ຝືກອົບຮົມໄລຍະສັ້ນໃຫ້ແກ່ພະນັກງານນໍາພາ-ຄຸ້ມຄອງ ເພື່ອເສີມສ້າງທັກສະ ແລະ ຄວາມອາດສາມາດ

ອຄ ຈັດອົບຮົມເສີມສ້າງທັກສະ ແລະ ຄວາມອາດສາມາດໃຫ້ພະນັກງານນໍາພາ-ຄຸ້ມຄອງ

ອຄ ຈັດອົບຮົມເສີມສ້າງທັກສະ ແລະ ຄວາມອາດສາມາດໃຫ້ພະນັກງານນໍາພາ-ຄຸ້ມຄອງ
ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ຈັດຊຸດຝືກອົບຮົມໄລຍະສັ້ນໃຫ້ແກ່ພະນັກງານນໍາພາ-ຄຸ້ມຄອງ ເພື່ອເສີມສ້າງທັກສະ ແລະ ຄວາມອາດສາມາດກຳໄດ້ຄວາມຮູ້ດ້ານວຽກງານຈັດຕັ້ງ,

 

ກໍ່ສ້າງພັກ-ພະນັກງານ; ດ້ານທິດສະດີ ແລະ ແນວທາງນະໂຍບາຍຂອງພັກ.

ໃນວັນທີ ວັນທີ 18 ພະຈິກ ຜ່ານມາທີ່ກະຊວງອຸດສາຫະກໍາ ແລະ ການຄ້າໄດ້ຈັດຊຸດຝຶກອົບຮົມວຽກງານຈັດຕັ້ງ ແລະ ກໍ່ສ້າງພັກ-ພະນັກງານ ໃຫ້ພະນັກງານນໍາພາ-ຄຸ້ມຄອງ ໄລຍະ 5 ວັນ, ໂດຍການເປັນປະທານຂອງທ່ານ ນາງ ຈັນສຸກ ແສງພະຈັນຮອງເລຂາຄະນະບໍລິຫານງານພັກກະຊວງອຸດສາຫະກຳ ແລະ ການຄ້າ; ທ່ານ ວິສຸກ ພົມພິທັກ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ; ມີຫົວໜ້າສູນພັດທະນາວຽກງານຈັດຕັ້ງ, ຄະນະຈັດຕັ້ງສູນກາງພັກ, ຄະນະປະຈໍາພັກ, ຄະນະພັກ, ເລຂາໜ່ວຍພັກຕະຫຼອດທັງພະນັກງານຫຼັກແຫຼ່ງ ຂອງບັນດາກົມກອງອ້ອມຂ້າງກະຊວງເຂົ້າຮ່ວມ.

ທ່ານ ນາງ ຈັນສຸກ ແສງພະຈັນ ໄດ້ກ່າວວ່າ: ບັນດາທ່ານທີ່ເຂົ້າຮ່ວມ ຊຸດຝຶກອົບຮົມໃນຄັ້ງນີ້ ລ້ວນແລ້ວແຕ່ເປັນພະນັກງານນຳພາ-ຄຸ້ມຄອງຫຼັກແຫຼ່ງສືບທອດປ່ຽນແທນ ທີ່ຢູ່ໃນແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ຂອງຂະແໜງ ອຄ, ທັງເປັນຄະນະປະຈຳພັກ, ຄະນະພັກ-ເລຂາໜ່ວຍພັກ, ຄະນະກົມ ແລະ ເປັນພະນັກງານນຳພາ-ຄຸ້ມຄອງ ຢູ່ໃນແຕ່ລະຂົງເຂດຂອງຂະແໜງ ອຄ.

