“ໂອ​ກາດ​ຈາກ​ຈີນ” ຈາກ​ຜົນ​ງານ​ດ້ານ​ເສດ​ຖະ​ກິດ​ເຄິ່ງ​ປີ​ຂອງ​ຈີນ

“ໂອ​ກາດ​ຈາກ​ຈີນ” ຈາກ​ຜົນ​ງານ​ດ້ານ​ເສດ​ຖະ​ກິດ​ເຄິ່ງ​ປີ​ຂອງ​ຈີນ

“ໂອ​ກາດ​ຈາກ​ຈີນ” ຈາກ​ຜົນ​ງານ​ດ້ານ​ເສດ​ຖະ​ກິດ​ເຄິ່ງ​ປີ​ຂອງ​ຈີນ
ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານວ່າ: ຕາມ​ການ​ໄລ່​ລຽງ​ເບື້ອງ​ຕົ້ນ, ລວມ​ຍອດ​ຜະ​ລິດ​ຕະ​ພັນ​ພາຍ​ໃນ ຫຼື GDP ຂອງ​ຈີນ​ໃນ 6 ເດືອນ​ຕົ້ນ​ປີ​ນີ້​ໄດ້​ບັນ​ລຸ​ເຖິງ 69,570 ຕື້ຢວນ, ເພີ່ມ​ຂຶ້ນ 4.7% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ​ຕາມ​ລາ​ຄາ​ທີ່​ບໍ່​ປ່ຽນ​ແປງ ຊຶ່ງ​ຢູ່​ແຖວ​ໜ້າ​ໃນ​ບັນ​ດາ​ກຸ່ມ​ເສດ​ຖະ​ກິດ​ຕົ້ນ​ຕໍ​ຂອງ​ໂລກ. ພາຍຫຼັງ​ຈີນ​ໄດ້​ເປີດ​ເຜີຍ​ຜົນ​ງານ​ດ້ານ​ເສດ​ຖະ​ກິດ​ເຄິ່ງ​ປີ​​ໃນ​ວັນ​ທີ 15 ກໍ​ລະ​ກົດ ຜ່ານມາ, ສື່ມວນ​ຊົນ​ຕ່າງ​ປະ​ເທດຫຼາຍ​​ສຳ​ນັກ​ໄດ້​ຕິດ​ຕາມ ແລະ ລາຍ​ງານ​ຂ່າວ​ຢ່າງກວ້າງ​ຂວາງ. ຜົນ​ງານ​ດ້ານ​ເສດ​ຖະ​ກິດ​ເຄິ່ງ​ປີ​ສະ​ບັບ​ດັ່ງ​ກ່າວ​ບໍ່​ພຽງ​ແຕ່​ໄດ້​ສ້າງ​ພື້ນ​ຖານ​ທີ່​ດີ ໃນ​ການ​ບັນ​ລຸ​ເປົ້າ​ໝາຍ​ໝົດ​ປີ 2026 ທີ່​ເປັນ​ປີ​ເລີ່ມ​ປະ​ຕິ​ບັດ​ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ​-ສັງ​ຄົມ​ແຫ່ງ​ຊາດ 5 ປີ​ຄັ້ງ​ທີ 15 ຂອງ​ຈີນ​ເທົ່າ​ນັ້ນ, ຫາກ​ຍັງ​ໄດ້​ເພີ່ມ​ຄວາມ​ໝັ້ນ​ໃຈ ແລະ ພະ​ລັງ​ຂັບ​ເຄື່ອນ​ໃຫ້​ແກ່​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ທົ່ວ​ໂລກອີກ​ດ້ວຍ.
“ໂອ​ກາດ​ຈາກ​ຈນ” ຈາກ​ຜນ​ງານ​ດານ​ເສດ​ຖະ​ກດ​ເຄງ​ປ​ຂອງ​ຈນ - image 1
 

 

