ຍ້ອນປະເທດຊາດໄດ້ຮັບການປົດປ່ອຍ ນໍ້າບາກຈຶ່ງພັດທະນາ

ຍ້ອນປະເທດຊາດໄດ້ຮັບການປົດປ່ອຍ ນໍ້າບາກຈຶ່ງພັດທະນາ

ຍ້ອນປະເທດຊາດໄດ້ຮັບການປົດປ່ອຍ ນໍ້າບາກຈຶ່ງພັດທະນາ
ວັນຊາດທີ 2 ທັນວາ ແມ່ນວັນໜຶ່ງທີ່ມີຄວາມໝາຍຄວາມສໍາຄັນ ທາງດ້ານປະຫວັດສາດຂອງຊາດລາວ, ແມ່ນວັນປົດປ່ອຍປະຊາຊົນລາວອອກຈາກແອກຄອບຄອງຂອງພວກຈັກກະພັດມາຫຼາຍທົດສະວັດ,ປະກາດໃຫ້ຊາວໂລກໄດ້ຮັບຮູ້ ສປປ ລາວຢ່າງເປັນທາງການ.

ນີ້ແມ່ນຄວາມຮູ້ສຶກຂອງ ທ່ານ ສົມຫວັງ ພອນຄໍາວົງສາ ເລຂາຄະນະບໍລິຫານງານພັກເມືອງ ນໍ້າບາກ ແຂວງ ຫຼວງພະບາງຕໍ່ວັນຊາດ ທີ 2 ທັນວາ ຄົບຮອບ 50 ປີ.

