຍ​ຫວ່າງ​ມໍ່ໆ​ມາ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ: ຈີນ​ໄດ້​ເຂົ້າ​ເປັນ​ໜຶ່ງ​ໃນ 10 ກຸ່ມ​ເສດ​ຖະ​ກິດ​ທີ່​ມີ​ກຳ​ລັງ​ດ້ານ​ການ​ປະ​ດິດ​ສ້າງ​ໃໝ່​ທົ່ວ​ໂລກ​ເປັນ​ຄັ້​ງ​ທຳ​ອິດ ແລະເປັນ​ອັນ​ດັບ​ທີ 1 ຂອງ​ໂລກ​ເປັນ​ເວ​ລາ 3 ປີ​ຕິດ​ຕໍ່​ກັນດ້ວຍ​ຈຳ​ນວນ​ກຸ່ມ​ການ​ປະ​ດິດ​ສ້າງ​ໃໝ່ 24 ກຸ່ມ. ຂ່າວ​ສານ​​ຣອຍ​ເຕີ​ຂອງ​ອັງ​ກິດ​ລາຍ​ງານ​ວ່າ: ນີ້​ມີ​ສ່ວນ​ກ່ຽວ​ຂ້ອງ​ໂດຍ​ກົງ​ກັບ​ວິ​ສາ​ຫະ​ກິດ​ຈີນ​ທີ່ໄດ້​ລົງ​ທຶນ​ຂະ​ໜາດ​ໃຫຍ່​ເຂົ້າ​ໃນ​ການ​ຄົ້ນ​ຄວ້າ​ພັດ​ທະ​ນາ.
ຍອນ​ຫຍງ “ຄວາມ​ສາ​ມາດ​ດານ​ການ​ປະ​ດດ​ສາງ​ໃໝ” ຂອງ​ຈນ​ຈງບນ​ລ​ການ​ພດ​ທະ​ນາ​ແບບກາວ​ກະ​ໂດດ​ຂນ? - image 1
 

 

ໃນຊຸມປີມໍ່ໆມານີ້, ຈາກສະຖານີອະວະກາດ “ທ່ຽນກຸ່ງ” ຂອງຈີນໄດ້ປະຕິບັດງານແບບປົກກະຕິເຖິງໂຮງໄຟຟ້ານິວເຄລຍລຸ່ນທີ 4 ແຫ່ງທຳອິດຂອງໂລກໄດ້ເປີດນຳໃຊ້; ຈາກການຄິດໄລ່ກວານຕຳເຖິງຮູບຈຳລອງປັນຍາປະດິດຫຼື AIຂະໜາດໃຫຍ່. ໃນຊຸມປີຜ່ານມາ, ຈີນໄດ້ລົງເລິກປະຕິບັດຍຸດທະສາດການພັດທະນາທີ່ຂັບເຄື່ອນດ້ວຍການປະດິດສ້າງໃໝ່, ໄດ້ລົງເລິກການປະຕິຮູບຢ່າງຮອບດ້ານຕື່ມອີກ, ໄດ້ສຸມກຳລັງເຂົ້າໃນການພັດທະນາເສດຖະກິດ, ວິທະຍາສາດເຕັກໂນໂລຊີແລະບຸກຄະລາກອນມີຄວາມຮູ້ຄວາມສາມາດ ຊຶ່ງໄດ້ກາຍເປັນສິ່ງຄ້ຳປະກັນດ້ານລະບຽບການທີ່ເປັນລະບົບໃຫ້ແກ່ການປະດິດສ້າງໃໝ່ດ້ານວິທະຍາສາດເຕັກໂນໂລຊີ. ປີ 2024, ການລົງທຶນດ້ານການຄົ້ນຄວ້າພັດທະນາໃນທົ່ວສັງຄົມຈີນໄດ້ເຕີບໂຕ 48% ເມື່ອທຽບໃສ່ປີ 2020, ຄວາມເຂັ້ມແຂງດ້ານການຄົ້ນຄວ້າພັດທະນາໄດ້ບັນລຸເຖິງ 2.68% ຊຶ່ງສູງກວ່າລະດັບສະເລ່ຍຂອງປະເທດສະມາຊິກສະຫະພາບເອີຣົບແລະຈຳນວນນັກຄົ້ນຄວ້າຂອງຈີນໄດ້ເປັນອັນດັບໜຶ່ງຂອງໂລກ. ທັງໝົດນີ້ໄດ້ເປັນພະລັງຂັບເຄື່ອນສຳຄັນໃຫ້ແກ່ການປະດິດສ້າງໃໝ່ດ້ານວິທະຍາສາດເຕັກໂນໂລຊີຢ່າງບໍ່ຂາດສາຍ.