“ຄວາມໝັ້ນທ່ຽງ” ເປັນພື້ນຖານສຳລັບການພັດທະນາເສດຖະກິດຂອງຈີນ. ປັດຈຸບັນ, ຂະໜາດເສດຖະກິດຈີນໄດ້ບັນລຸຫຼາຍກວ່າ 140,000 ຕື້ຢວນ, ຂະຫຍາຍຕົວ 4.7% ບົນພື້ນຖານຂະໜາດໃຫຍ່ປານນີ້ ນັບເປັນສິ່ງທີ່ໜ້າຍົກຍ້ອງເນື່ອງຈາກເຮັດໄດ້ຍາກຫຼາຍ. ມູນຄ່າເພີ່ມຂອງອຸດສາຫະກຳຂະໜາດໃຫຍ່ຂອງຈີນໄດ້ບັນລຸການຂະຫຍາຍຕົວເພີ່ມຂຶ້ນເຖິງ 5.4% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ຍອດມູນຄ່າການຈຳໜ່າຍສິນຄ້າ ແລະ ການບໍລິການໃນສັງຄົມຈີນເພີ່ມຂຶ້ນ 2.7% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ການປະກອບອາຊີບໄດ້ຮັກສາຄວາມໝັ້ນທ່ຽງ ແລະ ລາຄາສິນຄ້າໄດ້ເພີ່ມຂຶ້ນບໍ່ຫຼາຍ. ທັງໝົດນີ້ລ້ວນແຕ່ໄດ້ສະແດງໃຫ້ເຫັນເຖິງຄວາມໝັ້ນທ່ຽງຂອງເສດຖະກິດຈີນ.

ຄວາມໝັ້ນທ່ຽງຂອງເສດຖະກິດຍັງໄດ້ສະແດງໃຫ້ເຫັນເຖິງຄວາມໜຽວ ແໜ້ນດ້ານການພັດທະນາອີກ. ຍົກການຄ້າຂາເຂົ້າ-ຂາອອກເປັນຕົວຢ່າງ: 6 ເດືອນຕົ້ນປີນີ້, ການປະທະກັນໃນພາກພື້ນຕ່າງໆຂອງໂລກໄດ້ເກີດຂຶ້ນເລື້ອຍໆ ແລະ ຈັງຫວະການເຕີບໂຕດ້ານການຄ້າທົ່ວໂລກໄດ້ຊ້າລົງ, ແຕ່ສິນຄ້າຂາເຂົ້າ-ຂາອອກປະເພດຈັບຕ້ອງໄດ້ຂອງຈີນພັດຍັງຄົງສວນກະແສດ້ວຍການເຕີບໂຕເພີ່ມຂຶ້ນ 16.9%, ຂະໜາດການຄ້ານຳເຂົ້າຂອງຈີນໄດ້ບັນລຸຫຼາຍກວ່າ 10,000 ຕື້ຢວນໃນ 6 ເດືອນຕົ້ນປີເປັນຄັ້ງທຳອິດໃນປະຫວັດສາດຂອງຈີນ. ປັດຈຸບັນ, ຈີນໄດ້ຍົກເວັ້ນພາສີນຳເຂົ້າສິນຄ້າໃຫ້ 63 ປະເທດທີ່ສົ່ງເຂົ້າຈີນ, ຂະໜາດການຄ້ານຳເຂົ້າຂອງຈີນໄດ້ເປັນອັນດັບ 2 ຂອງໂລກເປັນ 17 ປີຕິດຕໍ່ກັນ. ຕະຫຼາດໃຫຍ່ຂອງຈີນໄດ້ເພີ່ມຄວາມແນ່ນອນໃຫ້ແກ່ຕ່ອງໂສ້ອຸດສາຫະກຳທົ່ວໂລກ ດ້ວຍການເປີດປະຕູສູ່ພາຍນອກທີ່ແທ້ຈິງ.

ສິ່ງທີ່ສົມຄວນໄດ້ຮັບຄວາມສົນໃຈຫຼາຍກວ່າຄື: ຄຸນນະພາບຂອງ “ຄວາມໃໝ່ອ່ຽມ”. ທຸກມື້, ຈະຜະລິດແຜງວົງຈອນລວມ 1.5 ຕື້ແຜ່ນ, ມີໂຮງງານຕົ້ນແບບແຫ່ງການຜະລິດອັດສະລິຍະຫຼາຍທີ່ສຸດໃນໂລກ ແລະ ເສດຖະກິດດີຈີຕອນໄດ້ປະກອບສ່ວນຫຼາຍກວ່າ 40% ຕໍ່ການຂະຫຍາຍຕົວຂອງເສດຖະກິດ. ພະລັງຂັບເຄື່ອນໃໝ່ໄດ້ຫັນຈາກ “ຄວາມສາມາດບົ່ມຊ້ອນ” ກາຍເປັນ “ກຳລັງຕົ້ນຕໍ” ທີ່ຊຸກຍູ້ການພັດທະນາເສດຖະກິດຈີນ. ສື່ມວນຊົນສາກົນລາຍງານວ່າ: “ເສດຖະກິດຈີນໄດ້ພັດທະນາຕາມທິດໃໝ່ ແລະ ມີຄຸນນະພາບດີກວ່າເກົ່າ ໄດ້ເພີ່ມພະລັງຂັບເຄື່ອນໃໝ່ໃຫ້ແກ່ເສດຖະກິດໂລກ ທີ່ເພີ່ມຂຶ້ນຊັກຊ້າ”.

