ຍ້ອນ​ຫຍັງ​ດິ​ສ​ນີ​​ບໍ່​ສາ​ມາດ​ເບິ່ງ​ຂ້າມ​ຕະຫຼາດ​ຈີນ

ຍ້ອນ​ຫຍັງ​ດິ​ສ​ນີ​​ບໍ່​ສາ​ມາດ​ເບິ່ງ​ຂ້າມ​ຕະຫຼາດ​ຈີນ

ຍ້ອນ​ຫຍັງ​ດິ​ສ​ນີ​​ບໍ່​ສາ​ມາດ​ເບິ່ງ​ຂ້າມ​ຕະຫຼາດ​ຈີນ
ຫວ່າງ​ມໍ່ໆ​ມາ​ນີ້, ມູນ​ຄ່າ​ຂາຍ​ປີ້​ເຂົ້າ​ຊົມ​ຮູບ​ເງົາ​ເລື່ອງ“ ‌Zootopia 2” ຢູ່​ແຜ່ນ​ດິນ​ໃຫຍ່​ຈີນ​ບັນ​ລຸຫຼາຍກວ່າ 2 ຕື້ຢວນຊຶ່ງບໍ່​ພຽງ​ແຕ່​ໄດ້​ສ້າງ​ສະ​ຖິ​ຕິ​ມູນ​ຄ່າ​ຂາຍ​ປີ້​ເຂົ້າ​ຊົມ​ຮູບ​ເງົາ​ກາ​ຕູນ​ທີ່​ນຳ​ເຂົ້າ​ຈາກ​ຕ່າງ​ປະ​ເທດ​ໃນ​ປະ​ຫວັດ​ສາດ​ຮູບ​ເງົາ​ຈີນ​ໃໝ່​ເທົ່າ​ນັ້ນ, ຍິ່ງ​ໄດ້​ລື່ນ​ກາຍ​ຕະຫຼາດ​ອາ​ເມ​ຣິ​ກາ​ເໜືອ​ແລ້ວ​ກາຍ​ເປັນ​ຕະຫຼາດ​ທີ່​ໄດ້​ຂາຍ​ປີ້​ເຂົ້າ​ຊົມຫຼາຍ​ທີ່​ສຸດ​ໃນ​ໂລກອີກ​ດ້ວຍ. ກ່ອນ​ຈະ​ໄດ້​ສາຍ​ຮູບ​ເງົາ​ເລື່ອງ​ນີ້, ຜູ້​ບໍ​ລິ​ໂພກ​ຈີນ​ກໍ​ໄດ້​ພົບ​ເຫັນ​ຊັບ​ສິນ​ທາງ​ປັນ​ຍາ (IP)ນີ້​ໃນ​ຊີ​ວິດ​ປະ​ຈຳ​ວັນ​ເລື້ອຍໆເຊັ່ນ: ຈອກ​ກາ​ເຟ​ Luckin ​ທີ່​ໄດ້​ແຕ້ມ​ໂປ​ສ​ເຕີ​ຮູບ​ເງົາ​ໃສ່, ເສື້ອ​ເຊີດ​ທີ່​ມີ​ຮູບ​ກາ​ຕູນ​ຮູບ​ເງົາ​ຂອງ UNIQLO, ​ກ່ອງ​ສຸ່ມຂອງ POP MART ແລະ​ ອື່ນໆ. ຈາກ​ມູນ​ຄ່າ​ຂາຍ​ປີ້​ເຂົ້າ​ຊົມ​ຮູບ​ເງົາ​ເຖິງ​ຜະ​ລິດ​ຕະ​ພັນ​ຕ່າງໆ​ຮ່ວມ​ມື​ກັບ​ຍີ່​ຫໍ້​ຕ່າງໆ ໄດ້​ພິ​ສູດ​ໃຫ້​ເຫັນ​ເຖິງ​ຖາ​ນະ​ທີ່​ທົດ​ແທນ​ບໍ່​ໄດ້​ຂອງ​ຕະຫຼາດ​ຈີນ​ໃນ​ຍຸດ​ທະ​ສາດ​ທົ່ວ​ໂລກ​ຂອງ​ບໍ​ລິ​ສັດ​ດິ​ສ​ນີ.
ຍອນ​ຫຍງ​ດ​ສ​ນ​​ບ​ສາ​ມາດ​ເບງ​ຂາມ​ຕະຫາດ​ຈນ - image 1
 

