ຍທຂ ແຂວງບໍລິຄຳໄຊ ເລັ່ງແກ້ໄຂເສັ້ນທາງຫຼວງ ແລະ ທາງທ້ອງຖິ່ນ ທີ່ໄດ້ຮັບຜົນກະທົບ ຈາກໄພພິບັດທຳມະຊາດ

ຍທຂ ແຂວງບໍລິຄຳໄຊ ເລັ່ງແກ້ໄຂເສັ້ນທາງຫຼວງ ແລະ ທາງທ້ອງຖິ່ນ ທີ່ໄດ້ຮັບຜົນກະທົບ ຈາກໄພພິບັດທຳມະຊາດ

ຍທຂ ແຂວງບໍລິຄຳໄຊ ເລັ່ງແກ້ໄຂເສັ້ນທາງຫຼວງ ແລະ ທາງທ້ອງຖິ່ນ ທີ່ໄດ້ຮັບຜົນກະທົບ  ຈາກໄພພິບັດທຳມະຊາດ
ໃນວັນທີ 11 ສິງຫາ 206 ນີ້,ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະ ຂົນສົ່ງ(ຍທຂ) ພ້ອມຄະນະໄດ້ລົງຕິດຕາມເສັ້ນທາງຫຼວງແຫ່ງຊາດເລກ 8A ທີ່ໄດ້ຮັບຜົນກະທົບຈາກໄພພິບັດທາງທຳມະຊາດ ໂດຍມີທ່ານ ບຸນລ້ຽງ ດວງສະເພົາທອງ ຮອງປະທານຄະນະກຳມະການປົກຄອງແຂວງ ບໍລິຄຳໄຊ ມີຮອງປະທານຄະນະກຳມະການປົກຄອງແຂວງຄຳມ່ວນ ແລະ ຂະແໜງການທີ່ກ່ຽວຂ້ອງ 2 ແຂວງຮ່ວມລົງຊຕິດຕາມ.
ຍທຂ ແຂວງບລຄຳໄຊ ເລງແກໄຂເສນທາງຫວງ ແລະ ທາງທອງຖນ ທໄດຮບຜນກະທບ ຈາກໄພພບດທຳມະຊາດ - image 1
 

