ຍ້ອນ​ຫຍັງ​ແບບ​ຈຳ​ລອງ​ຂະ​ໜາດ​ໃຫຍ່​ຂອງ​ຈີນ​ຈຶ່ງ​ເປີດ​ເຜີຍ​ລະ​ຫັດ​ຕົ້ນ​ສະ​ບັບ?

ຍ້ອນ​ຫຍັງ​ແບບ​ຈຳ​ລອງ​ຂະ​ໜາດ​ໃຫຍ່​ຂອງ​ຈີນ​ຈຶ່ງ​ເປີດ​ເຜີຍ​ລະ​ຫັດ​ຕົ້ນ​ສະ​ບັບ?

ຍ້ອນ​ຫຍັງ​ແບບ​ຈຳ​ລອງ​ຂະ​ໜາດ​ໃຫຍ່​ຂອງ​ຈີນ​ຈຶ່ງ​ເປີດ​ເຜີຍ​ລະ​ຫັດ​ຕົ້ນ​ສະ​ບັບ?
ຫວ່າງ​ມໍ່ໆ​ມາ​ນີ້, ບໍ​ລິ​ສັດ Moonshot AI ຂອງ​ຈີນໄດ້ນຳ​ສະ​ເໜີ​ແບບ​ຈຳ​ລອງຂະ ​ໜາດ​ໃຫຍ່​ແບບ​ເປີດ Kimi K3 ລຸ້ນ​ໃໝ່ ໂດຍ​ມີ​ຂະ​ໜາດ​ຂໍ້​ມູນ​ເຖິງ 2,800 ຕື້​ຂໍ້ ຊຶ່ງ​ເປັນ​ແບບ​ຈຳ​ລອງ​ຂະ​ໜາດ​ໃຫຍ່​ທີ່​ມີ​ປະ​ສິດ​ທິ​ພາບ​ເທົ່າ​ກັບ​ແບບ​ຈຳ​ລອງ​ຂະ​ໜາດ​ໃຫຍ່​ແບບ​ປິດ​ລະ​ດັບ​ສຸດຍອດ​ໃນ​ໂລກ. ໂຕ​ເລກ​ຂໍ້​ມູນ​ສະ​ແດງ​ໃຫ້​ເຫັນ​ວ່າ: ການ​ນຳ​ໃຊ້​ແບບ​ຈຳ​ລອງ​ຂະ​ໜາດ​ໃຫຍ່​ຂອງ​ຈີນ​ຕໍ່​ອາ​ທິດ​ໄດ້​ກວມ​ຫຼາຍກວ່າເຄິ່ງ​ໜຶ່ງ​ຂອງ​ໂລກ​ ແລະ ນຳ​ໜ້າ​ໂລກ​ເປັນ 11 ອາ​ທິດ​ຕິດ​ຕໍ່​ກັນ, ແບບ​ຈຳ​ລອງ​ຂະ​ໜາດ​ໃຫຍ່​ທີ່​ຖືກ​ນຳ​ໃຊ້​ 6 ອັນ​ດັບ​ນຳ​ໜ້າ​ລ້ວນ​ແຕ່​ເປັນ​ແບບ​ຈຳ​ລອງ​​ຂອງຈີນ. ເມື່ອ​ແບບ​ຈຳ​ລອງ​ຂະ​ໜາດ​ໃຫຍ່​ຕ່າງ​ປະ​ເທດຢຶ​ຍຶດ​ໝັ້ນ​ແບບ​ປິດ ເພື່ອສ້າງ​​ກຳ​ແພງ​ຂວາງ​ກັ້ນ​ດ້ານ​ເຕັກ​ໂນ​ໂລ​ຊີ, ແບບ​ຈຳ​ລອງ​ຂະ​ໜາດ​ໃຫຍ່​ຫຼາຍ​ແຫ່ງຂອງ​ຈີນ​ພັດ​ເລືອກ​ເອົາ​ທາງ​ເປີດ​ເຜີຍ​ລະ​ຫັດ​ຕົ້ນ​ສະ​ບັບຂອງ​ຕົນ, ນີ້​ແມ່ນ​ຍ້ອນ​ຫຍັງ?