 

ທ່າແຮງຂອງຕະຫຼາດຈີນແມ່ນກຳເນີດມາຈາກພື້ນຖານຜູ້ບໍລິໂພກທີ່ມີຂະໜາດໃຫຍ່ ແລະມີຄວາມສາມາດດ້ານການບໍລິໂພກທີ່ແຂງແຮງ. ໃນຖານະເປັນຕະຫຼາດຮູບເງົາລະດັບຍອດຍິ່ງຂອງໂລກ, ມູນຄ່າຂາຍປີ້ເຂົ້າຊົມຮູບເງົາເລື່ອງ “ ‌Zootopia 2” ຢູ່ແຜ່ນດິນໃຫຍ່ຈີນໄດ້ບັນລຸຫຼາຍກວ່າ 738 ລ້ານຢວນຕໍ່ມື ຊຶ່ງໄດ້ລື່ນກາຍມູນຄ່າຂາຍປີ້ເຂົ້າຊົມໃນໄລຍະດຽວກັນຂອງຕະຫຼາດອາເມຣິກາເໜືອ, ນອກຈາກນີ້ແລ້ວ, ຮູບເງົາເລື່ອງນີ້ຍັງໄດ້ຮ່ວມມືກັບ 60 ກວ່າຍີ່ຫໍ້ ໂດຍໄດ້ຜະລິດເຄື່ອງບໍລິໂພກຄົບວົງຈອນທີ່ກວມເອົາທັງເຄື່ອງນຸ່ງ, ອາຫານການກິນແລະການອອກເດີນທາງຊຶ່ງເປັນຜະລິດຕະພັນທີ່ໝູນໃຊ້ປັດໄຈ IP ຂອງຮູບເງົາແບບລ້ຳຍຸກໃນທົ່ວໂລກ. ການບໍລິໂພກທີ່ຟົດຟື້ນແບບນີ້, ດ້ານໜຶ່ງແມ່ນຍ້ອນຜູ້ບໍລິໂພກຈີນມີຄວາມຕ້ອງການຕໍ່ເຄື່ອງບໍລິໂພກທີ່ມີຄຸນນະພາບສູງ, ອີກດ້ານໜຶ່ງແມ່ນຍ້ອນກະແສ “ການບໍລິໂພກຕາມຄວາມຮູ້ສຶກຂອງຕົນ” ຂອງຄົນຮຸ່ນໃໝ່: ຈູຕີທີ່ມີນິດໄສມັກມີຄວາມເຫັນໄປໃນດ້ານດີແລະຢຶດໝັ້ນ,ລວມທັງນິກທີ່ມີຄວາມສະຫຼາດສ່ອງໃສໃນຮູບເງົາໄດ້ກະຕຸ້ນໃຈແລະ ດຶງດູດໃຫ້ຜູ້ຊົມໄປຊື້ຜະລິດຕະພັນທີ່ມີສ່ວນກ່ຽວຂ້ອງກັບຮູບເງົາເລື່ອງນີ້, ນີ້ແມ່ນທ່າແຮງທີ່ອຸດົມສົມບູນສຳລັບຊັບສິນທາງປັນຍາຂອງດິສນີ.

ຍອນ​ຫຍງ​ດ​ສ​ນ​​ບ​ສາ​ມາດ​ເບງ​ຂາມ​ຕະຫາດ​ຈນ - image 2
 

ມົນສະເໜ່ຂອງຕະຫຼາດຈີນແມ່ນຢູ່ທີ່ສະພາບນິເວດການປະດິດສ້າງໃໝ່ຂອງອຸດສາຫະກຳແລະຄວາມສາມາດປັບຕົວໃຫ້ເຂົ້າກັບທ້ອງຖິ່ນຢ່າງເລິກເຊິ່ງ. ປັດຈຸບັນ, ບໍລິສັດດິສນີໄດ້ປະຖິ້ມແນວຄິດ “ໂຮລີວູດເປັນສູນກາງ” ແລະ ໄດ້ຈັດເອົາຄວາມຕ້ອງການຂອງຕະຫຼາດຈີນເຂົ້າໃນທົ່ວຂະບວນການປະດິດຄິດແຕ່ງແລະການໂຄສະນາເຜີຍແຜ່ຂອງຕົນ. ຈາກການຮ່ວມມືກັບບໍລິສັດຖ່າຍທຳຮູບເງົາວິຈິດສິນຊຽງໄຮ້ ເພື່ອຖ່າຍທຳຟີມໂຄສະນາZootopiaແບບຈີນ, ເຖິງການຈັດງານວາງສະແດງ “ຄຸ້ມຖະໜົນ ‌Zootopia” ຢູ່ເຂດສວນຈ່າງຢວນນະຄອນຊຽງໄຮ້, ບໍລິສັດດິສນີພວມຊຸກຍູ້ໃຫ້ IPZootopiaເຊື່ອມໂຍງເຂົ້າກັບວັດທະນະທຳຈີນຢ່າງເລິກເຊິ່ງ, ເຮັດໃຫ້ຈູຕີແລະນິກ ກາຍເປັນພະເອກ ທີ່ແທດເໝາະກັບຜູ້ບໍລິໂພກຈີນ. ເຮັດແບບນີ້, ດ້ານໜຶ່ງໄດ້ຕອບສະໜອງກັບຄວາມຕ້ອງການດ້ານວັດທະນະທຳຂອງຜູ້ຊົມຈີນ ແລະອີກດ້ານໜຶ່ງກໍເຮັດໃຫ້ IP ຮູບເງົາປາກົດມີພະລັງຊີວິດທີ່ເຂັ້ມແຂງກວ່າເກົ່າຢູ່ຕະຫຼາດແຜ່ນດິນໃຫຍ່ຈີນ.

ຄວາມສຳຄັນດ້ານຍຸດທະສາດຂອງຕະຫຼາດຈີນຍັງສະແດງໃຫ້ເຫັນໃນຖານະທີ່ເປັນ “ສະໜາມທົດລອງ” ແລະ “ຜູ້ກຳນົດທິດທາງ” ສຳລັບການໂຄສະນາ IP ຕ່າງໆໃນຂອບເຂດທົ່ວໂລກ. ຮູບເງົາເລື່ອງ“ ‌Zootopia 2” ປະສົບຜົນສຳເລັດຢູ່ຈີນກໍໄດ້ພິສູດເຖິງຄວາມເປັນໄປໄດ້ຂອງຮູບການທົ່ວຕ່ອງໂສ້ອຸດສາຫະກຳແບບ “ຮູບເງົາ+ວັດທະນະທຳການທ່ອງທ່ຽວ+ຜະລິດຕະພັນທີ່ກ່ຽວຂ້ອງ+ວິທະຍາສາດເຕັກໂນໂລຊີ” ຊຶ່ງກາຍເປັນບົດຮຽນແຫ່ງຜົນສຳເລັດທີ່ລ້ຳຄ່າໃນການເຜີຍແຜ່ IP ຂອງດິສນີໃນຂອບເຂດທົ່ວໂລກ. ປັດຈຸບັນນີ້, ບໍລິສັດຖ່າຍທຳຮູບເງົາຕ່າງໆຂອງໂຮລີວູດຂອງອາເມຣິກາໄດ້ພິຈາລະນາເຖິງຄວາມເຫັນຈາກຕະຫຼາດຈີນ ໃນການປະດິດຄິດແຕ່ງບົດລະຄອນແລະການເລືອກນັກສະແດງ, ບໍລິສັດດິສນີຍິ່ງໄດ້ຈັດເອົາອັດຕາສ່ວນອົງປະກອບຂອງຈີນໄວ້ຢູ່ຖານະບຸລິມະສິດສູງສຸດ. ການປ່ຽນແປງແບບນີ້ ໄດ້ສະແດງໃຫ້ເຫັນວ່າສິດປະກອບຄຳເຫັນຂອງຕະຫຼາດຈີນນັບມື້ນັບສູງຂຶ້ນ.