ທ່ານ ສົມຫວັງ ພອນຄໍາວົງສາ ກ່າວວ່າ: ຊາດລາວເປັນຊາດໜຶ່ງ ທີ່ມີຕົ້ນກໍາເນີດມາໄດ້ຫຼາຍພັນປີ ເຊິ່ງໄດ້ຜ່ານຂະບວນວິວັດແຫ່ງການຂະຫຍາຍຕົວຂອງສັງຄົມ ແລະ ລະບອບການເມືອງທີ່ແຕກຕ່າງກັນມາຫຼາຍລະບອບ, ນັບແຕ່ຍຸກທ້ອນໂຮມປະເທດຊາດ ທີ່ມີຄວາມເຂັ້ມແຂງໃນອິນດູຈີນ ແລະ ກໍໄດ້ຜ່ານຍຸກທີ່ປະເທດຊາດມີຄວາມແຕກແຍກ ແລະ ເປັນເມືອງຂຶ້ນຂອງຕ່າງຊາດເປັນຕົ້ນ ເປັນເມືອງຂຶ້ນຂອງສະຫຍາມ, ຈັກກະພັດລ່າເມືອງຂຶ້ນແບບເກົ່າ ແລະ ໃໝ່ ເປັນເວລາເກືອບ 200 ປີ. ພາຍຫຼັງສົງຄາມໂລກຄັ້ງທີ່ 2 ສິ້ນສຸດລົງ ສະພາບການຂອງໂລກໄດ້ມີການຜັນແປໄປຢ່າງສັບສົນ ຫຼາຍປະເທດທີ່ເຄີຍເປັນເມືອງຂຶ້ນຂອງຈັກກະພັດແບບເກົ່າ ໄດ້ລຸກຂຶ້ນຕໍ່ສູ້ທວງເອົາຄວາມເປັນເອກະລາດໃຫ້ແກ່ຊາດຕົນ. ໃນໄລຍະນີ້ປະເທດລາວກໍເປັນໜຶ່ງໃນບັນດາປະເທດທີ່ຕໍ່ສູ້ຕ້ານຈັກກະພັດເພື່ອຍາດເອົາເອກະລາດ ໂດຍສະເພາະແມ່ນການປະກາດເອກະລາດ ໃນວັນທີ 12 ຕຸລາ 1945 ເຊິ່ງເປັນເຫດການປະຫວັດສາດອັນສຳຄັນຂອງຊາດລາວ ອອກຈາກການເປັນເມືອງຂຶ້ນຂອງຈັກກະພັດຜູ້ຮຸກຮານໂຕເກົ່າ. ເຖິງຢ່າງໃດກໍຕາມໃນກາງສະຕະວັດທີ່ XX ແມ່ນໄລຍະແຫ່ງການແຜ່ອໍານາດຂອງຈັກກະພັດຜູ້ຮຸກຮານ ໂດຍສະເພາະແມ່ນຈັກກະພັດໂຕໃໝ່ ເຊິ່ງໄດ້ມາຮຸກຮານອິນດູຈີນແທນຈັກກະພັດໂຕເເກົ່າ ແລະ ເຮັດສົງຄາມຮຸກຮານຢ່າງໂຫດຮ້າຍປ່າເຖື່ອນ. ສະນັ້ນ ດ້ວຍຄວາມຮຽກຮ້ອງຕ້ອງການອັນຮີບດ່ວນ ຈຳເປັນຕ້ອງມີພັກນຳພາ ເພື່ອຕໍ່ສູ້ຕ້ານຈັກກະພັດຜູ້ຮຸກຮານ ເພື່ອຍາດເອົາເອກະລາດມາສູ່ກຳມືຂອງປະຊາຊົນບັນດາເຜົ່າ, ພາຍໃຕ້ແສງສະຫ່ວາງຂອງພັກຄອມມູນິດອິນດູຈີນ ພັກປະຊາຊົນລາວ ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 22 ມີນາ 1955 ເຊິ່ງເປັນພັກປະຊາຊົນປະຕິວັດລາວໃນປະຈຸບັນເຊິ່ງພັກເຮົາໄດ້ນໍາໃຊ້ລັດທິມາກ-ເລນິນ ເຂົ້າໃນໂຄງການ ການເມືອງຄັ້ງທຳອິດຂອງພັກເພື່ອນຳພາ, ປຸກລະດົມປະຊາຊົນບັນດາເຜົ່າ ລຸກຂຶ້ນຕໍ່ສູ້ກູ້ຊາດ ເພື່ອຍາດເອົາເອກະລາດ ໃຫ້ປວງຊົນລາວທັງຊາດ. ຜ່ານຂະບວນການຕໍ່ສູ້ຢ່າງລະອິດລະອ້ຽວດ້ວຍຫຼາຍຮູບການເຊັ່ນ: ຕໍ່ສູ້ທາງດ້ານກຳລັງປະກອບອາວຸດ, ຕໍ່ສູ້ທາງດ້ານການເມືອງ, ຕໍ່ສູ້ທາງດ້ານການຕ່າງປະເທດ. ຍ້ອນການຕໍ່ສູ້ທີ່ເປັນທຳ ຈຶ່ງສາມາດຍາດໄດ້ໄຊຊະນະທຸກໆສະໜາມຮົບ ອັນສຳຄັນແມ່ນການປະຕິບັດ 3 ບາດຄ້ອນຍຸດທະສາດ ແລະ ສາມາດຍຶດອຳນາດແບບບົວບໍ່ຊຳນໍ້າບໍ່ຂຸ່ນ ແຕ່ສາມາດຈັບປາໄດ້ທັງໝົດ.ອັນນີ້ແມ່ນເຫດການປະຫວັດສາດສໍາຄັນຂອງໂລກ ໜ້ອຍປະເທດທີ່ສຸດຈະເຮັດໄດ້, ທັງໝົດນັ້ນແມ່ນຍ້ອນການນຳພາອັນປີຊາສາມາດ ແລະ ສະຫຼາດສ່ອງໃສຂອງພັກເຮົາ ໃນການນຳພາຕໍ່ສູ້ກູ້ຊາດສາມາດຍາດເອກະລາດອັນສົມບູນ ແລະ ສະຖາປະນາເປັນປະເທດຊາດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ ປີ 1975 .