ທ່ານ ວິໄຊ ພູມມີ ຫົວໜ້າພະແນກ ຍທຂ ແຂວງ ບໍລິຄຳໄຊ ລາຍງານສະພາບຄວາມເສຍຫາຍຂອງເສັ້ນທາງຫຼວງແຫ່ງຊາດ, ທາງຫຼວງທ້ອງຖິ່ນ, ຂົວ, ທໍ່ ແລະ ລະບົບຕ້ານເຈື່ອນ ທີ່ໄດ້ຮັບຜົນກະທົບຈາກສະພາບດິນຟ້າອາກາດທີ່ມີຝົນຕົກໜັກ ແລະ ພະຍຸພັດຜ່ານຢ່າງຕໍ່ເນື່ອງ ໃນໄລຍະເດືອນມິຖຸນາ ຫາ ສິງຫາ 2026 ຜ່ານມາ, ເສັ້ນທາງຫຼວງແຫ່ງຊາດເລກ 8Aໄດ້ຮັບຜົນກະທົບເກີດຂຶ້ນ 2 ຄັ້ງໃຫຍ່ຄື:ຄັ້ງທີ 1 (ຊ່ວງວັນທີ 14-16 ກໍລະກົດ 2026): ມີນໍ້າກັດເຊາະໜ້າທາງ ແລະ ຮ່ອງລະບາຍນໍ້າ 2 ຈຸດໃຫຍ່ ຢູ່ຊ່ວງກມ 35+800 (ພູຜາມ່ານ) ແລະ ກມ 43+600 (ພູໄຮ), ພ້ອມທັງມີດິນເຈື່ອນທັບທາງ 4 ຈຸດໃຫຍ່.ດິນເຈື່ອນທັບເຮືອນປະຊາຊົນ ຢູ່ເຂດບ້ານທ່າບັກ ເມືອງຄໍາເກີດມີຜູ້ເສຍຊີວິດ 3 ຄົນ.ຄັ້ງທີ 2 (ຊ່ວງວັນທີ 3-4 ສິງຫາ 2026): ເກີດດິນ ແລະ ຫີນກ້ອນໃຫຍ່ເຈື່ອນທັບຖົມໜ້າທາງຊ່ວງພູຜາມ່ານ ຈຳນວນ 9 ຈຸດ (ຍາວປະມານ 400 ແມັດ), ນໍ້າກັດເຊາະໜ້າທາງ 7 ຈຸດ, ຮ່ອງລະບາຍນໍ້າເສຍຫາຍ 3,500 ແມັດ ແລະ ນໍ້າຖ້ວມທາງ 5 ຈຸດ.ຮາກຖານເສົາຂົວຫ້ວຍຊາຍ (ກມ 20+800) ກໍຖືກນໍ້າກັດເຊາະເສຍຫາຍ ຈົນລົດບໍ່ສາມາດສັນຈອນໄດ້.ປັດຈຸບັນ, ພະແນກ ຍທຂ ແຂວງ ຮ່ວມກັບ ກົມຂົວທາງ ແລະ ບໍລິສັດຜູ້ຮັບເໝົາ ໄດ້ເລັ່ງນຳກົນຈັກເຂົ້າແກ້ໄຂສຸກເສີນ ໂດຍການຍົກຍ້າຍດິນ,ເຈາະລະເບີດກ້ອນຫີນໃຫຍ່ ແລະ ຕິດຕັ້ງກະຕ່າຫີນຢູ່ຈຸດຂົວຫ້ວຍຊາຍ,ເປີດໃຫ້ລົດນ້ອຍປະເພດກະບະສາມາດສັນຈອນຜ່ານໄດ້, ສ່ວນລົດຂົນສົ່ງສິນຄ້າແມ່ນຍັງບໍ່ທັນອະນຸຍາດໃຫ້ຜ່ານ ເນື່ອງຈາກມີຄວາມສ່ຽງໜ້າທາງຍຸບ ສຳລັບເສັ້ນທາງຫຼວງແຫ່ງຊາດເລກ 13 ໃຕ້ ທີ່ມີນໍ້າຖ້ວມຂັງ 2 ຈຸດ ປັດຈຸບັນນໍ້າແຫ້ງແລ້ວ ແລະ ສັນຈອນໄດ້ປົກກະຕິ. ດ້ານເສັ້ນທາງຫຼວງທ້ອງຖິ່ນ ຢູ່ບັນດາເມືອງ ເຊັ່ນ: ເມືອງໄຊຈໍາພອນ, ປາກກະດິງ, ບໍລິຄັນ, ທ່າພະບາດ ແລະ ເມືອງວຽງທອງ ແມ່ນໄດ້ຮັບຜົນກະທົບດິນເຈື່ອນ ແລະ ນໍ້າຖ້ວມເຊັ່ນກັນ ເຊິ່ງບາງເສັ້ນທາງຍັງບໍ່ສາມາດປະເມີນຜົນກະທົບໄດ້ເທື່ອ.ສຳລັບການຈັດຕັ້ງປະຕິບັດວຽກງານສຸກເສີນແມ່ນພົບຂໍ້ຫຍຸ້ງຍາກຫຼາຍ ໂຍສະເພາະສະພາບຝົນທີ່ຕົກລົງມາຢ່າງຕໍ່ເນື່ອງເຮັດໃຫ້ດິນເຈື່ອນຊໍ້າຊ້ອນ, ແລະ ການຊອກຫາບໍລິສັດເຂົ້າມາແກ້ໄຂວຽກສຸກເສີນ ຍ້ອນຜ່ານມາບໍລິສັດຈັດຕັ້ງປະຕິບັດວຽກສຳເລັດແລ້ວ ແຕ່ຍັງຂາດງົບປະມານຊຳລະ ແລະ ການນຳສະເໜີເຂົ້າແຜນງົບປະມານມີຄວາມຫຼ້າຊ້າ.ສ່ວນມູນຄ່າຄວາມເສຍຫາຍຍັງບໍ່ວາມາດປະເມີນໄດ້.