ທ່ານກ່າວອີກວ່າ: ການຝຶກອົບຮົມຄັ້ງນີ້ ສຸດທີ່ມີຄວາມໝາຍ ຄວາມສຳຄັນ ເພື່ອເປັນການເສີມສ້າງທັກສະ ແລະ ຄວາມອາດສາມາດກຳໄດ້ຄວາມຮູ້ທາງດ້ານວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ, ກຳໄດ້ທາງດ້ານທິດສະດີ ແລະ ແນວທາງນະໂຍບາຍຂອງພັກ. ນອກຈາກນີ້, ກໍເປັນການປັບປຸງທັດສະນະຫຼັກໝັ້ນຂອງສະພາຊິກພັກ-ພະນັກງານ, ການປ່ຽນແປງໃໝ່ຮອບດ້ານຢ່າງມີຫຼັກການຂອງພັກ, ສ້າງຄວາມເປັນເອກະພາບກັບແນວທາງ, ແຜນນະໂຍບາຍຂອງພັກ ເພື່ອນຳໄປຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດໃນຂົງເຂດວຽກງານຕົວຈິງ ທີ່ຕົນຮັບຜິດຊອບໃຫ້ເກີດດອກອອກຜົນສູງຊຶ່ງຈະຕ້ອງໄດ້ຍົກລະດັບໃຫ້ແກ່ພະນັກງານນຳພາ-ຄຸ້ມຄອງ ເພື່ອຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໃນໄລຍະໃໝ່; ສະນັ້ນ, ກະຊວງອຸດສາຫະກຳ ແລະ ການຄ້າ ຈຶ່ງໄດ້ສົມທົບກັບ ສູນພັດທະນາວຽກງານຈັດຕັ້ງ, ຄະນະຈັດຕັ້ງສູນກາງພັກ ປະຕິບັດຕາມແນວທາງນະໂຍບາຍຂອງພັກ ໃນການກໍ່ສ້າງ-ບຳລຸງ ພະນັກງານນຳພາ-ຄຸ້ມຄອງ ຫຼັກແຫຼ່ງຂອງຂະແໜງ ອຄ ໃຫ້ມີຄຸນນະພາບສູງ ເພື່ອຕອບສະໜອງ ໃຫ້ແກ່ການປະຕິບັດໜ້າທີ່ການເມືອງຂອງຂະແໜງການເງິນ ໃນສະເພາະໜ້າ ແລະ ຍາວນານ.ເຊື່ອໝັ້ນວ່າ ບັນດາສະຫາຍຈະພ້ອມກັນສຸມທຸກກຳລັງ ເຫື່ອແຮງ, ມີຄວາມອົດທົນ ເພື່ອຜ່ານຜ່າ ອຸປະສັກຕ່າງໆ ເນື່ອງຈາກວ່າບັນດາທ່ານ ລ້ວນແຕ່ແມ່ນພະນັກງານນຳພາ-ຄຸ້ມຄອງ ທີ່ກຳບັນຫາຂອງຂະແໜງ ອຄ ໄດ້ຢ່າງເລິກເຊິ່ງສົມຄວນ.

(ຂ່າວ: ອຄ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ການນໍາຂັ້ນສູງ ຕິດຕາມ ຊົມການຝຶກຊ້ອມໃຫຍ່ການສວນສະໜາມ ກ້ອນກໍາລັງ ປກຊ- ປກສ

ການນໍາຂັ້ນສູງ ຕິດຕາມ ຊົມການຝຶກຊ້ອມໃຫຍ່ການສວນສະໜາມ ກ້ອນກໍາລັງ ປກຊ- ປກສ

ທ່ານ ບຸນທອງ ຈິດມະນີ ຮອງປະທານປະເທດ ແຫ່ງ ສປປ ລາວ, ທ່ານ ພົອ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນໍາວຽກງານ ປກຊ-ປກສ, ທ່ານ ພົທ ຄໍາລຽງ ອຸທະໄກສອນ ລັດຖະມົນຕີກະຊວງປ້ອງກັນປະເທດ, ທ່ານ ພົທ ຄໍາກິ່ງ ຜຸຍຫຼ້າມະນີວົງ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແລະ ຄະນະນໍາກະຊວງ, ກົມໃຫຍ່, ຫ້ອງວ່າການ, ອະນຸກໍາມະການ, ຄະນະຄູຝຶກ ໄດ້ເຄື່ອນໄຫວຕິດຕາມ ແລະ ຊົມການສະແດງ ການຝຶກຊ້ອມສວນສະໜາມຂອງກ້ອນກໍາລັງສວນສະໜາມ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນຄວາມສະຫງົບ ທີ່ປະສານສົມທົບຮ່ວມການຝຶກຊ້ອມໃຫ່ຍ ຢູ່ວິທະຍາຄານນາຍທະຫານບົກກົມມະດໍາ ໃນວັນທີ 6 ພະຈິກ 2025.
ເຊັນບົດບັນທຶກຄວາມເຂົ້າໃຈ ເພຶ່ອສໍາຫຼວດອອກແບບໂຄງການຟື້ນຟູ ແລະ ບູລະນະເສັ້ນທາງຫຼວງແຫ່ງຊາດເລກ 21