ວັນທີ 2 ທັນວາ ຄົບຮອບ 50 ປີທີ່ຈະມາເຖິງນີ້ ເປັນ50 ປີ ແຫ່ງການຜ່ານຜ່າຫຼາຍບັນຫາທີ່ມີຄວາມຫຍຸ້ງຍາກສັບສົນ ເປັນຕົ້ນແມ່ນການບູລະນາພັດທະນາປະເທດຊາດ ຫຼັງສົງຄາມ,ປະຕິບັດການປ່ຽນແປງໃໝ່ທີ່ມີຫຼັກການຂອງພັກ, ແຕ່ຍ້ອນການຍຶດໝັ້ນໃນລັດທິມາກ-ເລນິນ, ຄວາມສາມາດນໍາພາ ແລະ ກຳອຳນາດຂອງພັກເຮົາ ແລະ ຍ້ອນຄວາມປີຊາສາມາດ ແລະ ສະຫຼາດສ່ອງໃສຂອງພັກເຮົາທີ່ຮູ້ຈັກປັບຕົວຕາມສະພາບຄວາມເປັນຈິງ ຍຶດໝັ້ນໃນຫຼັກການ ແລະ ທິດທາງທີ່ພັກ-ລັດ ແລະ ປະຊາຊົນລາວບັນດາເຜົ່າ ເລືອກໄວ້ນັ້ນກໍຄື ເສັ້ນທາງກ້າວສູ່ສັງຄົມນິຍົມ. ຍ້ອນແນວນັ້ນ ປະເທດຊາດຂອງພວກເຮົາຈຶ່ງສາມາດຜ່ານຜ່າຂໍ້ຫຍຸ້ງຍາກນາໆປະການໄດ້ ແລະ ສາມາດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ມີຄວາມຈະເລີນກ້າວໜ້າຂຶ້ນເລື້ອຍໆ ເປັນຕົ້ນ: ມີລົດໄຟຄວາມໄວສູງ; ເຂື່ອນໄຟຟ້າ, ໂຄງລ່າງພື້ນຖານອັນຈຳເປັນ ໄດ້ຮັບການກໍ່ສ້າງແຕ່ຕົວເມືອງ ຫາ ຊົນນະບົດ ແລະ ອື່ນໆ.

ສຳລັບເມືອງນໍ້າບາກ ກໍເປັນເມືອງໜຶ່ງທີ່ໄດ້ຜ່ານການຕໍ່ສູ້ເພື່ອຄວາມເປັນເອກະລາດຂອງຊາດ ໂດຍສະເພາະແມ່ນບັ້ນຮົບປົດປ່ອຍນໍ້າບາກ ປີ 1968 ທີ່ລືຊື່. ຕະຫຼອດໄລຍະທ່ີຜ່ານມາພະນັກງານ, ທະຫານ, ຕຳຫຼວດ ຕະຫຼອດຮອດປະຊາຊົນບັນດາເຜົ່າ ໄດ້ເປັນເຈົ້າການປົກປັກຮັກສາ ແລະ ພັດທະນາທ້ອງຖິີ່ນຂອງຕົນ ເຮັດໃຫ້ເມືອງນໍ້າບາກໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ຂອງພະນັກງານ, ທະຫານ, ຕຳຫຼວດ ແລະ ປະຊາຊົນບັນດາເຜົ່າ ນັບມື້ດີຂຶ້ນເທື່ອລະກ້າວ, ເສດຖະກິດຂອງເມືອງຂະຫຍາຍຕົວສະເລ່ຍໃນແຕ່ລະປີບໍ່ຫຼຸດ 6% ລາຍໄດ້ຕໍ່ຫົວຄົນສະເລ່ຍ 22 ລ້ານກີບ/ຄົນ/ປີ. ອັນພົ້ນເດັ່ນແມ່ນສາມາດປະກາດເມືອງນ້ຳບາກເປັນເມືອງພົ້ນທຸກ ໃນທ້າຍປີ 2024 ແລະ ສ້າງບ້ານໃຫຍ່ເປັນຕົວເມືອງນ້ອຍໃນຊົນນະບົດໄດ້ 3 ບ້ານຄື: ບ້ານນໍ້າຖ້ວມໃຕ້, ບ້ານປາກມອງ ແລະ ບ້ານນະຄອນ.