ຄຽງຄູ່ກັບຈີນຈັດຕັ້ງປະຕິບັດແຜນພັດທະນາ 5 ປີຄັ້ງທີ 15, ກຳລັງຂັບເຄື່ອນທີ່ເກີດຂຶ້ນຢູ່ພາຍໃນເສດຖະກິດຈະເສີມຂະຫຍາຍບົດບາດຢ່າງແຂງແຮງຕື່ມອີກ. ນີ້ຈະສາມາດເຂົ້າໃຈໄດ້ວ່າ: ຍ້ອນຫຍັງວົງການພາຍນອກໄດ້ສະແດງຄວາມເຫັນຢ່າງຫຼວງຫຼາຍກ່ຽວກັບ “ໂອກາດຈາກຈີນ 2.0” ແລະ ຍ້ອນຫຍັງ CEO ທົ່ວໂລກນັບມື້ນັບຫຼາຍໄດ້ຈັດເອົາແຜ່ນດິນໃຫຍ່ຈີນເປັນ 1 ໃນ 3 ຈຸດໝາຍປາຍທາງດ້ານການລົງທຶນທີ່ດີຂອງໂລກ. ຍ້ອນວ່າ, ພຶດຕິກຳຕົວຈິງພິສູດເລື້ອຍໆວ່າ: ຈີນແມ່ນພື້ນຖານທີ່ໝັ້ນແກ່ນ ແລະ ແຫຼ່ງພະລັງຂັບເຄື່ອນທີ່ດີຂອງການເຕີບໂຕຂອງເສດຖະກິດໂລກ.

ຄໍາເຫັນ

ຂ່າວຕ່າງປະເທດ

ທ່ານ ສີ​ຈິ້ນ​ຜິງ ​ຕັ້ງ​ຂໍ້ “ປາລະໄນ” ເມື່ອ 30 ກວ່າ​ປີ​ກ່ອນ

ທ່ານ ສີ​ຈິ້ນ​ຜິງ ​ຕັ້ງ​ຂໍ້ “ປາລະໄນ” ເມື່ອ 30 ກວ່າ​ປີ​ກ່ອນ

ເດືອນ​ມິ​ຖຸ​ນາ​ ປີ 1988, ທ່ານ ສີ​ຈິ້ນ​ຜິງ ດຳ​ລົງ​ຕຳ​ແໜ່ງ​ເປັນ​ເລ​ຂາ​ຄະ​ນະ​ພັກ​ເຂດ​ນິງ​ເຕີ ​ແຂວງ​ຟູ​ຈ້ຽນ. ​ໃນ​ການ​ສຳ​ຫຼວດ​ເກັບ​ກຳ​ຂໍ້​ມູນ, ມີ​ປະ​ຊາ​ຊົນ​ຈຳ​ນວນ​ຫຼາຍ​ໄດ້​ສ່ອງ​ແສງ​ບັນ​ຫາ​ພົ້ນ​ເດັ່ນ​ອັນ​ໜຶ່ງຄື: ພະນັກງານຢຶດທີ່ດິນຫຼວງປຸກສ້າງເຮືອນສ່ວນຕົວຢ່າງຜິດລະບຽບການ.
ແຟງລັງ ອະນຸມັດລະບົບຊ່ວຍເຫຼືອຜູ້ຂັບຂີ່ຂອງ Tesla

ແຟງລັງ ອະນຸມັດລະບົບຊ່ວຍເຫຼືອຜູ້ຂັບຂີ່ຂອງ Tesla

ຂ່າວຕ່າງປະເທດລາຍງານວ່າ: ອົງການຂົນສົ່ງຂອງແຟັງລັງ (Traficom) ໄດ້ອະນຸມັດໃຫ້ລະບົບຊ່ວຍເຫຼືອຜູ້ຂັບຂີ່ຂອງ Tesla ສາມາດນຳໃຊ້ໃນທ້ອງຖະໜົນຂອງແຟງລັງໄດ້ໃນວັນທີ 11 ພະຈິກ ຜ່ານມາ ຊຶ່ງເຮັດໃຫ້ບໍລິສັດສາມາດເລີ່ມສະເໜີລະບົບດັ່ງກ່າວໃຫ້ກັບລູກຄ້າໃນປະເທດໄດ້ທັນທີ.
ຢູວີ້ໄຊ ຊຸກຍູ້ການຮ່ວມມືກັບຄູ່ຮ່ວມງານອາຊຽນ

ຢູວີ້ໄຊ ຊຸກຍູ້ການຮ່ວມມືກັບຄູ່ຮ່ວມງານອາຊຽນ

ທ່ານ ຫຼີເສເວີນ ຮອງຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ ຢູວີ້ໄຊ ໄດ້ລາຍງານກ່ຽວກັບສະຖານະການຮ່ວມມືພັດທະນາລະຫວ່າງ ຢູວີ້ໄຊ ກັບອາຊຽນວ່າ: ຢູວີ້ໄຊ ໄດ້ສືບຕໍ່ຂຸດຄົ້ນຕະຫຼາດທ້ອງຖິ່ນຢ່າງເລິກເຊິ່ງ ແລະ ເພີ່ມທະວີການຮ່ວມມືກັບຄູ່ຮ່ວມງານອາຊຽນໃນດ້ານຜະລິດຕະພັນ, ເຕັກໂນໂລຊີ, ການຜະລິດ ແລະ ການບໍລິການ ແລະ ປັດຈຸບັນ, ຜະລິດຕະພັນຂອງ ຢູວີ້ໄຊ ໄດ້ກວມເຖິງຫຼາຍກວ່າ 180 ປະເທດ ແລະ ພາກພື້ນທົ່ວໂລກ. ຮອດທ້າຍເດືອນກັນຍາ 2026, ຈຳນວນເຄື່ອງຈັກ ຢູວີ້ໄຊ ທີ່ມີຢູ່ຕ່າງປະເທດມີຫຼາຍກວ່າ 950,000 ໜ່ວຍ, ໃຫ້ບໍລິການຢ່າງກວ້າງຂວາງໃນຂົງເຂດການຂົນສົ່ງ, ເຄື່ອງຈັກກໍ່ສ້າງ, ເຄື່ອງມືກະສິກຳ, ເຮືອ ແລະ ການຜະລິດໄຟຟ້າ ເປັນຕົ້ນ.
ສິງກະໂປ ເປີດໂຄງການລະດົມທຶນ 500 ລ້ານໂດລາ

ສິງກະໂປ ເປີດໂຄງການລະດົມທຶນ 500 ລ້ານໂດລາ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 11 ພະຈິກ ຜ່ານມາວ່າ: ຖະແຫຼງການຮ່ວມຈາກສຳນັກງານເລຂາທິການແຫ່ງຊາດກ່ຽວກັບການປ່ຽນແປງສະພາບອາກາດຂອງສິງກະໂປ, ອົງການເງິນຕາສິງກະໂປ ຫຼື ທະນາຄານກາງ ແລະ ອົງການວິສາຫະກິດສິງກະໂປ (Enterprise Singapore) ໃນວັນທີ 10 ພະຈິກ ຜ່ານມາ ໄດ້ລະບຸການດຳເນີນໂຄງການລະດົມການລົງທຶນເພື່ອເສີມສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບກະສິກຳ - ອາຫານ ຂອງພາກພື້ນອາຊີຕາເວັນອອກສ່ຽງໃຕ້ ໃນການຮັບມືກັບການປ່ຽນແປງສະພາບອາກາດ.
ຍອດ​​ໜີ້​ສິນ​ບັດ​ສິນ​ເຊື່ອ​ຂອງອາ​ເມ​ຣິ​ກາ ​ເພີ່ມ​ຂຶ້ນເປັນ​ສະ​ຖິ​ຕິ​ໃໝ່​