ຍທຂ ແຂວງບລຄຳໄຊ ເລງແກໄຂເສນທາງຫວງ ແລະ ທາງທອງຖນ ທໄດຮບຜນກະທບ ຈາກໄພພບດທຳມະຊາດ - image 2
 

ໂອກາດນີ້ ທ່ານ ເຫຼັກໄຫຼ ສີວິໄລ ໄດ້ມີຄຳເຫັນຊີ້ນຳໃຫ້ຄະນະກຳມະການປົກຄອງແຂວງ ບໍລິຄຳໄຊ ແລະ ແຂວງຄຳມ່ວນ ພະແນກການທີ່ກ່ຽວຂ້ອງຈົ່ງໄດ້ປະສານສົມທົບກັບບໍລິສັດທີ່ຮັບເໜົາແກ້ໄຂສຸກເສີນ ແກ້ໄຂເສັ້ນທາງໃຫ້ສາມາດນຳໃຊ້ໄດ້ປົກກະຕິໂດຍໄວ,ພ້ອມນັ້ນເກັບກຳຂໍ້ມູນເພື່ອປັບປຸງປູງຫຼັງສິ້ນສຸດລະດູຝົນ,ເສັ້ນທາງເລກທີ 8A ເປັນເສັ້ນຫຼັກໃນການຈໍລະຈອນສິນຄ້າລະຫວ່າງປະເທດຈາກ ສປປລາວ ອອກສູ່ ສສ ຫວຽດນາມ,ຈາກ ສສ ຫວຽດນາມເຂົ້າລາວອອກໄປສູ່ປະເທດທີ 3.ຂ່າວ: ສາຍສະໝອນ-ພາບ: ພຸດຕີ້

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ລະຄອນເພັງ ເກັບກ່ຽວເຂົ້ານາປີ ໃກ້​ຈະ​ສຳເລັດແລະກຽມສຸມໃສ່ປູກພືດລະດູແລ້ງ

ລະຄອນເພັງ ເກັບກ່ຽວເຂົ້ານາປີ ໃກ້​ຈະ​ສຳເລັດແລະກຽມສຸມໃສ່ປູກພືດລະດູແລ້ງ

ທ່ານ ຄຳກອນ ວິໄລສັກ ຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ເມືອງລະຄອນເພັງແຂວງ​ສາ​ລະ​ວັນເປີດ​ເຜີຍໃນວັນທີ 20 ພະຈິກຜ່ານ​ມາວ່າ: ປັດຈຸບັນຊາວກະສິກອນ ເມືອງລະຄອນເພັງ ຂຸ້ນຂ້ຽວສຸມໃສ່ເກັບ​ກ່ຽວເຂົ້ານາປີ ສຳເລັດແລ້ວ 95%, ໃນເນື້ອທີ່ທັງໝົດປະມານ 11,835 ເຮັກຕາ, ຜົນຜະລິດໄດ້ 53 ພັນກວ່າໂຕນ; ສະເລ່ຍສະມັດຕະພາບ 3.7 ໂຕນຕໍ່ເຮັກຕາ. ສົກປີ 2025-2026 ທົ່ວເມືອງລະຄອນເພັງ ໄດ້ວາງແຜນການປູກເຂົ້ານາປີ 15,460 ເຮັກຕາ, ສາມາດປັກດຳໄດ້ຕົວຈິງ 15,212 ເຮັກຕາ ເທົ່າກັບ 98.4% ຂອງແຜນການ; ໃນນັ້ນ ນາດຳປະຕິບັດໄດ້ 8,712 ເຮັກຕາ ເທົ່າກັບ 93.07%, ນາຢອດ 3,000 ເຮັກຕາ ເທົ່າກັບ 103.4% (ລື່ນແຜນ 3.4%) ແລະ ນາຫວ່ານ 3,500 ເຮັກຕາ, ລື່ນແຜນການ 9.3%. ນອກຈາກນີ້, ການເກັບກູ້ພືດລະດູຝົນຂອງເມືອງ ປັດຈຸບັນສຳເລັດແລ້ວ 315 ເຮັກຕາ ເທົ່າກັບ 100% ໄດ້ຜົນຜະລິດ 2,715 ໂຕນ.
ຝຶກອົບຮົມປັບປຸງການຫຸ້ມຫໍ່ ຫວັງຍົກລະດັບເສັ້ນເຝີດອນຂະເໝົາ ສູ່ຕະຫຼາດກວ້າງ​ຂຶ້ນ