ເຊັນບົດບັນທຶກຄວາມເຂົ້າໃຈ ເພຶ່ອສໍາຫຼວດອອກແບບໂຄງການຟື້ນຟູ ແລະ ບູລະນະເສັ້ນທາງຫຼວງແຫ່ງຊາດເລກ 21

ພິທີເຊັນບົດບັນທຶກຄວາມເຂົ້າໃຈ ເພຶ່ອສໍາຫຼວດອອກແບບໂຄງການຟື້ນຟູ ແລະ ບູລະນະເສັ້ນທາງຫຼວງແຫ່ງຊາດເລກ 21 ໄລຍະທີ 2 ເລີ່ມແຕ່ຕີນພູແດນເມືອງ ບ້ານໂພນມຸງຄຸນ ເມືອງບໍລິຄັນ ຫາ ບ້ານທ່າສີ ເລີ່ມແຕ່ ກິໂລແມັດທີ (ກມ) 25+000 ຫາ ກມ 81+000 ເມືອງບໍລິຄັນ ແຂວງບໍລິຄໍາໄຊ ລວງຍາວ 56 ກມ ແລະ ເສັ້ນທາງຫຼວງແຫ່ງຊາດ ເລກ 1D ແຕ່ 3 ແຍກທາງເລກທີ 21 ບ້ານທ່າສີ ຫາ ຊາຍແດນແຂວງໄຊສົມບູນ (ເລີ່ມແຕ່ ກມ 145+000 ຫາ ກມ 146+100) ລວງຍາວ 1,10 ກມ ເພື່ອສຶກສາ ສໍາຫຼວດ-ອອກແບບ ໂຄງການຟື້ນຟູ ແລະ ບູລະນະຮັກສາທາງຫຼວງແຫ່ງຊາດ ເລກທີ 21 ຊ່ວງທີ 2 ແລະ ທາງເລກ 1D ລະຫວ່າງອົງການປົກຄອງແຂວງບໍລິຄໍາໄຊ, ຕາງໜ້າໂດຍ ພະແນກໂຍທາທິການ ແລະ ຂົນສົ່ງແຂວງ ແລະ ບໍລິສັດ ພີເອັສແອວ ກໍ່ສ້າງຄົບວົງຈອນ ຈຳກັດຜູ້ດຽວ ຮ່ວມກັບ ບໍລິສັດ AVIC-INTL Project Engineering Company ໄດ້ຈັດຂຶ້ນໃນວັນທີ 5 ພະຈິກ 2025 ທີ່ຫ້ອງປະຊຸມ ໂຮງແຮມສຸນັນທາ ເມືອງປາກຊັນ ໂດຍໃຫ້ກຽດເຂົ້າຮ່ວມພິທີຂອງ ທ່ານ ບຸນລ້ຽງ ດວງສະເພົາທອງ ຄະນະປະຈຳພັກແຂວງ ຫົວໜ້າພະແນກການເງິນແຂວງ, ບໍລິສັດ, ມີຕາງໜ້າການນໍາຂັ້ນເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ຊາວກະສິກອນທົ່ວເມືອງຄົງເຊໂດນ ເກັບກ່ຽວເຂົ້ານາປີສຳເລັດ 85%

