ຍອດ​ຜູ້​ເສຍ​ຊີ​ວິດ​ຈາກ​ເຫດດິນ​ພູ​ເຈື່ອນ​ຢູ່​ອິນ​ໂດ​ເນ​ເຊຍ ​ເພີ່ມ​ຂຶ້ນ​ເປັນ 48 ຄົນ

ຍອດ​ຜູ້​ເສຍ​ຊີ​ວິດ​ຈາກ​ເຫດດິນ​ພູ​ເຈື່ອນ​ຢູ່​ອິນ​ໂດ​ເນ​ເຊຍ ​ເພີ່ມ​ຂຶ້ນ​ເປັນ 48 ຄົນ

ຍອດ​ຜູ້​ເສຍ​ຊີ​ວິດ​ຈາກ​ເຫດດິນ​ພູ​ເຈື່ອນ​ຢູ່​ອິນ​ໂດ​ເນ​ເຊຍ ​ເພີ່ມ​ຂຶ້ນ​ເປັນ 48 ຄົນ
ຂ່າວສານຊີອາໄອລາຍງານໃນວັນທີ 28 ມັງກອນນີ້ວ່າ: ຕາມ​ການ​ລາຍ​ງານ​ຈາກ​ຂ່າວ​ສານອັນ​ຕາ​ຣາ​ຂອງ​ອິນ​ໂດ​ເນ​ເຊຍ​​ໃນ​ວັນ​ທີ 27 ມັງ​ກອນ ຜ່ານມາໃຫ້​ຮູ້​ວ່າ, ດິນ​ພູ​ເຈື່ອນ​ທີ່​ເກີດ​ຂຶ້ນ​ໃນ​ຕອນ​ເຊົ້າຂອງວັນ​ທີ 24 ​ມັງ​ກອນ ຜ່ານມາ​ຢູ່​ເຂດ​ຊິ​ຊາ​ຣົວ ​ເມືອງ​ບັນ​ດຸງຕາ​ເວັນ​ຕົກ ​ແຂວງ​​ຊາ​ວາ​ຕາ​ເວັນ​ຕົກ​​ຂອງອິນ​ໂດ​ເນ​ເຊຍ ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ 48 ຄົນ.

ການລາຍງານຂ່າວດັ່ງກ່າວໄດ້ນຳເອົາຄຳເວົ້າຂອງທ່ານ ເຮັນດຣາ ໂຣສມາວານ ຜູ້ຮັບຜິດຊອບວຽກງານປະຊາສຳພັນຂອງຕຳຫຼວດແຂວງຊາວາຕາເວັນຕົກ ມາລາຍງານວ່າ: ນັບມາຮອດເວລາ 18 ໂມງ 45 ນາທີຂອງວັນທີ 27 ມັງກອນ ຜ່ານມາ ຕາມເວລາທ້ອງຖິ່ນ, ໜ່ວຍງານຢືນຢັນຂໍ້ມູນມີຜູ້ເສຍຊີວິດ 48 ຄົນ ຈາກໜ່ວຍງານກູ້ໄພຮ່ວມ, ໃນນັ້ນ ມີ 30 ສົບໄດ້ສຳເລັດການສັນລະສູດ ແລະ ມອບໃຫ້ແກ່ຄອບຄົວ, ສ່ວນການສັນລະສູດສົບທີ່ເຫຼືອກຳລັງດຳເນີນຢ່າງຕໍ່ເນື່ອງຜ່ານການກວດສອບຂໍ້ມູນ ແລະ ການປຽບທຽບຂໍ້ມູນ.

ລາຍງານຈາກເຈົ້າໜ້າທີ່ອິນໂດເນເຊຍໃນກ່ອນໜ້ານີ້ໃຫ້ຮູ້ວ່າ: ດິນພູເຈື່ອນຄັ້ງນີ້ເກີດຂຶ້ນຍ້ອນມີຝົນຕົກໜັກຕິດຕໍ່ກັນເປັນເວລາ 2 ວັນ.

