![]() |
ຈາກຜູ້ທຸກຍາກເກືອບ 99 ລ້ານຄົນຢູ່ຊົນນະບົດຈີນຫຼຸດພົ້ນອອກຈາກຄວາມທຸກຍາກ, ຮອດຜົນຜະລິດສະບຽງອາຫານຂອງຈີນໄດ້ຮັກສາໃນລະດັບສູງກວ່າ 650 ລ້ານໂຕນເປັນເວລາຫຼາຍປີລຽນຕິດຢ່າງໝັ້ນທ່ຽງ, ນະໂຍບາຍ “ກະສິກຳ ຊົນນະບົດ ແລະ ຊາວກະສິກອນ” ຂອງຈີນພວມບັນລຸການຫັນປ່ຽນທາງຍຸດທະສາດຈາກ “ການຮັບປະກັນການດຳລົງຄົງຕົວ” ໄປສູ່ “ການຊຸກຍູ້ການພັດທະນາ”.
ໃນປີ 2017, ຍຸດທະສາດ “ພັດທະນາຊົນນະບົດໃຫ້ຈະເລີນຮຸ່ງເຮືອງ” ໄດ້ຖືກບັນທຶກເຂົ້າໃນບົດລາຍງານການເມືອງຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 19 ຂອງພັກກອມມູນິດຈີນ ຊຶ່ງເປັນຂີດໝາຍສະແດງໃຫ້ເຫັນວ່າ ທີ່ຕັ້ງຍຸດທະສາດຂອງວຽກງານ “ກະສິກຳ ຊົນນະບົດ ແລະ ຊາວກະສິກອນ” ຂອງຈີນໄດ້ມີການປ່ຽນແປງຂັ້ນກົກຮາກ. ນັບແຕ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 18 ຂອງພັກກອມມູນິດຈີນເປັນຕົ້ນມາ, ສູນກາງພັກກອມມູນິດຈີນໄດ້ອອກເອກະສານໝາຍເລກ 1 ພາຍໃຕ້ຫົວຂໍ້ “ກະສິກຳ ຊົນນະບົດ ແລະ ຊາວກະສິກອນ” ມາຫຼາຍປີລຽນຕິດ ຊຶ່ງປະກອບເປັນລະບົບທີ່ເນັ້ນໜັກເຖິງລັກສະນະຕໍ່ເນື່ອງ ແລະ ປະດິດສ້າງດ້ານນະໂຍບາຍທັງສອງ. ໝາຍຄວາມວ່າ “ກະສິກຳ ຊົນນະບົດ ແລະ ຊາວກະສິກອນ” ບໍ່ແມ່ນ “ຂອບເຂດສຳຮອງ” ທີ່ຮອງຮັບຜົນສະທ້ອນຈາກຕົວເມືອງໃນທ່າຮັບອີກແລ້ວ, ແຕ່ແມ່ນເຂດທີ່ເປັນແຮງຂັບເຄື່ອນຕົ້ນຕໍສຳລັບການສ້າງສາຄວາມທັນສະໄໝຂອງຊາດ. ຖ້າບໍ່ມີຄວາມທັນສະໄໝຂອງກະສິກຳ ແລະ ຊົນນະບົດ, ກໍຈະບໍ່ມີຄວາມທັນສະໄໝຂອງທົ່ວປະເທດ. ດັ່ງນັ້ນ, ບັນຫາກ່ຽວກັບ “ກະສິກຳ ຊົນນະບົດ ແລະ ຊາວກະສິກອນ” ບໍ່ແມ່ນບັນຫາພຽງໃນຂົງເຂດໜຶ່ງດຽວແລ້ວ, ແຕ່ແມ່ນບັນຫາລັກສະນະຍຸດທະສາດທີ່ພົວພັນກັບພາກສ່ວນລວມແຫ່ງການພັດທະນາຂອງປະເທດຈີນ.