ຍອນ​ຫຍງ​ດ​ສ​ນ​​ບ​ສາ​ມາດ​ເບງ​ຂາມ​ຕະຫາດ​ຈນ - image 3
 

ປີ້ເຂົ້າຊົມຂາຍໄດ້ດີ, ຜະລິດຕະພັນສຳຮອງຕ່າງໆກໍຂາຍໄດ້ດີເຊັ່ນດຽວກັນ, ບົດຮຽນແຫ່ງຄວາມສຳເລັດຂອງຮູບເງົາເລື່ອງ“ ‌Zootopia 2” ສະທ້ອນໃຫ້ເຫັນຕະຫຼາດຈີນໄດ້ຫັນປ່ຽນຈາກ “ຜູ້ຮັບໃນເມື່ອກ່ອນ” ມາເປັນ “ຜູ້ກຳນົດໃນປັດຈຸບັນ”. ຍ້ອນວ່າສະຖານທີ່ແຫ່ງນີ້ມີກຸ່ມຜູ້ບໍລິໂພກຂະໜາດໃຫຍ່ທີ່ສຸດ, ມີພື້ນຖານບໍລິໂພກຕາມຄວາມຮູ້ສຶກທີ່ດີທີ່ສຸດແລະມີສະພາບແວດລ້ອມການເຜີຍແຜ່ທີ່ມີຊີວິດຊີວາທີ່ສຸດ ພ້ອມທັງມີພະລັງເຂັ້ມແຂງທີ່ຂັບເຄື່ອນການຍົກລະດັບອຸດສາຫະກຳ. ເວົ້າສຳລັບບໍລິສັດດິສນີແລ້ວ, ຖ້າເບິ່ງຂ້າມຕະຫຼາດຈີນກໍໝາຍເຖິງການປະຖິ້ມພື້ນທີ່ການເຕີບໂຕຂອງ IP ໃນອະນາຄົດ. ແຕ່ຖ້າພະຍາຍາມຂຸດຄົ້ນຄວາມສາມາດບົ່ມຊ້ອນຢູ່ນີ້ ຈຶ່ງຈະໄດ້ຮັບຄ່າຕອບແທນທັງປີ້ເຂົ້າຊົມແລະຄຸນຄ່າຂອງຍີ່ຫໍ້, ນີ້ກໍແມ່ນຄຳຕອບທີ່ຖືກຕ້ອງທີ່ສຸດທີ່ບໍລິສັດດິສນີຈະບໍ່ສາມາດເບິ່ງຂ້າມຕະຫຼາດຈີນມາໂດຍຕະຫຼອດ.

ໂດຍ: ຊີອາໄອ

ຄໍາເຫັນ

ຂ່າວຕ່າງປະເທດ

ຈີນ​ ມຸ່ງ​ໝັ້ນ​ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ານ​ເສດ​ຖະ​ກິດ​ດ້ວຍ​ການ​ປະ​ດິດ​ສ້າງ​

ຈີນ​ ມຸ່ງ​ໝັ້ນ​ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ານ​ເສດ​ຖະ​ກິດ​ດ້ວຍ​ການ​ປະ​ດິດ​ສ້າງ​