“ຄວາມສາມາດດ້ານການປະດິດສ້າງໃໝ່” ຂອງຈີນໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ, ບໍ່ພຽງແຕ່ເຮັດໃຫ້ເສດຖະກິດຈີນມີຄວາມໜຽວແໜ້ນແລະຄວາມມີຊີວິດຊີວາຫຼາຍຂຶ້ນເທົ່ານັ້ນ, ຫາກຍັງໄດ້ຊຸກຍູ້ການຫັນປ່ຽນຮູບແບບການພັດທະນາຂອງບັນດາປະເທດ ແລະເປີດພື້ນທີ່ໃໝ່ໃຫ້ແກ່ການພັດທະນາເສດຖະກິດໂລກອີກດ້ວຍ. ຢູ່ຊາອຸດິດ ອາຣັບບີ, ບໍລິສັດທີ່ກ່ຽວຂ້ອງໄດ້ນຳໃຊ້ຮູບຈຳລອງປັນຍາປະດິດຂະໜາດໃຫຍ່ຂອງຈີນເພື່ອຍົກປະສິດທິພາບການດຳເນີນງານຂອງຕົນໃຫ້ສູງຂຶ້ນ; ຢູ່ມາເລເຊຍ, ເຕັກໂນໂລຊີການຈ່າຍເງິນເຄື່ອນທີ່ໄດ້ຊຸກຍູ້ການພັດທະນາຂະແໜງການທ່ອງທ່ຽວຂອງທ້ອງຖິ່ນ; ຢູ່ຫຼາຍປະເທດໃນທະວີບອາຟຣິກາ, ເຕັກໂນໂລຊີເຮືອບິນບໍ່ມີຄົນຂັບຫຼື ໂດຣນຂອງຈີນໄດ້ຊ່ວຍຊຸກຍູ້ການພັດທະນາກະສິກຳອັດສະລິຍະຂອງທ້ອງຖິ່ນ… ນັກວິເຄາະເຫັນວ່າ: ຈີນພັດທະນາກຳລັງການຜະລິດດ້ວຍຄຸນນະພາບໃໝ່ “ມີຄວາມໝາຍສຳຄັນຕໍ່ການຊຸກຍູ້ການພັດທະນາເສດຖະກິດໂລກແບບຍືນຍົງ”.

ຍອນ​ຫຍງ “ຄວາມ​ສາ​ມາດ​ດານ​ການ​ປະ​ດດ​ສາງ​ໃໝ” ຂອງ​ຈນ​ຈງບນ​ລ​ການ​ພດ​ທະ​ນາ​ແບບກາວ​ກະ​ໂດດ​ຂນ? - image 2
 