ສະນັ້ນ, ສາມາດຢືນຢັນໄດ້ວ່າ ວັນຊາດແມ່ນວັນໜຶ່ງທີ່ມີຄວາມໝາຍຄວາມສຳຄັນ ທາງດ້ານປະຫວັດສາດຂອງຊາດລາວ ແມ່ນການປົດປ່ອຍປະເທດຊາດອອກຈາກການເປັນຂ້ອຍຂ້າມ້າຕ່າງຂອງຊາດອື່ນ ເຮັດໃຫ້ປະຊາຊົນບັນດາເຜົ່າເປັນເຈົ້າຂອງປະເທດຊຍາດຢ່າງແທ້ຈິງ. ປະເທດຊາດໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ຂອງພະນັກງານ, ທະຫານ, ຕຳຫຼວດ ແລະ ປະຊາຊົນບັນດາເຜົ່ານັບມື້ນັບດີຂຶ້ນ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

81 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງການທູດລາວ  ​(ເນື່ອງ​ໃນ​ໂອກາດ ຄົບຮອບ 81 ປີ ວັນ​ການ​ທູດ​ລາວ: 12 ຕຸລາ 1945-12 ຕຸລາ 2026)

81 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງການທູດລາວ ​(ເນື່ອງ​ໃນ​ໂອກາດ ຄົບຮອບ 81 ປີ ວັນ​ການ​ທູດ​ລາວ: 12 ຕຸລາ 1945-12 ຕຸລາ 2026)

ວັນການທູດລາວ 12 ຕຸລາ 1945 ແມ່ນກົງກັບວັນປະກາດເອກະລາດໂຮມລາວທີ່ເຮັດໃຫ້ປະຊາຄົມໂລກຮັບຮູ້ເຖິງອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດລາວ, ເປັນວັນແຫ່ງຄວາມພາກພູມໃຈຂອງປະຊາຊົນລາວບັນດາເຜົ່າກໍຄືວັນປະກາດເອກະລາດຄັ້ງທໍາອິດຂອງປະເທດລາວຊຶ່ງເປັນການໄຂສັງກາດໃໝ່ທີ່ໄດ້ເຮັດໃຫ້ປະຊາຄົມສາກົນຮັບຮູ້ຄວາມເປັນເອກະລາດຂອງລາວທີ່ບໍ່ເຄີຍຖືກຮັບຮູ້ມາເປັນເວລາຫຼາຍຮ້ອຍປີເນື່ອງຈາກເປັນຫົວເມືອງຂຶ້ນຂອງຈັກກະພັດຜູ້ຮຸກຮານ. ໄຊຊະນະດັ່ງ ກ່າວນັ້ນແມ່ນໝາກຜົນແຫ່ງການຕໍ່ສູ້ດ້ວຍກໍາລັງປະກອບອາວຸດ ແລະ ການຕໍ່ສູ້ທາງການເມືອງຂອງລັດຖະບານລາວອິດສະຫຼະ ດ້ວຍການນໍາໃຊ້ວີທີທາງການທູດຢ່າງຕັ້ງໜ້າຜ່ານການໄກ່ເກ່ຍເຈລະຈາແລະ ອາໄສປັດໄຈທີ່ເອື້ອອໍານວຍຈາກພາຍນອກ ຊຶ່ງມີບົດບາດອັນສໍາຄັນຕໍ່ການປະກາດເອກະລາດ ແລະ ຕໍ່ຕ້ານກໍາລັງຂອງສັດຕູໃນໄລຍະນັ້ນ.
ຄຕພ ເຊື່ອມຊຶມເອກະສານສໍາຄັນ ແລະ ປະກາດການຈັດຕັ້ງຕໍາແໜ່ງບໍລິຫານຂັ້ນກົມ ແລະ ຂັ້ນພະແນກ

ຄຕພ ເຊື່ອມຊຶມເອກະສານສໍາຄັນ ແລະ ປະກາດການຈັດຕັ້ງຕໍາແໜ່ງບໍລິຫານຂັ້ນກົມ ແລະ ຂັ້ນພະແນກ

