ຍທຂ ແຂວງອັດຕະປື ຫາລືການຈັດຕັ້ງປະຕິບັດໂຄງການກໍ່ສ້າງ ແລະ ສ້ອມແປງພື້ນຖານໂຄງລ່າງ.

ຍທຂ ແຂວງອັດຕະປື ຫາລືການຈັດຕັ້ງປະຕິບັດໂຄງການກໍ່ສ້າງ ແລະ ສ້ອມແປງພື້ນຖານໂຄງລ່າງ.

ຍທຂ ແຂວງອັດຕະປື ຫາລືການຈັດຕັ້ງປະຕິບັດໂຄງການກໍ່ສ້າງ ແລະ ສ້ອມແປງພື້ນຖານໂຄງລ່າງ.
ວັນທີ 22 ຕຸລານີ້ ທີ່ພະແນກ ໂຍທາທິການ ແລະ ຂົນສົ່ງ (ຍທຂ) ແຂວງອັດຕະປື ໄດ້ຈັດກອງປະຊຸມປຶກສາຫາລືການຈັດຕັ້ງປະຕິບັດໂຄງການກໍ່ສ້າງ ແລະ ສ້ອມແປງພື້ນຖານໂຄງລ່າງ, ໂດຍການເປັນປະທານຂອງ ທ່ານ ທະນູໄຊ ບັນຊາລິດ ຮອງເຈົ້າແຂວງອັດຕະປື ຜູ້ຊີ້ນໍາວຽກງານເສດຖະກິດ.
ຍທຂ ແຂວງອດຕະປ ຫາລການຈດຕງປະຕບດໂຄງການກສາງ ແລະ ສອມແປງພນຖານໂຄງລາງ. - image 1
 