ທ່ານ ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ​ປະ​ທານ​ປະ​ເທດ​ຈີນ​ໄດ້​ກ່າວ​ຄຳ​ປາ​ໄສ​ໃນ​ພິ​ທີ​ສ​ະ​ເຫຼີມ​ສະຫຼອງວັນ​ສະ​ຖາ​ປະ​ນາ​ສາ​ທາ​ລະ​ນະ​ລັດ ປະ​ຊາ​ຊົນ​ຈີນ ​ຄົບ​ຮອບ 77 ປີ​ທີ່​ຈັດ​ຂຶ້ນ​ໃນວັນ​ທີ 30 ກັນ​ຍາ ຜ່ານມາ, ໂດຍ​ເພິ່ນ​ໄດ້​ຍົກ​ໃຫ້​ເຫັນ​ວ່າ: “ຕ້ອງ​ຊຸກ​ຍູ້​ເສດ​ຖະ​ກິດ​ໃຫ້​ພັດ​ທະ​ນາ​​ໄປສູ່​​ການ​ຂັບ​ເຄື່ອນດ້​ວຍ​ການ​ປະ​ດິດ​ສ້າງ, ມີ​ໂຄງ​ສ້າງ​ເສດ​ຖະ​ກິດ​ທີ່​ປັບ​ປຸງ​ໃຫ້​ດີ​ຂຶ້ນ ​ແລະ​ ພັດ​ທະ​ນາ​ໄປ​ສູ່​ທິດ​ທາງ​ທີ່​ດີ, ຮັບ​ປະ​ກັນ ​ແລະ​ ປັບ​ປຸງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ໃຫ້​ດີ​ຂຶ້ນຢ່າງ​ແທ້​ຈິງ, ພະ​ຍາ​ຍາມ​ສູ້​ຊົນ​ເຮັດ​ສຳ​ເລັດ​ໜ້າ​ທີ່​ເປົ້າ ​ໝາຍ​ໝົດ​ປີ ເພື່ອ​ບັນ​ລຸ​ສະ​ພາບ​ການ​ເລີ່ມ​ຕົ້ນ​ທີ່​ດີ​ແຫ່ງ​ການ​ປະ​ຕິ​ບັດ​ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ​-ສັງ​ຄົມ​ແຫ່ງ​ຊາດ 5 ປີ​ ຄັ້ງ​ທີ 15​”.
ນັກ​ທ່ອງ​ທ່ຽ​ວຕ່າງ​ປະ​ເທດ​ຫຼັ່ງ​ໄຫຼ​​ທ່ຽວ​ຈີນ​​ ເພື່ອ​ສຳ​ຜັດ​ມົນ​ສະ​ເໜ່​ທີ່​ຫຼາກຫຼາຍ​ສີ​ສັນ​ຂອງ​ຈີນ

ນັກ​ທ່ອງ​ທ່ຽ​ວຕ່າງ​ປະ​ເທດ​ຫຼັ່ງ​ໄຫຼ​​ທ່ຽວ​ຈີນ​​ ເພື່ອ​ສຳ​ຜັດ​ມົນ​ສະ​ເໜ່​ທີ່​ຫຼາກຫຼາຍ​ສີ​ສັນ​ຂອງ​ຈີນ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 9 ຕຸລາ ນີ້ວ່າ: ນັບ​ແຕ່​ຕົ້ນ​ປີ​ນີ້​ເປັນ​ຕົ້ນ​ມາ, ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ​ໄດ້​ເຂົ້າ​ມາ​ທ່ອງ​ທ່ຽວ​ຈີນ​ນັບ​ມື້ຫຼາຍ​ຂຶ້ນ. ໂຕ​ເລກ​ຂໍ້​ມູນ​ຈາກ​ເວັບ​ໄຊ​ທ່ອງ​ທ່ຽວ​ທີ່​ກ່ຽວ​ຂ້ອງ​ສະ​ແດງ​ໃຫ້​ເຫັນ​ວ່າ: ໃນ​ໄລ​ຍະ​ພັກ​ບຸນ​ວັນ​ຊາດ​ຈີນ​ປີ​ນີ້, ຈຳ​ນວນ​ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ​​ເດີນ​ທາງມາ​ທ່ອງ​ທ່ຽວ​ຈີນ​ໄດ້​ສືບ​ຕໍ່​ເພີ່ມ​ຂຶ້ນ, ນັກ​ທ່ອງ​ທ່ຽວ​ທີ່​ມາ​ຈາກ​ທະ​ວີບ​ເອີ​ຣົບ ແລະ ທະ​ວີບ​​ໂອ​ຊີ​ອາ​ນີ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ.
ປິດ​ກອງ​ປະ​ຊຸມ​ຄັ້ງ​ທີ 4 ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ຊຸດ​ທີ 14

ປິດ​ກອງ​ປະ​ຊຸມ​ຄັ້ງ​ທີ 4 ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ຊຸດ​ທີ 14

