ພະແນກແຮງງານ ແລະ ສະຫວັດດີການ-ສັງຄົມແຂວງຄຳມ່ວນຮ່ວມກັບບໍລິສັດ ໄຟຟ້ານໍ້າເທີນ 2 ຈໍາກັດ ໄດ້ຈັດງານຕະຫຼາດນັດແຮງງານ ປະຈໍາປີ 2025 ຂຶ້ນໃນລະຫວ່າງວັນທີ 28-29 ພະຈິກຜ່ານມາທີ່ໂຮງແຮມທ່າແຂກໃໝ່ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງໆຄຳມ່ວນ, ທ່ານ ສິນນະສອນ ແສງຈັນທະວົງ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ມີຕາງໜ້າບໍລິສັດນ້ຳເທີນ2, ມີບໍລິສັດຈັດຫາງານທີ່ໄດ້ໃຫ້ການຮ່ວມມືມາຕັ້ງບູດໂຄສະນາຮັບສະຫມັກແຮງງານຢ່າງຫຼວງຫຼາຍ ຄາດວ່າມີຄວາມຕ້ອງການແຮງງານຫຼາຍກວ່າ 1,000 ຄົນ.
ເນື່ອງໃນໂອກາດວັນຊາດທີ 2 ທັນວາ ຄົບຮອບ 50 ປີ(2/12/1975-2/12/2025).ດັ່ງນັ້ນ,ໃນຕອນເຊົ້າວັນທີ 1 ທັນວາ 2025ນີ້, ການນຳພັກ-ລັດຂອງແຂວງສະຫວັນນະເຂດ ຊຶ່ງນຳໂດຍທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງສະຫວັນນະເຂດ ໄດ້ນຳພາກ້ອນກຳລັງຈາກພາກສ່ວນຕ່າງໆພາຍໃນແຂວງ ເຂົ້າວາງພວງມາລາຢູ່ທີ່ອະນຸສາວະລີນັກຮົບນິລະນາມ ແລະວາງກະຕ່າດອກໄມ້-ດອກໄມ້ຢູ່ອະນຸສາວະລີທ່ານປະທານໄກສອນ ພົມວິຫານ, ອະນຸສາວະລີທ່ານ ໜູຮັກ ພູມສະຫວັນ, ອະນຸສາວະລີທ່ານ ພູນ ສີປະເສີດ ແລະອະນຸສາວະລີພໍ່ກະດວດ, ທັງນີ້ກໍເພື່ອສະແດງຄວາມກະຕັນຍູຮູ້ບຸນຄຸນ ແລະຈາລຶກບຸນຄຸນ-ຄຸນງາມຄວາມດີຕໍ່ບັນດາທ່ານການນຳພັກ-ລັດຮຸ່ນທຳອິດຂອງການປະຕິວັດລາວ ທີ່ໄດ້ເສຍສະຫຼະເລືອດເນື້ອ ແລະຊີວິດເພື່ອພາລະກິດປະຕິວັດຊາດປະຊາທິປະໄຕ ຈົນສາມາດຍາດໄດ້ ໄຊຊະນະ ແລະສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວຂຶ້ນຢ່າງສະຫງ່າຜ່າເຜີຍໃນວັນທີ 2 ທັນວາ 1975.
ເນື່ອງໃນໂອກາດວັນຊາດ ທີ 2 ທັນວາ ຄົບຮອບ 50 ປີ (2/12/1975 -2/12/2025),ການນໍາພັກ-ລັດແຂວງເຊກອງ ນໍາໂດຍ ສະຫາຍ ບຸນຫລາຍ ບຸດທິ ເລຂາພັກແຂວງ ພ້ອມຄະນະບໍລິຫານງານພັກແຂວງ ໄດ້ວາງພວງມາລາຢູ່ອະນຸສາວະລີນັກຮົບນິລະນາມ ແລະ ວາງກະຕ່າດອກໄມ້ ເພື່ອລະນຶກຄຸນງາມຄວາມດີ ປະທານ ໄກສອນ ພົມວິຫານ ໃນຕອນເຊົ້າວັນທີ 1 ທັນວານີ້ ໂດຍການເຂົ້າວາງພວງມາລາ ໄດ້ແບ່ງເປັນ 7 ກຸ່ມຄື: ກຸ່ມການນໍາແຂວງ,ກຸ່ມພັກ-ພະນັກງານ; ກຸ່ມສອງກໍາລັງປະກອບອາວຸດ; ກຸ່ມວັດທະນະທໍາ-ສັງຄົມ ແລະ ປົກ ປ້ອງກົດໝາຍ; ກຸ່ມເສດຖະ ກິດ-ການບໍລິການ,ກຸ່ມອົງການຈັດຕັ້ງມະຫາຊົນ ແລະ ຄະນະພັກ, ຄະນະກຳມະການປົກຄອງເມືອງ.