ຝຶກອົບຮົມປັບປຸງການຫຸ້ມຫໍ່ ຫວັງຍົກລະດັບເສັ້ນເຝີດອນຂະເໝົາ ສູ່ຕະຫຼາດກວ້າງ​ຂຶ້ນ

ພິທີເປີດຝຶກອົບຮົມການປັບປຸງການຫຸ້ມຫໍ່ຜະລິດຕະພັນສິນຄ້າໂອດອບ “ໜຶ່ງເມືອງ ໜຶ່ງຜະລິດຕະພັນ” ຂອງສະຫະກອນຜະລິດເສັ້ນເຝີພັດທະນາຊຸມຊົນດອນຂະເໝົາ ເມືອງໂຂງ ແຂວງຈຳປາສັກ ແລະ ກຸ່ມຜະລິດເຫຼົ້າ ແລະ ແປ້ງເຫຼົ້າຂາວ ເມືອງສຸຂຸມາ ໄດ້​ມີ​ຂຶ້ນ​ໃນ​ວັນ​ທີ 23 ພະ​ຈິກ​ນີ້ ທີ່ ເມືອງ​ໂຂງ, ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ອິນທະນົງສັກ ຈັນທະພິມ ກຳມະການພັກເມືອງ ຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້າເມືອງໂຂງ, ທ່ານ ອະພິວັດ ສົມບູນຂັນ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ມີພາກ​ສ່ວນ​ກ່ຽວ​ຂ້ອງ ແລະ​ ສຳ​ມະ​ນາ​ກອນ​ເຂົ້າ​ຮ່ວມ.
ມຸນລະປາໂມກ ມອບເຄື່ອງກິລາໃຫ້ນັກຮຽນ ກຽມເຂົ້າຮ່ວມແຂ່ງຂັນບານເຕະ ປີ 2026

ມຸນລະປາໂມກ ມອບເຄື່ອງກິລາໃຫ້ນັກຮຽນ ກຽມເຂົ້າຮ່ວມແຂ່ງຂັນບານເຕະ ປີ 2026

ວັນທີ 19 ພະຈິກຜ່ານມາ, ທີ່ຫ້ອງການສຶກສາທິການ ແລະ ກິລາເມືອງ ໄດ້ຈັດພິທີມອບ-ຮັບເຄື່ອງກິລາໃຫ້ນັກຮຽນ ເພື່ອກະກຽມເຂົ້າຮ່ວມການແຂ່ງຂັນກິລາບານເຕະ ນັກຮຽນມັດທະຍົມຕອນປາຍ LDB ຈຳປາສັກ ປີ 2026 ທີ່ນະຄອນປາກເຊ ແຂວງຈຳປາສັກ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 51 ປີ, ໃຫ້ກຽດເປັນປະທານໂດຍທ່ານ ວັນລະເດດ ແກ້ວຈັນທາ ຮອງເລຂາພັກເມືອງ ປະທານຄະນະກຳມະການປົກ ຄອງເມືອງ, ມີທ່ານ ຈັນສະຫວ່າງ ບຸດຕະວົງ ຄະນະປະຈຳພັກເມືອງ ຮອງປະທານຄະນະກຳມະການປົກຄອງເມືອງ, ທ່ານ ອິນປອນ ໄຊຍະລາດ ຄະນະສະຫະພັນບານເຕະເມືອງ ພ້ອມດ້ວຍຄູຝຶກ ແລະ ນັກກິລາເຂົ້າຮ່ວມ.
ຕຳຫຼວດຈະລາຈອນ ນວ ວາງກຳລັງ 535 ຄົນ ປ້ອງກັນງານບຸນທາດຫຼວງ ພ້ອມແນະນຳໃຊ້ລົດເມບໍ່ເສຍຄ່າ 7 ຈຸດ

ຕຳຫຼວດຈະລາຈອນ ນວ ວາງກຳລັງ 535 ຄົນ ປ້ອງກັນງານບຸນທາດຫຼວງ ພ້ອມແນະນຳໃຊ້ລົດເມບໍ່ເສຍຄ່າ 7 ຈຸດ

ເພື່ອຮັບປະກັນໃຫ້ການສັນຈອນໄປມາຕາມເສັ້ນທາງຕ່າງໆ ມີຄວາມສະດວກ, ປອດໄພ ແລະ ເປັນລະບຽບຮຽບຮ້ອຍ ໃນໄລຍະຈັດງານບຸນນະມັດສະການພະທາດຫຼວງ ແລະ ງານວາງສະແດງສິນຄ້າ ທີ່ສູນການຄ້າ ລາວ-ໄອເຕັກ ນະຄອນຫຼວງວຽງຈັນ ນວ ປະຈຳປີ 2026 ນີ້, ເຈົ້າໜ້າທີ່ຕຳຫຼວດຈະລາຈອນໄດ້ວາງແຜນຈັດກຳລັງປະຈຳການຕາມຈຸດສຳຄັນຕ່າງໆ ພ້ອມທັງຮຽກຮ້ອງໃຫ້ປະຊາຊົນ ແລະ ຜູ້ໃຊ້ລົດໃຊ້ຖະໜົນ ຮ່ວມມືປະຕິບັດກົດລະບຽບຈະລາຈອນຢ່າງເຂັ້ມງວດ.
ແຂວງຜົ້ງສາລີ ເປີດຝຶກອົບຮົມວຽກງານໂຄສະນາ-ປາຖະກະຖາ ຊຸດທີ I

