ບົດລາຍງານຊີ້ໃຫ້ເຫັນວ່າ: ມູນຄ່າການຄ້າສາກົນທັງໝົດຂອງຣັດເຊຍໃນເຄິ່ງທຳອິດຂອງປີບັນລຸ 365 ຕື້ໂດລາ, ປະກອບດ້ວຍການສົ່ງອອກ 219 ຕື້ໂດລາ ແລະ ການນຳເຂົ້າ 146 ຕື້ໂດລາ.
ຣັດເຊຍໄດ້ສົ່ງອອກຜະລິດຕະພັນແຮ່ທາດສ່ວນໃຫຍ່ໃນເຄິ່ງທຳອິດຂອງປີ, ລວມທັງໝົດ 120 ຕື້ໂດລາ, ຕິດຕາມດ້ວຍໂລຫະ ແລະ ຜະລິດຕະພັນໂລຫະ 40.1 ຕື້ໂດລາ ແລະ ຜະລິດຕະພັນກະສິກຳ 22.4 ຕື້ໂດລາ. ໃນຂະນະດຽວກັນ, ຣັດເຊຍໄດ້ນຳເຂົ້າເຄື່ອງຈັກ, ອຸປະກອນ ແລະ ພາຫະນະລວມມູນຄ່າ 70.9 ຕື້ໂດລາ.
ສິ່ງທີ່ໜ້າສັງເກດຄື ການຄ້າຂອງຣັດເຊຍກັບເອີຣົບ ແລະ ອາຊີ ໄດ້ເພີ່ມຂຶ້ນ, ກົງກັນຂ້າມກັບການຫຼຸດລົງຂອງການຄ້າກັບ ສະຫະລັດ ອາເມລິກາ ແລະ ອາຟຣິກາ.
ຄໍາເຫັນ