ການນໍາພັກ - ລັດ ແຂວງຄຳມ່ວນ ນໍາພາໂດຍ ສະຫາຍ ວັນໄຊ ພອງສະຫວັນ ກໍາມະການສູນກາງພັກເລຂາພັກແຂວງເຈົ້າແຂວງຄຳມ່ວນ ໄດ້ເຂົ້າວາງພວງມະລາ ແລະ ກະຕ່າດອກໄມ້ ຢູ່ອະນຸສາວະລີ ນັກຮົບນິລະນາມ, ອະນຸສາວະລີປະທານ ໄກສອນ ພົມວິຫານ ແລະ ອະນຸສອນສະຖານປະທານ ສຸພານຸວົງ, ໃນຕອນເຊົ້າວັນທີ 1 ທັນວາ 2025ນີ້, ເນື່ອງໃນໂອກາດ ວັນຊາດທີ 2 ທັນວາ ຄົບຮອບ 50 ປີ (2 ທັນວາ 1975 - 2 ທັນວາ 2025) ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13 ທັນວາ 1920-13 ທັນວາ 2025).
ໃນຕອນເຊົ້າວັນທີ 1 ທັນວາ 2025ນີ້, ການນໍາພັກ-ລັດ ເມືອງແກ່ນທ້າວ ແຂວງໄຊຍະບູລີ ຊຶ່ງນໍາໂດຍສະຫາຍ ຄໍາປຸ່ນ ນວນສະບັບ ກໍາມະການພັກແຂວງເລຂາຄະນະບໍລິຫານງານພັກເມືອງ ພ້ອມດ້ວຍຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ ແລະ ພາກສ່ວນກ່ຽວຂ້ອງ ອ້ອມຂ້າງເມືອງ ໄດ້ວ່າງກະຕ່າດອກໄມ້ຢູ່ຕໍ່ໜ້າອານຸສອນສະຖານ ປະທານ ໄກສອນ ພົມວິຫານ ເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ ແລະ ວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ.
ເນື່ອງໃນໂອກາດວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ (2 ທັນວາ 1975-2 ທັນວາ 2025) ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ. ທ່ານ ນາງ ແກ້ວ ຈັນທະວີໄຊ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໄດ້ໃຫ້ສໍາພາດຕໍ່ນັກຂ່າວໜັງສືພິມປະຊາຊົນ ເມື່ອບໍ່ດົນຜ່ານມານີ້ວ່າ: ຕະຫຼອດໄລຍະ 50 ປີແຫ່ງການປະຕິບັດສອງໜ້າທີ່ຍຸດທະສາດຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ພັກ-ລັດ ໄດ້ນໍາພາປະເທດຊາດຮັກສາໄດ້ສະຖຽນລະພາບທາງດ້ານການເມືອງ, ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມຢ່າງໜັກແໜ້ນ, ມີຄວມເປັນເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ; ປະເທດຊາດໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ ບໍ່ວ່າຈະເປັນດ້ານພື້ນຖານໂຄງລ່າງຖະໜົນຫົນທາງແຕ່ເໜືອຮອດໃຕ້, ມີລະບົບໄຟຟ້າ, ນໍ້າປະປາ ລວມທັງເຄືອຂ່າຍໂທລະຄົມມະນາຄົມໄດ້ມີການການຂະຫຍາຍຕົວຢ່າງກວ້າງຂວາງ ເຮັດໃຫ້ປະຊາຊົນໄດ້ຊົມໃຊ້ ແລະ ມີຄວາມສະບາຍຂຶ້ນ, ປະຊາຊົນບັນດາເຜົ່າທຸກຊັ້ນຄົນໄດ້ເຂົ້າເຖິງການບໍລິການຂອງພາກລັດຢ່າງທົ່ວເຖິງ.
ວັນທີ 30 ພະຈິກນີ້, ແຂວງຄໍາມ່ວນ ໄດ້ຈັດກິດຈະກຳ ຂີ່ລົດຖີບ ເພື່ອສະເຫຼີມສະຫຼອງ ວັນສໍາຄັນຂອງພັກ ຂອງຊາດ ເປັນຕົ້ນ: ວັນຊາດ ທີ 2 ທັນວາ ຄົບຮອບ 50 ປີ (02/12/1975 - 02/12/2025), ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13/12/1920 - 13/12/2025) ແລະ ຊົມເຊີຍຜົນສໍາເລັດ ການເຂົ້າຮ່ວມ ການແຂ່ງຂັນງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ ຊຶ່ງແຂວງຄໍາມ່ວນ ຍາດໄດ້ອັນດັບທີ 3 ຂອງທົ່ວປະເທດ ຮອງຈາກ ນະຄອນຫຼວງວຽງຈັນ ເຈົ້າພາບ ແລະ ກະຊວງປ້ອງກັນປະເທດ ແລະ ຊົມເຊີຍ ໃບຢັ້ງຢືນອຸທິຍານແຫ່ງຊາດ ຫີນໜາມໜໍ່ ທີ່ຕັ້ງຢູ່ເມືອງບົວລະພາ ແຂວງຄໍາມ່ວນ ໄດ້ຖືກຮັບຮອງເປັນມໍຣະດົກໂລກທາງທໍາມະຊາດ ແຫ່ງທໍາອິດ ຂອງ ສປປ ລາວ.