ແຂວງຜົ້ງສາລີ ເປີດຝຶກອົບຮົມວຽກງານໂຄສະນາ-ປາຖະກະຖາ ຊຸດທີ I

ວັນທີ 23 ພະຈິກນີ້ ທີ່ສໍານັກງານອົງການປົກຄອງແຂວງ, ຄະນະໂຄສະນາອົບຮົມແຂວງຮ່ວມກັບຄະນະໂຄສະນາອົບຮົມສູນກາງພັກ ໄດ້ເປີດຝືກອົບຮົມວຽກງານໂຄສະນາ-ປາຖະກະຖາຊຸດທີ I ໃຫ້ແກ່ພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງຜົ້ງສາລີ, ໂດຍການເປັນປະທານຂອງ ທ່ານ ບຸນທະວີ ສໍສຸກັນ ກຳມະການສໍາຮອງສູນກາງພັກ ຮອງເລຂາພັກແຂວງ ຜູ້ຊີ້ນໍາວຽກງານພັກ-ພະນັກງານ ແລະ ອົງການຈັດຕັ້ງມະຫາຊົນຂັ້ນແຂວງຜົ້ງສາລີ, ມີ ທ່ານ ບົວໄລ ພານຸວົງ ກຳມະການພັກ ຫົວໜ້າກົມໂຄສະນາຄະນະໂຄສະນາອົບຮົມສູນກາງພັກ, ມີທ່ານ ພອນປະດິດ ທິບມະນີວົງ ຫົວໜ້າຄະນະໂຄສະນາອົບຮົມແຂວງຜົ້ງສາລີ, ມີບັນດາທີມງານກົມໂຄສະນາຄະນະໂຄສະນາອົບຮົມສູນກາງພັກ, ບັນດາສໍາມະນາກອນ ທີ່ເປັນພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ ທັງໝົດ 55 ທ່ານ ຍິງ 15 ທ່ານ.
ເລົ່າເລື່ອງ ຜ່ານໄມ້ແກະສະຫຼັກຈາກຮີດຄອງບູຮານສູ່ຍຸກທັນສະໄໝໃນງານບຸນທາດຫຼວງ

ເລົ່າເລື່ອງ ຜ່ານໄມ້ແກະສະຫຼັກຈາກຮີດຄອງບູຮານສູ່ຍຸກທັນສະໄໝໃນງານບຸນທາດຫຼວງ

ທ່າມກາງບັນຍາກາດອັນຄຶກຄື້ນຂອງງານບຸນມະໂຫລານພະທາດຫຼວງວຽງຈັນ ທີ່ດຶງດູດນັກທ່ອງທ່ຽວ ແລະ ປະຊາຊົນຈາກທົ່ວທຸກສາລະທິດເຂົ້າມາທ່ຽວຊົມ ຜະລິດຕະພັນຫັດຖະກຳແກະສະຫຼັກໄມ້ຈາກ "ໂຮງຊ່າງ ຄວັດແກະສະຫຼັກໄມ້ສີມືຄົນລາວ" ໄດ້ກາຍເປັນອີກໜຶ່ງຈຸດສົນໃຈທີ່ສະທ້ອນໃຫ້ເຫັນທັງຄວາມງາມທາງສິລະປະ ປະຫວັດສາດ ແລະ ການປ່ຽນແປງຂອງສັງຄົມລາວຜ່ານລວດລາຍໄມ້.
ກະເປົາລາວຍຸກໃໝ່ ປະສົມຄວາມທັນສະໄໝ ຄືຄວາມເປັນລາວ ພ້ອມໂປຣໂມຊັນພິເສດໃນງານບຸນພະທາດຫຼວງ

ກະເປົາລາວຍຸກໃໝ່ ປະສົມຄວາມທັນສະໄໝ ຄືຄວາມເປັນລາວ ພ້ອມໂປຣໂມຊັນພິເສດໃນງານບຸນພະທາດຫຼວງ