ໃນງານວາງສະແດງການຄ້າການບໍລິການສາກົນຈີນປີ 2025 ທີ່ຫາກໍສິ້ນສຸດລົງຫວ່າງມໍ່ໆມານີ້, “ການຂັບເຄື່ອນການພັດທະນາດ້ວຍດີຈີຕອນແລະອັດສະລິຍະ” ໄດ້ກາຍເປັນຄຳສັບພົ້ນເດັ່ນ; ໃນຫໍວາງສະແດງປັນຍາປະດິດທີ່ຕັ້ງຂຶ້ນໃໝ່ເປັນຄັ້ງທຳອິດໃນງານວາງສະແດງສິນຄ້າຈີນ-ອາຊຽນຄັ້ງທີ 22 ທີ່ພວມຈັດຂຶ້ນຢູ່ນະຄອນໜານໜິງຂອງຈີນໄດ້ວາງສະແດງຫຸ່ນຍົນອັດສະລິຍະແລະແຜນການແກ້ໄຂດ້ານ AI ທີ່ທັນສະໄໝທີ່ສຸດ; ສ່ວນງານວາງສະແດງເສດຖະກີດດີຈີຕອນສາກົນຈີນປີ 2025 ທີ່ຈະຈັດຂຶ້ນໃນເດືອນໜ້ານີ້ ຈະໂຮມສູນວາງສະແດງໝາກຜົນຫຼ້າສຸດໃນຂົງເຂດເສດຖະກິດດີຈີຕອນ… ພຶດຕິກຳຕົວຈິງຈະພິສູດໃຫ້ເຫັນຢ່າງຈະແຈ້ງເລື້ອຍໆວ່າ: ການປະດິດສ້າງໃໝ່ຂອງຈີນບໍ່ພຽງແຕ່ເປັນຂອງຈີນເທົ່ານັ້ນ, ຫາກຍັງເປັນຂອງໂລກອີກດ້ວຍ.

ໂດຍ: ຊີອາໄອ

ຄໍາເຫັນ

ຂ່າວຕ່າງປະເທດ

ຮັບ​ຮູ້​ເຂົ້າ​ໃຈ “​ປີ​ຈີນ”​ ຂອງ APEC ຜ່າ​ນ​ຈາກ 3 ຈຸດ​ເວ​ລາສຳ​ຄັນ

ຮັບ​ຮູ້​ເຂົ້າ​ໃຈ “​ປີ​ຈີນ”​ ຂອງ APEC ຜ່າ​ນ​ຈາກ 3 ຈຸດ​ເວ​ລາສຳ​ຄັນ

ກອງ​ປະ​ຊຸມ​ບໍ່​ເປັນ​ທາງ​ການ​ຂອງ​ຜູ້​ນຳ​ອົງ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ອາ​ຊີ-ປາ​ຊີ​ຟິກ ຫຼື APEC ຄັ້ງ​ທີ 33 ໄດ້​ຈັດ​ຂຶ້ນ​ລະ​ຫວ່າງວັນ​ທີ 18-19 ພະ​ຈິກ​ນີ້ ​ຢູ່​ນະ​ຄອນເຊິ່ນ​ເຈິ້ນ ແຂວງກວາງ​ຕຸ້ງ ​ຈີນ. ໂອ​ກາດ​ກ່າວ​ຄຳ​ປາ​ໄສ​ໃນ​ກອງ​ປະ​ຊຸມ, ທ່ານ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ ໄດ້​ກ່າວ​ເຖິງ​ຈຸດ​ເວ​ລາ​ສຳ​ຄັນ​ 3 ຈຸດ ຊຶ່ງຊ່ວຍ​ໃຫ້​ຜູ້​ຄົນ​ທັງ​ຫຼາຍ​ຮັບ​ຮູ້​ເຂົ້າ​ໃຈ “ສິ່ງ​ມະ​ຫັດ​ສະ​ຈັນແຫ່ງ​ອາ​ຊີ​-ປາ​ຊີ​ຟິກ” ຢ່າງ​ຈະ​ແຈ້ງ.
ຫຼາຍພື້ນ​ທີ່​ຢູ່​ອາ​ຟ​ຣິ​ກາ​ໃຕ້​ປະ​ສົບກັບ​ອາ​ກາດ​ຮ້ອນ