ເນື່ອງໃນໂອກາດຄົບຮອບ 50 ປີ ແຫ່ງ ການສະຖາປະນາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ) ແລະ ວັນເກີດປະທານໄກສອນພົມວິຫານ ຄົບຮອບ 105 ປີ . ທ່ານ ນາງ ພູເງິນ ຈີນທະລາສີ ຜູ້ອຳນວຍການສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ(ສກຈຮ)ສາຍໃຍສຳພັນ ຊຶ່ງມີສຳນັກງານໃຫຍ່ຕັ້ງຢູ່ຖະໜົນສີສະຫວ່າງວົງ ບ້ານລັດຕະນະລັງສີໃຕ້ ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ ໄດ້ໃຫ້ສຳພາດຕໍ່ນັກຂ່າວໜັງສືພິມປະຊາຊົນ ໂດຍທ່ານໄດ້ໃຫ້ທັດສະນະວ່າ: ວັນຊາດ ທີ 2 ທັນວາ ຄົບຮອບ 50 ປີ ເປັນວັນທີ່ມີຄວາມໝາຍຄວາມສໍາຄັນຍິ່ງໃຫຍ່ທາງປະຫວັດສາດ ແລະ ເປັນວັນ ທີ່ມີຄວາມໝາຍສຳຄັນຢ່າງຫຼວງຫຼາຍ ຕໍ່ປະເທດຊາດຂອງພວກເຮົາ ເປັນວັນທີ່ປວງຊົນລາວທັງຊາດ ລະລຶກເຖິງມູນເຊື້ອນໍ້າໃຈການຕໍ່ສູ້ເດັດດ່ຽວອາດຫານຂອງບັນພະບູລຸດລາວ. ຊຶ່ງແມ່ນໝາກຜົນ ແລະ ໄຊຊະນະຂອງຂະບວນການຕໍ່ສູ້ທີ່ຢຶດເຍື້ອຍາວນານ ຂອງປະຊາຊົນລາວບັນດາເຜົ່າພາຍໃຕ້ການນໍາພາທີ່ສະຫຼາດສ່ອງໃສຂອງພັກປະຊາຊົນ ປະຕິວັດລາວ.
ພິທີເປີດງານວາງສະແດງຮູບພາບ ແລະ ເອກກະສານ: ພາຍໃຕ້ຫົວຂໍ້: “ຜົນສໍາເລັດການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕິດພັນກັບຊີວິດ ແລະ ພາລະກິດປະຕິວັດຂອງປະທານ ໄກສອນພົມວິຫານ”,ໄດ້ຈັດຂຶ້ນ,ໃນວັນທີ ວັນທີ 28 ພະຈິກນີ້,ທີ່ຫໍພິພິທະພັນ ໄກສອນ ພົມວິຫານ,ໂດຍໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສ ປ ປ ລາວ,ມີບັນດາ ສະຫາຍ ກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ ແລະ ກໍາມະການສູນກາງພັກ, ບັນດາສະຫາຍອະດີດການນໍາຂັ້ນສູງພັກ-ລັດ ແລະ ພາກສ່ວນທີ່ກ໋ຽວຂ້ອງເຂົ້າຮ່ວມ.
ພິທີຊ້ອມໃຫຍ່ຄັ້ງສຸດທ້າຍ ທຸກຂະບວນເດີນສວນສະໜາມເພື່ອສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີໄດ້ຈັດຂຶ້ນໃນວັນທີ 28 ພະຈິກນີ້ ທີ່ສະໜາມຫຼວງນະຄອນຫຼວງວຽງຈັນ ໂດຍມີສະຫາຍ ບຸນທອງ ຈິດມະນີ ຮອງປະທານປະເທດ ຜູ້ປະຈໍາການ ຄະນະເລຂາທິການສູນກາງພັກ, ສະຫາຍ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະ ມົນຕີ ຜູ້ຊີ້ນໍາວຽກງານ ປກຊ-ປກສ ຂັ້ນສູນກາງ, ມີບັນດາການນຳພັກ-ລັດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຄໍາເຫັນ