![]() |
ສະຖຽນລະພາບແມ່ນວຽກສຳຄັນອັນດັບໜຶ່ງຂອງເຂດຊິ່ນຈ່ຽງ. ຊິ່ນຈ່ຽງໃນສູ່ມື້ນີ້, ບໍ່ໄດ້ເກີດເຫດການກໍ່ການຮ້າຍດ້ວຍກຳລັງຮຸນແຮງມາເປັນເວລາຫຼາຍປີລຽນຕິດແລ້ວ, ປະຊາຊົນບັນດາເຜົ່າມີຄວາມພໍໃຈຕໍ່ຄວາມປອດໄພໃນລະດັບ 99% ຂຶ້ນໄປເປັນເວລາ 5 ປີລຽນຕິດ.
ການພັດທະນາເປັນສິ່ງຮັບປະກັນສະຖຽນລະພາບ. ໃນທ້າຍປີ 2020, ບັນຫາຄວາມທຸກຍາກເດັດຖານທີ່ກີດຂວາງຊິ່ນຈ່ຽງມາຫຼາຍພັນປີແລ້ວນັ້ນໄດ້ຮັບການແກ້ໄຂຄັ້ງປະຫວັດສາດ, ຊິ່ນຈ່ຽງຮ່ວມກັບແຂວງອື່ນໆຂອງທົ່ວປະເທດ, ໄດ້ສ້າງສັງຄົມອີ່ມໜຳສຳລານໃຫ້ສຳເລັດຢ່າງຮອບດ້ານ.
ຄຽງຄູ່ກັບຈີນເປີດປະຕູສູ່ທາງຕາເວັນຕົກ ແລະ ການເລັ່ງການສ້າງເຂດໃຈກາງຂອງແລວທາງເສດຖະກິດເສັ້ນທາງສາຍໃໝ, ຊິ່ນຈ່ຽງທີ່ມີສະຖຽນລະພາບ, ພັດທະນາ ແລະ ເປີດປະຕູສູ່ພາຍນອກ ພວມໄດ້ຮັບຄວາມນິຍົມຊົມຊອບຈາກນັກທ່ອງທ່ຽວນັບມື້ນັບຫຼາຍຂຶ້ນ. ປີ 2024, ເຂດຊິ່ນຈ່ຽງໄດ້ຕ້ອນຮັບນັກທ່ອງທ່ຽວນອກແຜ່ນດິນໃຫຍ່ຈີນຫຼາຍກວ່າ 5 ລ້ານເທື່ອຄົນ, ເພີ່ມຂຶ້ນ 46% ເມື່ອທຽບໃສ່ປີ 2023. ນັກທ່ອງທ່ຽວເຫຼົ່ານີ້ໄດ້ກາຍເປັນສັກຂີພິຍານໃຫ້ແກ່ຜົນການພັດທະນາຂອງເຂດຊິ່ນຈ່ຽງ.
ວຽກງານດ້ານຕ່າງໆຂອງຊິ່ນຈ່ຽງໄດ້ເກີດການປ່ຽນແປງຄັ້ງປະຫວັດສາດ ແລະ ໄດ້ຮັບຜົນສຳເລັດຄັ້ງປະຫວັດສາດ, ໄດ້ກ້າວເຂົ້າສູ່ໄລຍະທີ່ມີການພັດທະນາດີທີ່ສຸດ, ມີການປ່ຽນແປງໃຫຍ່ທີ່ສຸດ, ປະຊາຊົນບັນດາເຜົ່າໄດ້ຮັບຜົນປະໂຫຍດຕົວຈິງຫຼາຍທີ່ສຸດ.
ໂດຍ: ຊີິອາໄອ
ຄໍາເຫັນ