ຍ້ອນຫຍັງແຂກຮັບເຊີນສາກົນຈຶ່ງເວົ້າວ່າ “ຈີນເປັນທາງເລືອກທີ່ຕ້ອງມີ”?

ຍ້ອນຫຍັງແຂກຮັບເຊີນສາກົນຈຶ່ງເວົ້າວ່າ “ຈີນເປັນທາງເລືອກທີ່ຕ້ອງມີ”?

ຍ້ອນຫຍັງແຂກຮັບເຊີນສາກົນຈຶ່ງເວົ້າວ່າ “ຈີນເປັນທາງເລືອກທີ່ຕ້ອງມີ”?
ຂ່າວສານຊີອາໄອລາຍງານວ່າ: ກອງປະຊຸມປະຈໍາປີ 2026 ຂອງເວທີປຶກສາຫາລືອາຊີໂປອາວໄດ້ປິດລົງໃນວັນທີ 27 ມີນາ ຜ່ານມານີ້ ຢູ່ແຂວງໄຫຫຼໍາຂອງ ຈີນ, ຜູ້ຕາງໜ້າປະມານ 2,000 ຄົນຈາກ 60 ກວ່າປະເທດ ແລະ ເຂດແຄວ້ນໄດ້ເຂົ້າຮ່ວມກອງປະຊຸມດັ່ງກ່າວ. ໃນນັ້ນ, ມີແຂກຮັບເຊີນສາກົນຫຼາຍທ່ານຊີ້ໃຫ້ເຫັນວ່າ: ຈາກ “ແຜນການຂອງຈີນ” ທີ່ສະເໜີອອກໃນກອງປະຊຸມດັ່ງກ່າວຮອດຂໍ້ລິເລີ່ມທົ່ວໂລກຕ່າງໆທີ່ສະເໜີອອກໂດຍຈີນ, ລ້ວນແຕ່ໄດ້ວາດພາບຄໍາສັບສໍາຄັນໜຶ່ງຢ່າງຈະແຈ້ງ ຄື: ການເປີດປະຕູ.
ຍອນຫຍງແຂກຮບເຊນສາກນຈງເວາວາ “ຈນເປນທາງເລອກທຕອງມ”? - image 1
 

 

ວົງການພາຍນອກໄດ້ໃຫ້ຄວາມສົນໃຈໂດຍລວມວ່າ: ແຜນແມ່ບົດຂອງການພັດທະນາ 5 ປີຄັ້ງທີ 15 ຂອງຈີນໄດ້ຈັດວາງກ່ຽວກັບການເປີດກວ້າງການເປີດປະຕູສູ່ພາຍນອກທີ່ມີລະດັບສູງໂດຍສະເພາະ. ໃນ 5 ປີຂ້າງໜ້າ, ຈີນທີ່ເປີດປະຕູສູ່ພາຍນອກກວ້າງກວ່າເກົ່າຈະນໍາມາຊຶ່ງ “ໂອກາດໃໝ່ ແລະ ການຮ່ວມມືໃໝ່” ດ້ານໃດແດ່?

ຕະຫຼາດທີ່ມີປະຊາກອນຫຼາຍກວ່າ 1 ຕື້ 400 ລ້ານຄົນຂອງຈີນມີທ່າແຮງບົ່ມຊ້ອນດ້ານຄວາມຕ້ອງການພາຍໃນອັນມະຫາສານ, ພວມຫັນຈາກ “ໂຮງງານໂລກ”ໄປສູ່ “ສູນກາງແຫ່ງຄວາມຕ້ອງການ”. ພ້ອມດຽວກັນນີ້, ດັດຊະນີການປະດິດສ້າງໃໝ່ຂອງຈີນກ້າວເຂົ້າສູ່ 10 ອັນດັບທໍາອິດຂອງໂລກ, ການພັດທະນາໃນຂົງເຂດສີຂຽວ ແລະ ປັນຍາປະດິດໄດ້ສະໜອງແຮງຂັບເຄື່ອນໃໝ່ໃຫ້ແກ່ການຫັນປ່ຽນຮູບແບບການພັດທະນາຂອງເສດຖະກິດໂລກ.

ພາຍໃຕ້ສະພາບການທີ່ລັດທິປົກປ້ອງການຄ້າມີທ່າອ່ຽງຟື້ນຕົວ, ການເປີດປະຕູຂອງຈີນໄດ້ກາຍເປັນຄວາມແນ່ນອນທີ່ສາມາດຈັບຕ້ອງໄດ້ຂອງໂລກ. ນັບແຕ່ຈີນສ້າງຕັ້ງດ່ານພາສີອິດສະຫຼະທົ່ວເກາະໄຫຫຼໍາເປັນຕົ້ນມາ, ວິສາຫະກິດການຄ້າຕ່າງປະເທດທີ່ລົງທະບຽນໃໝ່ຢູ່ຈີນໄດ້ເພີ່ມຂຶ້ນ 65.7%, ຂະນະທີ່ຫົວໜ່ວຍທຸລະກິດ 11,773 ແຫ່ງໄດ້ຮັບອະນຸຍາດໃຫ້ນໍາໃຊ້ນະໂຍບາຍຍົກເວັ້ນພາສີ...ຄຸນຄ່າຂອງນະໂຍບາຍການເປີດປະຕູສູ່ພາຍນອກຂອງຈີນໄດ້ຫັນເປັນ “ຜົນໄດ້ຮັບ” ທີ່ເປັນຮູບປະທໍາ. ທ່ານ ປິເຕີ ເບີເນດ ປະທານສະພາການຄ້າອັງກິດ-ຈີນຂອງອັງກິດໃຫ້ຮູ້ວ່າ: ຂ້າພະເຈົ້າໃຫ້ຄໍາແນະນໍາແກ່ບໍລິສັດຈໍາໜ່າຍສິນຄ້າ ຫຼື ບໍລິສັດໃຫ້ການບໍລິການຂອງອັງກິດສະເໝີວ່າ ຖ້າຢາກປະສົບຜົນສໍາເລັດໃນໂລກກໍຕ້ອງເລືອກດໍາເນີນທຸລະກິດຢູ່ຈີນ.

ເດືອນພະຈິກປີນີ້, ຈີນຈະເປັນເຈົ້າພາບຈັດກອງປະຊຸມຜູ້ນຳການຮ່ວມມືດ້ານເສດຖະກິດເອເປັກຄັ້ງທີ 33 ຢູ່ນະຄອນເຊີນເຈິ້ນ ເພື່ອຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກໍາອາຊີປາຊີຟິກໃຫ້ໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນຮູບປະທໍາ. ຈາກເມືອງໂປອາວຮອດນະຄອນເຊີນເຈິ້ນ, ຈີນໄດ້ພິສູດໃຫ້ເຫັນຄັ້ງແລ້ວຄັ້ງອີກດ້ວຍພຶດຕິກໍາຕົວຈິງວ່າ: ການຊົມໃຊ້ໂອກາດຮ່ວມກັນ ແລະ ການຮ່ວມກັນສ້າງອະນາຄົດກັບໂລກນັ້ນຍັງເປັນການຢຶດໝັ້ນທີ່ບໍ່ປ່ຽນແປງຂອງຈີນ.