ຄໍາເຫັນ

ຂ່າວຕ່າງປະເທດ

ມູນຄ່າການ​ຄ້າສິນ​ຄ້າຈັບຕ້ອງໄດ້ລະ​ຫວ່າງ​ຈີນ​ກັບ​ປະ​ເທດ​ຮ່ວມ​ກັນ​ສ້າງ ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ ເພີ່ມຂຶ້ນ 6.3%

ມູນຄ່າການ​ຄ້າສິນ​ຄ້າຈັບຕ້ອງໄດ້ລະ​ຫວ່າງ​ຈີນ​ກັບ​ປະ​ເທດ​ຮ່ວມ​ກັນ​ສ້າງ ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ ເພີ່ມຂຶ້ນ 6.3%

ຂ່າວສານຊີອາໄອລາຍງານວ່າ: ໃນວັນ​ທີ 26 ມັງ​ກອນຜ່ານມາ​ນີ້, ຫ້ອງ​ການ​ຖະ​ແຫຼງ​ຂ່າວ​ຄະ​ນະ​ລັດ​ຖະ​ບານ​ຈີນ​ໄດ້​ຈັດ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ, ຜູ້​ຮັບ​ຜິດ​ຊອບ​ທີ່​ກ່ຽວ​ຂ້ອງ​​ຈາກ​ກະ​ຊວງ​ການ​ຄ້າ​ຈີນ​ກ່າວ​ວ່າ: ປີ 2025, ຈີນ​ກັບ​ປະ​ເທດ​ທີ່​ກ່ຽວ​ຂ້ອງ ຮ່ວມ​ກັນ​ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ພາຍ​ໃຕ້​ຂໍ້​ລິ​ເລີ່ມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ກ້າວ​ສູ່​ລວງ​ເລິກ​ຢ່າງ​ໜັກ​ແໜ້ນ ແລະ ໄດ້​ຮັບ​ປະ​ສິດ​ທິ​ຜົນ​ທີ່​ຕັ້ງ​ໜ້າ​ໃນ​ດ້ານ​ຕ່າງໆ ເຊັ່ນ: ການ​ຮ່ວມ​ມື​ດ້ານ​ການ​ຄ້າ, ການ​ລົງ​ທຶນ​ຕໍ່​ກັນ, ການ​ກໍ່​ສ້າງ​ໂຄງ​ການ ແລະ ​ອື່ນໆ.
ສິງກະໂປ ຕິດຕາມຄວາມສ່ຽງຂອງໝອກຄວັນ ຫຼັງພົບຄວັນຈາກໄຟໄໝ້ປ່າ

ສິງກະໂປ ຕິດຕາມຄວາມສ່ຽງຂອງໝອກຄວັນ ຫຼັງພົບຄວັນຈາກໄຟໄໝ້ປ່າ

ຂ່າວຕ່າງປະເທດລາຍງານ ໃນວັນທີ 27 ກຸມພາ ຜ່ານມາວ່າ: ອົງການສິ່ງແວດລ້ອມແຫ່ງຊາດສິງກະໂປ (NEA) ໄດ້ອອກຄຳເຕືອນກ່ຽວກັບຄວາມສ່ຽງບັນຫາໝອກຄວັນທີ່ອາດຈະເກີດຂຶ້ນ, ຫຼັງຈາກກວດພົບຈຸດຄວາມຮ້ອນທີ່ກ່ຽວ ຂ້ອງກັບການເຜົາພື້ນທີ່ກະສິກຳໃນເຂດພາກເໜືອ ຊຶ່ງເຮັດໃຫ້ມີຄວາມສ່ຽງທີ່ລົມຈະພັດຂ້າມຊາຍແດນ.
ອິນເດຍ ແລະ EU ບັນລຸຂໍ້ຕົກລົງການເສລີຄັ້ງປະຫວັດສາດ