ຊາວກະສິກອນທົ່ວເມືອງຄົງເຊໂດນ ເກັບກ່ຽວເຂົ້ານາປີສຳເລັດ 85%

ການເກັບກ່ຽວມຽ້ນມັດເຂົ້ານາປີຂອງຊາວກະສິກອນ ເມືອງຄົງເຊໂດນ ແຂວງສາລະວັນ ມາຮອດປັດຈຸບັນສຳເລັດແລ້ວ 85%, ທ່ານ ບົວສອນ ຈັນດາວົງ ຮອງຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງຄົງເຊໂດນ ໄດ້ລາຍງານໃຫ້ຮູ້ວ່າ: ໃນທົ່ວເມືອງ ມີເນື້ອທີ່ທັງໝົດ 16,854 ເຮັກຕາ, ເນື້ອທີ່ສາມາດເກັບກ່ຽວໄດ້ຕົວຈິງ 12,456 ເຮັກຕາ, ຜົນຜະລິດສະເລ່ຍໄດ້ 3,7 ໂຕນຕໍ່ເຮັກຕາ, ທຽບໃສ່ປີຜ່ານມາ ແມ່ນຫຼຸດຄາດໝາຍ ເນື່ອງຈາກມີຫຼາຍສາເຫດ ເປັນຕົ້ນ: ເກີດໄພພິບັດນໍ້າຖ້ວມ ໃນໄລຍະເຂົ້າທີ່ກຳລັງເຕີບ, ໄລຍະເກັບກ່ຽວ. ນອກຈາກນັ້ນ, ຍັງມີສັດຕູພືດແມງໄມ້ທໍາລາຍ.
ເປີດຊຸດຝຶກອົບຮົມ ການເຜີຍແຜ່ວຽກງານປົກປັກຮັກສາປ່າໄມ້

ເປີດຊຸດຝຶກອົບຮົມ ການເຜີຍແຜ່ວຽກງານປົກປັກຮັກສາປ່າໄມ້

ການຝຶກອົບຮົມວຽກງານປົກປັກຮັກສາປ່າໄມ້ ແລະ ສິ່ງແວດລ້ອມ ພາຍໃຕ້ໂຄງການ ພູມີທັດ ແລະ ຊີວິດການເປັນຢູ່ໃນ ສປປ ລາວ ຫຼື LLL ພາຍໃຕ້ການຄຸ້ມຄອງຂອງກົມປ່າໄມ້ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຮ່ວມກັບ ວິທະຍຸກະຈາຍສຽງແຫ່ງຊາດລາວ
ງານບຸນນະມັດສະການພະທາດຫຼວງວຽງຈັນປີນີ້ ມວນຊົນຮ່ວມຮັກສາໄດ້ຮີດຄອງປະເພນີ

ງານບຸນນະມັດສະການພະທາດຫຼວງວຽງຈັນປີນີ້ ມວນຊົນຮ່ວມຮັກສາໄດ້ຮີດຄອງປະເພນີ

ເພື່ອໃຫ້ໝົດທຸກຊັ້ນຄົນພາຍໃນຊາດໄດ້ຮັບຮູ້ ແລະ ມີຄວາມເອກອ້າງທະນົງໃຈໃນຄວາມເປັນຊາດລາວ ຊຶ່ງສະແດງອອໃນການນຸ່ງຖືທີ່ມີເອກະລັກຮັກສາໄດ້ວັດທະນະທໍາຂອງຊາດ ທັງເປັນການສືບຕໍ່ອະນຸລັກປົກປັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າວັດທະນະທໍາອັນຍອດຍິ່ງໃຫ້ຄົງຢູ່ຄູ່ຄົນລາວ, ຊາດລາວ, ຊາວນະຄອນຫຼວງວຽງຈັນ ກໍຄືຊາວພຸດຕະຫຼອດໄປ.
ລັດຖະມົນຕີກະຊວງ ຍທຂ ຕິດຕາມການກໍ່ສ້າງເສັ້ນທາງເລກທີ 12 ທ່າແຂກ-ຊາຍແດນນາເພົ້າ

ລັດຖະມົນຕີກະຊວງ ຍທຂ ຕິດຕາມການກໍ່ສ້າງເສັ້ນທາງເລກທີ 12 ທ່າແຂກ-ຊາຍແດນນາເພົ້າ

ໃນວັນທີ 4 ພະຈິກ 2025, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ແລະ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງໆຄໍາມ່ວນ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມ ແລະ ຊຸກຍູ້ໂຄງການປັບປຸງທາງຫຼວງແຫ່ງຊາດ ເລກ 12 (ສັນຍາ 1 ແລະ ສັນຍາ 2) ແຕ່ທ່າແຂກ ຫາດ່ານສາກົນນາເພົ້າ ແຂວງຄໍາມ່ວນ ມີຄວາມຍາວ 147.5 ກິໂລແມັດ ທີ່ນໍາໃຊ້ທຶນກູ້ຢືມ ແລະ ຊ່ວຍເຫລືອລ້າ ຈາກອົງການເນດ້າ (NEDA) ຣາຊະອານາຈັກໄທ ໃນວົງເງິນທັງໝົດ 1,833 ລ້ານກວ່າບາດ (ສະກຸນເງິນໄທ) ໃນນີ້, ເງິນກູ້ຢືມ 1,742 ລ້ານກວ່າບາດ ເທົ່າກັບ 95.03% ແລະ ເງິນຊ່ວຍເຫຼືອລ້າ 91 ລ້ານກວ່າບາດ ເທົ່າກັບ 4.97%.
ກໍາລັງ ປກຊ-ປກສ ສະແດງທົດລອງການສວນສະໜາມ ສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ

ກໍາລັງ ປກຊ-ປກສ ສະແດງທົດລອງການສວນສະໜາມ ສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ

ພິທີສະແດງທົດລອງ ການສວນສະໜາມສະເຫຼີມສະຫຼອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ປະສານກ້ອນກຳລັງ ປກຊ-ປກສ ຄັ້ງທີ 1 ຈັດຂຶ້ນໃນວັນທີ 4 ພະຈິກຜ່ານມານີ້ ທີ່ວິທະຍາຄານນາຍທະຫານບົກກົມມະດຳ ໂດຍມີທ່ານ ພົນໂທ ຄຳກິ່ງ ຜຸຍຫຼ້າມະນີວົງ ຮອງລັດຖະ ມົນຕີກະຊວງປ້ອງກັນຄວາມສະຫງົບ, ມີ ທ່ານ ພົນຈັດຕະວາ ກົງທອງ ສຸຂະວົງ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ພ້ອມດ້ວຍບັນດາຄະນະນໍາກົມໃຫຍ່ ປກຊ-ປກສ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຊ່ວຍກັນສົ່ງເສີມສິ້ນໄໝມ້ອນຊໍາເໜືອ ຜະລິດຕະພັນຂອງຊາວແຂວງຫົວພັນ

ຊ່ວຍກັນສົ່ງເສີມສິ້ນໄໝມ້ອນຊໍາເໜືອ ຜະລິດຕະພັນຂອງຊາວແຂວງຫົວພັນ

ໃນໂອກາດງານບຸນນະມັດສະການພະທາດຫຼວງວຽງຈັນ ປະຈໍາປີ 2025 ມີຫຼາຍພາກ ສ່ວນລວມທັງບຸກຄົນ ໄດ້ນໍາເອົາຜະລິດຕະພັນຂອງຕົນມາວາງຈໍາໜ່າຍ. ທ່ານ ນາງ ມິດຕາວັນ ພັນວົງສາ ເຈົ້າຂອງຮ້ານສິ້ນໄໝມ້ອນຊໍາເໜືອ ເມືອງວຽງໄຊ ແຂວງຫົວພັນ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນເມື່ອບໍ່ດົນຜ່ານມາ ທີ່ເດີ່ນພະທາດຫຼວງວຽງຈັນວ່າ: ຕົນເອງຮູ້ສຶກຕື່ນເຕັ້ນ-ດີໃຈ ປີນີ້, ເປັນປີທໍາອິດທີ່ໄດ້ມີໂອກາດນໍາເອົາສິ້ນໄໝມ້ອນຊໍາເໜືອ ຊຶ່ງເປັນຜະລິດຕະພັນສິ້ນເອກະລັກຂອງຊໍາເໜືອແທ້ມາວາງຂາຍໃນງານບຸນພະທາດຫຼວງ ທີ່ເປັນບຸນປະເພນີລະດັບຊາດຂອງລາວເຮົາ. ປົກກະຕິຂາຍຢູ່ຕະຫຼາດວຽງໄຊ ເມືອງວຽງໄຊ ແຂວງຫົວພັນ. ສິ້ນທີ່ນໍາມາວາງສະແດງ-ຂາຍໃນປີນີ້ ມີຂາຍປະເພດຄື: ຫຼັກໆແມ່ນສິ້ນໄໝມ້ອນສົດ, ສິ້ນຝ້າຍ, ມ້ອນປົນຝ້າຍ, ລາຄາເລີ່ມຕົ້ນ 2 ແສນກີບ ຫາ 3 ລ້ານກວ່າກີບ, ສິ້ນໄໝມ້ອນຊໍາເໜືອ ຈະມີເອກະລັກສະເພາະໃນຕົວ ແລະ ມີລວດລາຍສວຍງາມ ປານີດທີ່ສຸດ ຕໍາດ້ວຍສີມືຂອງຄົນລາວຊາວຊໍາເໜືອແທ້ ປະກອບມີ: ລາຍນາກ, ລາຍຮູບດອກໄມ້, ລາຍນົກຍຸງ, ລາຍງູ, ລາຍຊ້າງ.
ຜະລິດຕະພັນເຜົ່າເມີ້ຍ ມີຄວາມງາມທີ່ເປັນເອກະລັກໄດ້ຮັບຄວາມນິຍົມຈາກສັງຄົມ

ຜະລິດຕະພັນເຜົ່າເມີ້ຍ ມີຄວາມງາມທີ່ເປັນເອກະລັກໄດ້ຮັບຄວາມນິຍົມຈາກສັງຄົມ

ໃນໂອກາດເຂົ້າຮ່ວມງານວາງສະແດງສິນຄ້າໃນງານບຸນນະມັດສະການພະທາດຫຼວງວຽງຈັນປະຈຳປີ 2025 ທ່ານນາງ ວັນນີ ລໍມະນີ ຄະນະຜູ້ບໍລິຫານກຸ່ມຫັດຖະກຳຕໍ່າຫູກ-ທໍໄໝລາຍເຜົ່າເມີ້ຍດັ້ງເດີມເຮືອນລໍມະນີ ເປັນຕົວແທນຜະລິດຕະພັນເຜົ່າເມີ້ຍ ເມືອງປາກຊັນ ແຂວງບໍລິຄຳໄຊ ຊຶ່ງເປັນສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນ (ໂອດັອບຂອງແຂວງ) ໄດ້ໃຫ້ສຳພາດຕໍ່ນັກຂ່າວໜັງສືພິມປະຊາຊົນໃນວັນທີ 3 ພະຈິກນີ້ວ່າ: ມີຄວາມຮູ້ສຶກພາກພູມໃຈຫຼາຍທີ່ໄດ້ເປັນສ່ວນໜຶ່ງເຂົ້າຮ່ວມງານໃນຄັ້ງນີ້ ເພື່ອເຜີຍແຜ່ວັດທະນະທໍາຂອງເຜົ່າເມີ້ຍຜ່ານເຄື່ອງນຸ່ງຫົ່ມອັນຈົບງາມ ເພື່ອໃຫ້ທຸກຄົນໄດ້ຮູ້ຈັກ ແລະ ເຫັນວ່າເຜົ່າເມີ້ຍມີເອກະສະເພາະຂອງຕົນ ເພື່ອຈຳໜ່າຍສິນຄ້າ ແລະ ກະຈາຍລາຍໄດ້ໃຫ້ປະຊາຊົນພາຍໃນແຂວງ.
ມອບ-ຮັບ ໂຄງການກໍ່ສ້າງຮ່ອງລະບາຍນໍ້າຕົວເມືອງທ່າແຂກ

ມອບ-ຮັບ ໂຄງການກໍ່ສ້າງຮ່ອງລະບາຍນໍ້າຕົວເມືອງທ່າແຂກ

ພິທີ ມອບ-ຮັບ ໂຄງການ ກໍ່ສ້າງຮ່ອງລະບາຍນໍ້າ ຕົວເມືອງທ່າແຂກ ແຂວງຄໍາມ່ວນ ລະຫວ່າງບໍລິສັດຜູ້ຮັບເໝົາ (ບໍລິສັດ ແສງມີໄຊ ຄົບວົງຈອນ ຈໍາກັດຜູ້ດຽວ) ກັບ ເຈົ້າຂອງໂຄງການ (ພະແນກ ໂຍທາທິການ ແລະ ຂົນສົ່ງແຂວງຄໍາມ່ວນ) ເພື່ອມອບຕໍ່ໃຫ້ແກ່ ອົງການພັດທະນາ ແລະ ບໍລິຫານຕົວເມືອງທ່າແຂກ ເປັນຜູ້ຄຸ້ມຄອງຊົມໃຊ້, ຊຶ່ງໄດ້ຈັດຂຶ້ນໃນວັນທີ 4 ພະຈິກຜ່ານມາ ຢູ່ທີ່ໂຮງແຮມ ຣີເວີເຣຍ ເມືອງທ່າແຂກ ແຂວງຄໍາມ່ວນ.
ເພີ່ມເຕີມ