ຍອດ​​ໜີ້​ສິນ​ບັດ​ສິນ​ເຊື່ອ​ຂອງອາ​ເມ​ຣິ​ກາ ​ເພີ່ມ​ຂຶ້ນເປັນ​ສະ​ຖິ​ຕິ​ໃໝ່​

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 11 ພະຈິກ ຜ່ານມາວ່າ: ອີງ​ຕາມ​ບົດ​ລາຍ​ງານ​ໜີ້​ສິນ​ຄົວ​ເຮືອນສະ​ບັບຫຼ້າ​ສຸດ​ທີ່​ FED ​ນິວຢອກ ສະຫະລັດ ອາ​ເມ​ຣິ​ກາ​ ເປີດ​ເຜີຍ​ໃນວັນ​ທີ 10 ພະ​ຈິກ​ ຜ່ານມາ ສະ​ແດງ​ໃຫ້​ເຫັນ​ວ່າ: ໄຕ​ມາດ​ທີ 3 ​ຂອງປີ​ນີ້, ຍອດໜີ້​ສິນ​ບັດ​ສິນ​ເຊື່ອ​ຂອງ​ ສະຫະລັດ ອາ​ເມ​ຣິ​ກາ ​ເພີ່ມ​ຂຶ້ນ 22 ຕື້​ໂດ​ລາ, ​ເຮັດ​ໃຫ້​ຍອດ​ລວມ​ໜີ້​ດັ່ງ​ກ່າວ​ຢູ່​ທີ່ 1,290 ໂດ​ລາ ຊຶ່ງ​ເປັນ​ສະ​ຖິ​ຕິ​ໃໝ່, ເພີ່ມ​ຂຶ້ນ 4.2% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ​ນີ້.
ກຳປູເຈຍ ຢືນຢັນຄຳໝັ້ນສັນຍາຂອງຕົນໃນການຕໍ່ສູ້ກັບການຄ້າມະນຸດ

ກຳປູເຈຍ ຢືນຢັນຄຳໝັ້ນສັນຍາຂອງຕົນໃນການຕໍ່ສູ້ກັບການຄ້າມະນຸດ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 10 ພະຈິກ ຜ່ານມາວ່າ: ຄະນະກຳມະການແຫ່ງຊາດຕ້ານການຄ້າມະນຸດຂອງກຳປູເຈຍ (NCCT) ໄດ້ຢືນຢັນຄຳໝັ້ນສັນຍາຂອງກຳປູເຈຍໃນການກຳຈັດການຄ້າມະນຸດທຸກຮູບແບບໂດຍຜ່ານການບັງຄັບໃຊ້ກົດໝາຍຢ່າງເຂັ້ມງວດ ເພື່ອຕ້ານການຄ້າມະນຸດ ແລະ ການຂູດຮີດທາງເພດ.
ມູນ​ຄ່າການ​ຄ້າ​ຕ່າງ​ປະ​ເທດ​ຂອງ​ຈີ​ນ​ໃນ​ 10 ເດືອນ ​ເພີ່ມ​ຂຶ້ນ 20%

ມູນ​ຄ່າການ​ຄ້າ​ຕ່າງ​ປະ​ເທດ​ຂອງ​ຈີ​ນ​ໃນ​ 10 ເດືອນ ​ເພີ່ມ​ຂຶ້ນ 20%

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ອີງ​ຕາມໂຕ​ເລກ​ສະ​ຖິ​ຕິ​ຫຼ້າ​ສຸດ​ທີ່​ອົງ​ການ​ພາ​ສີ​ແຫ່ງ​ຊາດ​ຈີນ​ເປີດເຜີຍ​ໃນ​ວັນ​ທີ 11 ພະ​ຈິກ​ ຜ່ານມາ ​ສະ​ແດງ​ໃຫ້​ເຫັນ​ວ່າ: 10 ເດືອນ​ຂອງ​ປີ​ນີ້, ຍອດ​ມູນ​ຄ່າ​ການ​ຄ້າ​​ສິນ​ຄ້າຂາ​ເຂົ້າ-ຂາ​ອອກ​ຂອງ​ຈີນ​ເພີ່ມ​ຂຶ້ນ 20% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ, ສືບ​ຕໍ່​​ຮັກ​ສາ​ທ່າ​ອຽງ​ເພີ່ມ​ຂຶ້ນ​ທີ່​ເຂັ້ມ​ແຂງ.
ຫວຽດນາມ ຢູ່ອັນດັບທີ 37 ຂອງໂລກ ກ່ຽວກັບກຳລັງຄວາມສາມາດແກ່ງແຍ້ງດ້ານດີຈີຕອນ