ກອງປະຊຸມໄດ້ຮັບຟັງການລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດບັນດາໂຄງການເລັ່ງດ່ວນບຸລິມະສິດຂອງແຂວງ ໃນປີ 2025 ແລະ ໂຄງການກໍ່ສ້າງທາງປູຢາງ 2 ຊັ້ນ, ທາງຫຼວງແຫ່ງຊາດ ເລກທີ່ 18A ໄລຍະ 1,2 ແລະ 3, ສືບຕໍ່ກໍ່ສ້າງເສັ້ນທາງປູຢາງ 2 ຊັ້ນ ເສັ້ນທາງເບີ 9037 ແຕ່ເມືອງໄຊເສດຖາ ຫາ ບ້ານສະແຄະ, ຍາວ 9 ກວ່າກິໂລແມັດ ມູນຄ່າ 22 ຕື້ກວ່າກີບ. ໃນນັ້ນ, ມີຄ່າຄຸ້ມຄອງບໍລິຫານໂຄງການ 124 ລ້ານກວ່າກີບ, ເລີ່ມລົງມືຈັດຕັ້ງປະຕິບັດໂຄງການແຕ່ວັນທີ 17 ກຸມພາ 2025, ຜູ້ຮັບເໝົາກໍ່ສ້າງແມ່ນ ບໍລິສັດ ລາດສະວົງພັດທະນາ ຈຳກັດຜູ້ດຽວ ໄດ້ກວດກາແລ້ວຄັ້ງທີ 1 ເທົ່າກັບ 81% ມູນຄ່າ 18 ຕື້ກວ່າກີບ. ສໍາເລັດປູຢາງຊັ້ນ 1, ຍັງຄ້າງປະຕິບັດ 18% ມູນຄ່າ 4 ຕື້ກວ່າກີບ, ຍັງຄ້າງປູຢາງຊັ້ນ 2, ເສັ້ນແບ່ງເລນ ແລະ ປ້າຍ ຊໍາລະແລ້ວ 12 ຕື້ກວ່າກີບ. ໃນນີ້, ຄ່າກໍ່ສ້າງ 12 ຕື້ກີບ, ຄ່າຄຸ້ມຄອງ 124 ລ້ານກວ່າກີບ, ຍັງຄ້າງຊຳລະຕາມການກວດກາ 6 ຕື້ກວ່າກີບ, ຍັງຄ້າງຊຳລະຕາມສັນຍາ 10 ຕື້ກວ່າກີບ. ໂຄງການກໍ່ສ້າງທາງລົງດອນແກ້ງໄຊ, ເດີ່ນຈອດລົດ, ປັບປຸງດອນແກ້ງໄຊ ມູນຄ່າ 8 ຕື້ກວ່າກີບ ເລີ່ມລົງມືຈັດຕັ້ງປະຕິບັດ 21 ກຸມພາ 2025, ຜູ້ຮັບເໝົາ ບໍລິສັດ ລາດສະວົງພັດທະນາ ຈຳກັດຜູ້ດຽວ, ໄດ້ກວດກາແລ້ວ ຄັ້ງທີ 1 ເທົ່າກັບ 82% ມູນຄ່າ 7 ຕື້ກວ່າກີບ, ຍັງຄ້າງປະຕິບັດ 17% ມູນຄ່າ 1 ຕື້ 500 ລ້ານກວ່າກີບ, ສ່ວນເດີນຈອດລົດທາງລົງເຊ ແມ່ນໄດ້ລໍຖ້າວຽກຕ້ານເຈື່ອນ ແລະ ຄູກັນນໍ້າ ຊຳລະແລ້ວ 3 ຕື້ກວ່າກີບ, ຍັງຄ້າງຊຳລະຕາມການກວດກາ 3 ຕື້ 600 ລ້ານກວ່າກີບ, ຍັງຄ້າງຊຳລະຕາມສັນຍາ 5 ຕື້ກວ່າກີບ. ຟື້ນຟູທາງປູຢາງ 2 ຊັ້ນເທດສະບານແຂວງຈຳນວນ 13 ເສັ້ນ, ມີລວງຍາວ 8 ກິໂລແມັດກວ່າ ມູນຄ່າ 18 ຕື້ກວ່າ ເລີ່ມລົງມືຈັດຕັ້ງປະຕິບັດໂຄງການແຕ່ວັນທີ 21 ກຸມພາ 2025, ຜູ້ຮັບເໝົາ ບໍລິສັດ ຫອມສົມບັດກໍ່ສ້າງຂົວທາງ ຈໍາກັດຜູ້ດຽວ, ຈັດຕັ້ງປະຕິບັດໄດ້ ແລະ ກວດກາແລ້ວ ຄັ້ງທີ 1 ເທົ່າກັບ 35% ມູນຄ່າ 6 ຕື້ກວ່າກີບ, ກຳລັງປະຕິບັດ 4 ເສັ້ນ, ທາງ 1 ໄອ ຄວາມຍາວ 300 ແມັດ ປູຢ່າງຊັ້ນ 1 ແລະ ປູອັດສະຟານທັບ, ສໍາລັບຢາງຊັ້ນ 2 ຂໍສະເໜີ ຊີດທັບຮອຍແຫກ ເຂດໜ້າສວນສາທາ. ສໍາລັບການນໍາໃຊ້ວັດສະດຸຊັ້ນຮອງພື້ນທາງ CBR-30 ສອງເສັ້ນ ໄດ້ສະຫຼຸບຕາມລາຄາຫົວໜ່ວຍ CBR-30, ຍັງຄ້າງປະຕິບັດ 64% ມູນຄ່າ 12 ຕື້ກວ່າກີບ ປັດຈຸບັນ ທາງບໍລິສັດໄດ້ກະກຽມ ວັດສະດູຊັ້ນພື້ນທາງພຽງພໍ, ຊຳລະແລ້ວ 6 ຕື້ກວ່າກີບ, ຍັງຄ້າງຊຳລະຕາມການກວດກາ 800 ລ້ານກວ່າກີບ, ຍັງຄ້າງຊຳລະຕາມສັນຍາ 12 ຕື້ກວ່າກີບ, ໂຄງການປັບປຸງຖານທີ່ໝັ້ນການປະຕິວັດເຂດລາວໃຕ້ໄລຍະ 2 ຢູ່ບ້ານ ອຸດົມໄຊ ເມືອງສະໜາມໄຊ ມີ 4 ໂຄງການ ລວມມູນຄ່າ 7 ຕື້ກວ່າກີບ. ໂຄງການຖົມດິນເພື່ອກະກຽມປູກຕົ້ນໄມ້ 2 ຂ້າງທາງມູນຄ່າ 1 ຕື້ກວ່າກີບ, ປະຕິບັດສຳເລັດ 100%, ໂຄງການຖົມດິນເຂດສະຫງວນເດີ່ນຈອດລົດມູນຄ່າ 2 ຕື້ກວ່າກີບ, ປະຕິບັດສຳເລັດ 100%, ໂຄງການກໍ່ສ້າງຂັ້ນໃດທາງຂຶ້ນ, ພະນັກກັນຕົກຈຸດຊົມວິວ ມູນຄ່າ 2 ຕື້ກວ່າກີບ, ປະຕິບັດສຳເລັດ 100%, ໂຄງການກໍ່ສ້າງນໍ້າລິນ ມູນຄ່າ 700 ລ້ານກວ່າກີບ, ປະຕິບັດສຳເລັດ 100%. ເລີ່ມລົງມືຈັດຕັ້ງປະຕິບັດໂຄງການແຕ່ວັນທີ 29 ທັນວາ 2024 ຜູ້ຮັບເໝົາ ບໍລິສັດ ມະຫາໄຊກໍ່ສ້າງສ້ອມແປງຂົວທາງ ຈຳກັດ ຜູ້ດຽວໄດ້ກວດກາແລ້ວ 100%.

(ພາບ-ຂ່າວ: ມະນີວອນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສຶກສາຄວາມເປັນໄປໄດ້ ພັດທະນາສວນພຶກສາສາດຫ້ວຍຍາງ-ດົງໝາກຄາຍ

ສຶກສາຄວາມເປັນໄປໄດ້ ພັດທະນາສວນພຶກສາສາດຫ້ວຍຍາງ-ດົງໝາກຄາຍ

ກົມປ່າໄມ້, ກະຊວງກະສິກໍາ ແລະ ສີ່ງແວດລ້ອມ ຮ່ວມກັບ ບໍລິສັດ ເຈເອັດສ໌ເຄ ຈໍາກັດຜູ້ດຽວ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ສຶກສາຄວາມເປັນໄປໄດ້ ເພື່ອພັດທະນາສ່ວນພຶກສາສາດ ຫ້ວຍຍາງ-ດົງໝາກຄາຍໃຫ້ເປັນພືຶ້ນທີ່ສີຂຽວ ແລະ ປົກປັກຮັກສາປ່າໄມ້ທໍາມະຊາດໃນເນື້ອທີ່ 100 ເຮັກຕາ.
ຝຶກອົບຮົມການເມືອງ-ການປົກຄອງໃຫ້ 4 ຕາແສງຂອງ​ເມືອງ​ຊານ​ໄຊ

ຝຶກອົບຮົມການເມືອງ-ການປົກຄອງໃຫ້ 4 ຕາແສງຂອງ​ເມືອງ​ຊານ​ໄຊ

ເມືອງຊານໄຊ ແຂວງອັດຕະປື ໄດ້ເປີດຝຶກອົບຮົມຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງ ໃຫ້ແກ່ພະນັກງານຂັ້ນຕາແສງ, ໃນ​ວັນ​ທີ 7 ຕຸ​ລາ​ນີ້ ທີ່ ເມືອງ​ຊານ​ໄຊໂດຍການເປັນປະທານຂອງທ່ານ ທະນູໄຊ ບັນຊາລິດ, ຮອງເລຂາພັກແຂວງ, ປະທານຄະນະກຳມະການປົກຄອງແຂວງອັດຕະປື, ມີຄະນະພັກ, ຄະນະນໍາຂອງແຂວງ, ເມືອງ, ພ້ອມດ້ວຍ ວິທະຍາກອນ ແລະ ສຳມະນາກອນຈາກ 4 ຕາແສງຂອງເມືອງຊານໄຊ ປະກອບມີ: ຕາແສງວັງຕັດ, ຕາແສງກອງນາ, ຕາແສງນ້ຳຊຸ ແລະ ຕາແສງຄຳເບໄຊເຂົ້າຮ່ວມ.
ໄມ້ກ້ານຟອຍແບບຢ່າງ ສູ່ການປ່ຽນແປງຂອງຊຸມຊົນ ທີ່ສະອາດ ແລະ ສວຍງາມ

ໄມ້ກ້ານຟອຍແບບຢ່າງ ສູ່ການປ່ຽນແປງຂອງຊຸມຊົນ ທີ່ສະອາດ ແລະ ສວຍງາມ

ການປ່ຽນແປງທີ່ຍິ່ງໃຫຍ່ໃນສັງຄົມ ບໍ່ໄດ້ເລີ່ມຕົ້ນຈາກສິ່ງທີ່ຍິ່ງໃຫຍ່ ແຕ່ເລີ່ມຈາກການກະທຳອັນລຽບງ່າຍໃນຊີວິດປະຈຳວັນ, ພຽງແຕ່ລົງມືຮັກສາຄວາມສະອາດໃນໜ້າເຮືອນຂອງແຕ່ລະຄອບຄົວ ແລະ ການມີສ່ວນຮ່ວມຂອງສັງຄົມ ກໍກາຍເປັນພະລັງສາມັກຄີ ທີ່ສ້າງຄວາມສວຍງາມ, ຄວາມເປັນລະບຽບຮຽບຮ້ອຍ ແລະ ສັງຄົມໜ້າຢູ່. ບໍ່ພຽງແຕ່ເປັນການປະຕິບັດຕາມແນວທາງ “6 ສໍ” ຂອງເທສະບານເທົ່ານັ້ນ, ແຕ່ຍັງສະທ້ອນໃຫ້ເຫັນເຖິງຈິດສຳນຶກ, ບົດບາດຂອງແມ່ຍິງ ແລະ ຄວາມຮັບຜິດຊອບຕໍ່ພື້ນທີ່ສ່ວນລວມຢ່າງໜ້າຊົມເຊີຍ.
ປະກາດບົ່ງຕົວແຕ່ງຕັ້ງ ເລຂາຄະນະພັກຮາກຖານສາຂາທະນາຄານເລຂາຫນ່ວຍພັກ ທຄຕລ ສາຂາເຊກອງ

ປະກາດບົ່ງຕົວແຕ່ງຕັ້ງ ເລຂາຄະນະພັກຮາກຖານສາຂາທະນາຄານເລຂາຫນ່ວຍພັກ ທຄຕລ ສາຂາເຊກອງ

ພິທີປະກາດບົ່ງຕົວແຕ່ງຕັ້ງ ເລຂາຄະນະພັກຮາກຖານສາຂາທະນາຄານແຂວງເຊກອງ, ເລຂາໜ່ວຍພັກ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ) ສາຂາແຂວງເຊກອງ ໄດ້ຈັດຂຶ້ນໃນວັນທີ 6 ຕຸລາ 2026 ທີ່ຫ້ອງປະຊຸມ ທຄຕລ ໂດຍມີສະຫາຍ ນາງ ສີສະຫງ່າ ແກ້ວດວງດີ ກຳມະການປະຈໍາພັກແຂວງ, ຮອງປະທານຄະນະກຳມະການປົກຄອງແຂວງເຊກອງ, ມີຄະນະພັກຮາກຖານສາຂາທະນາຄານ, ຄະນະໜ່ວຍພັກທະນາຄານທີ່ຂຶ້ນກັບ ພ້ອມດ້ວຍຂະແໜງການກ່ຽວຂ້ອງເຂົ້າຮ່ວມ
ຄໍາມ່ວນ ຮັບຮອງການສ້າງແຜນຍຸດທະສາດ ຫຼຸດຜ່ອນຄວາມສ່ຽງໄພພິບັດ ຮອດປີ 2035

ຄໍາມ່ວນ ຮັບຮອງການສ້າງແຜນຍຸດທະສາດ ຫຼຸດຜ່ອນຄວາມສ່ຽງໄພພິບັດ ຮອດປີ 2035

ກອງປະຊຸມ ປຶກສາຫາລື ເອກະພາບຂໍ້ມູນ ແລະ ຮັບຮອງການສ້າງແຜນຍຸດທະສາດ ຫຼຸດຜ່ອນຄວາມສ່ຽງໄພພິບັດ ຮອດປີ 2035 ແລະ ແຜນປະຕິບັດງານ 5 ປີ 2026-2030 ຂອງແຂວງຄໍາມ່ວນ ຄັ້ງທີ III ຈັດຂຶ້ນໃນວັນທີ 7 ຕຸລາ 2026 ໂດຍການເປັນປະທານຂອງທ່ານ ເດດສັກດາ ມະນີຄໍາ ຮອງປະທານຄະນະກຳມະການປົກຄອງແຂວງ, ປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ (ຄພຂ), ມີທ່ານ ແສງເພັດ ຄໍາສຸກຖາວົງ ຮັກສາການຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ຫົວໜ້າກອງເລຂາ ຄພຂ, ມີຄະນະກຳມະການ ແລະ ກອງເລຂາຂັ້ນແຂວງ, ຂັ້ນເມືອງເຂົ້າຮ່ວມ.
ຄະນະໂຄສະນາອົບຮົມ ແຂວງສາລະວັນ ປະດັບຫຼຽນກາລະນຶກ 50 ປີ ສປປ ລາວ

ຄະນະໂຄສະນາອົບຮົມ ແຂວງສາລະວັນ ປະດັບຫຼຽນກາລະນຶກ 50 ປີ ສປປ ລາວ

ຄະນະໂຄສະນາອົບຮົມ ແຂວງສາລະວັນ ໄດ້ຈັດພິທີປະດັບຫຼຽນກາລະນຶກ 50 ປີ ວັນສະຖາປານາ ສປປ ລາວ, ໃນວັນທີ 6 ຕຸລາຜ່ານມາ, ທີ່ ແຂວງສາລະວັນ ໂດຍການເປັນປະທານຂອງ ທ່ານ ມະໄລວອນ ສີປະເສີດ ກໍາມະການພັກແຂວງຫົວໜ້າຄະນະໂຄສະນາອົບຮົມແຂວງ,ມີຮອງຫົວໜ້າຄະນະຄະນະໂຄສະນາອົບຮົມແຂວງ,ພະນັກງານບໍານານແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມ.
ຫຼວງພະບາງ ກຳນົດທິດທາງພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກ

ຫຼວງພະບາງ ກຳນົດທິດທາງພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກ

ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມເຜີຍແຜ່ເອກະສານວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກ ໄລຍະ 2027-2030, ໃນ​ວັນ​ທີ 7 ຕຸ​ລາ​ນີ້ ທີ່​ແຂວງຫຼວງ​ພະ​ບາງໂດຍເປັນປະທານ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ປະທານຄະນະກໍາມະການປົກຄອງແຂວງ, ມີຄະນະນຳແຂວງ, ບັນດາເມືອງ-ນະຄອນ ຫຼວງພະບາງ ແລະພະແນກການອ້ອມຂ້າງແຂວງ ເຂົ້າຮ່ວມ.
ພິທີປະດັບຫຼຽນໄຊພິລະອາດຫານ ໃຫ້ສູນເສຍອົງຄະ 392

ພິທີປະດັບຫຼຽນໄຊພິລະອາດຫານ ໃຫ້ສູນເສຍອົງຄະ 392

ພິທີປະດັບຫຼຽນໄຊພິລະອາດຫານຊັ້ນ II ໃຫ້ສູນເສຍອົງຄະ 392 ທີ່ຂຶ້ນກອງບັນຊາການທະຫານເເຂວງອັດຕະປື, ເນື່ອງໃນໂອກາດ ວັນເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ ຄົບຮອບ 80 ປີ ( 21 ມີນາ 1946 - 21 ມີນາ 2026) ໄດ້ຈັດຂຶ້ນໃນວັນທີ 5 ຕຸລາ 2026, ໂດຍການເປັນປະ ທານຂອງສະຫາຍ ພົນຈັດຕະວາ ແກ້ວສຸວັນ ຜາງພິລາວົງ, ກຳມະການຄະນະພັກກະຊວງ, ຫົວໜ້າກົມໂຄ ສະນາອົບຮົມ, ກົມໃຫຍ່ການເມືອງກອງທັບ, ມີສະຫາຍ ພົນຈັດຕະວາ ສີສົມໃຈ ມະໂນລາ, ຄະນະປະຈຳພັກແຂວງ, ເລຂາຄະນະພັກ, ຫົວໜ້າການເມືອງ ກອງບັນຊາການທະຫານເເຂວງອັດຕະປື, ມີຄະນະກົມໂຄສະນາ, ຄະນະພັກ-ຄະນະບັນຊາ 6 ຫ້ອງກອງບັນຊາການ, ຕະຫຼອດຮອດພະນັກງານສູນເສຍອົງຄະ 392 ເຂົ້າຮ່ວມ.
ດ່ານສາກົນຂົວມິດຕະພາບ 3 ເກັບ​ລາຍ​ຮັບ​ບັນ​ລຸ 1 ພັນ​ຕື້ກວ່າ​ກີບ

ດ່ານສາກົນຂົວມິດຕະພາບ 3 ເກັບ​ລາຍ​ຮັບ​ບັນ​ລຸ 1 ພັນ​ຕື້ກວ່າ​ກີບ

ທ່ານ ໝັ້ນຍືນ ຄິນສະໝອນ ຮອງປະທານຄະນະກໍາມະການປົກຄອງແຂວງຄໍາມ່ວນ (ຜູ້ຊີ້ນໍາວຽກງານເສດຖະກິດ) ພ້ອມ​ຄະ​ນະໄດ້ເຄື່ອນໄຫວຢ້ຽມ​ຢາມ, ໂອ້ລົມ ແລະ ໃຫ້ທິດຊີ້ນໍາດ່ານສາ​ກົນ​ຂົວ​ມິດ​ຕະ​ພາບ 3, ເມື່ອ​ວັນ​ທີ 2 ຕຸ​ລາ​ຜ່ານ​ມາ, ໂດຍ​ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ຄໍາມ່ວນ ຫາລື ແລະ ນໍາສະເໜີວຽກງານດ້ານປະກັນສັງຄົມ

ຄໍາມ່ວນ ຫາລື ແລະ ນໍາສະເໜີວຽກງານດ້ານປະກັນສັງຄົມ

ວັນທີ 6 ຕຸລາ 2026ທີ່ ພະແນກສາທາລະນະສຸກແຂວງຄໍາມ່ວນໄດ້ຈັດກອງປະຊຸມ ຫາລືແລກປ່ຽນຂໍ້ມູນ ແລະ ນໍາສະເໜີວຽກງານທີ່ກ່ຽວຂ້ອງກັບຂະແໜງການປະກັນສັງຄົມ ແລະ ການໃຫ້ບໍລິການສາທາລະນະສຸກ, ໂດຍມີທ່ານ ນາງ ບົວຫອມ ພົມມະຈັນ ຮັກສາການຫົວໜ້າອົງການປະກັນສັງຄົມແຫ່ງຊາດ, ທ່ານ ແກ່ນຈັນ ທອງສະຫວັດ ຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ ແລະ ທ່ານ ແສງເພັດ ຄໍາສຸກຖາວົງ ຮັກສາການຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງຄໍາມ່ວນ, ພ້ອມດ້ວຍບັນດາຂະແໜງການ, ພະນັກງານວິຊາການທີ່ກ່ຽວຂ້ອງຂັ້ນແຂວງເຂົ້າຮ່ວມ.
ເພີ່ມເຕີມ