ໃນວັນທີ 12 ຕຸລານີ້, ທີ່ຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ໄດ້ຈັດພິທີເຜີຍແຜ່ເຊື່ອມຊຶມມູນເຊື້ອວັນປະກາດເອກະລາດ ແລະ ວັນການທູດລາວ ຄົບຮອບ 81 ປີ (12/10/1945 - 12/10/2026) ແລະ ປະກາດການຈັດຕັ້ງຕໍາແໜ່ງບໍລິຫານຂັ້ນກົມ ແລະ ຂັ້ນພະແນກ ໂດຍການເປັນປະທານຂອງ ສະຫາຍ ບຸນເຫຼືອ ພັນດານຸວົງ ກໍາມະການສູນກາງພັກ ເລຂາຄະນະພັກ ຫົວໜ້າ ຄຕພ, ມີບັນດາສະຫາຍຄະນະນໍາ ຄຕພ, ຄະນະກົມ, ຄະນະພະແນກ ແລະ ພະນັກງານ ຄຕພ ເຂົ້າຮ່ວມ.
ປກສ ເມືອງທຸລະຄົມ ດໍາເນີນຊີວິດການເມືອງ ປະຈໍາປີ 2026

ປກສ ເມືອງທຸລະຄົມ ດໍາເນີນຊີວິດການເມືອງ ປະຈໍາປີ 2026

ໃນວັນທີ 9 ຕຸລາ 2026 ນີ້, ຢູ່ທີ່ຫ້ອງປະຊຸມກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ເມືອງທຸລະຄົມ ແຂວງວຽງຈັນ ໄດ້ເປີດບັ້ນດໍາເນີນຊີວິດການເມືອງປະຈໍາປີ 2026 ໂດຍການເປັນປະທານຂອງສະຫາຍ ພັທ ສິນນະຄອນ ແສງສັກດາ ຄະນະປະຈໍາພັກເມືອງ ເລຂາຄະນະພັກຮາກຖານ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບເມືອງທຸລະຄົມ, ມີຄະນະພັກ-ຄະນະບັນຊາ, ເລຂາໜ່ວຍພັກ, ສະມາຊິກພັກພາຍໃນພະແນກ ແລະ ກຸ່ມບ້ານເຂົ້າຮ່ວມ.
ໂຮງຮຽນສຶກສາພິເສດ ນະຄອນຫຼວງວຽງຈັນ ໄດ້ຮັບເຄື່ອງອຸປະໂພກ-ບໍລິໂພກ

ໂຮງຮຽນສຶກສາພິເສດ ນະຄອນຫຼວງວຽງຈັນ ໄດ້ຮັບເຄື່ອງອຸປະໂພກ-ບໍລິໂພກ

ເມື່ອບໍ່ດົນມານີ້ ທີ່ໂຮງຮຽນສຶກສາພິເສດ ນະຄອນຫຼວງວຽງຈັນ, ໄດ້ມີພິທີ ມອບ-ຮັບ ເຄື່ອງອຸປະໂພກ-ບໍລິໂພກ ,ໃຫ້ກຽດມອບໂດຍ ທ່ານ ສົງການ ສີວົງໄຊ ປະທານກຸ່ມຄອບຄົວ ຊຸບເປີ ໄບ້ ລາວ, ທ່ານ ຄຳນ້ອຍ ພະພັກພົມມະຈັນ ປະທານສອງລໍ້ ນະຄອນຫຼວງວຽງຈັນ ພ້ອມດ້ວຍ ແລະ ຕາງໜ້າຮັບໂດຍ ທ່ານ ນາງ ຈັນສະໝອນ ຜາງທະວົງ ຮອງຜູ້ອຳນວຍການໂຮງຮຽນສຶກສາພິເສດ ນະຄອນຫຼວງວຽງຈັນ ມີບັນດາຄູ-ອາຈານ, ນັກຮຽນທີ່ມີບັນຫາດ້ານການໄດ້ຍິນ ແລະ ສາຍຕາ ເຂົ້າຮ່ວມ.
ທະນາຄານແຫ່ງ ສປປ ລາວ ມອບເງິນ 100 ລ້ານກີບ ຊ່ວຍເຫຼືອບັນເທົາໄພນໍ້າຖ້ວມແຂວງຄຳມ່ວນ