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນ​ວັນ​ທີ 8 ຕຸ​ລາ ຜ່ານມາ, ຢູ່​ສຳ​ນັກ​ງານ​ສູນ​ກາງ​ພັກ​ທີ່ ​ນະຄອນຫຼວງຮ່າ​ໂນ້ຍ ​ໄດ້​ປິດກອງ​ປະ​ຊຸມ​ຄັ້ງ​ທີ 4 ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ຊຸດ​ທີ 14 ​ພາຍຫຼັງດຳເນີນ​ເປັນ​ເວ​ລາ 4 ວັນ (ວັນ​ທີ 5-8 ຕຸ​ລາ). ທ່ານ​ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່ ປະ​ທານ​ປະ​ເທດ ຫວຽດນາມ ໄດ້​ກ່າວ​ຄຳ​ເຫັນ​ເນັ້ນ​ນັກຫຼາຍ​ບັນ​ຫາ​ສຳ​ຄັນ​ທີ່​ສູນ​ກາງ​ໄດ້​ຮັບ​ຮອງ​ເອົາ. ທ່ານໄດ້ເນັ້ນໜັກວ່າ: ກອງ​ປະ​ຊຸມ​ຄັ້ງ​ນີ້ ໄດ້​ຫັນ​ເປັນ​ລະ​ອຽດ​ບາດ​ກ້າວ​ສຳ​ຄັນ ມະ​ຕິ​ກອງ​ປະ​ຊຸມ​ໃຫ​ຍ່​ຄັ້ງ​ທີ 14 ຂອງ​ພັກ, ຕິດ​ພັນກັບ​ການກໍ່​ສ້າງ​ພັກ ​ການ​ບໍ​ລິ​ຫານ​ແຫ່ງ​ຊາດ ແລະ ພັດ​ທະ​ນາ​ປະ​ເທດ​ຊາດ. ບັນ​ດາ​ນະ​ໂຍ​ບາຍ​ເພື່ອ​ແນ​ໃສ່​ຍົກ​ສູງ​ຄວາມ​ສາ​ມາດ​ນຳ​ພາ, ປະ​ຕິ​ບັດ, ເຕົ້າ​ໂຮມ​ກຳ​ລັງ​ທົ່ວ​ບວງ​ຊົນ​ທັງ​ຊາດ.
ທະ​ນາ​ຄານ​ໂລກ​ ປັບການ​ຄາ​ດ​ຄະ​ເນ​​ການ​ເຕີບ​ໂຕຂອງເສດ​ຖະ​ກິດ​ພາກ​ພື້ນ​ອາ​ຊີ​ຕາ​ເວັນ​ອອກ - ປາ​ຊີ​ຟິກ​ ​

ທະ​ນາ​ຄານ​ໂລກ​ ປັບການ​ຄາ​ດ​ຄະ​ເນ​​ການ​ເຕີບ​ໂຕຂອງເສດ​ຖະ​ກິດ​ພາກ​ພື້ນ​ອາ​ຊີ​ຕາ​ເວັນ​ອອກ - ປາ​ຊີ​ຟິກ​ ​

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນ​ທີ 6 ຕຸ​ລາ​ ຜ່ານມາ, ທະ​ນາ​ຄານ​ໂລກ​ໄດ້​ປະ​ກາດ​ບົດ​ລາຍ​ງານ​ວ່າ​ດ້ວຍ​ການ​ຄາດ​ຄະ​ເນ​ຈັງ​ຫວະ​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ພາກ​ພື້ນ​ອາ​ຊີ​ຕາ​ເວັນ​ອອກ ແລະ ປາ​ຊີ​ຟິກ ສະ​ບັບ​ປັບ​ປຸງ​ໃໝ່, ໂດຍ​ໄດ້​ປັບ​ການ​ຄາ​ດ​ຄະ​ເນ​ຈັງ​ຫວະ​ການ​ເຕີບ​ໂຕຂອງເສດ​ຖະ​ກິດ​ພາກ​ພື້ນ​ດັ່ງ​ກ່າວ​ຂຶ້ນ​ເປັນ 4.5%, ເພີ່ມ​ຂຶ້ນ 0.3% ເມື່ອ​ທຽບ​ໃສ່​ການ​ຄາດ​ຄະ​ເນ​ທີ່​ປະ​ກາດ​ໃນ​ເດືອນ​ເມ​ສາ​ ຜ່ານມາ.
IMF ແນະນຳໃຫ້ລັດຖະບານທົ່ວໂລກຊ່ວຍເຫຼືອກຸ່ມຄົນທີ່ມີຄວາມສ່ຽງ

IMF ແນະນຳໃຫ້ລັດຖະບານທົ່ວໂລກຊ່ວຍເຫຼືອກຸ່ມຄົນທີ່ມີຄວາມສ່ຽງ

ຂ່າວຕ່າງປະເທດລາຍງານໃນວັນທີ 7 ຕຸລາ ຜ່ານມາວ່າ: ກອງທຶນການເງິນສາກົນ (IMF) ໄດ້ແນະນຳໃຫ້ລັດຖະບານທົ່ວໂລກໃຊ້ມາດຕະການຊ່ວຍເຫຼືອທາງດ້ານການເງິນແບບເຈາະຈົງສຳລັບກຸ່ມທີ່ມີຄວາມສ່ຽງ, ແທນທີ່ຈະໃຫ້ການອຸດໜູນລາຄາສິນຄ້າຢ່າງກວ້າງຂວາງ, ເພື່ອຫຼຸດຜ່ອນຜົນກະທົບຕໍ່ຄົວເຮືອນທີ່ມີລາຍໄດ້ຕໍ່າໃນໄລຍະທີ່ອັດຕາເງິນເຟີ້ເພີ່ມຂຶ້ນ.
ສິງກະໂປ ສະເໜີ 2 ໂຄງການເພື່ອເສີມຂະຫຍາຍການຕ້ານການຫຼອກລວງທາງອອນລາຍ

ສິງກະໂປ ສະເໜີ 2 ໂຄງການເພື່ອເສີມຂະຫຍາຍການຕ້ານການຫຼອກລວງທາງອອນລາຍ

ຂ່າວຕ່າງປະເທດລາຍາງນວ່າ: ທ່ານ ເຄ ຊານມູກາມ ລັດຖະມົນຕີອາວຸໂສສິງກະໂປ ໄດ້ເປີດເຜີຍໃນວັນ 6 ຕຸລາ ຜ່ານມາ ວ່າ, ສິງກະໂປໄດ້ສະເໜີ 2 ໂຄງການ ເພື່ອເສີມຂະຫຍາຍການຕອບສະໜອງຕໍ່ໄພຂົ່ມຂູ່ຈາກການຫຼອກລວງທາງອອນລາຍໃນອາຊຽນ ກ່ອນທີ່ສິງກະໂປຈະເປັນປະທານອາຊຽນໃນປີໜ້າ.
ຮົງ​ກົງ ​ໄດ້​ຮັບ​ການ​ປະ​ເມີນເປັນ​ກຸ່ມ​ເສດຖະກິດ​​ເສລີ​ທີ່​ສຸດ​ໃນ​ໂລກ​​

ຮົງ​ກົງ ​ໄດ້​ຮັບ​ການ​ປະ​ເມີນເປັນ​ກຸ່ມ​ເສດຖະກິດ​​ເສລີ​ທີ່​ສຸດ​ໃນ​ໂລກ​​

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນ​ທີ 6 ຕຸ​ລ​າ​ ຜ່ານມາ, ສະ​ຖາ​ບັນ​ຄົ້ນ​ຄວ້າ​ຟ​ຣາ​ເຊີ​ກາ​ນາ​ດາ ​ໄດ້​ປະ​ກາດ “ບົດ​ລາຍ​ງານ​ຄວາມ​ເສລີ​ດ້ານ​ເສດຖະກິດ​ໂລກ​ປະຈຳ​ປີ 2026”. ຮົງກົງ​​ ໄດ້​ຮັບ​ການ​ປະ​ເມີນເປັນ​ກຸ່ມ​ເສດຖະກິດ​​ເສລີ​ທີ່​ສຸດ​ໃນ​ໂລກ​​ອີກ​​ຄັ້ງໜຶ່ງ. ໃນ​ມື້​ດຽວ​ກັນ, ​ໂຄ​ສົກ​ອົງ​ການ​ປົກ​ຄອງ​ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງກ່າວ ​ວ່າ, ບົດ​ລາຍ​ງານ​ດັ່ງ​ກ່າວ​ໄດ້​ຢືນ​ຢັນ​ທ່າ​ແຮງ​ດ້ານ​ຕະຫຼາດ​ເສ​ລີ​ ລວມ​ທັງ​ສະ​ພາບ​ແວດ​ລ້ອມ​ການ​ດຳ​ເນີນ​ທຸ​ລະ​ກິດ​ທີ່​ເປີດ​ປະ​ຕູ, ມີ​ປະ​ສິດ​ທິ​ຜົນ​ສູງ ແລະ ຍຸ​ຕິ​ທຳຂອງ​ຮົງ​ກົງ​ອີກ​ຄັ້ງ​ໜຶ່ງ.
ການ​ສົ່ງ​ອອກ​ສິນ​ໃນ​ນ້ຳຂອງຫວຽດນາມ ບັນລຸ 9 ຕື້ກວ່າໂດລາ ​