ອິນເດຍ ແລະ EU ບັນລຸຂໍ້ຕົກລົງການເສລີຄັ້ງປະຫວັດສາດ

ຂ່າວຕ່າງປະເທດລາຍງານວ່າ: ອິນເດຍ ແລະ ສະຫະພາບເອີຣົບ (EU) ໄດ້ບັນລຸຂໍ້ຕົກລົງການຄ້າເສລີຄັ້ງເປັນປະຫວັດສາດໃນວັນທີ 27 ມັງກອນ ຜ່ານມາ ຊຶ່ງເປັນການສິ້ນສຸດການເຈລະຈາທີ່ຍືດເຍື້ອມາຕັ້ງແຕ່ປີ 2007. ໂດຍຂໍ້ຕົກລົງດັ່ງກ່າວໄດ້ຮັບການຍ້ອງຍໍວ່າເປັນ "ແມ່ຂອງຂໍ້ຕົກລົງທັງໝົດ" ເນື່ອງຈາກກວມເອົາອັດຕາສ່ວນປະມານ 25% ຂອງລວມຍອດຜະລິດຕະພັນພາຍໃນປະເທດ (GDP) ຂອງໂລກ ແລະ 1 ສ່ວນ 3 ຂອງການຄ້າສາກົນທັງໝົດ.
ຍີ່ປຸ່ນຫຼຸດຈາກ 3 ອັນດັບຜູ້ຜະລິດເຫຼັກດິບທີ່ໃຫຍ່ທີ່ສຸດຂອງໂລກ

ຍີ່ປຸ່ນຫຼຸດຈາກ 3 ອັນດັບຜູ້ຜະລິດເຫຼັກດິບທີ່ໃຫຍ່ທີ່ສຸດຂອງໂລກ

ຂ່າວຕ່າງປະເທດລາຍງານ ໃນວັນທີ 27 ມັງກອນ ຜ່ານມາວ່າ: ຍີ່ປຸ່ນໄດ້ຕົກຈາກ 3 ອັນດັບຜູ້ຜະລິດເຫຼັກດິບທີ່ໃຫຍ່ທີ່ສຸດໃນໂລກເປັນຄັ້ງທຳອິດໃນຮອບ 62 ປີ ໃນປີ 2025, ໂດຍຫຼຸດລົງມາຢູ່ອັນດັບທີ 4 ຍ້ອນການຜະລິດຫຼຸດລົງ 4% ເມື່ອທຽບກັບປີກ່ອນໜ້າ ເປັນ 80.68 ລ້ານໂຕນ ທ່າມກາງສະພາບຕະຫຼາດຊຸດໂຊມລົງ.
ຫວຽດ​ນາມ ເພີ່ມ​ທະ​ວີ​ວຽກ​ງານ​ຕິດ​ຕາມກວດ​ກາ​ການ​ປ້ອງ​ກັນ ຕ້ານ​ໄວ​ຣັດ Nipah

ຫວຽດ​ນາມ ເພີ່ມ​ທະ​ວີ​ວຽກ​ງານ​ຕິດ​ຕາມກວດ​ກາ​ການ​ປ້ອງ​ກັນ ຕ້ານ​ໄວ​ຣັດ Nipah

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 27 ມັງກອນ ຜ່ານມາ, ກົມປ້ອງກັນພະຍາດ ກະຊວງສາທາລະນະສຸກ ຫວຽດນາມ ໃຫ້ຮູ້ວ່າ, ຮອດວັນທີ 26 ມັງກອນ, ຫວຽດນາມ ຍັງບໍ່ທັນມີກໍລະນີໃດຕິດພະຍາດໂດຍໄວຣັດ Nipah ກໍ່ຂຶ້ນ. ກະຊວງສາທາລະນະສຸກ ໄດ້ຊີ້ນຳບັນດາທ້ອງຖິ່ນເພີ່ມທະວີວຽກງານຕິດຕາມກວດກາ, ປ້ອງກັນຕ້ານໂຣກລະບາດນັບແຕ່ດ່ານຊາຍແດນ, ຮາກຖານສາທາລະນະສຸກ ແລະ ຊຸມຊົນ, ກຽມພ້ອມບັນດາມາດຕະການຮັບມື, ປ້ອງກັນ, ຕ້ານໂຣກລະບາດ. ຫວຽດນາມ ສືບຕໍ່ຕິດຕາມສະພາບການໂຣກລະບາດຢ່າງໃກ້ຊິດ, ສົມທົບກັບອົງການອະນາໄມໂລກ (WHO), ບັນດາປະເທດໃນໂລກເພື່ອມີການຊີ້ນຳຈັດຕັ້ງຜັນຂະຫຍາຍມາດຕະການປ້ອງກັນ, ຕ້ານໂຣກລະບາດໃຫ້ທັນການ, ເໝາະສົມ ແລະ ມີປະສິດທິຜົນ.
ກະແສນິຍົມ “ກາຍເປັນຄົນຈີນ” ສ່ອງແສງໃຫ້ເຫັນເຖິງພະລັງແຮງແຫ່ງການເປີດປະຕູສູ່ພາຍນອກທີ່ມີລະດັບສູງຂອງຈີນ