 

ຍອນ​ຫຍງ​ແບບ​ຈຳ​ລອງ​ຂະ​ໜາດ​ໃຫຍ​ຂອງ​ຈນ​ຈງ​ເປດ​ເຜຍ​ລະ​ຫດ​ຕນ​ສະ​ບບ? - image 1
 

ກ່ອນອື່ນ, ການເປີດເຜີຍລະຫັດຕົ້ນສະບັບແມ່ນການກອບກູ້ຕົນເອງໃນຂະນະທີ່ຜະເຊີນໜ້າກັບການປິດລ້ອມທາງເຕັກໂນໂລຊີໂດຍກົງ. ປີ 2024, ວິສາຫະກິດ AI ຊັ້ນນຳຂອງຕ່າງປະເທດໄດ້ຕັດຊ່ອງທາງເຊື່ອມໂຍງຂອງຈີນ, ເຮັດໃຫ້ວິສາຫະກິດ ແລະ ອົງການຄົ້ນຄວ້າວິທະຍາສາດຫຼາຍແຫ່ງຂອງຈີນຕົກຢູ່ໃນສະພາບຫຍຸ້ງຍາກໃນດ້ານເຕັກໂນໂລຊີ. ຖ້າອີງໃສ່ເຕັກໂນໂລຊີແບບຈຳລອງແບບປິດຂອງຕ່າງປະເທດ, ຈະບໍ່ສາມາດຍາດເອົາສິດເປັນເຈົ້າຕົນເອງໃນດ້ານການພັດທະນາໄດ້. ພາຍໃຕ້ສະພາບການດັ່ງກ່າວ, ບໍລິສັດ DeepSeek ຂອງຈີນໄດ້ນຳໜ້າເປີດເຜີຍແບບຈຳລອງຂອງຕົນຢ່າງຮອບດ້ານກ່ອນໝູ່, ຫຼັງຈາກນັ້ນ, ມີແບບຈຳລອງຈີນຫຼາຍແຫ່ງໄດ້ເປີດເຜີຍຕາມໆກັນ. ການເປີດເຜີຍຂໍ້ມູນພື້ນຖານແບບນີ້ຈະເຮັດໃຫ້ຜູ້ພັດທະນາອື່ນໆບໍ່ຈຳເປັນຕ້ອງເສຍງົບປະມານອັນມະຫາສານໃນການຝຶກຊ້ອມ AI ຈາກຂັ້ນພື້ນຖານ ຊຶ່ງໄດ້ແກ້ໄຂຄວາມສ່ຽງຈຳກັດດ້ານເຕັກໂນໂລຊີຈາກຕ່າງປະເທດຢ່າງເຖິງຖອງ.

ຍອນ​ຫຍງ​ແບບ​ຈຳ​ລອງ​ຂະ​ໜາດ​ໃຫຍ​ຂອງ​ຈນ​ຈງ​ເປດ​ເຜຍ​ລະ​ຫດ​ຕນ​ສະ​ບບ? - image 2
 

ການເປີດເຜີຍລະຫັດຕົ້ນສະບັບແບບນີ້ໄດ້ສະແດງໃຫ້ເຫັນເຖິງແນວຄວາມຄິດການພັດທະນາທົ່ວໂລກທີ່ສົ່ງເສີມຄວາມສະເໝີພາບດ້ານເຕັກໂນໂລຊີ ແລະ ການຮ່ວມມືກັນແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ. ແບບຈຳລອງແບບປິດຂອງຕ່າງປະເທດໄດ້ຕັ້ງກຳແພງຂວາງກັ້ນສູງພິເສດ ຊຶ່ງຈະເຮັດໃຫ້ຜູ້ພັດທະນາຂະໜາດກາງ ແລະ ນ້ອຍ ໃນວົງການແບບຈຳລອງ AI ຫຼື ປະເທດກຳລັງພັດທະນາທີ່ມີພື້ນຖານເສດຖະກິດອ່ອນແອຖືກຕັດຂາດຈາກກະແສ AI. ກົງກັນຂ້າມ, ຈີນໄດ້ເປີດເຜີຍລະຫັດຕົ້ນສະບັບແບບຈຳລອງຂອງຕົນຕໍ່ທົ່ວໂລກຢ່າງບໍ່ມີການຈຳແນກ, ປະເທດຕ່າງໆທົ່ວໂລກລ້ວນແຕ່ສາມາດໃຊ້ໄດ້ໂດຍບໍ່ຕ້ອງເສຍຄ່າໃດທັງນັ້ນ ແລະ ສາມາດສ້າງໂອກາດພັດທະນາແບບຈຳລອງຕໍ່ໄປ. ທີມງານຄົ້ນຄວ້າວິທະຍາສາດຂອງອູກັນດາໄດ້ພັດທະນາແບບຈຳລອງຫຼາຍພາສາທີ່ກວມເຖິງ 31 ພາສາພາຍໃນປະເທດຕົນບົນພື້ນຖານແບບຈຳລອງ AI ຂອງຈີນ ແລະ ຍັງໄດ້ເຮັດໃຫ້ເກີດມີແບບຈຳລອງໃໝ່ 170,000 ກວ່າໂຕ; ສຳລັບລາວໄດ້ເຂົ້າຮ່ວມລະບົບ AI ແບບເປີດຂອງຈີນຢ່າງເລິກເຊິ່ງ ໂດຍໄດ້ສ້າງຕັ້ງລະບົບວຽກງານບໍລິຫານດີຈີຕອນ ແລະ ລະບົບລາດຕະເວນກວດກາອັດສະລິຍະພະລັງງານໄຟຟ້າບົນພື້ນຖານແບບຈຳລອງແບບເປີດຂອງຈີນ. ນອກນີ້, ຈີນ ແລະ ລາວຍັງໄດ້ສ້າງຕັ້ງສູນປະດິດສ້າງໃໝ່ປັນຍາປະດິດ, ໄດ້ບຳລຸງສ້າງນັກວິຊາການ AI ຂອງລາວເປັນຈຳນວນຫຼວງຫຼາຍໂດຍອີງໃສ່ຊັບພະຍາກອນເປີດເຜີຍດັ່ງກ່າວ. ຄຽງຄູ່ກັບລາວໄດ້ເຂົ້າເປັນສະມາຊິກອົງການຮ່ວມມືປັນຍາປະດິດໂລກຢ່າງເປັນທາງການ, ໂດຍອີງໃສ່ຜົນງານດ້ານເຕັກໂນໂລຊີ AI ຂອງຈີນ, ລາວຈະສາມາດເຂົ້າຮ່ວມການປຶກສາຫາລືກົດລະບຽບ AI ທົ່ວໂລກຢ່າງສະເໝີພາບກັນ. ພຶດຕິກຳຕົວຈິງດັ່ງກ່າວໄດ້ສະແດງໃຫ້ເຫັນເຖິງຈຸດຢືນຂອງຈີນຢ່າງຈະແຈ້ງນັ້ນຄື: ບໍ່ວ່າປະເທດໃຫຍ່ ຫຼື ປະເທດນ້ອຍ, ປະເທດເຂັ້ມແຂງ ຫຼື ອ່ອນແອ, ລ້ວນແຕ່ມີສິດສະເໝີພາບໃນການຄົ້ນຄວ້າພັດທະນາ ແລະ ນຳໃຊ້ເຕັກໂນໂລຊີ AI.

ຍອນ​ຫຍງ​ແບບ​ຈຳ​ລອງ​ຂະ​ໜາດ​ໃຫຍ​ຂອງ​ຈນ​ຈງ​ເປດ​ເຜຍ​ລະ​ຫດ​ຕນ​ສະ​ບບ? - image 3
 

ການເຮັດໃຫ້ເຕັກໂນໂລຊີ AI ສ້າງຜົນປະໂຫຍດໃຫ້ທົ່ວເຖິງແມ່ນທ່າອຽງຂອງຍຸກສະໄໝ, ການປິດລະຫັດຕົ້ນສະບັບແບບຈຳລອງເພື່ອຜູກຂາດມີແຕ່ຈະເຮັດໃຫ້ຄວາມແຕກໂຕນກັນດ້ານເຕັກໂນໂລຊີນັບມື້ນັບຂະຫຍາຍກວ້າງອອກເທົ່ານັ້ນ, ມີແຕ່ເປີດເຜີຍລະຫັດຕົ້ນສະບັບຈຶ່ງຈະສາມາດເຕົ້າໂຮມກຳລັງປະດິດສ້າງ ໃໝ່ທົ່ວໂລກ. ແບບຈຳລອງຂະໜາດໃຫຍ່ຂອງຈີນເປີດເຜີຍລະຫັດຕົ້ນສະບັບແມ່ນການປະຕິບັດຕົວຈິງທີ່ປ້ອງກັນຄວາມໝັ້ນຄົງດ້ານອຸດສາຫະກຳຂອງຕົນ, ກໍຄືການປະຕິບັດຕໍ່ຄວາມຮັບຜິດຊອບທີ່ຊຸກຍູ້ໃຫ້ເຕັກໂນໂລຊີທົ່ວໂລກພັດທະນາຢ່າງສະ ເໝີພາບກັນ. ການຢຶດໝັ້ນການເປີດປະຕູສູ່ພາຍນອກ ແລະ ການປະສານງານກັນຈຶ່ງຈະສາມາດເຮັດໃຫ້ເຕັກໂນໂລຊີປັນຍາປະດິດສ້າງຜົນປະໂຫຍດໃຫ້ແກ່ມວນມະນຸດແບບບໍ່ມີຄວາມຈຳກັດດ້ານພົມແດນ.

ບົດໂດຍ: ວິທະຍຸໂທລະພາບສູນກາງຈີນ (CMG)

ຄໍາເຫັນ

ຂ່າວຕ່າງປະເທດ

ທ່ານ ສີ​ຈິ້ນ​ຜິງ ​ຕັ້ງ​ຂໍ້ “ປາລະໄນ” ເມື່ອ 30 ກວ່າ​ປີ​ກ່ອນ

ທ່ານ ສີ​ຈິ້ນ​ຜິງ ​ຕັ້ງ​ຂໍ້ “ປາລະໄນ” ເມື່ອ 30 ກວ່າ​ປີ​ກ່ອນ

ເດືອນ​ມິ​ຖຸ​ນາ​ ປີ 1988, ທ່ານ ສີ​ຈິ້ນ​ຜິງ ດຳ​ລົງ​ຕຳ​ແໜ່ງ​ເປັນ​ເລ​ຂາ​ຄະ​ນະ​ພັກ​ເຂດ​ນິງ​ເຕີ ​ແຂວງ​ຟູ​ຈ້ຽນ. ​ໃນ​ການ​ສຳ​ຫຼວດ​ເກັບ​ກຳ​ຂໍ້​ມູນ, ມີ​ປະ​ຊາ​ຊົນ​ຈຳ​ນວນ​ຫຼາຍ​ໄດ້​ສ່ອງ​ແສງ​ບັນ​ຫາ​ພົ້ນ​ເດັ່ນ​ອັນ​ໜຶ່ງຄື: ພະນັກງານຢຶດທີ່ດິນຫຼວງປຸກສ້າງເຮືອນສ່ວນຕົວຢ່າງຜິດລະບຽບການ.
ແຟງລັງ ອະນຸມັດລະບົບຊ່ວຍເຫຼືອຜູ້ຂັບຂີ່ຂອງ Tesla

ແຟງລັງ ອະນຸມັດລະບົບຊ່ວຍເຫຼືອຜູ້ຂັບຂີ່ຂອງ Tesla

ຂ່າວຕ່າງປະເທດລາຍງານວ່າ: ອົງການຂົນສົ່ງຂອງແຟັງລັງ (Traficom) ໄດ້ອະນຸມັດໃຫ້ລະບົບຊ່ວຍເຫຼືອຜູ້ຂັບຂີ່ຂອງ Tesla ສາມາດນຳໃຊ້ໃນທ້ອງຖະໜົນຂອງແຟງລັງໄດ້ໃນວັນທີ 11 ພະຈິກ ຜ່ານມາ ຊຶ່ງເຮັດໃຫ້ບໍລິສັດສາມາດເລີ່ມສະເໜີລະບົບດັ່ງກ່າວໃຫ້ກັບລູກຄ້າໃນປະເທດໄດ້ທັນທີ.
ຢູວີ້ໄຊ ຊຸກຍູ້ການຮ່ວມມືກັບຄູ່ຮ່ວມງານອາຊຽນ

ຢູວີ້ໄຊ ຊຸກຍູ້ການຮ່ວມມືກັບຄູ່ຮ່ວມງານອາຊຽນ

ທ່ານ ຫຼີເສເວີນ ຮອງຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ ຢູວີ້ໄຊ ໄດ້ລາຍງານກ່ຽວກັບສະຖານະການຮ່ວມມືພັດທະນາລະຫວ່າງ ຢູວີ້ໄຊ ກັບອາຊຽນວ່າ: ຢູວີ້ໄຊ ໄດ້ສືບຕໍ່ຂຸດຄົ້ນຕະຫຼາດທ້ອງຖິ່ນຢ່າງເລິກເຊິ່ງ ແລະ ເພີ່ມທະວີການຮ່ວມມືກັບຄູ່ຮ່ວມງານອາຊຽນໃນດ້ານຜະລິດຕະພັນ, ເຕັກໂນໂລຊີ, ການຜະລິດ ແລະ ການບໍລິການ ແລະ ປັດຈຸບັນ, ຜະລິດຕະພັນຂອງ ຢູວີ້ໄຊ ໄດ້ກວມເຖິງຫຼາຍກວ່າ 180 ປະເທດ ແລະ ພາກພື້ນທົ່ວໂລກ. ຮອດທ້າຍເດືອນກັນຍາ 2026, ຈຳນວນເຄື່ອງຈັກ ຢູວີ້ໄຊ ທີ່ມີຢູ່ຕ່າງປະເທດມີຫຼາຍກວ່າ 950,000 ໜ່ວຍ, ໃຫ້ບໍລິການຢ່າງກວ້າງຂວາງໃນຂົງເຂດການຂົນສົ່ງ, ເຄື່ອງຈັກກໍ່ສ້າງ, ເຄື່ອງມືກະສິກຳ, ເຮືອ ແລະ ການຜະລິດໄຟຟ້າ ເປັນຕົ້ນ.
ສິງກະໂປ ເປີດໂຄງການລະດົມທຶນ 500 ລ້ານໂດລາ

ສິງກະໂປ ເປີດໂຄງການລະດົມທຶນ 500 ລ້ານໂດລາ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 11 ພະຈິກ ຜ່ານມາວ່າ: ຖະແຫຼງການຮ່ວມຈາກສຳນັກງານເລຂາທິການແຫ່ງຊາດກ່ຽວກັບການປ່ຽນແປງສະພາບອາກາດຂອງສິງກະໂປ, ອົງການເງິນຕາສິງກະໂປ ຫຼື ທະນາຄານກາງ ແລະ ອົງການວິສາຫະກິດສິງກະໂປ (Enterprise Singapore) ໃນວັນທີ 10 ພະຈິກ ຜ່ານມາ ໄດ້ລະບຸການດຳເນີນໂຄງການລະດົມການລົງທຶນເພື່ອເສີມສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບກະສິກຳ - ອາຫານ ຂອງພາກພື້ນອາຊີຕາເວັນອອກສ່ຽງໃຕ້ ໃນການຮັບມືກັບການປ່ຽນແປງສະພາບອາກາດ.
ຍອດ​​ໜີ້​ສິນ​ບັດ​ສິນ​ເຊື່ອ​ຂອງອາ​ເມ​ຣິ​ກາ ​ເພີ່ມ​ຂຶ້ນເປັນ​ສະ​ຖິ​ຕິ​ໃໝ່​

ຍອດ​​ໜີ້​ສິນ​ບັດ​ສິນ​ເຊື່ອ​ຂອງອາ​ເມ​ຣິ​ກາ ​ເພີ່ມ​ຂຶ້ນເປັນ​ສະ​ຖິ​ຕິ​ໃໝ່​

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 11 ພະຈິກ ຜ່ານມາວ່າ: ອີງ​ຕາມ​ບົດ​ລາຍ​ງານ​ໜີ້​ສິນ​ຄົວ​ເຮືອນສະ​ບັບຫຼ້າ​ສຸດ​ທີ່​ FED ​ນິວຢອກ ສະຫະລັດ ອາ​ເມ​ຣິ​ກາ​ ເປີດ​ເຜີຍ​ໃນວັນ​ທີ 10 ພະ​ຈິກ​ ຜ່ານມາ ສະ​ແດງ​ໃຫ້​ເຫັນ​ວ່າ: ໄຕ​ມາດ​ທີ 3 ​ຂອງປີ​ນີ້, ຍອດໜີ້​ສິນ​ບັດ​ສິນ​ເຊື່ອ​ຂອງ​ ສະຫະລັດ ອາ​ເມ​ຣິ​ກາ ​ເພີ່ມ​ຂຶ້ນ 22 ຕື້​ໂດ​ລາ, ​ເຮັດ​ໃຫ້​ຍອດ​ລວມ​ໜີ້​ດັ່ງ​ກ່າວ​ຢູ່​ທີ່ 1,290 ໂດ​ລາ ຊຶ່ງ​ເປັນ​ສະ​ຖິ​ຕິ​ໃໝ່, ເພີ່ມ​ຂຶ້ນ 4.2% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ​ນີ້.
ກຳປູເຈຍ ຢືນຢັນຄຳໝັ້ນສັນຍາຂອງຕົນໃນການຕໍ່ສູ້ກັບການຄ້າມະນຸດ

ກຳປູເຈຍ ຢືນຢັນຄຳໝັ້ນສັນຍາຂອງຕົນໃນການຕໍ່ສູ້ກັບການຄ້າມະນຸດ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 10 ພະຈິກ ຜ່ານມາວ່າ: ຄະນະກຳມະການແຫ່ງຊາດຕ້ານການຄ້າມະນຸດຂອງກຳປູເຈຍ (NCCT) ໄດ້ຢືນຢັນຄຳໝັ້ນສັນຍາຂອງກຳປູເຈຍໃນການກຳຈັດການຄ້າມະນຸດທຸກຮູບແບບໂດຍຜ່ານການບັງຄັບໃຊ້ກົດໝາຍຢ່າງເຂັ້ມງວດ ເພື່ອຕ້ານການຄ້າມະນຸດ ແລະ ການຂູດຮີດທາງເພດ.
ມູນ​ຄ່າການ​ຄ້າ​ຕ່າງ​ປະ​ເທດ​ຂອງ​ຈີ​ນ​ໃນ​ 10 ເດືອນ ​ເພີ່ມ​ຂຶ້ນ 20%

ມູນ​ຄ່າການ​ຄ້າ​ຕ່າງ​ປະ​ເທດ​ຂອງ​ຈີ​ນ​ໃນ​ 10 ເດືອນ ​ເພີ່ມ​ຂຶ້ນ 20%

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ອີງ​ຕາມໂຕ​ເລກ​ສະ​ຖິ​ຕິ​ຫຼ້າ​ສຸດ​ທີ່​ອົງ​ການ​ພາ​ສີ​ແຫ່ງ​ຊາດ​ຈີນ​ເປີດເຜີຍ​ໃນ​ວັນ​ທີ 11 ພະ​ຈິກ​ ຜ່ານມາ ​ສະ​ແດງ​ໃຫ້​ເຫັນ​ວ່າ: 10 ເດືອນ​ຂອງ​ປີ​ນີ້, ຍອດ​ມູນ​ຄ່າ​ການ​ຄ້າ​​ສິນ​ຄ້າຂາ​ເຂົ້າ-ຂາ​ອອກ​ຂອງ​ຈີນ​ເພີ່ມ​ຂຶ້ນ 20% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ, ສືບ​ຕໍ່​​ຮັກ​ສາ​ທ່າ​ອຽງ​ເພີ່ມ​ຂຶ້ນ​ທີ່​ເຂັ້ມ​ແຂງ.
ຫວຽດນາມ ຢູ່ອັນດັບທີ 37 ຂອງໂລກ ກ່ຽວກັບກຳລັງຄວາມສາມາດແກ່ງແຍ້ງດ້ານດີຈີຕອນ

ຫວຽດນາມ ຢູ່ອັນດັບທີ 37 ຂອງໂລກ ກ່ຽວກັບກຳລັງຄວາມສາມາດແກ່ງແຍ້ງດ້ານດີຈີຕອນ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 11 ພະຈິກ ຜ່ານມາ ຢູ່ນະຄອນຫຼວງຮ່າໂນ້ຍ, ກະຊວງວິທະຍາສາດ ແລະ ​ເຕັກ​ໂນ​ໂລ​ຊີ ຫວຽດ​ນາມ ໄດ້ຈັດພິທີປະກາດ​ຜົນການຈັດອັນດັບກຳ​ລັງ​ຄວາມ​ສາ​ມາດ​ແກ່ງ​ແຍ້ງດ້ານດີຈີຕອນ ແລະ ປັນຍາປະດິດໂລກ ປີ 2026 (WDAIR 2026) ຊຶ່ງຫວຽດນາມຖືກຈັດອັນດັບທີ 37, ການຈັດອັນດັບດັ່ງກ່າວດຳເນີນໂດຍສະຖາບັນພັດທະນາການຄຸ້ມຄອງສາ​ກົນ (IMD) ປະເທດສະວິດ.
ການ​ຂາດ​ດຸນ​ງົບ​ປະ​ມານ​ຂອງ​ລັດ​ຖະ​ບານອາ​ເມ​ຣິ​ກາ​ ບັນ​ລຸ 2,000 ຕື້​ໂດ​ລາ

ການ​ຂາດ​ດຸນ​ງົບ​ປະ​ມານ​ຂອງ​ລັດ​ຖະ​ບານອາ​ເມ​ຣິ​ກາ​ ບັນ​ລຸ 2,000 ຕື້​ໂດ​ລາ

ວິທະຍຸ, ໂທລະພາບສູນກາງຈີນ ລາຍງານວ່າ: ໃນວັນ​ທີ 9 ພະ​ຈິກຜ່ານມາ, ກະ​ຊວງ​ການ​ເງິນ ​ສະຫະລັດ ອາ​ເມ​ຣິ​ກາ​ ໄດ້​ເປີດ​ເຜີຍ​​ວ່າ: ໃນ​ປີ​ງົບ​ປະ​ມານ 2026 ທີ່ສິ້ນ​ສຸດ​ລົງ​ໃນ​ວັນ​ທີ 30 ກັນ​ຍາ​ ຜ່ານມາ, ​ລວມຍອດ​ມູນ​ຄ່າ​ການ​ຂາດ​ດຸນ​ງົບ​ປະ​ມານ​ຂອງ​ລັດ​ຖະ​ບານ ສະຫະລັດ ​ອາ​ເມ​ຣິ​ກາ​ຢູ່​ທີີ່ 2,000 ຕື້​ໂດ​ລາ, ເພີ່ມ​ຂຶ້ນ 217 ຕື້​ໂດ​ລາ ​ເມື່ອ​ທຽບ​ໃສ່​ປີກາຍ​ ຫຼື 12% ເມື່ອ​ທຽບ​ໃສ່​ປີ​ງົບ​ປະ​ມານ 2025.
ມຽນມາ ຂະຫຍາຍເວລານຳລາຍຮັບຈາກການສົ່ງອອກກັບປະເທດ

ມຽນມາ ຂະຫຍາຍເວລານຳລາຍຮັບຈາກການສົ່ງອອກກັບປະເທດ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 10 ພະຈິກ ຜ່ານມາວ່າ: ສື່ມວນຊົນມຽນມາລາຍງານວ່າ, ທະນາຄານກາງຂອງມຽນມາໄດ້ຂະຫຍາຍໄລຍະເວລາອະນຸຍາດໃຫ້ຜູ້ສົ່ງອອກສາມາດຮັກສາລາຍໄດ້ຈາກການສົ່ງອອກ, ໃນສ່ວນທີ່ຜູ້ສົ່ງອອກສາມາດນຳໄປໃຊ້ໄດ້ຕາມການພິຈາລະນາ, ຈາກເດີມ 30 ມື້ ເປັນ 45 ມື້.
ເພີ່ມເຕີມ