ໃນບັນຍາກາດງານບຸນພະທາດຫຼວງທີ່ເຕັມໄປດ້ວຍສີສັນ ແລະ ຄວາມຄຶກຄື້ນ ຜະລິດຕະພັນຫັດຖະກຳລາວຍັງຄົງເປັນອີກໜຶ່ງຈຸດເດັ່ນທີ່ດຶງດູດຄວາມສົນໃຈຂອງປະຊາຊົນ ແລະ ນັກທ່ອງທ່ຽວ ໂດຍສະເພາະຜະລິດຕະພັນກະເປົາສານດ້ວຍຫວາຍ ແລະ ກະເປົາລາວຫັດຖະກຳດ້ວຍຝ້າຍ ທີ່ຖືກອອກແບບໃຫ້ຕອບໂຈດການນຳໃຊ້ໃນຊີວິດປະຈຳວັນ ແລະ ທັນສະໄໝຫຼາຍຂຶ້ນ ຍັງຄົງເປັນສິນຄ້າທີ່ໄດ້ຮັບຄວາມສົນໃຈຈາກຜູ້ບໍລິໂພກ ໂດຍສະເພາະໃນໄລຍະງານບຸນພະທາດຫຼວງ ທີ່ມີການນຳສະເໜີທັງຮູບແບບດັ້ງເດີມ ແລະ ຮູບແບບປະຍຸກໃຫ້ເຂົ້າກັບຍຸກສະໄໝ.
ຊາວພຸດຮ່ວມແຫ່ຜາສາດເຜິ້ງ ໃນງານບຸນພະທາດຫຼວງວຽງຈັນ

ຊາວພຸດຮ່ວມແຫ່ຜາສາດເຜິ້ງ ໃນງານບຸນພະທາດຫຼວງວຽງຈັນ

ວັນທີ 23 ພະຈິກນີ້, ຊາວພຸດທະສາສະນິກະຊົນລາວບັນດາເຜົ່າ ໄດ້ຮ່ວມກັນແຫ່ຜາສາດເຜິ້ງໃນງານບຸນນະມັດສະການພະທາດຫຼວງວຽງຈັນ ປະຈຳປີ 2026 ໂດຍໄດ້ເຕົ້າໂຮມທີ່ວັດໜອງບອນ ແລ້ວແຫ່ອ້ອມກົມມະລຽນພະທາດຫຼວງ 3 ຮອບ ເພື່ອເປັນການບູຊາຄຸນພະພຸດ, ພະທໍາ ແລະ ພະສົງ ໂດຍມີຂະ ບວນແຫ່ຂອງພະສົງອອກໜ້າ ແລະ ຂະບວນແຫ່ຂອງການນໍາພັກ-ລັດ ຊຶ່ງນຳໂດຍທ່ານ ກິແກ້ວ ໄຂຄຳພິທູນ ປະທານສູນກາງແນວລາວສ້າງຊາດ, ມີບັນດາການນຳພັກ-ລັດ ພ້ອມດ້ວຍປະຊາຊົນເຂົ້າຮ່ວມ.
ປີ 2026 ສານປະຊາຊົນແຂວງເຊກອງ ແກ້ໄຂຄະດີໄດ້ 102 ເລື່ອງ

ປີ 2026 ສານປະຊາຊົນແຂວງເຊກອງ ແກ້ໄຂຄະດີໄດ້ 102 ເລື່ອງ

ທ່ານ ນາງ ສີວິໄລ ຜາວິໄລ ປະທານສານປະຊາຊົນແຂວງເຊກອງ ລາຍງານໃຫ້ຮູ້ວ່າ: ໃນປີ 2026 ມີຄະດີເຂົ້າມາສານປະຊາຊົນແຂວງ, ສານປະຊາຊົນເຂດ I ແລະ ສານປະຊາຊົນເຂດ II ລວມທັງໝົດ 126 ເລື່ອງ ຄ້າງມາແຕ່ປີ 2025 ຈໍານວນ 30 ເລື່ອງ, ເຂົ້າໃໝ່ 96 ເລື່ອງ, ແກ້ໄຂແລ້ວ 102 ເລື່ອງ ເທົ່າກັບ 80,95%, ພວມດໍາເນີນການແກ້ໄຂຢູ່ 24 ເລື່ອງ.
ເພີ່ມເຕີມ