ຫວຽດນາມ ຢູ່ອັນດັບທີ 37 ຂອງໂລກ ກ່ຽວກັບກຳລັງຄວາມສາມາດແກ່ງແຍ້ງດ້ານດີຈີຕອນ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 11 ພະຈິກ ຜ່ານມາ ຢູ່ນະຄອນຫຼວງຮ່າໂນ້ຍ, ກະຊວງວິທະຍາສາດ ແລະ ​ເຕັກ​ໂນ​ໂລ​ຊີ ຫວຽດ​ນາມ ໄດ້ຈັດພິທີປະກາດ​ຜົນການຈັດອັນດັບກຳ​ລັງ​ຄວາມ​ສາ​ມາດ​ແກ່ງ​ແຍ້ງດ້ານດີຈີຕອນ ແລະ ປັນຍາປະດິດໂລກ ປີ 2026 (WDAIR 2026) ຊຶ່ງຫວຽດນາມຖືກຈັດອັນດັບທີ 37, ການຈັດອັນດັບດັ່ງກ່າວດຳເນີນໂດຍສະຖາບັນພັດທະນາການຄຸ້ມຄອງສາ​ກົນ (IMD) ປະເທດສະວິດ.
ການ​ຂາດ​ດຸນ​ງົບ​ປະ​ມານ​ຂອງ​ລັດ​ຖະ​ບານອາ​ເມ​ຣິ​ກາ​ ບັນ​ລຸ 2,000 ຕື້​ໂດ​ລາ

ການ​ຂາດ​ດຸນ​ງົບ​ປະ​ມານ​ຂອງ​ລັດ​ຖະ​ບານອາ​ເມ​ຣິ​ກາ​ ບັນ​ລຸ 2,000 ຕື້​ໂດ​ລາ

ວິທະຍຸ, ໂທລະພາບສູນກາງຈີນ ລາຍງານວ່າ: ໃນວັນ​ທີ 9 ພະ​ຈິກຜ່ານມາ, ກະ​ຊວງ​ການ​ເງິນ ​ສະຫະລັດ ອາ​ເມ​ຣິ​ກາ​ ໄດ້​ເປີດ​ເຜີຍ​​ວ່າ: ໃນ​ປີ​ງົບ​ປະ​ມານ 2026 ທີ່ສິ້ນ​ສຸດ​ລົງ​ໃນ​ວັນ​ທີ 30 ກັນ​ຍາ​ ຜ່ານມາ, ​ລວມຍອດ​ມູນ​ຄ່າ​ການ​ຂາດ​ດຸນ​ງົບ​ປະ​ມານ​ຂອງ​ລັດ​ຖະ​ບານ ສະຫະລັດ ​ອາ​ເມ​ຣິ​ກາ​ຢູ່​ທີີ່ 2,000 ຕື້​ໂດ​ລາ, ເພີ່ມ​ຂຶ້ນ 217 ຕື້​ໂດ​ລາ ​ເມື່ອ​ທຽບ​ໃສ່​ປີກາຍ​ ຫຼື 12% ເມື່ອ​ທຽບ​ໃສ່​ປີ​ງົບ​ປະ​ມານ 2025.
ມຽນມາ ຂະຫຍາຍເວລານຳລາຍຮັບຈາກການສົ່ງອອກກັບປະເທດ

ມຽນມາ ຂະຫຍາຍເວລານຳລາຍຮັບຈາກການສົ່ງອອກກັບປະເທດ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 10 ພະຈິກ ຜ່ານມາວ່າ: ສື່ມວນຊົນມຽນມາລາຍງານວ່າ, ທະນາຄານກາງຂອງມຽນມາໄດ້ຂະຫຍາຍໄລຍະເວລາອະນຸຍາດໃຫ້ຜູ້ສົ່ງອອກສາມາດຮັກສາລາຍໄດ້ຈາກການສົ່ງອອກ, ໃນສ່ວນທີ່ຜູ້ສົ່ງອອກສາມາດນຳໄປໃຊ້ໄດ້ຕາມການພິຈາລະນາ, ຈາກເດີມ 30 ມື້ ເປັນ 45 ມື້.
ເພີ່ມເຕີມ