ການ​ສົ່ງ​ອອກ​ສິນ​ໃນ​ນ້ຳຂອງຫວຽດນາມ ບັນລຸ 9 ຕື້ກວ່າໂດລາ ​

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 7 ຕຸລາ ຜ່ານມາວ່າ: ໃນ 9 ເດືອນ​ຕົ້ນ​ປີ 2026, ການ​ສົ່ງ​ອອກ​ສິນ​ໃນ​ນ້ຳ​ບັນ​ລຸ 9 ຕື້ກວ່າໂດລາ, ເພີ່ມ​ຂຶ້ນ 12.3%. ກຳ​ລັ​ງ​ໜູນການ​ເຕີບ​ໂຕແມ່ນ​ໝາກ​ຜົນ​ທີ່​ຕັ້ງ​ໜ້າຂອງ​ການ​ເຄື່ອນ​ໄຫວ​ປູກ​ລ້ຽງ, ປຸງ​ແຕ່ງ ແລະ ຄວາມ​ຕ້ອງ​ການຂອງ​ຕະຫຼາດ. ດ້ວຍ​ອັດ​ຕາ​ການ​ເຕີບ​ໂຕ​ສູງ, ສິນ​ໃນ​ນ້ຳ​ສືບ​ຕໍ່​ຮັກ​ສາ​ບົດ​ບາດ​ສຳ​ຄັນ​ໃນ​ການ​ເພີ່ມ​ວົງ​ເງິນ​ ແລະ ປັບ​ປຸງ​​ດຸນ​ການ​ຄ້າຂອງຂົງເຂດ​ກະ​ສິ​ກຳ.
ຍອດຂາຍຍ່ອຍຂອງສິງກະໂປຊ້າລົງໃນເດືອນສິງຫາ

ຍອດຂາຍຍ່ອຍຂອງສິງກະໂປຊ້າລົງໃນເດືອນສິງຫາ

ຂ່າວຕ່າງປະເທດລາຍງານວ່າ: ສຳນັກງານສະຖິຕິແຫ່ງຊາດສິງກະໂປ ເປີດເຜີຍໃນວັນທີ 5 ຕຸລາ ຜ່ານມາວ່າ, ຍອດຂາຍຍ່ອຍຂອງສິງກະໂປເພີ່ມຂຶ້ນ 0.7% ໃນເດືອນສິງຫາ ເມື່ອທຽບກັບປີກ່ອນ, ຊ້າລົງຈາກການເຕີບໂຕ 1.3% ໃນເດືອນກໍລະກົດ.
AMRO ປັບການຄາດຄະເນການເຕີບໂຕ GDP ສ ເກົາຫຼີ ຂຶ້ນເປັນ 3.3%

AMRO ປັບການຄາດຄະເນການເຕີບໂຕ GDP ສ ເກົາຫຼີ ຂຶ້ນເປັນ 3.3%

ຂ່າວຕ່າງປະເທດລາຍງານໃນວັນທີ 6 ຕຸລາ ຜ່ານມາວ່າ: ຫ້ອງການຄົ້ນຄວ້າເສດຖະກິດມະຫາພາກອາຊຽນ+3 (AMRO) ໄດ້ປັບການຄາດຄະເນການເຕີບໂຕທາງເສດຖະກິດຂອງ ສ ເກົາຫຼີ ໃນປີ 2026 ຂຶ້ນເປັນ 3.3% ຈາກ 3.1% ແລະ ການຄາດຄະເນປີ 2027 ເປັນ 2.7% ຈາກ 2.2%, ພ້ອມທັງເຕືອນວ່າ ຄວາມຕ້ອງການ AI ທີ່ຊ້າລົງ ແລະ ວິກິດການຕາເວັນອອກກາງອາດຈະສ້າງຄວາມກົດດັນຕໍ່ການສົ່ງອອກ ແລະ ການລົງທຶນໃນພາກພື້ນ.
ເພີ່ມເຕີມ