![]() |
ຜູ້ຂຽນໄດ້ຮັບຮູ້ວ່າ, ຫຼັງຈາກຈີນປະກາດປະສົບຜົນສຳເລັດຮອບດ້ານໃນບັ້ນລຶບລ້າງຄວາມທຸກຍາກແລ້ວ, ຈຸດສຸມຂອງນະໂຍບາຍໄດ້ຫັນໄປສູ່ການພັດທະນາຊົນນະບົດໃຫ້ຈະເລີນຮຸ່ງເຮືອງ. ຕົວຢ່າງວ່າ, ທິດທາງນະໂຍບາຍຫັນຈາກ “ການສົ່ງເລືອດ” ໄປສູ່ “ການຜະລິດເລືອດ”, ຫັນຈາກການອຸດໜູນດ້ານການເງິນໄປສູ່ການບົ່ມເພາະສ້າງອຸດສາຫະກຳໃນຊົນນະບົດ. ການປ່ຽນແປງແບບນີ້ບໍ່ພຽງແຕ່ຢູ່ໃນດ້ານວິທີການເທົ່ານັ້ນ, ແຕ່ຍັງເປັນການປ່ຽນແປງໃໝ່ດ້ານແນວຄວາມຄິດການພັດທະນາ. ຈີນສະເໜີການພັດທະນາຊົນນະບົດໃຫ້ຈະເລີນຮຸ່ງເຮືອງນັ້ນ ບໍ່ພຽງແຕ່ເປັນການສືບຕໍ່ລຶບລ້າງຄວາມທຸກຍາກຢ່າງງ່າຍດາຍເທົ່ານັ້ນ, ແຕ່ແມ່ນສະແຫວງຫາຄວາມຈະເລີນຮຸ່ງເຮືອງຢ່າງຮອບດ້ານໃນດ້ານອຸດສາຫະກຳ, ຜູ້ມີຄວາມຮູ້ຄວາມສາມາດ, ວັດທະນະທຳ, ສິ່ງແວດລ້ອມທຳມະຊາດ ແລະ ການຈັດຕັ້ງ.
ນັບມາຮອດທ້າຍປີ 2025, ຢູ່ຊົນນະບົດຈີນ ອັດຕາເຂົ້າເຖິງຫ້ອງນ້ຳສະອາດຫຼາຍກວ່າ 77%, ລະບຽບການລ້ຽງດູຜູ້ເຖົ້າຂັ້ນພື້ນຖານ, ການປິ່ນປົວຂັ້ນພື້ນຖານ, ແລະ ການປະກັນໄພດ້ານການປິ່ນປົວພະຍາດຮ້າຍແຮງຢ່າງເປັນເອກະພາບກັນຢູ່ຕົວເມືອງ ແລະ ຊົນນະບົດຈີນໄດ້ຮັບການປັບປຸງໃຫ້ສົມບູນຂຶ້ນຕື່ມອີກ. ນອກນີ້, ອັດຕາປະກອບສ່ວນຂອງຄວາມກ້າວໜ້າດ້ານວິທະຍາສາດເຕັກໂນໂລຊີໃນດ້ານກະສິກຳໄດ້ເພີ່ມຈາກ 54.5% ໃນປີ 2012 ຂຶ້ນເປັນ ສູງກວ່າ 64% ໃນປີ 2025, ອັດຕາການນຳໃຊ້ເຄື່ອງຈັກແບບສັງລວມໃນການໄຖເນື້ອທີ່ການຜະລິດ ການປູກຝັງ ແລະ ການເກັບກ່ຽວໃນທົ່ວປະເທດສູງກວ່າ 76.7%, ອັດຕາການປົກຫຸ້ມຂອງການບໍລິການສົ່ງເຄື່ອງດ່ວນເຂົ້າເຖິງບ້ານໃນທົ່ວປະເທດເພີ່ມຂຶ້ນເປັນ 95.22%. ຊຶ່ງຜົນສຳເລັດເຫຼົ່ານີ້ໄດ້ສ້າງພື້ນຖານອັນໜັກແໜ້ນເຂົ້າໃນການພັດທະນາຊົນນະບົດໃຫ້ຈະເລີນຮຸ່ງເຮືອງ.
ຢູ່ເບື້ອງຫຼັງໂຕເລກເຫຼົ່ານີ້ ໄດ້ສ່ອງແສງໃຫ້ເຫັນເຖິງການປ່ຽນແປງອັນເລິກເຊິ່ງຂອງກະສິກຳແບບດັ້ງເດີມ. ຈາກປະສົບຜົນສຳເລັດໃນບັ້ນລຶບລ້າງຄວາມທຸກຍາກຮອດຍຸດທະສາດພັດທະນາຊົນນະບົດໃຫ້ຈະເລີນຮຸ່ງເຮືອງ, ຈີນພວມຄົ້ນຄວ້າເສັ້ນທາງຫັນເປັນທັນສະໄໝດ້ານກະສິກຳ ແລະ ຊົນນະບົດທີ່ແຕກຕ່າງກັບເສັ້ນທາງຫັນເປັນຕົວເມືອງຂອງປະເທດຕາເວັນຕົກ, ຖືວ່າຈະເປັນບົດຮຽນທີ່ເປັນປະໂຫຍດໃຫ້ແກ່ປະເທດກຳລັງພັດທະນາຈຳນວນຫຼວງຫຼາຍ.
ໂດຍ: ຊີອາໄອ


ຄໍາເຫັນ