ທະນາຄານແຫ່ງ ສປປ ລາວ ມອບເງິນ 100 ລ້ານກີບ ຊ່ວຍເຫຼືອບັນເທົາໄພນໍ້າຖ້ວມແຂວງຄຳມ່ວນ

ວັນທີ 7 ຕຸລາ 2026 ທີ່ສະພາແຫ່ງຊາດ, ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ມອບເງິນຈຳນວນ 100 ລ້ານກີບ ໃຫ້ແຂວງຄຳມ່ວນ ເພື່ອສົມທົບຊ່ວຍເຫຼືອ ແລະ ບັນເທົາຄວາມເດືອດຮ້ອນແກ່ປະຊາຊົນຜູ້ປະສົບໄພນ້ຳຖ້ວມ.
ໜ່ວຍສີລະປະສະມັກຫຼິ້ນ​ກອງພົນທີ 2 ສະແດງ​ສີລະປະ ​ຊົມເຊີຍ​ວັນສ້າງຕັ້ງ​ກອງພົນທີ​ 2​ ຄົບຮອບ​ 45​ ​ປີ​

ໜ່ວຍສີລະປະສະມັກຫຼິ້ນ​ກອງພົນທີ 2 ສະແດງ​ສີລະປະ ​ຊົມເຊີຍ​ວັນສ້າງຕັ້ງ​ກອງພົນທີ​ 2​ ຄົບຮອບ​ 45​ ​ປີ​

ໃນຄໍ່າຄືນຂອງ​ວັນທີ 6​-​7 ຕຸລາ​ 2026, ໜ່ວຍສີລະປະສະມັກຫຼິ້ນກອງພົນທີ 2 ໄດ້ສະແດງຮັບໃຊ້ໃນໂອກາດ​ກອງພົນທີ​ 2​ ພວມຈັດຕັ້ງສະເຫຼີມສະຫຼອງວັນສ້າງຕັ້ງກອງພົນທີ 2 ຄົບຮອບ 45 ປີ ໂດຍມີສະຫາຍ ພົນຈັດຕະວາ ຄຳຜິວ ມະນີວົງ ຫົວໜ້າການເມືອງກອງພົນທີ 2 ພ້ອມດ້ວຍຄະນະ,​ ມີພະນັກງານ​-ນັກຮົບ​ ແລະ​​ປະຊາຊົນ​ບັນດາ​ເຜົ່າ​ ເຂົ້າຮ່ວມຮັບຊົມ.
ທ່ານ​ ນາງ​ ຫວັ່ງພະໄທ ໄຊຍະປັນຍາ ດີໃຈທີ່ໄດ້ຮັບລາງວັນເຄືອຂ່າຍຜູ້ປະກອບການຍິງດີເດັ່ນອາຊຽນ ປີ​ 2026​

ທ່ານ​ ນາງ​ ຫວັ່ງພະໄທ ໄຊຍະປັນຍາ ດີໃຈທີ່ໄດ້ຮັບລາງວັນເຄືອຂ່າຍຜູ້ປະກອບການຍິງດີເດັ່ນອາຊຽນ ປີ​ 2026​

ທ່ານ​ ນາງ​ ຫວັ່ງພະໄທ ໄຊຍະປັນຍາ​ ສະມາຊິກສະມາຄົມນັກທຸລະກິດແມ່ຍິງແຂວງຈໍາປາສັກ​ ເປັນ​ 1​ ໃນ​ 4​ ນັກທຸລະກິດແມ່ຍິງແຂວງຈໍາປາສັກ ທີ່ໄດ້ຮັບລາງວັນເຄືອຂ່າຍຜູ້ປະກອບການຍິງດີເດັ່ນ​ ອາຊຽນ ຫຼື​ ASEAN Entrepreneurs​ Women Award ປີ​ 2026​ ເຊິ່ງຈັດຂຶ້ນ​ໂດຍເຄືອຂ່າຍຜູ້ປະກອບການແມ່ຍິງອາຊຽນ ຫຼື​ ASEAN Women Entrepreneurs Network. ພິທີມອບ​ -​ ຮັບ ລາງວັນດັ່ງກ່າວ​ ຈັດຂຶ້ນ​ໃນວັນທີ 2 ຕຸລາ 2026 ທີ່ຜ່ານມາ ຢູ່ໂຮງແຮມ ອາມາລີ​ນະຄອນຫຼວງວຽງຈັນ ສປປ ລາວ.​ ໃຫ້ກຽດ​ມອບໂດຍ​ ທ່ານ​ ມະໄລທອງ ກົມທະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ​ ການຄ້າ.
ການພັດທະນາ ເສດຖະກິດ-ສັງຄົມ ຢູ່ເມືອງໂຂງ