ຄໍາເຫັນ

ຂ່າວຕ່າງປະເທດ

ໜີ້ສິນສາທາລະນະຂອງຝຣັ່ງ ຄາດວ່າຈະເກີນ 119% ຂອງ GDP

ໜີ້ສິນສາທາລະນະຂອງຝຣັ່ງ ຄາດວ່າຈະເກີນ 119% ຂອງ GDP

ສຳນັກຂ່າວສານຊິນຮວາ ລາຍງານໃນວັນທີ 20 ກັນຍາ ຜ່ານມາວ່າ: ຂໍ້ມູນຈາກກະຊວງເສດຖະ ກິດ ແລະ ການເງິນຂອງຝຣັ່ງ ທີ່ເຜີຍແຜ່ໃນວັນ 19 ກັນຍາ ຜ່ານມາ ລະບຸວ່າ: ໜີ້ສິນສາທາລະນະຂອງ ຝຣັ່ງຈະສືບຕໍ່ເພີ່ມຂຶ້ນ, ໂດຍຄາດວ່າຈະບັນລຸ 119.3% ຂອງລວມຍອດຜະລິດຕະພັນພາຍໃນປະເທດ (GDP) ໃນປີ 2026 ຊຶ່ງເພີ່ມຂຶ້ນຈາກ 115.6% ໃນປີ 2025.
ການຂະຫຍາຍຕົວຂອງສູນຂໍ້ມູນໃນມາເລເຊຍ ຊຸກຍູ້ຄວາມຕ້ອງການໄຟຟ້າໃຫ້ເພີ່ມຂຶ້ນ

ການຂະຫຍາຍຕົວຂອງສູນຂໍ້ມູນໃນມາເລເຊຍ ຊຸກຍູ້ຄວາມຕ້ອງການໄຟຟ້າໃຫ້ເພີ່ມຂຶ້ນ

ສຳນັກຂ່າວສານຊິນຮວາ ລາຍງານຫວ່າງມໍ່ໆມານີ້ວ່າ: ບໍລິສັດ Moody's Ratings ຊຶ່ງບໍລິສັດຜູ້ໃຫ້ບໍລິການດ້ານຂໍ້ມູນທາງການເງິນ ໄດ້ເປີດເຜີຍວ່າ, ການຂະຫຍາຍຕົວຢ່າງໄວວາຂອງສູນຂໍ້ມູນໃນມາເລເຊຍຈະນໍາໄປສູ່ຄວາມຕ້ອງການໄຟຟ້າເພີ່ມຂຶ້ນຢ່າງຫຼວງຫຼາຍໃນໄລຍະ 10 ປີຂ້າງໜ້າ ແລະ ຂະແໜງພະລັງງານຕ້ອງອາໄສການລົງທຶນເພີ່ມຂຶ້ນຢ່າງຫຼວງຫຼາຍ. ໂດຍການເຕີບໂຕຂອງສູນຂໍ້ມູນຈະຖືກຂັບເຄື່ອນຈາກລາຄາພະລັງງານທີ່ແຂ່ງຂັນໄດ້, ການສະໜອງທີ່ພຽງພໍ ແລະ ມາດຕະການສະໜັບສະໜູນຂອງລັດຖະບານ, ລວມທັງຄວາມຕ້ອງການທີ່ເພີ່ມຂຶ້ນທີ່ຊຸກຍູ້ໂດຍສິງກະໂປ.
ການນຳເຂົ້າສິນຄ້າຂອງ​ຈີນ​ໃນ​ປີ​ນີ້ ​ຄາດ​ວ່າຈະ​ບັນ​ລຸ​ລະ​ດັບ​ສູງ​ສຸດ​ອີກ​ຄັ້ງ​

ການນຳເຂົ້າສິນຄ້າຂອງ​ຈີນ​ໃນ​ປີ​ນີ້ ​ຄາດ​ວ່າຈະ​ບັນ​ລຸ​ລະ​ດັບ​ສູງ​ສຸດ​ອີກ​ຄັ້ງ​

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານຫວ່າງມໍ່ໆມານີ້ວ່າ: ຫ້ອງການຖະ​ແຫຼງ​ຂ່າວຂອງ​ລັດ​ຖະ​ບານ​ຈີນ​ໄດ້​ຈັດກອງປະຊຸມ​ຖະ​ແຫຼງຂ່າວ, ຜູ້​ຮັບ​ຜິດ​ຊອບ​ທີ່​ກ່ຽວ​ຂ້ອງ​ຈາກ​ກະ​ຊວງ​ການ​ຄ້າ​ຈີນ​​ໃຫ້​ຮູ້​ວ່າ, ໃນຖານະເປັນປະເທດການຄ້າສິນຄ້າທີ່ໃຫຍ່ທີ່ສຸດໃນໂລກ, ຈີນຍັງ​ສືບ​ຕໍ່​ເປັນ​ແຮງ​ຂັບ​ເຄື່ອນ​ທີ່​ສຳ​ຄັນ​ໃນ​ການ​ເຕີບ​ໂຕ​​ຂອງການຄ້າໂລກ.
ກຳປູເຈຍ ເນລະເທດຄົນເຂົ້າເມືອງຜິດກົດໝາຍຫຼາຍກວ່າ 70,000 ຄົນ

ກຳປູເຈຍ ເນລະເທດຄົນເຂົ້າເມືອງຜິດກົດໝາຍຫຼາຍກວ່າ 70,000 ຄົນ

ສຳນັກຂ່າວສານຊິນຮວາ ລາຍງານຫວ່າງມໍ່ໆມານີ້ວ່າ: ທ່ານ ທັດ ສຸຂະ ໂຄສົກກະຊວງປ້ອງກັນຄວາມສະຫງົບຂອງກຳປູເຈຍ ໄດ້ລາຍງານການເນລະເທດຄົນເຂົ້າເມືອງຜິດກົດໝາຍ ຈຳນວນ 72,426 ຄົນ ລະຫວ່າງເດືອນກັນຍາ 2023 ຫາ ເດືອນກັນຍາ 2026 ຊຶ່ງໃນນັ້ນ, ມີຜູ້ທີ່ກ່ຽວຂ້ອງກັບການສໍ້ໂກງທາງອອນລາຍ ປະມານ 25,703 ຄົນ.
ບໍລິສັດ Google ຢືນຢັນແບບຈໍາລອງ AI ຂອງຕົນເຄີຍເຈາະລະບົບຂອງ 3 ບໍລິສັດ

ບໍລິສັດ Google ຢືນຢັນແບບຈໍາລອງ AI ຂອງຕົນເຄີຍເຈາະລະບົບຂອງ 3 ບໍລິສັດ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນທີ 18 ກັນຍາ ຜ່ານມາ, ບໍລິສັດ Google ຂອງ ສະຫະລັດ ອາເມຣິກາ ໄດ້ຍອມຮັບເປັນເທື່ອທໍາອິດວ່າ: ໃນລະຫວ່າງການທົດລອງຄວາມສາມາດດ້ານຄວາມປອດໄພທາງອິນເຕີເນັດໃນເດືອນພຶດສະພາຜ່ານມາ, Gemini ຊຶ່ງເປັນແບບຈໍາລອງປັນຍາປະດິດ ຫຼື AI ຂອງຕົນເຄີຍເຈາະລະບົບປິດກັ້ນ ແລະ ລ່ວງລ້ຳເຂົ້າໃນລະບົບຂອງບໍລິສັດຕົວຈິງ 3 ແຫ່ງ.
ປີ 2026 ກວາງນິງ ຕ້ອນຮັບກຳປັ່ນທ່ອງທ່ຽວສາກົນຈຳນວນຫຼາຍ

ປີ 2026 ກວາງນິງ ຕ້ອນຮັບກຳປັ່ນທ່ອງທ່ຽວສາກົນຈຳນວນຫຼາຍ

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 20 ກັນຍາ ຜ່ານມາວ່າ: ຕາມຕາຕະລາງກ່ຽວກັບກຳ​ປັ່ນປີ 2026 ຂອງທ່າກໍາປັ່ນສາກົນ ຮະລອງ, ລະດູການທ່ອງທ່ຽວກຳ​ປັ່ນປີນີ້ມີການເຂົ້າຮ່ວມຂອງຫຼາຍເຄື່ອງໝາຍການຄ້າກຳ​ປັ່ນສາກົນ, ພານັກທ່ອງທ່ຽວ​ມາຈາກ ສະຫະລັດ ອາເມລິກາ, ເຢຍລະມັນ, ອັງກິດ, ການາດາ, ຈີນ ແລະ ຫຼາຍປະເທດ ເອີລົບ ມາຍັງ ກວາງນິງ.
ເສດຖະກິດ 6 ປະເທດອາຊຽນຈະເຕີບໂຕໃນອັດຕາສະເລ່ຍ 4.8% ໃນອີກ 10 ປີຂ້າງໜ້າ

ເສດຖະກິດ 6 ປະເທດອາຊຽນຈະເຕີບໂຕໃນອັດຕາສະເລ່ຍ 4.8% ໃນອີກ 10 ປີຂ້າງໜ້າ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 17 ກັນຍາ ຜ່ານມາວ່າ: ບົດລາຍງານການຄາດຄະເນ 6 ປະເທດທີ່ມີເສດຖະກິດໃຫຍ່ທີ່ສຸດໃນອາຊີຕາເວັນອອກສ່ຽງໃຕ້ຄື: ອິນໂດເນເຊຍ, ມາເລເຊຍ, ຟີລິບປິນ, ສິງກະໂປ, ໄທ ແລະ ຫວຽດນາມ ຈະເຕີບໂຕໃນອັດຕາສະເລ່ຍ 4.8% ຕໍ່ປີ ລະຫວ່າງປີ 2026 - 2035, ໂດຍໄດ້ຮັບແຮງຂັບເຄື່ອນຈາກການລົງທຶນຈາກຕ່າງປະເທດ ແລະ ການສະສົມທຶນ ຢ່າງຕໍ່ເນື່ອງ, ການພັດທະນາອຸດສາຫະກຳ ແລະ ພື້ນຖານໂຄງລ່າງ, ລວມທັງຜົນຜະລິດທີ່ເພີ່ມຂຶ້ນຈາກການນໍາໃຊ້ເຕັກໂນໂລຊີ.
ທ່ານ ສີ​ຈິ້ນ​ຜິງ ໃຫ້​ທິດ​ຊີ້​ນຳ​ທີ່​ສຳ​ຄັນ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ການ​ຜະ​ລິດ​ທີ່​ກ້າວ​ໜ້າ

ທ່ານ ສີ​ຈິ້ນ​ຜິງ ໃຫ້​ທິດ​ຊີ້​ນຳ​ທີ່​ສຳ​ຄັນ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ການ​ຜະ​ລິດ​ທີ່​ກ້າວ​ໜ້າ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ຫວ່າງ​ມໍ່ໆ​ມາ​ນີ້, ທ່ານ ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ປະ​ທານ​ປະ​ເທດ ປະ​ທານ​ຄະ​ນະ​ກຳ​ມະ​ການ​ການ​ທະ​ຫານ​ສູນ​ກາງ​ຈີນ​ໄດ້​ໃຫ້​ທິດ​ຊີ້​ນຳ​ທີ່​ສຳ​ຄັນ​ກ່ຽວ​ກັບ​​ການ​ພັດ​ທະ​ນາອຸດ​ສາ​ຫະ​ກຳ​ການ​ຜະ​ລິດ​ທີ່​ກ້າວ​ໜ້າ ໂດຍ​ຊີ້​ໃຫ້​ເຫັນ​ວ່າ: ນັບ​ແຕ່ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 18 ຂອງ​ພັກ​ກອມ​ມູ​ນິດ​ຈີນເປັນ​ຕົ້ນ​ມາ, ອຸດ​ສາ​ຫະ​ກຳ​ການ​ຜະ​ລິດ​ທີ່​ກ້າວ​ໜ້າ​ຂອງ​ຈີນ​ໄດ້​ຮັບ​ການ​ພັດ​ທະ​ນາ​ ແລະ ​ຂະ​ຫຍາຍ​ຕົວ​ຢ່າງ​ບໍ່​ຢຸດ​ຢັ້ງ, ກຳ​ລັງ​ປະ​ດິດ​ສ້າງ​ໃໝ່, ກຳ​ລັງ​ແຂ່ງ​ຂັນ​ ແລະ ​ກຳ​ລັງ​ສັງ​ລວມ​ໄດ້​ຮັບ​ການ​ເພີ່ມ​ທະ​ວີ​ຂຶ້ນ​ຢ່າງ​ຈະ​ແຈ້ງ, ການ​ສ້າງ​ປະ​ເທດ​ທີ່​ເຂັ້ມ​ແຂງ​ດ້ານ​ການ​ຜະ​ລິດ​ໄດ້​ມີບາດ​ກ້າວ​ທີ່​ໜັກ​ແໜ້ນ.
ຄະນະຊີ້ນຳການສະຫຼຸບ 100 ປີແຫ່ງພັກນໍາພາການປະຕິວັດ ຫວຽດນາມ ຈັດກອງປະຊຸມວາລະທີສອງ

ຄະນະຊີ້ນຳການສະຫຼຸບ 100 ປີແຫ່ງພັກນໍາພາການປະຕິວັດ ຫວຽດນາມ ຈັດກອງປະຊຸມວາລະທີສອງ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 17 ກັນຍາ ຜ່ານມາ ທີ່ສຳນັກງານສູນກາງພັກ, ຄະນະຊີ້ນຳການສະຫຼຸບ 100 ປີແຫ່ງພັກນໍາພາການປະຕິວັດ ຫວຽດນາມ, ການກຳນົດທິດນຳພາການພັດທະນາປະເທດຊາດ ໃນ 100 ປີຕໍ່ໄປ ແລະ ສະຫຼຸບ 40 ປີແຫ່ງການປະຕິບັດໂຄງການການເມືອງ ສ້າງສາປະເທດຊາດໃນໄລຍະຂ້າມຜ່ານຂຶ້ນສັງຄົມນິຍົມ ຄະນະຊີ້ນຳໄດ້ຈັດການປະຊຸມວາລະທີສອງ. ໂດຍມີ ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ປະທານປະເທດ ຫວຽດນາມ ເປັນປະທານວາລະປະຊຸມ.
ຈີນ ​ສ້າງ​ພະ​ລັງ​ຂັບ​ເຄື່ອນ​ໃຫ້​ແກ່​ການ​ຕໍ່​ຕ້ານ​ການຫຼອກ​ລວງ​ທາງ​ໂທ​ລະ​ຄົມ​ທົ່ວ​ໂລກ

ຈີນ ​ສ້າງ​ພະ​ລັງ​ຂັບ​ເຄື່ອນ​ໃຫ້​ແກ່​ການ​ຕໍ່​ຕ້ານ​ການຫຼອກ​ລວງ​ທາງ​ໂທ​ລະ​ຄົມ​ທົ່ວ​ໂລກ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນການຕໍ່ຕ້ານການຫຼອກລວງທາງໂທລະຄົມຂ້າມຊາຍແດນທົ່ວໂລກ, ຈີນໄດ້ກ້າວຂ້າມບົດບາດຂອງຜູ້ຖືກເຄາະຮ້າຍ ແລະ ກ້າວຂຶ້ນມາເປັນຜູ້ປົກປ້ອງທີ່ມີລັກສະນະຕັດສິນຄວາມໝັ້ນຄົງສາກົນ ໂດຍການຊຸກຍູ້ການປ່ຽນແປງຮູບແບບການບໍລິຫານຈາກການຕໍ່ຕ້ານຂອງໃຜຂອງລາວໄປສູ່ການຕໍ່ຕ້ານແບບປະສານງານໃນທົ່ວໂລກ.
ເພີ່ມເຕີມ