ກະແສນິຍົມ “ກາຍເປັນຄົນຈີນ” ສ່ອງແສງໃຫ້ເຫັນເຖິງພະລັງແຮງແຫ່ງການເປີດປະຕູສູ່ພາຍນອກທີ່ມີລະດັບສູງຂອງຈີນ

ຊາບໍາລຸງສຸຂະພາບໃນຕອນເຊົ້າສົ່ງກິ່ນອັນຫອມຫວນ, ລີລາຂອງກັງຟູຫຼັງຕອນທ່ຽງເພື່ອຜ່ອນຄາຍຮ່າງກາຍ, ເກີບແຕະທີ່ໃຊ້ໃນເຮືອນມີຄວາມອ່ອນນຸ້ມສະບາຍຕີນ, ອາຫານຈີນຢູ່ເທິງໂຕະອາຫານມີຄວາມແຊບນົວປະຈັກຕາ......ປັດຈຸບັນ, ກະແສນິຍົມກາຍເປັນຄົນຈີນທາງ TikTok ກໍາລັງແຜ່ລາມໄປໃນທົ່ວໂລກ, ໂດຍຊາວເນັດຈາກຫຼາຍປະເທດໄດ້ພາກັນຮຽນວິຖີຊີວິດແບບຈີນ ແລະ ກາຍເປັນ “ຄົນຈີນທາງດ້ານຈິດໃຈ”. ປະກົດການດ້ານວັດທະນະທໍາທີ່ໄດ້ຮັບຄວາມນິຍົມຊົມຊອບໃນໂລກດັ່ງກ່າວ, ບໍ່ພຽງແຕ່ໄດ້ສະທ້ອນໃຫ້ເຫັນຢ່າງມີຊີວິດຊີວາວ່າ: ກໍາລັງແຮງດຶງດູດດ້ານວັດທະນະທໍາ ຫຼື softpower ຂອງຈີນໄດ້ຮັບການຍົກສູງຂຶ້ນຢ່າງໝັ້ນທ່ຽງເທົ່ານັ້ນ, ຍັງໄດ້ພິສູດໃຫ້ເຫັນເຖິງພະລັງແຮງຂອງການຖອດຖອນບົດຮຽນຊຶ່ງກັນ ແລະ ກັນດ້ານອະລິຍະທໍາທີ່ໄດ້ຈາກການເປີດປະຕູສູ່ພາຍນອກທີ່ມີລະດັບສູງຂອງຈີນນໍາອີກ.
ຈີນ ​ຍັງ​​ແມ່ນ​ຜູ້​ປະ​ກອບ​ສ່ວນທີ່​ໃຫຍ່​ທີ່​ສຸດ​ຕໍ່​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ໂລກ

ຈີນ ​ຍັງ​​ແມ່ນ​ຜູ້​ປະ​ກອບ​ສ່ວນທີ່​ໃຫຍ່​ທີ່​ສຸດ​ຕໍ່​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ໂລກ

ຂ່າວສານຊີອາໄອລາຍງານວ່າ: ຫວ່າງ​ມໍ່ໆ​ມາ​ນີ້ ຢູ່​ນະ​ຄອນ​ເຊີ​ແນວ​ ປະ​ເທດ​ສະ​ວິດ, ທ່ານ​ ບອ​ຣກ ເບ​ຣນ​ເດ ປະ​ທານກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ເສດ​ຖະ​ກິດ​ໂລກ​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ວ່າ: ຈີນ​ຍັງ​​ແມ່ນ​ຜູ້​ປະ​ກອບ​ສ່ວນ​ທີ່ໃຫຍ່​ທີ່​ສຸດ​ຕໍ່​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ໂລກ.
ທີມນັກຄົ້ນຄວ້າພັດທະນາເຕັກໂນໂລຊີປ່ຽນກາກບອນເປັນເຊື້ອໄຟການບິນທີ່ມີກາກບ່ອນຕໍ່າ

ທີມນັກຄົ້ນຄວ້າພັດທະນາເຕັກໂນໂລຊີປ່ຽນກາກບອນເປັນເຊື້ອໄຟການບິນທີ່ມີກາກບ່ອນຕໍ່າ

ຂ່າວຕ່າງປະເທດລາຍງານໃນທ້າຍອາທິດຜ່ານມາວ່າ: ທີມງານນັກຄົ້ນຄວ້າຈາກສະຖາບັນເຕັກໂນໂລຊີ Royal Melbourne (RMIT) ຂອງອົສຕຣາລີ ໄດ້ພັດທະນາເຕັກໂນໂລຊີການປ່ຽນແປງກາກບອນທີ່ສາມາດຊ່ວຍປ່ຽນການປ່ອຍອາຍພິດຈາກອຸດສາຫະກໍາໃຫ້ກາຍເປັນວັດຖຸດິບສໍາລັບນໍ້າເຊື້ອໄຟເຮືອບິນທີ່ມີກາກບອນຕໍ່າ.
ເກີດພາຍຸຫິມະຮ້າຍແຮງຢູ່ ສະຫະລັດ ອາເມຣິກາ

ເກີດພາຍຸຫິມະຮ້າຍແຮງຢູ່ ສະຫະລັດ ອາເມຣິກາ

ວິທະຍຸກະຈາຍສຽງຫວຽດນາມ ລາຍງານໃນວັນທີ 26 ມັງກອນ ຜ່ານມາວ່າ: ໃນຕອນເຊົ້າວັນທີ 25 ມັງກອນ ຜ່ານມາ, ພາຍຸໃນລະດູໜາວທີ່ມີຂອບຂະໜາດໃຫຍ່ໃນປະຫວັດສາດໄດ້ຖະຫຼົ່ມດິນແດນສ່ວນຫຼາຍຢູ່ ສະຫະລັດ ອາເມຣິກາ, ມີຈຳນວນເກືອບ 250 ຄົນຢູ່ 40 ກວ່າລັດ ນອນໃນກຸ່ມກ່າວເຕືອນດິນຟ້າອາກາດອັນຕະລາຍ. ພາຍຸຫິມະເຮັດໃຫ້ມີຜູ້ເສຍຊີວິດ 2 ຄົນ ແລະ 850.000 ກວ່າຄົນຢູ່ທາງພາກໃຕ້ ແລະ ຫຼາຍເຂດພວມດຳລົງຊີວິດໃນສະພາບບໍ່ມີໄຟຟ້າໃຊ້. ພາຍຸຫິມະນີ້ໄດ້ກໍ່ໃຫ້ເກີດການຂາດວັກຂາດຕອນດ້ານຄົມມະນາຄົມທີ່ຮ້າຍແຮງ ແລະ ມີຢ່າງໜ້ອຍສຸດ 10.000 ກວ່າຖ້ຽວບິນຖືກຍົກເລີກ ແລະ ມີນັບພັນຖ້ຽວບິນໃນທົ່ວປະເທດ ສະຫະລັດ ອາເມຣິກາ ຕ້ອງໂຈະ.
ຫວຽດນາມ ຮັກ​ສາ​ເສດ​ຖະ​ກິດ​ມະ​ຫາ​ພາກ​ເປັນ​ປົກ​ກະ​ຕິ ແລະ ຄວບຄຸມໄພເງິນເຟີ້

ຫວຽດນາມ ຮັກ​ສາ​ເສດ​ຖະ​ກິດ​ມະ​ຫາ​ພາກ​ເປັນ​ປົກ​ກະ​ຕິ ແລະ ຄວບຄຸມໄພເງິນເຟີ້

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 26 ມັງກອນ ຜ່ານມາ ຢູ່ຮ່ານະຄອນຫຼວງໂນ້ຍ, ທ່ານຟ້າມມິງຈິງ ນາຍົກລັດຖະມົນຕີ ຫົວໜ້າຄະນະຊີ້ນຳຂອງລັດຖະບານ ກ່ຽວກັບການຄຸ້ມຄອງ, ບໍລິຫານເສດຖະກິດມະຫາພາກ (ຄະນະຊີ້ນຳ) ໄດ້ເປັນປະທານກອງປະຊຸມຄັ້ງທີ 2 ຂອງ ຄະນະຊີ້ນຳ.
ເພີ່ມເຕີມ