ຫຼາຍພື້ນ​ທີ່​ຢູ່​ອາ​ຟ​ຣິ​ກາ​ໃຕ້​ປະ​ສົບກັບ​ອາ​ກາດ​ຮ້ອນ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 23 ພະຈິກ ຜ່ານມາວ່າ: ເນື່ອງ​ຈາກ​ໄດ້​ຮັບ​ຜົນ​ກະ​ທົບ​ຈາກປະ​ກົດ​ການ​ແອວ​ນີ​ໂຢ, ຫຼາຍ​ພື້ນ​ທີ່​ຢູ່​ອາ​ຟ​ຣິ​ກາ​ໃຕ້ປະ​ສົບ​ກັບ​ອາ​ກາດ​ຮ້ອນຮຸນ​ແຮງ​ຫວ່າງ​ມໍ່ໆ​ມາ​ນີ້, ​ເຮັດ​ໃຫ້ຄວາ​ມຕ້ອງ​ການໃຊ້​ນ້ຳ​ເພີ່ມ​ຂຶ້ນ, ຫຼາຍ​ຕົວ​ເມືອງ​ຢູ່​ອາ​ຟ​ຣິ​ກາ​ໃຕ້​ໄດ້​ປະ​ຕິ​ບັດ​ມາດ​ຕະ​ການ​ຄວບ​ຄຸມ​ການ​ໃຊ້​ນ້ຳແບບ​ແບ່ງ​ຂັ້ນ​ລະ​ດັບ.
ສີລັງກາ ເລັ່ງເຮັດຄວາມສະອາດການຮົ່ວໄຫຼຂອງນ້ຳມັນ

ສີລັງກາ ເລັ່ງເຮັດຄວາມສະອາດການຮົ່ວໄຫຼຂອງນ້ຳມັນ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 23 ພະຈິກ ຜ່ານມາວ່າ: ອົງການປົກປ້ອງສິ່ງແວດລ້ອມທາງທະເລຂອງສີລັງກາ ລາຍງານວ່າ, ມີນ້ຳມັນຮົ່ວຈາກຖັງເກັບນ້ຳມັນທີ່ທ່າກຳປັ່ນໂຄລຳໂບ ຂອງສີລັງກາ ໃນເວລາປະມານ 9:30 ໂມງເຊົ້າຂອງວັນທີ 21 ພະຈິກ ຜ່ານມາ ສົ່ງຜົນໃຫ້ຮ່ອງລະບາຍນ້ຳໃນຕົວເມືອງ ແລະ ທ່າເຮືອປະມົງມຸດວາລ ທີ່ຢູ່ໃກ້ຄຽງປົນເປື້ອນນໍ້າມັນ. ໂດຍປັດຈຸບັນ, ການເຮັດຄວາມສະອາດກໍາລັງດໍາເນີນຢູ່.
COP31 ປິດລົງ ​ໂດຍບໍ່​ໄດ້ບັນລຸເອກະສານຜົນໄດ້ຮັບທີ່ຮອບດ້ານ

COP31 ປິດລົງ ​ໂດຍບໍ່​ໄດ້ບັນລຸເອກະສານຜົນໄດ້ຮັບທີ່ຮອບດ້ານ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນທີ 22 ພະ​ຈິກ ຜ່ານມາ, ກອງປະຊຸມ​​ລັດ​ພາ​ຄີ “ສົນ​ທິສັນຍາສະຫະປະຊາຊາດວ່າ​ດ້ວຍ​ຂອບການປ່ຽນແປງ​ຂອງດິນຟ້າອາກາດ” ຄັ້ງທີ 31 (COP31) ທີ່ຈັດຂຶ້ນຢູ່ນະ​ຄອນອັນຕັນຢາ ປະເທດຕວັກກີ ໄດ້ປິດລົງ. ກອງປະຊຸມຄັ້ງນີ້ໄດ້ບັນລຸຂໍ້ຕົກລົງຫຼາຍຢ່າງກ່ຽວກັບຫົວຂໍ້​ຕ່າງໆທີ່ປະເທດພວມພັດທະນາໃຫ້ຄວາມສົນໃຈຢ່າງກວ້າງຂວາງ ເຊັ່ນ: ການຫັນປ່ຽນ​ທີ່ຍຸຕິທຳ, ​ການ​ສະ​ໜອງທຶນ ແລະ ອື່ນໆ, ຂະບວນການຫຼາຍຝ່າຍຍັງສືບຕໍ່ກ້າວໄປຂ້າງໜ້າ. ແຕ່ຍ້ອນ​ການ​ບໍ່​ເຫັນ​ດີ​ຢ່າງ​ແຮງ​ຂອງບາງປະເທດກ່ຽວ​ກັບຫົວຂໍ້ຫຼັກ ເຊັ່ນ: ການ​ຫັນປ່ຽນ​ເພື່ອ​ຫຼຸດ​ພົ້ນອອກຈາກ​ການນຳ​ໃຊ້ເຊື້ອໄຟຟອດຊິວ, ກອງປະຊຸມຄັ້ງນີ້ຈຶ່ງບໍ່ສາມາດບັນລຸເອກະສານຜົນໄດ້ຮັບທີ່ຮອບດ້ານ.
ກຳປູເຈຍ ຢືນຢັນພົບຜູ້ຕິດເຊື້ອພະຍາດໝາກສຸກລີງກໍລະນີໃໝ່

ກຳປູເຈຍ ຢືນຢັນພົບຜູ້ຕິດເຊື້ອພະຍາດໝາກສຸກລີງກໍລະນີໃໝ່

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 22 ພະຈິກ ຜ່ານມາວ່າ: ກະຊວງສາທາລະນະສຸກກຳປູເຈຍໄດ້ເປີດເຜີຍວ່າ, ກຳປູເຈຍກວດພົບຜູ້ຕິດເຊື້ອພະຍາດໝາກສຸກລີງ ຫຼື Mpox ກໍລະນີໃໝ່ເປັນຄັ້ງທຳອິດ ຫຼັງຈາກບໍ່ມີການລະບາດຂອງພະຍາດດັ່ງກ່າວໃນປະເທດເປັນເວລາ 30 ເດືອນ (2.5 ປີ). ໂດຍຄົນເຈັບໄດ້ກວດພົບວ່າຕິດເຊື້ອໃນວັນທີ 20 ພະຈິກ ຜ່ານມາ, ປັດຈຸບັນກໍາລັງໄດ້ຮັບການປິ່ນປົວຢູ່ໂຮງໝໍ ແລະ ບໍ່ມີການເປີດເຜີຍລາຍລະອຽດເພີ່ມເຕີມ.
ສະຖານີອະວະກາດຈີນ ຈະຕ້ອນຮັບນັກບິນອະວະກາດຕ່າງປະເທດຄົນທຳອິດ

ສະຖານີອະວະກາດຈີນ ຈະຕ້ອນຮັບນັກບິນອະວະກາດຕ່າງປະເທດຄົນທຳອິດ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 24 ພະຈິກນີ້ ວ່າ: ກອງປະຊຸມຖະແຫຼງຂ່າວກ່ຽວກັບພາລະກິດການບິນອະວະກາດບັນທຸກຄົນ “ເຊີນໂຈ່ວ” 24 ໄດ້ຈັດຂຶ້ນຢູ່ສູນຍິງສົ່ງດາວທຽມທີ່ນະຄອນຈີວຊວນ ທາງທິດຕາເວັນຕົກສຽງເໜືອຂອງຈີນ.
ນະຄອນໂຮ່ຈິມິນ ປະກາດການວາງແຜນກຳນົດສັງລວມ ແລະ ວິໄສທັດ 100 ປີ

ນະຄອນໂຮ່ຈິມິນ ປະກາດການວາງແຜນກຳນົດສັງລວມ ແລະ ວິໄສທັດ 100 ປີ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 23 ພະຈິກ ຜ່ານມາ, ຄະນະກຳມະການປະຊາຊົນນະຄອນໂຮ່ຈິມິນ ໄດ້ຈັດພິທີ​ປະ​ກາດ​ການ​ວາງ​ແຜນ​ກຳນົດສັງລວມ ໄລຍະ 2025-2050, ວິໄສທັດ 100 ປີ ຂຶ້ນ​ຢູ່ສູນວາງສະແດງການວາງແຜນຜັງເມືອງ, ຕາ​ແສງອານແຄ້ງ.
ທະນາຄານລົງທຶນພື້ນຖານໂຄງລ່າງອາຊີຈະສ້າງຕັ້ງຫ້ອງການຢູ່ຮົງກົງ

ທະນາຄານລົງທຶນພື້ນຖານໂຄງລ່າງອາຊີຈະສ້າງຕັ້ງຫ້ອງການຢູ່ຮົງກົງ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນທີ 21 ພະຈິກ ຜ່ານມາ ຢູ່ເຂດບໍລິຫານພິເສດຮົງກົງຂອງຈີນ, ລັດຖະບານຈີນ ແລະ ທະນາຄານລົງທຶນພື້ນຖານໂຄງລ່າງອາຊີ ໄດ້ເຊັນ “ສັນຍາການສ້າງຫ້ອງການທະນາຄານລົງທຶນພື້ນຖານໂຄງລ່າງອາຊີຢູ່ເຂດບໍລິຫານພິເສດຮົງກົງ ລະຫວ່າງລັດຖະບານ ສາທາລະນະລັດ ປະຊາຊົນຈີນ ແລະ ທະນາຄານລົງທຶນພື້ນຖານໂຄງລ່າງອາຊີ” ເພື່ອສ້າງພື້ນຖານໃຫ້ແກ່ທະນາຄານດັ່ງກ່າວໃນການສ້າງຫ້ອງການຢູ່ຮົງກົງ.
ຍີ່ປຸ່ນ ປະສົບກັບຫິມະຕົກໜັກເຮັດໃຫ້ປະຊາຊົນ ແລະ ນັກທ່ອງທ່ຽວ 1,400 ຄົນ ຕິດຄ້າງ

ຍີ່ປຸ່ນ ປະສົບກັບຫິມະຕົກໜັກເຮັດໃຫ້ປະຊາຊົນ ແລະ ນັກທ່ອງທ່ຽວ 1,400 ຄົນ ຕິດຄ້າງ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 22 ພະຈິກ ຜ່ານມາວ່າ: ສື່ມວນຊົນທ້ອງຖິ່ນຂອງຍີ່ປຸ່ນລາຍງານວ່າ, ຫິມະຕົກໜັກໃນແຂວງຟູກຸຊິມະ ທາງພາກຕາເວັນອອກສ່ຽງເໜືອຂອງຍີ່ປຸ່ນ ເຮັດໃຫ້ຕົ້ນໄມ້ລົ້ມກີດຂວາງຖະໜົນຫຼາຍສາຍ, ເຮັດໃຫ້ຊາວບ້ານ ແລະ ນັກທ່ອງທ່ຽວຕິດຄ້າງໃນໝູ່ບ້ານແຫ່ງໜຶ່ງ ປະມານ 1,400 ຄົນ.
ຜູ້ນຳ ສ ເກົາຫຼີ ເລັ່ງຊຸກຍູ້ການແຂ່ງຂັນດ້ານ AI ລະດັບໂລກ

ຜູ້ນຳ ສ ເກົາຫຼີ ເລັ່ງຊຸກຍູ້ການແຂ່ງຂັນດ້ານ AI ລະດັບໂລກ

ຂ່າວຕ່າງປະເທດລາຍງານຫວ່າງມໍ່ໆມານີ້ວ່າ: ທ່ານ ລີແຈມຽງ ປະທານາທິບໍດີ ສ ເກົາຫຼີ ໄດ້ຮຽກຮ້ອງໃຫ້ປະເທດເລັ່ງພັດທະນາຂີດຄວາມສາມາດດ້ານປັນຍາປະດິດ (AI) ເພື່ອແຂ່ງຂັນໃນເວທີໂລກ ໂດຍລະບຸວ່າ: ຄວາມໄວແມ່ນປັດໄຈສຳຄັນໃນການແຂ່ງຂັນ ໃນຂະນະທີ່ຢ້ຽມຢາມສູນຂໍ້ມູນທີ່ກຳລັງກໍ່ສ້າງຢູ່ເມືອງອຸລຊານ ທາງພາກຕາເວັນອອກສ່ຽງໃຕ້ຂອງປະເທດ.
ເພີ່ມເຕີມ