ຍທຂ ເອົາໃຈໃສ່ປັບປຸງວຽກງານຄຸ້ມຄອງລັດ

ຍທຂ ເອົາໃຈໃສ່ປັບປຸງວຽກງານຄຸ້ມຄອງລັດ
ໂດຍ:ວັນໄຊ ຕະວິນຍານ
ເພື່ອຍົກສູງປະສິດທິພາບການຄຸ້ມຄອງລັດ ດ້ວຍກົດໝາຍ ແລະ ປະຕິບັດພາລະບົດບາດຄຸ້ມຄອງມະຫາພາກ ຄະນະບໍລິຫານງານພັກກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໄດ້ນຳພາປັບປຸງ ແລະ ສ້າງບັນດາກົດໝາຍ ຂອງຂະແໜງ ຍທຂ ແລະ ນິຕິກຳລຸ່ມກົດໝາຍ ເປັນຕົ້ນແມ່ນ: ສຳເລັດການຄົ້ນຄວ້າປັບປຸງນິຕິກໍາ ການຄຸ້ມຄອງນໍ້າໜັກລົດບັນທຸກຄື: ຂໍ້ຕົກລົງວ່າດ້ວຍການອະນຸຍາດນໍ້າໜັກລວມສູງສຸດຂອງລົດບັນທຸກ, ຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງໜ່ວຍງານປະຈໍາສະຖານີຕິດຊັ່ງນໍ້າໜັກລົດບັນທຸກ, ລະບຽບ ແລະ ມາດຕະການໃນການປ້ອງກັນຄວາມປອດໄພໃນເວລາກໍ່ສ້າງ ແລະ ສ້ອມແປງທາງຫຼວງ, ໂຄງສ້າງສູດຄິດໄລ່ລາຄາຫົວໜ່ວຍ ກິດຈະການກໍ່ສ້າງ ແລະ ສ້ອມແປງ ຂົວ-ທາງ ສະບັບຮຽບຮຽງ ປີ 2023; ຄົ້ນຄວ້າ ແລະ ປັບປຸງ ຂໍ້ຕົກລົງ ການເກັບຄ່າທໍານຽມ ແລະ ຄ່າບໍລິການວຽກງານຂະແໜງຂົວທາງ, ບົດແນະນໍາການກຳນົດ ຊື່ ແລະ ລະຫັດ ຂອງທາງຫຼວງ, ແຈ້ງການມາດຕະການຕໍ່ຜູ້ລະເມີດຂໍ້ກໍານົດ ວ່າດ້ວຍການອະນຸມັດ ນໍ້າໜັກຂອງລົດບັນທຸກ, ລະບຽບກ່ຽວກັບ ການຮັບຮອງບົດສຶກສາຄວາມເປັນໄປໄດ້ ໂຄງການກໍ່ສ້າງ, ການຟື້ນຟູ ຫຼື ປັບປຸງ ທາງຫຼວງ ແລະ ທາງດ່ວນ, ຄໍາແນະນໍາກ່ຽວກັບສິດ ແລະ ພັນທະຂອງບໍລິສັດທີ່ປຶກສາ, ຜູ້ຮັບ ເໝົາກໍ່ສ້າງ, ສໍາຫຼວດອອກແບບ, ວິໄຈວັດສະດຸກໍ່ສ້າງ, ດໍາລັດວ່າດ້ວຍການຄຸ້ມຄອງທາງດ່ວນສໍາປະທານ, ຂໍ້ຕົກລົງກ່ຽວກັບລາຄາຫົວໜ່ວຍວຽກສໍາຫຼວດອອກແບບ ແລະ ຄວບຄຸມຄຸນນະພາບການກໍ່ສ້າງ, ຟື້ນຟູ ຫຼື ປັບປຸງ ທາງຫຼວງຂອງທີ່ປຶກສາ, ພາລະບົດບາດຂອງກອງສ້ອມແປງທາງຫຼວງ ແລະ ຄົ້ນຄວ້າຮ່າງຂໍ້ຕົກລົງ ວ່າດ້ວຍເຂດສະຫງວນຢູ່ໜ້າດິນຂອງວົງວຽນ ແລະ ທາງຫຼວງຢູ່ເຂດພູດອຍທີ່ມີພື້ນທີ່ສູງຊັນ. ອອກຂໍ້ຕົກລົງວ່າດ້ວຍການປ່ຽນຊື່ປ້າຍທະບຽນຍານພາຫະນະທາງບົກ ຈາກກຳແພງນະຄອນ ມາເປັນນະຄອນຫຼວງວຽງຈັນ, ເຜີຍແຜ່ກົດໝາຍວ່າດ້ວຍຍານພາຫະນະ ໃຫ້ແກ່ບັນດາແຂວງພາກເໜືອ, ປັບປຸງຮ່າງຂໍ້ຕົກລົງວ່າດ້ວຍການຄຸ້ມຄອງໃບຂັບຂີ່ຍານພາຫະນະຂົນສົ່ງທາງບົກ, ປັບປຸງຂໍ້ຕົກລົງວ່າດ້ວຍການຄຸ້ມຄອງສາຍທາງການຂົນສົ່ງໂດຍສານ, ຄົ້ນຄວ້າບົດແນະນໍາກ່ຽວກັບການນຳເຂົ້າ, ການກຳນົດມາດຕະຖານເຕັກນິກດ້ານຄວາມປອດໄພ ແລະ ການຂຶ້ນທະບຽນ ຂອງຍານພາຫະນະທີ່ນຳໃຊ້ພະລັງງານໄຟຟ້າ, ຄົ້ນຄວ້າປັບປຸງສັນຍາຂົນສົ່ງລະຫວ່າງ ລາວ-ໄທ, ຄົ້ນຄວ້າຮ່າງຂໍ້ຕົກລົງວ່າດ້ວຍການປະມູນປ້າຍທະບຽນຍານພາຫະນະ ເພື່ອຄຸ້ມຄອງການປະມູນປ້າຍທະບຽນຍານພາຫະນະ, ສຸມໃສ່ປັບປຸງດຳລັດວ່າດ້ວຍທ່າບົກ ເລກທີ 513/ລບ ແລະ ສໍາເລັກປັບປຸງລະບຽບກົດໝາຍອື່ນໆໃຫ້ສອດຄ່ອງກັບສະພາບຄວາມເປັນຈິງ. 
    ປັດຈຸບັນ, ກະຊວງ ຍທຂ ມີກົດໝາຍ ທັງໝົດ 11 ສະບັບ ຄື: ກົດໝາຍ ວ່າດ້ວຍການຂົນສົ່ງທາງບົກ (ສະບັບປັບປຸງ), ກົດໝາຍ ວ່າດ້ວຍທາງຫຼວງ (ສະບັບປັບປຸງ), ກົດໝາຍ ວ່າດ້ວຍການຈະລາຈອນທາງບົກ (ສະບັບປັບປຸງ), ກົດໝາຍ ວ່າດ້ວຍການຂົນສົ່ງຫຼາຍຮູບແບບ, ກົດໝາຍ ວ່າດ້ວຍຍານພາຫະນະທາງບົກ,   ກົດໝາຍ ວ່າດ້ວຍການກໍ່ສ້າງ, ກົດໝາຍ ວ່າດ້ວຍການຜັງເມືອງ (ສະບັບປັບປຸງ), ກົດໝາຍ ວ່າດ້ວຍການບິນພົນລະເຮືອນ (ສະບັບປັບປຸງ), ກົດໝາຍ ວ່າດ້ວຍການລົດໄຟ, ກົດໝາຍ ວ່າດ້ວຍນໍ້າປະປາ ແລະ ກົດໝາຍວ່າດ້ວຍການທາງນໍ້າ.  

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