ການພັດທະນາ ເສດຖະກິດ-ສັງຄົມ ຢູ່ເມືອງໂຂງ

​ ວັນທີ 7 ຕຸລາ 2026, ທ່ານ ວິໄຊ ສັນຕິວົງ ຮອງຫົວໜ້າສູນສະຖິຕິແຫ່ງຊາດກະຊວງການເງິນ ພ້ອມດ້ວຍ ທ່ານ ນາງ ດຸງດ່ວນ (Dung Doan) ນັກເສດຖະກິດອາວຸໂສ ຈາກທະນາຄານໂລກ ແລະ ຄະນະນໍາ-ຊ່ຽວຊານຈາກສູນກາງ ແລະ ແຂວງ ໄດ້ລົງເຄື່ອນໄຫວເຮັດວຽກຢູ່ເມືອງໂຂງ, ແຂວງຈໍາປາສັກ. ໂດຍໃຫ້ການຕ້ອນຮັບຂອງ ທ່ານ ຈັນທະນົງສິນ ຈັນທະພິມ ຮອງເລຂາພັກເມືອງ, ປະທານຄະນະກຳມະການປົກຄອງເມືອງໂຂງ, ມີຫົວໜ້າຫ້ອງການການເງິນເມືອງ,ຫົວໜ້າຫ້ອງວ່າການເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສຶກສາຄວາມເປັນໄປໄດ້ ພັດທະນາສວນພຶກສາສາດຫ້ວຍຍາງ-ດົງໝາກຄາຍ

ສຶກສາຄວາມເປັນໄປໄດ້ ພັດທະນາສວນພຶກສາສາດຫ້ວຍຍາງ-ດົງໝາກຄາຍ

ກົມປ່າໄມ້, ກະຊວງກະສິກໍາ ແລະ ສີ່ງແວດລ້ອມ ຮ່ວມກັບ ບໍລິສັດ ເຈເອັດສ໌ເຄ ຈໍາກັດຜູ້ດຽວ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ສຶກສາຄວາມເປັນໄປໄດ້ ເພື່ອພັດທະນາສ່ວນພຶກສາສາດ ຫ້ວຍຍາງ-ດົງໝາກຄາຍໃຫ້ເປັນພືຶ້ນທີ່ສີຂຽວ ແລະ ປົກປັກຮັກສາປ່າໄມ້ທໍາມະຊາດໃນເນື້ອທີ່ 100 ເຮັກຕາ.
ຝຶກອົບຮົມການເມືອງ-ການປົກຄອງໃຫ້ 4 ຕາແສງຂອງ​ເມືອງ​ຊານ​ໄຊ

ຝຶກອົບຮົມການເມືອງ-ການປົກຄອງໃຫ້ 4 ຕາແສງຂອງ​ເມືອງ​ຊານ​ໄຊ

ເມືອງຊານໄຊ ແຂວງອັດຕະປື ໄດ້ເປີດຝຶກອົບຮົມຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງ ໃຫ້ແກ່ພະນັກງານຂັ້ນຕາແສງ, ໃນ​ວັນ​ທີ 7 ຕຸ​ລາ​ນີ້ ທີ່ ເມືອງ​ຊານ​ໄຊໂດຍການເປັນປະທານຂອງທ່ານ ທະນູໄຊ ບັນຊາລິດ, ຮອງເລຂາພັກແຂວງ, ປະທານຄະນະກຳມະການປົກຄອງແຂວງອັດຕະປື, ມີຄະນະພັກ, ຄະນະນໍາຂອງແຂວງ, ເມືອງ, ພ້ອມດ້ວຍ ວິທະຍາກອນ ແລະ ສຳມະນາກອນຈາກ 4 ຕາແສງຂອງເມືອງຊານໄຊ ປະກອບມີ: ຕາແສງວັງຕັດ, ຕາແສງກອງນາ, ຕາແສງນ້ຳຊຸ ແລະ ຕາແສງຄຳເບໄຊເຂົ້າຮ່ວມ.
ເພີ່ມເຕີມ